Skip to content
BibleKenya

Biblica® Open Lao Contemporary Version

ສຸພາສິດ 3

ປັນຍາ​ເຮັດ​ໃຫ້​ມີ​ຄວາມ​ເປັນ​ຢູ່​ທີ່​ດີ

ລູກ​ເອີຍ, ຢ່າ​ລືມ​ຄຳສັ່ງສອນ​ຂອງ​ພໍ່,

ແຕ່​ຈົ່ງ​ຮັກສາ​ຄຳສັ່ງ​ຂອງ​ພໍ່​ໄວ້​ໃນ​ໃຈ​ຂອງ​ເຈົ້າ,

ເພາະ​ສິ່ງ​ເຫລົ່ານີ້​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ຊີວິດ​ຍືນຍາວ

ແລະ ນຳ​ເອົາ​ສັນຕິສຸກ ແລະ ຄວາມ​ຈະເລີນ​ຮຸ່ງເຮືອງ​ມາ​ສູ່​ເຈົ້າ.

ຢ່າ​ໃຫ້​ຄວາມ​ຮັກ ແລະ ຄວາມ​ສັດຊື່​ໜີ​ໄປ​ຈາກ​ເຈົ້າ;

ຈົ່ງ​ມັດ​ມັນ​ໄວ້​ອ້ອມ​ຄໍ​ຂອງ​ເຈົ້າ,

ຈົ່ງ​ຂຽນ​ມັນ​ໃສ່​ແຜ່ນ​ຫົວໃຈ​ຂອງ​ເຈົ້າ.

ແລ້ວ​ເຈົ້າ​ຈະ​ເປັນ​ທີ່​ພໍໃຈ ແລະ ມີ​ຊື່ສຽງ​ດີ

ໃນ​ສາຍຕາ​ພຣະເຈົ້າ ແລະ ໃນ​ສາຍຕາ​ມະນຸດ.

ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າ​ຢາເວ​ດ້ວຍ​ສຸດ​ໃຈ​ຂອງ​ເຈົ້າ

ແລະ ຢ່າ​ເພິ່ງພາ​ຄວາມ​ເຂົ້າໃຈ​ຂອງ​ເຈົ້າ​ເອງ;

ຈົ່ງ​ຍອມຈໍານົນ​ຕໍ່​ພຣະອົງ​ໃນ​ທຸກ​ວິຖີທາງ​ຂອງ​ເຈົ້າ,

ແລະ ພຣະອົງ​ຈະ​ເຮັດ​ໃຫ້​ທາງ​ຂອງ​ເຈົ້າ​ຊື່​ໄປ.1

ຢ່າ​ຄິດ​ວ່າ​ຕົນ​ເປັນ​ຄົນ​ສະຫລາດ;

ຈົ່ງ​ຢຳເກງ​ພຣະເຈົ້າ​ຢາເວ ແລະ ຈົ່ງ​ຫລີກ​ໜີ​ຈາກ​ຄວາມ​ຊົ່ວຮ້າຍ.

ສິ່ງນີ້​ຈະ​ນໍາ​ສຸຂະພາບ​ທີ່​ດີ​ມາ​ສູ່​ຮ່າງກາຍ​ຂອງ​ເຈົ້າ

ແລະ ບໍາລຸງ​ລ້ຽງ​ກະດູກ​ຂອງ​ເຈົ້າ.

ຈົ່ງ​ໃຫ້​ກຽດ​ພຣະເຈົ້າ​ຢາເວ​ດ້ວຍ​ຊັບສິນ​ຂອງ​ເຈົ້າ,

ດ້ວຍ​ຜົນ​ທໍາອິດ​ຈາກ​ຜົນລະປູກ​ທັງໝົດ​ຂອງ​ເຈົ້າ;

ແລ້ວ​ເລົ້າເຂົ້າ​ຂອງ​ເຈົ້າ​ຈະ​ເຕັມ​ລົ້ນ,

ແລະ ຖັງ​ຂອງ​ເຈົ້າ​ຈະ​ເຕັມ​ໄປ​ດ້ວຍ​ເຫລົ້າ​ອະງຸ່ນ​ໃໝ່.

ລູກ​ເອີຍ, ຢ່າ​ໜິ່ນ​ປະໝາດ​ການ​ຕີສອນ​ຂອງ​ພຣະເຈົ້າ​ຢາເວ,

ຢ່າ​ຄຽດ​ຕໍ່​ຄໍາ​ຕັກເຕືອນ​ຂອງ​ພຣະອົງ,

ເພາະ​ພຣະເຈົ້າ​ຢາເວ​ຕີສອນ​ຜູ້​ທີ່​ພຣະອົງ​ຮັກ,

ເໝືອນດັ່ງ​ພໍ່​ຕີ​ສອນ​ລູກ​ຜູ້​ທີ່​ເພິ່ນ​ພູມໃຈ​ນຳ.2

ຄວາມ​ສຸກ​ເປັນ​ຂອງ​ຜູ້​ທີ່​ພົບ​ປັນຍາ,

ຜູ້​ທີ່​ໄດ້​ຮັບ​ຄວາມ​ເຂົ້າໃຈ,

ເພາະ​ປັນຍາ​ໃຫ້​ປະໂຫຍດ​ຫລາຍ​ກວ່າ​ເງິນ

ແລະ ໃຫ້​ຜົນ​ຕອບ​ແທນ​ຫລາຍ​ກວ່າ​ຄຳ.

ປັນຍາ​ມີ​ຄຸນຄ່າ​ຫລາຍ​ກວ່າ​ເພັດພອຍ;

ບໍ່ມີ​ສິ່ງໃດ​ທີ່​ເຈົ້າ​ປາຖະໜາ​ຈະ​ປຽບທຽບ​ກັບ​ປັນຍາ​ໄດ້.

ໃນ​ມື​ຂວາ​ຂອງ​ປັນຍາ​ມີ​ຊີວິດ​ຍືນຍາວ;

ໃນ​ມື​ຊ້າຍ​ມີ​ຄວາມ​ຮັ່ງມີ ແລະ ກຽດ​ສັກສີ​ດ້ວຍ.

ທາງ​ຂອງ​ປັນຍາ​ເປັນ​ທາງ​ອັນ​ລາບລື່ນ

ວິຖີທາງ​ທັງສິ້ນ​ຂອງ​ປັນຍາ​ຄື​ສັນຕິສຸກ.

ປັນຍາ​ເປັນ​ຕົ້ນໄມ້​ແຫ່ງ​ຊີວິດ​ແກ່​ຜູ້​ທີ່​ຢຶດ​ປັນຍາ​ໄວ້;

ຄວາມ​ສຸກ​ຈະ​ເປັນ​ຂອງ​ຜູ້​ທີ່​ຢຶດ​ປັນຍາ​ໄວ້​ໃຫ້​ແໜ້ນ.

ດ້ວຍ​ປັນຍາ ພຣະເຈົ້າ​ຢາເວ​ໄດ້​ວາງ​ຮາກຖານ​ຂອງ​ແຜ່ນດິນ​ໂລກ,

ດ້ວຍ​ຄວາມ​ເຂົ້າໃຈ ພຣະອົງ​ຕັ້ງ​ຟ້າ​ສະຫວັນ​ໄວ້​ໃນ​ທີ່​ນັ້ນ;

ດ້ວຍ​ຄວາມຮອບຮູ້​ຂອງ​ພຣະອົງ ນໍ້າເລິກ​ກໍ​ຖືກ​ແຍກ​ອອກ,

ແລະ ເມກ​ກໍ​ເຮັດ​ໃຫ້​ນ້ຳໝອກ​ຕົກ​ລົງ​ມາ.

ລູກ​ເອີຍ, ຢ່າ​ໃຫ້​ປັນຍາ ແລະ ຄວາມ​ເຂົ້າໃຈ​ໜີ​ໄປ​ຈາກ​ສາຍຕາ​ຂອງ​ເຈົ້າ​ໄດ້,

ຈົ່ງ​ຮັກສາ​ການ​ການ​ຕັດສິນ​ອັນ​ຖືກຕ້ອງ ແລະ ຄວາມ​ຮອບຄອບ​ໄວ້;

ສິ່ງເຫລົ່ານີ້​ຈະ​ເປັນ​ຊີວິດ​ໃຫ້​ແກ່​ເຈົ້າ,

ແລະ ເປັນ​ເຄື່ອງ​ເອ້ຍ້ອງ​ເພື່ອ​ປະດັບ​ຄໍ​ຂອງ​ເຈົ້າ.

ແລ້ວ​ເຈົ້າ​ຈະ​ເດີນ​ໄປ​ຕາມ​ທາງ​ຂອງ​ຕົນ​ຢ່າງ​ປອດໄພ,

ແລະ ຕີນ​ຂອງ​ເຈົ້າ​ຈະ​ບໍ່​ເຕະ​ສະດຸດ​ລົ້ມ.

ເມື່ອ​ເຈົ້າ​ນັ່ງ​ລົງ, ເຈົ້າ​ຈະ​ບໍ່​ຢ້ານ;

ເມື່ອ​ເຈົ້າ​ນອນ​ຫລັບ, ເຈົ້າ​ກໍ​ຈະ​ນອນ​ຫລັບ​ສະບາຍ.

ຢ່າ​ຢ້ານ​ກົວ​ໄພພິບັດ​ທີ່​ມາ​ຢ່າງ​ກະທັນຫັນ

ຫລື ຄວາມ​ຈິບຫາຍ​ທີ່​ໂຈມຕີ​ຄົນຊົ່ວ,

ເພາະ​ພຣະເຈົ້າ​ຢາເວ​ຈະ​ຢູ່​ຄຽງ​ຂ້າງ​ເຈົ້າ3

ແລະ ຈະ​ຮັກສາ​ຕີນ​ຂອງ​ເຈົ້າ​ຈາກ​ບ້ວງແຮ້ວ.

ຢ່າ​ເກັບ​ສິ່ງ​ທີ່​ດີ​ໄວ້​ຈາກ​ຜູ້​ທີ່​ສົມຄວນ​ໄດ້​ຮັບ,

ເມື່ອ​ມັນ​ຢູ່​ໃນ​ອຳນາດ​ຂອງ​ເຈົ້າ​ທີ່​ຈະ​ກະທຳ​ໄດ້.

ຢ່າ​ເວົ້າ​ກັບ​ເພື່ອນບ້ານ​ຂອງ​ເຈົ້າ​ວ່າ,

“ຈົ່ງ​ກັບ​ມາ​ມື້ອື່ນ ແລ້ວ​ຂ້ອຍ​ຈະ​ເອົາ​ມັນ​ໃຫ້​ເຈົ້າ”

ໃນ​ເມື່ອ​ເຈົ້າ​ມີ​ມັນ​ຢູ່​ແລ້ວ.

ຢ່າ​ວາງແຜນ​ຮ້າຍ​ຕໍ່​ເພື່ອນບ້ານ​ຂອງ​ເຈົ້າ,

ຜູ້​ອາໄສ​ຢູ່​ໃກ້​ເຈົ້າ​ທີ່​ໄວ້ວາງໃຈ​ໃນ​ຕົວ​ເຈົ້າ.

ຢ່າ​ກ່າວ​ຫາ​ຜູ້​ໃດ​ໂດຍ​ບໍ່​ມີ​ເຫດຜົນ

ໃນ​ເມື່ອ​ພວກເຂົາ​ບໍ່​ໄດ້​ທໍາຮ້າຍ​ເຈົ້າ.

ຢ່າ​ອິດສາ​ຄົນ​ທີ່​ໃຊ້​ຄວາມ​ຮຸນແຮງ

ຫລື ຢ່າ​ເລືອກ​ເອົາ​ວິຖີທາງ​ຂອງ​ພວກເຂົາ.

ເພາະ​ພຣະເຈົ້າ​ຢາເວ​ກຽດຊັງ​ຜູ້​ທີ່​ມັກ​ປີ້ນ​ຄວາມ

ແຕ່​ໄວ້ວາງໃຈ​ນໍາ​ຄົນ​ທ່ຽງທຳ​ຂອງ​ພຣະອົງ.

ຄຳ​ສາບແຊ່ງ​ຂອງ​ພຣະເຈົ້າ​ຢາເວ​ຢູ່​ເທິງ​ເຮືອນ​ຂອງ​ຄົນ​ຊົ່ວຮ້າຍ,

ແຕ່​ພຣະອົງ​ອວຍພອນ​ເຮືອນ​ຂອງ​ຄົນ​ຊອບທຳ.

ພຣະອົງ​ເຢາະເຢີ້ຍ​ຄົນ​ທີ່​ມັກ​ເຢາະເຢີ້ຍ

ແຕ່​ສະແດງ​ຄວາມ​ເມດຕາ​ແກ່​ຄົນ​ຖ່ອມ​ຕົວ ແລະ ຄົນ​ທີ່​ຖືກ​ກົດຂີ່.

ຄົນ​ມີ​ປັນຍາ​ຈະ​ໄດ້​ຮັບ​ກຽດ​ເປັນ​ມໍລະດົກ

ແຕ່​ຄົນ​ໂງ່​ຈ້າ​ຈະ​ໄດ້​ຮັບ​ພຽງແຕ່​ຄວາມ​ອັບອາຍ.

Source notes (3)
  1. Footnote ຫລື ຈະ​ຊີ້​ທາງ​ໃຫ້
  2. Footnote ສະບັບ LXX. ວ່າ ແລະ ພຣະອົງ​ລົງໂທດ​ບຸດ​ທີ່​ພຣະອົງ​ຊື່ນຊົມ
  3. Footnote ຫລື ເພາະ​ອົງພຣະຜູ້ເປັນເຈົ້າ​ຈະ​ເປັນ​ຄວາມຫມັ້ນໃຈ​ຂອງ​ເຈົ້າ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.