Biblica® Open Lao Contemporary Version
ເພງສັນລະເສີນ 144
(ບົດປະພັນຂອງດາວິດ)
ຂໍຖວາຍສັນລະເສີນແດ່ພຣະເຈົ້າຢາເວ ສີລາຂອງຂ້ານ້ອຍ,
ຜູ້ຝຶກມືຂອງຂ້ານ້ອຍໃຫ້ເຮັດສົງຄາມ,
ຝຶກນິ້ວມືຂອງຂ້ານ້ອຍໃຫ້ສູ້ຮົບ.
ພຣະອົງເປັນພຣະເຈົ້າຜູ້ເຕັມດ້ວຍຄວາມຮັກ ແລະ ເປັນປ້ອມປ້ອງກັນຂອງຂ້ານ້ອຍ,
ເປັນທີ່ໝັ້ນ ແລະ ເປັນຜູ້ກອບກູ້ຂອງຂ້ານ້ອຍ,
ເປັນໂລ່ຂອງຂ້ານ້ອຍ ຜູ້ທີ່ຂ້ານ້ອຍເຂົ້າໄປລີ້ໄພ,
ຜູ້ປາບຊົນຊາດທັງຫລາຍ1ໃຫ້ຢູ່ໃຕ້ອຳນາດຂອງຂ້ານ້ອຍ.
ຂ້າແດ່ພຣະເຈົ້າຢາເວ ມະນຸດເປັນຜູ້ໃດ ພຣະອົງຈຶ່ງຫ່ວງໃຍພວກເຂົາ?
ບຸດຂອງມະນຸດເປັນຜູ້ໃດ ພຣະອົງຈຶ່ງຄິດເຖິງພວກເຂົາ?
ມະນຸດເປັນເໝືອນລົມຫາຍໃຈ
ວັນເວລາຂອງພວກເຂົາເໝືອນເງົາທີ່ຜ່ານໄປຢ່າງວ່ອງໄວ.
ຂ້າແດ່ພຣະເຈົ້າຢາເວ ຂໍໂນ້ມຟ້າສະຫວັນ ແລະ ລົງມາ
ຂໍໂຜດແຕະພູເຂົາທັງຫລາຍ ເພື່ອໃຫ້ຄວັນພຸ່ງຂຶ້ນ.
ຂໍໃຫ້ສາຍຟ້າແມບ ແລະ ລູກທະນູຂອງພຣະອົງພຸ່ງເຂົ້າໃສ່ສັດຕູທັງຫລາຍ;
ເຮັດໃຫ້ພວກເຂົາແຕກກະຈັດກະຈາຍໄປ.
ຂໍໂຜດຍື່ນມືຂອງພຣະອົງຈາກເບື້ອງສູງ
ລົງມາປົດປ່ອຍຂ້ານ້ອຍ ແລະ ກອບກູ້ຂ້ານ້ອຍ
ຈາກກະແສນ້ຳແຮງ,
ຈາກມືຂອງບັນດາຄົນຕ່າງດ້າວ
ຜູ້ທີ່ປາກຂອງພວກເຂົາມີແຕ່ຄຳຕົວະ
ຜູ້ທີ່ມືຂວາຂອງພວກເຂົາມີແຕ່ການຫລອກລວງ.
ພຣະເຈົ້າຂອງຂ້ານ້ອຍ, ຂ້ານ້ອຍຈະຮ້ອງເພງບົດໃໝ່ຖວາຍແດ່ພຣະອົງ;
ຂ້ານ້ອຍຈະບັນເລງພິນສິບສາຍຖວາຍແດ່ພຣະອົງ,
ແດ່ອົງຜູ້ໃຫ້ໄຊຊະນະແກ່ກະສັດທັງຫລາຍ,
ຜູ້ຊ່ວຍກອບກູ້ດາວິດຜູ້ຮັບໃຊ້ຂອງພຣະອົງ.
ໃຫ້ພົ້ນຈາກຄົມດາບ. ຂໍປົດປ່ອຍຂ້ານ້ອຍ;
ຊ່ວຍກູ້ຂ້ານ້ອຍໃຫ້ພົ້ນຈາກມືຂອງຄົນຕ່າງດ້າວ
ຜູ້ທີ່ປາກຂອງພວກເຂົາມີແຕ່ຄຳຕົວະ,
ຜູ້ທີ່ມືຂວາຂອງພວກເຂົາມີແຕ່ການຫລອກລວງ.
ແລ້ວລູກຊາຍຂອງພວກເຮົາທີ່ຢູ່ໃນໄວໜຸ່ມຂອງພວກເຂົາ
ຈະເປັນເໝືອນຕົ້ນໄມ້ທີ່ໄດ້ຮັບການບຳລຸງລ້ຽງເປັນຢ່າງດີ,
ແລະ ບັນດາລູກສາວຂອງພວກເຮົາຈະເປັນດັ່ງເສົາທັງຫລາຍ
ທີ່ແກະສະຫລັກເພື່ອເພື່ອປະດັບວັງ.
ເລົ້າທັງຫລາຍຂອງພວກເຮົາ
ກໍຈະເຕັມໄປດ້ວຍສະບຽງທຸກຊະນິດ.
ຝູງແກະຂອງພວກເຮົາຈະເພີ່ມຈຳນວນຂຶ້ນເປັນພັນ,
ເປັນສິບພັນໃນທົ່ງນາຂອງພວກເຮົາ;
ຝູງງົວຂອງພວກເຮົາກໍຈະມີລູກດົກ.2
ຢູ່ທີ່ນັ້ນຈະບໍ່ມີການທຳລາຍກຳແພງ,
ບໍ່ມີການຕົກເປັນຊະເລີຍ,
ບໍ່ມີສຽງຄ່ຳຄວນຕາມຖະໜົນຫົນທາງຂອງພວກເຮົາ.
ຄວາມສຸກມີແກ່ຊົນຊາດທີ່ໄດ້ຮັບພອນເຊັ່ນນີ້;
ຄວາມສຸກມີແກ່ຊົນຊາດທີ່ມີພຣະເຈົ້າຢາເວເປັນພຣະເຈົ້າ.
Source notes (2)
- Footnote ສຳເນົາ MT. ບາງສະບັບວ່າ ປາບຊົນຊາດຂອງຂ້ານ້ອຍ
- Footnote ຫລື ພວກຫົວໜ້າຂອງເຮົາໄດ້ຮັບການສະຖາປະນາໄວ້ຢ່າງໝັ້ນຄົງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.