Biblica® Open Lao Contemporary Version
ເພງສັນລະເສີນ 147
ຈົ່ງສັນລະເສີນພຣະເຈົ້າຢາເວ.1
ເປັນການດີທີ່ຈະຮ້ອງເພງສັນລະເສີນພຣະເຈົ້າຂອງພວກເຮົາ,
ຊ່າງໜ້າຊື່ນໃຈ ແລະ ສົມຄວນຢ່າງຍິ່ງທີ່ຈະສັນລະເສີນພຣະອົງ!
ພຣະເຈົ້າຢາເວສ້າງເຢຣູຊາເລັມຂຶ້ນ;
ພຣະອົງຮວບຮວມເອົາຊະເລີຍອິດສະຣາເອນກັບຄືນມາ.
ພຣະອົງຮັກສາຜູ້ທີ່ຫົວໃຈແຕກສະຫລາຍ
ແລະ ບັນດາຮອຍບາດແຜຂອງພວກເຂົາ.
ພຣະອົງກຳນົດຈຳນວນຂອງດວງດາວ
ແລະ ຕັ້ງຊື່ໃຫ້ດາວເຫລົ່ານັ້ນແຕ່ລະດວງ.
ອົງພຣະຜູ້ເປັນເຈົ້າຂອງພວກເຮົານີ້ຍິ່ງໃຫຍ່ ແລະ ມີລິດອຳນາດຍິ່ງໃຫຍ່;
ຄວາມເຂົ້າໃຈຂອງພຣະອົງບໍ່ມີຂີດຈຳກັດ.
ພຣະເຈົ້າຢາເວຄ້ຳຊູຜູ້ທີ່ຖ່ອມໃຈ
ແຕ່ໂຍນຄົນຊົ່ວຮ້າຍລົງທີ່ພື້ນດິນ.
ຈົ່ງຮ້ອງເພງຂອບພຣະຄຸນພຣະເຈົ້າຢາເວ;
ບັນເລງພິນຖວາຍແດ່ພຣະເຈົ້າຂອງພວກເຮົາ.
ພຣະອົງປົກຄຸມທ້ອງຟ້າດ້ວຍເມກ;
ພຣະອົງໃຫ້ຝົນແກ່ແຜ່ນດິນ
ແລະ ເຮັດໃຫ້ຫຍ້າເທິງໂນນພູງອກງາມ.
ພຣະອົງຈັດຕຽມອາຫານໃຫ້ແກ່ງົວ
ແລະ ລູກກາເມື່ອພວກມັນຮ້ອງຂໍ.
ຄວາມຍິນດີຂອງພຣະອົງບໍ່ໄດ້ຢູ່ທີ່ກຳລັງຂອງມ້າ,
ທັງຄວາມປິຕິຍິນດີຂອງພຣະອົງບໍ່ໄດ້ຢູ່ທີ່ກຳລັງຂອງຂາຂອງມະນຸດ;
ແຕ່ພຣະເຈົ້າຢາເວຍິນດີໃນບັນດາຜູ້ທີ່ຢຳເກງພຣະອົງ,
ຜູ້ທີ່ຝາກຄວາມຫວັງຂອງຕົນໄວ້ໃນຄວາມຮັກໝັ້ນຄົງຂອງພຣະອົງ.
ເຢຣູຊາເລັມ, ຈົ່ງຍົກຍໍພຣະເຈົ້າຢາເວ;
ຊີໂອນ, ຈົ່ງສັນລະເສີນພຣະເຈົ້າຂອງເຈົ້າ.
ເພາະພຣະອົງຮັກສາຄວາມແຂງແຮງແຫ່ງປະຕູເມືອງຂອງເຈົ້າ
ແລະ ອວຍພອນປະຊາຊົນຂອງເຈົ້າທີ່ຢູ່ພາຍໃນເຈົ້າ.
ພຣະອົງໃຫ້ສັນຕິພາບທົ່ວເຂດແດນຂອງເຈົ້າ
ແລະ ໃຫ້ເຈົ້າອິ່ມເຕັມດ້ວຍເຂົ້າຫວີດຢ່າງດີທີ່ສຸດ.
ພຣະອົງສົ່ງຄຳສັ່ງຂອງພຣະອົງມາຍັງໂລກ;
ພຣະຄຳຂອງພຣະອົງແຜ່ໄປໂດຍໄວ.
ພຣະອົງໂຮຍຫິມະລົງມາເໝືອນດັ່ງຂົນແກະ
ແລະ ກະຈາຍນ້ຳຄ້າງແຂງເໝືອນດັ່ງຂີ້ເຖົ່າ.
ພຣະອົງແກວ່ງໝາກເຫັບຂອງພຣະອົງມາເໝືອນດັ່ງຫີນແຮ່
ຜູ້ໃດຈະທົນຕໍ່ພະຍຸອັນໜາວເຢັນຂອງພຣະອົງໄດ້?
ພຣະອົງສົ່ງຖ້ອຍຄຳຂອງພຣະອົງມາ ແລະ ລະລາຍໝາກເຫັບນັ້ນ;
ພຣະອົງກະຕຸ້ນສາຍລົມຂອງພຣະອົງ ແລະ ນ້ຳກໍໄຫລໄປ.
ພຣະອົງໄດ້ສະແດງຖ້ອຍຄຳຂອງພຣະອົງແກ່ຢາໂຄບ,
ສະແດງກົດບັນຍັດ ແລະ ກົດໝາຍຂອງພຣະອົງແກ່ອິດສະຣາເອນ.
ພຣະອົງບໍ່ໄດ້ກະທຳເຊັ່ນນີ້ຕໍ່ປະຊາຊາດອື່ນໆ;
ພວກເຂົາບໍ່ຮູ້ກົດບັນຍັດຂອງພຣະອົງ.
ຈົ່ງສັນລະເສີນພຣະເຈົ້າຢາເວ.
Source notes (1)
- Footnote ພາສາເຮັບເຣີວ່າ ຮາເລລູຢາ ເຊັ່ນດຽວກັບຂໍ້ 20
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.