Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 150

ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ.1

ຈົ່ງ​ສັນລະເສີນ​ພຣະເຈົ້າ​ໃນ​ບ່ອນ​ນະມັດສະການ​ຂອງ​ພຣະອົງ;

ຈົ່ງ​ສັນລະເສີນ​ພຣະອົງ​ໃນ​ຟ້າ​ສະຫວັນ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.

ຈົ່ງ​ສັນລະເສີນ​ພຣະອົງ​ເພາະ​ກິດຈະການ​ອັນ​ມີ​ລິດອຳນາດ​ຂອງ​ພຣະອົງ;

ຈົ່ງ​ສັນລະເສີນ​ພຣະອົງ​ເພາະ​ຄວາມ​ຍິ່ງໃຫຍ່​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະອົງ.

ຈົ່ງ​ສັນລະເສີນ​ພຣະອົງ​ດ້ວຍ​ສຽງ​ແກ​ດັງ​ກ້ອງ,

ຈົ່ງ​ສັນລະເສີນ​ພຣະອົງ​ດ້ວຍ​ພິນ​ໃຫຍ່ ແລະ ພິນ​ເຂົາ​ຄູ່

ຈົ່ງ​ສັນລະເສີນ​ພຣະອົງ​ດ້ວຍ​ກອງແຊັກ ແລະ ການ​ເຕັ້ນລຳ

ຈົ່ງ​ສັນລະເສີນ​ພຣະອົງ​ດ້ວຍ​ເຄື່ອງ​ດົນຕີ​ປະເພດ​ສາຍ ແລະ ປີ່,

ຈົ່ງ​ສັນລະເສີນ​ພຣະອົງ​ດ້ວຍ​ການ​ຕົບ​ຊິ່ງ,

ຈົ່ງ​ສັນລະເສີນ​ພຣະອົງ​ດ້ວຍ​ແຊ່ງ​ອັນ​ດັງ​ກ້ອງ​ກັງວານ.

ໃຫ້​ທຸກສິ່ງ​ທີ່​ຫາຍໃຈ ສັນລະເສີນ​ພຣະເຈົ້າ​ຢາເວ.

ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ.

Source notes (1)
  1. Footnote ພາສາ​ເຮັບເຣີ​ວ່າ ຮາເລລູຢາ ຄື​ກັນ​ກັບ​ຂໍ້ 6

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.