Biblica® Open Lao Contemporary Version
ເພງສັນລະເສີນ 149
ຈົ່ງສັນລະເສີນພຣະເຈົ້າຢາເວ.1
ຈົ່ງຮ້ອງເພງບົດໃໝ່ຖວາຍແດ່ພຣະເຈົ້າຢາເວ,
ຮ້ອງເພງສັນລະເສີນພຣະອົງໃນທີ່ຊຸມນຸມຂອງປະຊາຊົນທີ່ສັດຊື່ຂອງພຣະອົງ.
ໃຫ້ອິດສະຣາເອນຊົມຊື່ນຍິນດີໃນພຣະຜູ້ສ້າງຂອງຕົນ;
ໃຫ້ປະຊາຊົນແຫ່ງຊີໂອນຍິນດີໃນກະສັດຂອງພວກເຂົາ.
ໃຫ້ພວກເຂົາສັນລະເສີນນາມຂອງພຣະອົງດ້ວຍການເຕັ້ນລຳ
ແລະ ບັນເລງເພງຖວາຍແດ່ພຣະອົງດ້ວຍກອງແຊັກ ແລະ ພິນ.
ເພາະພຣະເຈົ້າຢາເວປິຕິຍິນດີໃນປະຊາຊົນຂອງພຣະອົງ;
ພຣະອົງສວມມົງກຸດໃຫ້ຜູ້ທີ່ຖ່ອມໃຈດ້ວຍໄຊຊະນະ.
ປະຊາຊົນຂອງພຣະອົງຈົ່ງຊື່ນຊົມຍິນດີໃນກຽດຕິຍົດນີ້
ແລະ ຮ້ອງເພງດ້ວຍຄວາມຍິນດີຂະນະທີ່ຢູ່ເທິງບ່ອນນອນຂອງພວກເຂົາ.
ຂໍໃຫ້ຄຳສັນລະເສີນພຣະເຈົ້າຕິດປາກຂອງພວກເຂົາ
ແລະ ໃຫ້ດາບສອງຄົມຢູ່ໃນມືຂອງພວກເຂົາ,
ເພື່ອແກ້ແຄ້ນປະຊາຊາດຕ່າງໆ
ແລະ ເພື່ອລົງໂທດຊົນຊາດທັງຫລາຍ,
ເພື່ອຜູກມັດບັນດາກະສັດຂອງພວກເຂົາດ້ວຍໂສ້ຈອງຈຳ,
ແລະ ບັນດາເຈົ້ານາຍຂອງພວກເຂົາດ້ວຍໂສ້ເຫລັກ,
ເພື່ອຈັດການກັບພວກເຂົາຕາມຄຳຕັດສິນທີ່ຂຽນໄວ້
ນີ້ຄືສັກສີຂອງປະຊາຊົນທັງໝົດຂອງພຣະອົງ.
ຈົ່ງສັນລະເສີນພຣະເຈົ້າຢາເວ.
Source notes (1)
- Footnote ພາສາເຮັບເຣີວ່າ ຮາເລລູຢາ ເຊັ່ນດຽວກັບຂໍ້ 9
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.