Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 146

ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ.1

ຈິດ​ວິນຍານ​ຂອງ​ຂ້ານ້ອຍ ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ.

ຂ້ານ້ອຍ​ຈະ​ສັນລະເສີນ​ພຣະເຈົ້າ​ຕະຫລອດ​ຊີວິດ​ຂອງ​ຂ້ານ້ອຍ.

ຂ້ານ້ອຍ​ຈະ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ຕາບ​ເທົ່າ​ທີ່​ຂ້ານ້ອຍ​ຍັງ​ມີ​ຊີວິດ​ຢູ່.

ຢ່າ​ມອບ​ຄວາມ​ໄວ້​ວາງໃຈ​ຂອງ​ເຈົ້າ​ໄວ້​ໃນ​ບັນດາ​ເຈົ້ານາຍ​ທັງຫລາຍ,

ໃນ​ມະນຸດ ຜູ້​ທີ່​ບໍ່​ສາມາດ​ຊ່ວຍ​ໄດ້.

ເມື່ອ​ວິນຍານ​ຂອງ​ພວກເຂົາ​ອອກ​ຈາກ​ຮ່າງກາຍ, ພວກເຂົາ​ກໍ​ຄືນ​ສູ່​ດິນ;

ໃນ​ວັນ​ນັ້ນ​ເອງ ແຜນ​ການ​ທັງຫລາຍ​ຂອງ​ພວກເຂົາ​ກໍ​ຈົບ​ສິ້ນ.

ຄວາມ​ສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ມີ​ພຣະເຈົ້າ​ຂອງ​ຢາໂຄບ​ເປັນ​ຜູ້​ຊ່ວຍເຫລືອ​ຂອງ​ພວກເຂົາ,

ຜູ້​ທີ່​ຝາກ​ຄວາມ​ຫວັງ​ໄວ້​ກັບ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ.

ພຣະອົງ​ເປັນ​ຜູ້​ສ້າງ​ສະຫວັນ ແລະ ແຜ່ນດິນໂລກ,

ທະເລ ແລະ ທຸກໆ​ສິ່ງ​ທີ່​ຢູ່​ໃນ​ນັ້ນ

ພຣະອົງ​ຍັງ​ຄົງ​ສັດຊື່​ຕະຫລອດ​ໄປ.

ພຣະອົງ​ໃຫ້​ຄວາມ​ເປັນ​ທຳ​ແກ່​ຜູ້​ທີ່​ຖືກ​ຂົ່ມເຫັງ

ແລະ ໃຫ້​ອາຫານ​ແກ່​ຜູ້​ທີ່​ຫິວ.

ພຣະເຈົ້າ​ຢາເວ​ໄດ້​ປົດປ່ອຍ​ຜູ້​ທີ່​ຖືກ​ຄຸມ​ຂັງ​ໃຫ້​ເປັນ​ອິດສະຫລະ,

ພຣະເຈົ້າ​ຢາເວ​ໃຫ້​ຄົນ​ຕາບອດ​ເບິ່ງ​ເຫັນ​ໄດ້,

ພຣະເຈົ້າ​ຢາເວ​ຍົກ​ຊູ​ບັນດາ​ຜູ້​ທີ່​ແບກ​ພາລະ​ໜັກ,

ພຣະເຈົ້າ​ຢາເວ​ຮັກ​ຜູ້​ຊອບທຳ.

ພຣະເຈົ້າ​ຢາເວ​ເຝົ້າ​ຮັກສາ​ຄົນຕ່າງດ້າວ

ແລະ ຄ້ຳຊູ​ລູກ​ກຳພ້າ​ພໍ່ ແລະ ແມ່ໝ້າຍ,

ແຕ່​ພຣະອົງ​ຂັດຂວາງ​ວິຖີທາງ​ຂອງ​ຄົນ​ຊົ່ວ​ຮ້າຍ.

ພຣະເຈົ້າ​ຢາເວ​ຄອບຄອງ​ຢູ່​ນິລັນດອນ

ຊີໂອນ, ພຣະເຈົ້າ​ຂອງ​ເຈົ້າ​ຄອບຄອງ​ຕະຫລອດ​ທຸກ​ຊົ່ວ​ອາຍຸ.

ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ.

Source notes (1)
  1. Footnote ພາສາ​ເຮັບເຣີ​ວ່າ ຮາເລລູຢາ ເຊັ່ນ​ດຽວ​ກັບ​ຂໍ້ 10

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.