Biblica® Open Lao Contemporary Version
ເພງສັນລະເສີນ 145
(ບົດເພງສັນລະເສີນສັນລະເສີນຂອງດາວິດ)
ຂ້າແດ່ພຣະເຈົ້າຈອມກະສັດຂອງຂ້ານ້ອຍ, ຂ້ານ້ອຍຈະຍົກຍ້ອງພຣະອົງ;
ຂ້ານ້ອຍຈະສັນລະເສີນນາມຂອງພຣະອົງຕະຫລອດໄປເປັນນິດ
ຂ້ານ້ອຍຈະສັນລະເສີນພຣະອົງທຸກວັນ
ຈະແຊ່ຊ້ອງຍົກຍ້ອງນາມຂອງພຣະອົງຕະຫລອດໄປເປັນນິດ.
ພຣະເຈົ້າຢາເວນັ້ນຍິ່ງໃຫຍ່ ແລະ ສົມຄວນແກ່ການສັນລະເສີນທີ່ສຸດ;
ຄວາມຍິ່ງໃຫຍ່ຂອງພຣະອົງນັ້ນບໍ່ມີຜູ້ໃດຄາດຄະເນໄດ້.
ຄົນຊົ່ວອາຍຸໜຶ່ງຈະຍົກຍ້ອງຜົນງານຂອງພຣະອົງໃຫ້ຄົນອີກຊົ່ວອາຍຸໜຶ່ງຟັງ;
ພວກເຂົາຈະເລົ່າເຖິງກິດຈະການອັນຍິ່ງໃຫຍ່ຂອງພຣະອົງ.
ພວກເຂົາຈະເວົ້າເຖິງສະຫງ່າລາສີອັນຮຸ່ງເຮືອງແຫ່ງບາລະມີຂອງພຣະອົງ
ແລະ ຂ້ານ້ອຍຈະຄິດຕຶກຕອງເຖິງຜົນງານອັນອັດສະຈັນທັງຫລາຍຂອງພຣະອົງ.1
ພວກເຂົາຈະເລົ່າເຖິງລິດອຳນາດແຫ່ງຜົນງານອັນໜ້າອັດສະຈັນຂອງພຣະອົງ
ແລະ ຂ້ານ້ອຍຈະປະກາດການກະທຳອັນຍິ່ງໃຫຍ່ຂອງພຣະອົງ.
ພວກເຂົາຈະສະເຫລີມສະຫລອງຄວາມດີເລີດຂອງພຣະອົງ
ແລະ ຮ້ອງເພງດ້ວຍຄວາມຍິນດີເຖິງຄວາມຊອບທຳຂອງພຣະອົງ.
ພຣະເຈົ້າຢາເວມີຄວາມກະລຸນາ ແລະ ຄວາມເມດຕາສົງສານ,
ບໍ່ໃຈຮ້າຍງ່າຍ ແລະ ເຕັມດ້ວຍຄວາມຮັກ.
ພຣະເຈົ້າຢາເວດີຕໍ່ທຸກຄົນ;
ພຣະອົງເມດຕາສົງສານຕໍ່ສັບພະສິ່ງທັງໝົດທີ່ພຣະອົງໄດ້ສ້າງ.
ຂ້າແດ່ພຣະເຈົ້າຢາເວ ສັບພະສິ່ງທັງໝົດທີ່ພຣະອົງສ້າງຈະສັນລະເສີນພຣະອົງ;
ປະຊາຊົນຜູ້ສັດຊື່ຂອງພຣະອົງຈະຍົກຍ້ອງພຣະອົງ.
ພວກເຂົາຈະກ່າວເຖິງສະຫງ່າລາສີແຫ່ງອານາຈັກຂອງພຣະອົງ
ແລະ ເລົ່າເຖິງຄວາມຍິ່ງໃຫຍ່ຂອງພຣະອົງ,
ເພື່ອທຸກຄົນຈະຮູ້ເຖິງກິດຈະການອັນຍິ່ງໃຫຍ່ຂອງພຣະອົງ
ແລະ ສະຫງ່າລາສີອັນຮຸ່ງເຮືອງຂອງພຣະອົງແຫ່ງອານາຈັກຂອງພຣະອົງ.
ອານາຈັກຂອງພຣະອົງເປັນອານາຈັກນິລັນດອນ,
ພຣະອົງຄອບຄອງຢູ່ຕະຫລອດທຸກຊົ່ວອາຍຸ.
ພຣະເຈົ້າຢາເວແມ່ນໄວ້ວາງໃຈໄດ້ໃນທຸກສິ່ງທີ່ພຣະອົງສັນຍາ
ແລະ ສັດຊື່ໃນທຸກສິ່ງທີ່ພຣະອົງໄດ້ເຮັດ.2
ພຣະເຈົ້າຢາເວປະຄອງທຸກຄົນທີ່ລົ້ມລົງໃຫ້ລຸກຂຶ້ນ
ແລະ ຍົກທຸກຄົນທີ່ຖ່ອມຕົວຂຶ້ນ.
ດວງຕາຂອງທຸກຊີວິດເບິ່ງທີ່ພຣະອົງ,
ແລະ ພຣະອົງໃຫ້ອາຫານພວກເຂົາໃນເວລາທີ່ເໝາະສົມ.
ພຣະອົງເປີດມືຂອງພຣະອົງອອກ
ແລະ ໃຫ້ທຸກທີ່ມີຊີວິດໄດ້ອິ່ມເຕັມສົມຄວາມປາຖະໜາ.
ພຣະເຈົ້າຢາເວນັ້ນຊອບທຳໃນທຸກທາງຂອງພຣະອົງ
ແລະ ສັດຊື່ໃນທຸກສິ່ງທີ່ພຣະອົງໄດ້ເຮັດ.
ພຣະເຈົ້າຢາເວຢູ່ໃກ້ທຸກຄົນທີ່ຮ້ອງຫາພຣະອົງ,
ຢູ່ໃກ້ທຸກຄົນທີ່ຮ້ອງຫາພຣະອົງດ້ວຍຄວາມຈິງ.
ພຣະອົງສະໜອງຄວາມຕ້ອງການຂອງທຸກຄົນທີ່ຢຳເກງພຣະອົງ;
ພຣະອົງຮັບຟັງຄຳຮ້ອງຂໍຂອງພວກເຂົາ ແລະ ຊ່ວຍພວກເຂົາໃຫ້ພົ້ນ.
ພຣະເຈົ້າຢາເວເຝົ້າຮັກສາທຸກຄົນທີ່ຮັກພຣະອົງ,
ແຕ່ຈະທຳລາຍບັນດາຄົນຊົ່ວທັງໝົດ.
ປາກຂອງຂ້ານ້ອຍຈະກ່າວສັນລະເສີນພຣະເຈົ້າຢາເວ.
ໃຫ້ທຸກຊີວິດທີ່ພຣະອົງສ້າງສັນລະເສີນນາມບໍລິສຸດຂອງພຣະອົງ
ຕະຫລອດໄປເປັນນິດ.
Source notes (2)
- Footnote ສະບັບ MT. ວ່າ ຂ້ານ້ອຍຈະຄິດຕຶກຕອງເຖິງສະຫງ່າລາສີອັນຮຸ່ງເຮືອງແຫ່ງບາລະມີ ແລະ ເຖິງກິດຈະການອັນອັດສະຈັນຂອງພຣະອົງ
- Footnote ສຳເນົາ MT. ບາງສະບັບ ບໍ່ມີຂໍ້ຄວາມສອງວັກຫລັງນີ້
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.