Biblica® Open Lao Contemporary Version
ເພງສັນລະເສີນ 150:6
Verse 6 is marked below, with the whole chapter around it. Read from the start
ຈົ່ງສັນລະເສີນພຣະເຈົ້າຢາເວ.1
ຈົ່ງສັນລະເສີນພຣະເຈົ້າໃນບ່ອນນະມັດສະການຂອງພຣະອົງ;
ຈົ່ງສັນລະເສີນພຣະອົງໃນຟ້າສະຫວັນອັນຍິ່ງໃຫຍ່ຂອງພຣະອົງ.
ຈົ່ງສັນລະເສີນພຣະອົງເພາະກິດຈະການອັນມີລິດອຳນາດຂອງພຣະອົງ;
ຈົ່ງສັນລະເສີນພຣະອົງເພາະຄວາມຍິ່ງໃຫຍ່ອັນຫາທີ່ປຽບບໍ່ໄດ້ຂອງພຣະອົງ.
ຈົ່ງສັນລະເສີນພຣະອົງດ້ວຍສຽງແກດັງກ້ອງ,
ຈົ່ງສັນລະເສີນພຣະອົງດ້ວຍພິນໃຫຍ່ ແລະ ພິນເຂົາຄູ່
ຈົ່ງສັນລະເສີນພຣະອົງດ້ວຍກອງແຊັກ ແລະ ການເຕັ້ນລຳ
ຈົ່ງສັນລະເສີນພຣະອົງດ້ວຍເຄື່ອງດົນຕີປະເພດສາຍ ແລະ ປີ່,
ຈົ່ງສັນລະເສີນພຣະອົງດ້ວຍການຕົບຊິ່ງ,
ຈົ່ງສັນລະເສີນພຣະອົງດ້ວຍແຊ່ງອັນດັງກ້ອງກັງວານ.
ໃຫ້ທຸກສິ່ງທີ່ຫາຍໃຈ ສັນລະເສີນພຣະເຈົ້າຢາເວ.
ຈົ່ງສັນລະເສີນພຣະເຈົ້າຢາເວ.
Source notes (1)
- Footnote ພາສາເຮັບເຣີວ່າ ຮາເລລູຢາ ຄືກັນກັບຂໍ້ 6
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.