Biblica® Open Lao Contemporary Version
ເພງສັນລະເສີນ 148
ຈົ່ງສັນລະເສີນພຣະເຈົ້າຢາເວ.1
ຈົ່ງສັນລະເສີນພຣະເຈົ້າຢາເວຈາກຟ້າສະຫວັນ;
ຈົ່ງສັນລະເສີນພຣະອົງໃນທີ່ເບື້ອງເທິງ.
ຈົ່ງສັນລະເສີນພຣະອົງ ເທວະດາທັງໝົດຂອງພຣະອົງ;
ຈົ່ງສັນລະເສີນພຣະອົງ ຊາວສະຫວັນທັງໝົດຂອງພຣະອົງ.
ຈົ່ງສັນລະເສີນພຣະອົງ ດວງຕາເວັນ ແລະ ດວງເດືອນ;
ຈົ່ງສັນລະເສີນພຣະອົງ ດວງດາວທີ່ສ່ອງແສງທັງໝົດ.
ຈົ່ງສັນລະເສີນພຣະອົງ ຟ້າສະຫວັນສູງສຸດ
ແລະ ນ້ຳທັງຫລາຍທີ່ຢູ່ເໜືອທ້ອງຟ້າ.
ໃຫ້ສິ່ງເຫລົ່ານັ້ນສັນລະເສີນນາມຂອງພຣະເຈົ້າຢາເວ,
ເພາະພຣະອົງສັ່ງ ສິ່ງເຫລົ່ານັ້ນກໍເກີດຂຶ້ນ,
ພຣະອົງໄດ້ກຳນົດສິ່ງເຫລົ່ານັ້ນໃຫ້ຢູ່ໃນບ່ອນຂອງມັນໄວ້ຕະຫລອດການ
ພຣະອົງມີດຳລັດທີ່ຈະບໍ່ມີວັນລົ້ມເລີກ.
ຈົ່ງສັນລະເສີນພຣະເຈົ້າຢາເວຈາກແຜ່ນດິນໂລກ,
ສັດທະເລຜູ້ຍິ່ງໃຫຍ່ ແລະ ບ່ອນເລິກຂອງມະຫາສະຫມຸດທັງໝົດ,
ຟ້າແມບ ແລະ ໝາກເຫັບ, ຫິມະ ແລະ ເມກ,
ລົມພະຍຸທີ່ເຮັດຕາມຄຳສັ່ງຂອງພຣະອົງ,
ບັນດາພູເຂົາ ແລະ ໂນນພູທັງຫລາຍ,
ຕົ້ນໝາກໄມ້ ແລະ ຕົ້ນແປກ,
ສັດປ່າ ແລະ ງົວ,
ສັດໂຕນ້ອຍ ແລະ ນົກທັງຫລາຍທີ່ບິນໄປມາ,
ບັນດາກະສັດຂອງໂລກ ແລະ ຊົນຊາດທັງໝົດ,
ບັນດາເຈົ້ານາຍ ແລະ ຜູ້ຄອບຄອງທຸກຄົນໃນໂລກ,
ຊາຍໜຸ່ມ ແລະ ຍິງສາວ,
ຄົນເຖົ້າແກ່ ແລະ ເດັກນ້ອຍ.
ໃຫ້ທັງໝົດນີ້ສັນລະເສີນນາມຂອງພຣະເຈົ້າຢາເວ,
ເພາະນາມຂອງພຣະອົງເທົ່ານັ້ນທີ່ສົມຄວນແກ່ການຍົກຍ້ອງ;
ຄວາມຮຸ່ງເຮືອງຂອງພຣະອົງແມ່ນຢູ່ເໜືອແຜ່ນດິນໂລກ ແລະ ຟ້າສະຫວັນ.
ພຣະອົງໄດ້ແຕ່ງຕັ້ງກະສັດ2ໃຫ້ແກ່ປະຊາຊົນຂອງພຣະອົງ,
ຜູ້ເປັນທີ່ສັນລະເສີນຂອງຜູ້ຮັບໃຊ້ທີ່ສັດຊື່ທັງໝົດຂອງພຣະອົງ,
ຄືປະຊາຊົນແຫ່ງອິດສະຣາເອນຜູ້ເປັນທີ່ຮັກຂອງພຣະອົງ.
ຈົ່ງສັນລະເສີນພຣະເຈົ້າຢາເວ.
Source notes (2)
- Footnote ພາສາເຮັບເຣີວ່າ ຮາເລລູຢາ ເຊັ່ນດຽວກັບຂໍ້ 14
- Footnote ພາສາເຮັບເຣີວ່າ ເຂົາສັດ ເຊິ່ງເປັນສັນຍາລັກຂອງກຳລັງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.