Skip to content
BibleKenya

Biblica® Open Lao Contemporary Version

ສຸພາສິດ 2

ຜົນດີ​ທາງ​ສິນທໍາ​ຂອງ​ປັນຍາ

ລູກ​ຂອງ​ພໍ່, ຖ້າ​ເຈົ້າ​ຍອມຮັບ​ຄຳສອນ​ຂອງ​ພໍ່

ແລະ ເກັບ​ຮັກສາ​ຄຳສັ່ງ​ຂອງ​ພໍ່​ໄວ້​ຢູ່​ພາຍໃນ​ເຈົ້າ,

ຈົ່ງ​ງ່ຽງ​ຫູ​ຂອງ​ເຈົ້າ​ໄປ​ຟັງ​ປັນຍາ

ແລະ ເອົາ​ໃຈ​ໃສ່​ປະຕິບັດ​ຕາມ​ຄວາມ​ເຂົ້າໃຈ​ນັ້ນ

ແທ້ຈິງແລ້ວ, ຖ້າ​ເຈົ້າ​ເອີ້ນ​ຫາ​ຄວາມ​ຮູ້

ແລະ ຮ້ອງ​ຫາ​ຄວາມ​ເຂົ້າໃຈ,

ແລະ ຖ້າ​ເຈົ້າ​ຊອກຫາ​ປັນຍາ​ດັ່ງ​ຫາ​ເງິນ

ແລະ ຄົ້ນຫາ​ປັນຍາ​ດັ່ງ​ຂຸມ​ຊັບ​ທີ່​ຖືກ​ເຊື່ອງ​ໄວ້,

ແລ້ວ​ເຈົ້າ​ຈະ​ເຂົ້າໃຈ​ເຖິງ​ການ​ຢຳເກງ​ພຣະເຈົ້າ​ຢາເວ

ແລະ ພົບ​ຄວາມ​ຮູ້​ຂອງ​ພຣະເຈົ້າ.

ເພາະ​ພຣະເຈົ້າ​ຢາເວ​ເປັນ​ຜູ້​ໃຫ້​ປັນຍາ;

ຄວາມ​ຮູ້ ແລະ ຄວາມ​ເຂົ້າໃຈ​ກໍ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ.

ພຣະອົງ​ຖື​ຮັກສາ​ຄວາມ​ສໍາເລັດ1 ໄວ້​ໃຫ້​ຄົນ​ທ່ຽງທຳ,

ພຣະອົງ​ເປັນ​ໂລ່​ໃຫ້​ຜູ້​ທີ່​ດຳເນີນ​ຊີວິດ​ຢ່າງ​ບໍ່​ມີ​ຕໍາໜິ,

ເພາະ​ພຣະອົງ​ເຝົ້າ​ຮັກສາ​ທາງ​ຂອງ​ຜູ້​ທີ່​ທ່ຽງທຳ

ແລະ ປົກປ້ອງ​ຮັກສາ​ທາງ​ຂອງ​ຜູ້​ທີ່​ສັດຊື່​ຂອງ​ພຣະອົງ.

ແລ້ວ​ເຈົ້າ​ຈະ​ເຂົ້າໃຈ​ສິ່ງ​ທີ່​ຖືກຕ້ອງ ແລະ ຍຸຕິທຳ

ແລະ ຄວາມ​ທ່ຽງທຳ​ຄື ເຂົ້າໃຈ​ທາງ​ອັນ​ດີ​ທຸກຢ່າງ,

ເພາະ​ປັນຍາ​ຈະ​ເຂົ້າ​ໄປ​ໃນ​ຫົວໃຈ​ຂອງ​ເຈົ້າ

ແລະ ຄວາມ​ຮູ້​ຈະ​ເຮັດ​ໃຫ້​ຈິດ​ວິນຍານ​ຂອງ​ເຈົ້າ​ຍິນດີ.

ຄວາມ​ຮອບຄອບ​ຈະ​ປົກປ້ອງ​ເຈົ້າ,

ແລະ ຄວາມ​ເຂົ້າໃຈ​ຈະ​ເຝົ້າ​ຮັກສາ​ເຈົ້າ.

ປັນຍາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ຈາກ​ທາງ​ຂອງ​ຄົນ​ຊົ່ວຮ້າຍ,

ປັນຍາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ຈາກ​ຜູ້​ທີ່​ມັກ​ປີ້ນ​ຄວາມ.

ຜູ້​ທີ່​ປະຖິ້ມ​ວິຖີທາງ​ອັນ​ຊອບທໍາ

ກໍ​ຈະ​ເດີນ​ໄປ​ໃນ​ທາງ​ທີ່​ມືດ,

ຜູ້​ທີ່​ພໍໃຈ​ໃນ​ການ​ກະທໍາ​ຜິດ

ແລະ ຊື່ນຊົມ​ໃນ​ການ​ປະພຶດ​ຊົ່ວ,

ເສັ້ນທາງ​ຂອງ​ພວກເຂົາ​ກໍ​ຄົດ​ງໍ

ແລະ ວິຖີທາງ​ຂອງ​ພວກເຂົາ​ກໍ​ຄົດໂກງ.

ປັນຍາ​ຍັງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ຈາກ​ຍິງ​ຫລິ້ນຊູ້,

ຈາກ​ຍິງ​ຂ້າງ​ທາງ​ດ້ວຍ​ຄຳເວົ້າ​ອັນ​ລໍ້ລວງ​ຂອງ​ນາງ,

ຜູ້​ທີ່​ປະຖິ້ມ​ຄູ່​ຊີວິດ​ຂອງ​ນາງ​ທີ່​ຢູ່​ນໍາ​ກັນ​ມາ​ຕັ້ງ​ແຕ່​ໜຸ່ມ

ແລະ ລືມໄລ​ຕໍ່​ຄຳໝັ້ນສັນຍາ​ທີ່​ນາງ​ເຮັດ​ໄວ້​ຕໍ່ໜ້າ​ພຣະເຈົ້າ.2

ບ້ານ​ຂອງ​ນາງ​ນຳ​ໄປ​ສູ່​ຄວາມ​ຕາຍ​ຢ່າງ​ແນ່ນອນ

ແລະ ທາງ​ຂອງ​ນາງ​ກໍ​ນໍາ​ໄປ​ສູ່​ວິນຍານ​ແຫ່ງ​ຄົນຕາຍ.

ບໍ່​ມີ​ຜູ້​ໃດ​ທີ່​ໄປ​ຫາ​ນາງ​ແລ້ວ​ໄດ້​ກັບ​ຄືນ​ມາ

ຫລື ກັບ​ເຂົ້າ​ໄປ​ສູ່​ຫົນ​ທາງ​ແຫ່ງ​ຊີວິດ​ໄດ້​ອີກ.

ດັ່ງນັ້ນ ເຈົ້າ​ຈະ​ເດີນ​ໃນ​ທາງ​ທີ່​ດີ

ແລະ ຢຶດໝັ້ນ​ໃນ​ວິຖີທາງ​ອັນ​ຊອບທຳ

ເພາະ​ຄົນ​ທ່ຽງທຳ​ຈະ​ໄດ້​ອາໄສ​ໃນ​ດິນແດນ​ນັ້ນ,

ແລະ ຄົນ​ທີ່​ບໍ່​ມີ​ຕຳໜິ​ຈະ​ຕັ້ງ​ໝັ້ນຄົງ​ຢູ່​ທີ່​ນັ້ນ

ແຕ່​ຄົນ​ຊົ່ວ​ຮ້າຍ​ຈະ​ຖືກ​ຕັດ​ອອກ​ຈາກ​ດິນແດນ​ນັ້ນ,

ແລະ ຄົນ​ບໍ່​ສັດຊື່​ຈະ​ຖືກ​ຖອນ​ຮາກ​ອອກ​ຈາກ​ດິນແດນ​ນັ້ນ.

Source notes (2)
  1. Footnote ຫລື ຄວາມ​ສຳ​ເລັດ
  2. Footnote ຫລື ຄຳໝັ້ນສັນຍາ​ຂອງ​ພຣະເຈົ້າ​ຂອງ​ນາງ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.