Skip to content
BibleKenya

Biblica® Open Lao Contemporary Version

ສຸພາສິດ 1

ຈຸດປະສົງ ແລະ ຫົວໃຈ​ຂອງ​ສຸພາສິດ

ສຸພາສິດ​ຂອງ​ໂຊໂລໂມນ​ລູກຊາຍ​ຂອງ​ດາວິດ, ກະສັດ​ແຫ່ງ​ອິດສະຣາເອນ:

ເພື່ອ​ໃຫ້​ເກີດ​ມີ​ປັນຍາ ແລະ ໄດ້​ຮັບ​ຄຳ​ແນະນໍາ;

ເພື່ອ​ຄວາມ​ເຂົ້າໃຈ​ເຖິງ​ຖ້ອຍຄຳ​ທີ່​ມີ​ຄວາມໝາຍ​ອັນ​ເລິກເຊິ່ງ;

ເພື່ອ​ຮັບ​ຟັງ​ຄຳ​ສັ່ງສອນ​ໃນ​ການ​ປະພຶດ​ຢ່າງ​ສະຫລາດ,

ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ, ຍຸຕິທຳ ແລະ ທ່ຽງທຳ;

ເພື່ອ​ໃຫ້​ຄົນ​ທີ່​ອ່ອນ​ຕໍ່​ໂລກ1​ຮູ້​ທັນ​ເລ່ຫລຽ່ມ

ໃຫ້​ຄວາມຮູ້ ແລະ ແນວທາງ​ອັນ​ຖືກຕ້ອງ​ແກ່​ຄົນໜຸ່ມ

ໃຫ້​ຄົນ​ສະຫລາດ​ຮັບ​ຟັງ ແລະ ເພີ່ມພູນ​ການ​ຮຽນຮູ້​ຂອງ​ຕົນ,

ແລະ ໃຫ້​ຄົນ​ທີ່​ມີ​ວິຈາລະຍານ​ໄດ້​ຮັບ​ການ​ແນະນໍາ

ເພື່ອ​ໃຫ້​ເຂົ້າໃຈ​ບັນດາ​ຄໍາ​ສຸພາສິດ ແລະ ຄຳ​ອຸປະມາ,

ບັນດາ​ຄຳສອນ ແລະ ຄຳ​ປິດສະໜາ​ຂອງ​ນັກປາດ.2

ການ​ຢຳເກງ​ພຣະເຈົ້າ​ຢາເວ​ເປັນ​ບໍ່​ເກີດ​ແຫ່ງ​ຄວາມ​ຮູ້,

ສ່ວນ​ຄົນ​ໂງ່3​ປະໝາດ​ປັນຍາ ແລະ ຄຳ​ສັ່ງສອນ.

ບົດນຳ: ຄຳ​ເຕືອນ​ໃຫ້​ໂອບ​ກອດ​ເອົາ​ປັນຍາ

ຄໍາ​ເຕືອນ​ຕໍ່ສູ້​ການ​ເຊື້ອເຊີນ​ຂອງ​ຄົນ​ບາບ

ຈົ່ງ​ຟັງ, ລູກ​ຂອງ​ພໍ່, ຈົ່ງ​ເອົາໃຈໃສ່​ຄຳ​ສັ່ງສອນ​ຂອງ​ພໍ່​ເຈົ້າ

ແລະ ຢ່າ​ປະຖິ້ມ​ຄຳສອນ​ຂອງ​ແມ່​ເຈົ້າ.

ສິ່ງ​ເຫລົ່ານີ້​ເປັນ​ພວງມະໄລ​ປະດັບ​ຫົວ​ຂອງ​ເຈົ້າ

ແລະ ເປັນ​ສາຍຄໍ​ເພື່ອ​ປະດັບ​ຄໍ​ຂອງ​ເຈົ້າ.

ລູກ​ຂອງ​ພໍ່, ຖ້າ​ຄົນ​ບາບ​ມາ​ຊັກຊວນ​ເຈົ້າ,

ຢ່າ​ຍອມ​ເຮັດ​ຕາມ​ພວກເຂົາ.

ຖ້າ​ພວກເຂົາ​ເວົ້າ​ວ່າ, “ຈົ່ງ​ມາ​ກັບ​ພວກເຮົາ;

ໃຫ້​ພວກເຮົາ​ດັກ​ລໍຖ້າ​ເອົາ​ເລືອດ​ບໍລິສຸດ,

ໃຫ້​ພວກເຮົາ​ດັກຊຸ້ມ​ໂຈມຕີ​ຄົນ​ບໍລິສຸດ;

ໃຫ້​ພວກເຮົາ​ເປັນ​ເໝືອນ​ຂຸມ​ຝັງ​ສົບ​ທີ່​ກືນ​ພວກເຂົາ​ທັງ​ເປັນ,

ແລະ ກືນ​ກິນ​ພວກເຂົາ​ໝົດ​ໂຕ, ເໝືອນ​ກັບ​ບັນດາ​ຄົນ​ທີ່​ຕົກ​ລົງ​ໄປ​ໃນ​ຂຸມ;

ພວກເຮົາ​ຈະ​ຢຶດ​ເຄື່ອງ​ຂອງ​ມີ​ຄ່າ​ທຸກ​ຊະນິດ

ແລະ ເອົາ​ເຄື່ອງ​ຂອງ​ທີ່​ປຸ້ນ​ມາ​ເກັບ​ໄວ້​ໃຫ້​ເຕັມ​ເຮືອນ​ຂອງ​ພວກເຮົາ;

ມາ​ຈັບ​ສະຫລາກ​ຮ່ວມ​ກັບ​ພວກເຮົາ;

ພວກເຮົາ​ທຸກຄົນ​ຈະ​ໄດ້​ໃຊ້​ເງິນ​ຖົງ​ດຽວ​ກັນ”

ລູກ​ຂອງ​ພໍ່, ຢ່າ​ໄປ​ຮ່ວມ​ທາງ​ກັບ​ພວກເຂົາ,

ຢ່າ​ຍ່າງ​ໃນ​ທາງ​ຂອງ​ພວກເຂົາ;

ເພາະ​ຕີນ​ຂອງ​ພວກເຂົາ​ແລ່ນ​ໄປ​ຫາ​ຄວາມ​ຊົ່ວຮ້າຍ,

ພວກເຂົາ​ຟ້າວ​ເຮັດ​ໃຫ້​ເລືອດ​ຕົກ.

ບໍ່​ມີ​ປະໂຫຍດ​ຫຍັງ​ທີ່​ຈະ​ກາງ​ຕາໜ່າງ​ໄວ້

ໃນ​ບ່ອນ​ທີ່​ນົກ​ທຸກ​ໂຕ​ສາມາດ​ເບິ່ງ​ເຫັນ!

ຄົນ​ເຫລົ່ານີ້​ດັກ​ລໍຖ້າ​ເອົາ​ເລືອດ​ຂອງ​ຕົນ​ເອງ;

ພວກເຂົາ​ດັກຊຸ້ມ​ເອົາ​ຊີວິດ​ຕົນ​ເອງ!

ວິຖີ​ທາງ​ຂອງ​ທຸກ​ຄົນ​ທີ່​ຫາ​ຜົນປະໂຫຍດ​ອັນ​ຊົ່ວຊ້າ​ກໍ​ເປັນ​ເຊັ່ນ​ນີ້;

ມັນ​ຈະ​ເອົາ​ຊີວິດ​ຂອງ​ບັນດາ​ຜູ້​ທີ່​ຮັບ​ເອົາ​ມັນ​ໄວ້​ໄປ​ເອງ.

ການ​ຕໍາໜິ​ຂອງ​ປັນຍາ

ປັນຍາ​ຮ້ອງ​ດັງ​ອອກ​ມາ​ຢ່າງ​ເປີດ​ເຜີຍ,

ນາງ​ເປັ່ງ​ສຽງ​ຂອງ​ຕົນ​ຢູ່​ທີ່​ເດີ່ນ​ສາທາລະນະ;

ນາງ​ຮ້ອງ​ຫາ​ຢູ່​ເທິງ​ຍອດ​ກຳແພງ,4

ນາງ​ຮ້ອງ​ບອກ​ທີ່​ປະຕູ​ເມືອງ​ວ່າ:

“ເຈົ້າ​ຜູ້​ບໍ່ຮູ້ຈັກຄິດ, ເຈົ້າ​ຈະ​ຮັກ​ວິຖີ​ທາງ​ອັນ​ໂງ່​ຈ້າ​ອີກ​ດົນ​ປານໃດ?

ຄົນ​ທີ່​ມັກ​ເຢາະເຢີ້ຍ, ເຈົ້າ​ຈະ​ພໍໃຈ​ການ​ດູຖູກ​ອີກ​ດົນ​ປານໃດ?

ແລະ ຄົນ​ໂງ່ຈ້າ​ຈະ​ກຽດ​ຊັງ​ຄວາມ​ຮູ້​ອີກ​ດົນ​ປານໃດ?

ຈົ່ງ​ກັບ​ໃຈ​ຟັງ​ຄຳ​ຕັກເຕືອນ​ຂອງ​ເຮົາ!

ແລ້ວ​ເຮົາ​ຈະ​ເທ​ຄວາມ​ຄິດ​ຕ່າງໆ​ຂອງ​ເຮົາ​ໃຫ້​ແກ່​ເຈົ້າ,

ແລະ ເຮົາ​ຈະ​ໃຫ້​ເຈົ້າ​ເຂົ້າໃຈ​ຄຳ​ສັ່ງສອນ​ຂອງ​ເຮົາ.

ແຕ່​ເພາະ​ເຈົ້າ​ປະຕິເສດ​ທີ່​ຈະ​ຟັງ ເມື່ອ​ເຮົາ​ເອີ້ນ​ຫາ​ເຈົ້າ

ແລະ ບໍ່​ມີ​ຜູ້ໃດ​ສົນໃຈ​ເມື່ອ​ເຮົາ​ຍື່ນ​ມື​ໄປ​ຫາ,

ເພາະ​ເຈົ້າ​ເມີນ​ເສີຍ​ຕໍ່​ຄຳ​ແນະນຳ​ທັງໝົດ​ຂອງ​ເຮົາ

ແລະ ບໍ່​ຍອມຮັບ​ຄຳ​ຕັກເຕືອນ​ຂອງ​ເຮົາ,

ສະນັ້ນ, ເມື່ອ​ໄພພິບັດ​ໂຈມ​ຕີ​ເຈົ້າ, ເຮົາ​ຈະ​ຫົວຂວັນ​ໃສ່​ເຈົ້າ;

ເຮົາ​ຈະ​ເຢາະເຢີ້ຍ ເມື່ອ​ຄວາມ​ຈິບຫາຍ​ມາ​ເຖິງ​ເຈົ້າ

ເມື່ອ​ຄວາມ​ຈິບຫາຍ​ມາ​ເຖິງ​ເຈົ້າ​ດັ່ງ​ພະຍຸ,

ເມື່ອ​ຄວາມ​ພິນາດ​ພັດ​ໃສ່​ເຈົ້າ​ດັ່ງ​ລົມ​ພະຍຸ​ໝຸນ,

ເມື່ອ​ຄວາມ​ເດືອດຮ້ອນ ແລະ ຄວາມ​ລຳບາກ​ຖ້ວມ​ເຈົ້າ.

“ເມື່ອ​ນັ້ນ ພວກເຂົາ​ຈະ​ເອີ້ນ​ຫາ​ເຮົາ ແຕ່​ເຮົາ​ຈະ​ບໍ່​ຕອບ;

ພວກເຂົາ​ຈະ​ຊອກ​ຫາ​ເຮົາ ແຕ່​ຈະ​ບໍ່​ພົບ​ເຮົາ,

ເພາະ​ພວກເຂົາ​ໄດ້​ກຽດຊັງ​ຄວາມ​ຮູ້

ແລະ ເລືອກ​ທີ່​ຈະ​ບໍ່​ຢຳເກງ​ພຣະເຈົ້າ​ຢາເວ.

ເພາະ​ພວກເຂົາ​ບໍ່​ຍອມຮັບ​ຄຳ​ແນະນຳ​ຂອງ​ເຮົາ

ແລະ ໄດ້​ປະຕິເສດ​ຄຳ​ຕັກເຕືອນ​ຂອງ​ເຮົາ,

ພວກເຂົາ​ຈະ​ໄດ້​ກິນ​ຜົນ​ຈາກ​ວິຖີ​ທາງ​ຂອງ​ພວກເຂົາ

ແລະ ອິ່ມ​ເຕັມ​ໄປ​ດ້ວຍ​ຜົນ​ຈາກ​ແຜນການ​ຮ້າຍ​ຂອງ​ຕົນ.

ຄົນ​ອ່ອນ​ຕໍ່​ໂລກ​ຈະ​ຕາຍ​ເພາະ​ຫັນ​ອອກ​ນອກ​ທາງ,

ແລະ ຄວາມ​ເມີນເສີຍ​ຂອງ​ຄົນ​ໂງ່ຈ້າ​ຈະ​ທຳລາຍ​ພວກເຂົາ;

ແຕ່​ຜູ້​ທີ່​ຮັບ​ຟັງ​ເຮົາ​ຈະ​ອາໄສ​ຢູ່​ຢ່າງ​ປອດໄພ

ແລະ ຈະ​ສະບາຍ​ໃຈ​ໂດຍ​ບໍ່​ຢ້ານ​ໄພ​ອັນຕະລາຍ”.

Source notes (4)
  1. Footnote ຄຳ​ພາສາ​ເຮັບເຣີ ຄຳ​ວ່າ​ອ່ອນ​ຕໍ່​ໂລກ​ໃນ​ໜັງສື​ສຸພາສິດ​ໝາຍ​ເຖິງ​ຄົນ​ຫູ​ເບົາ​ບໍ່​ມີ​ສິນທຳ ແລະ ຫັນ​ໄປ​ຫາ​ຄວາມ​ຊົ່ວ
  2. Footnote ຫລື ເພື່ອ​ໃຫ້​ເຂົ້າໃຈ​ສຸພາສິດ ໄດ້​ແກ່ ຄຳ​ອຸປະມາ ຄຳ​ສອນ ແລະ ຄຳ​ປິດສະໜາ​ຂອງ​ນັກປາດ
  3. Footnote ໃນ​ພາສາ​ເຮັບເຣີ​ຄຳ​ວ່າ ຄົນ​ໂງ່ ໃນ​ພະທຳ​ສຸພາສິດ ແລະ ທີ່​ອື່ນໆ ໃນ​ພັນທະສັນຍາ​ເດີມ​ໝາຍ​ເຖິງ​ຄົນ​ທີ່​ບົກຜ່ອງ​ທາງ​ດ້ານ​ສິນທຳ
  4. Footnote ຫລື ຢູ່​ຫົວ​ຖະໜົນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.