Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 143

(ບົດ​ເພງສັນລະເສີນ​ຂອງ​ດາວິດ)

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ຮັບ​ຟັງ​ຄຳ​ອະທິຖານ​ຂອງ​ຂ້ານ້ອຍ,

ຂໍ​ຮັບ​ຟັງ​ຄຳ​ຮ້ອງ​ຂໍ​ຄວາມ​ເມດຕາ​ຂອງ​ຂ້ານ້ອຍ;

ໂດຍ​ຄວາມ​ສັດຊື່ ແລະ ຄວາມ​ຊອບທຳ​ຂອງ​ພຣະອົງ

ຂໍ​ໂຜດ​ມາ​ຊ່ວຍ​ຂ້ານ້ອຍ​ດ້ວຍ.

ຂໍ​ຢ່າ​ນຳ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເຂົ້າ​ສູ່​ການ​ພິພາກສາ

ເພາະ​ບໍ່​ມີ​ຈັກ​ຄົນ​ທີ່​ຊອບທຳ​ຕໍ່ໜ້າ​ພຣະອົງ.

ສັດຕູ​ໄລ່​ຕາມ​ຂ້ານ້ອຍ,

ລາວ​ຍ່ອງ​ຂ້ານ້ອຍ​ຈົນ​ຈົມ​ດິນ;

ລາວ​ເຮັດ​ໃຫ້​ຂ້ານ້ອຍ​ອາໄສ​ຢູ່​ໃນ​ຄວາມ​ມືດ

ເໝືອນ​ຄົນ​ທີ່​ຕາຍ​ໄປ​ດົນ​ແລ້ວ.

ດັ່ງນັ້ນ ຈິດ​ວິນຍານ​ຂອງ​ຂ້ານ້ອຍ​ຈຶ່ງ​ອ່ອນ​ແຮງ​ຢູ່​ພາຍໃນ;

ຈິດໃຈ​ຂອງ​ຂ້ານ້ອຍ​ກໍ​ທໍ້ຖອຍ​ຢູ່​ພາຍໃນ.

ຂ້ານ້ອຍ​ລະນຶກ​ເຖິງ​ວັນ​ເວລາ​ທີ່​ດົນນານ​ມາ;

ຂ້ານ້ອຍ​ຄິດ​ຕຶກຕອງ​ເຖິງ​ພາລະກິດ​ທັງໝົດ​ຂອງ​ພຣະອົງ

ແລະ ພິຈາລະນາ​ສິ່ງ​ທີ່​ມື​ຂອງ​ພຣະອົງ​ໄດ້​ກະທຳ.

ຂ້ານ້ອຍ​ໄຂວ່​ຄວ້າ​ຫາ​ພຣະອົງ;

ຂ້ານ້ອຍ​ກະຫາຍ​ຫາ​ພຣະອົງ​ເໝືອນ​ກັບ​ດິນ​ທີ່​ແຕກ​ແຫງ.

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ຕອບ​ຂ້ານ້ອຍ​ໂດຍ​ໄວ;

ຈິດ​ວິນຍານ​ຂອງ​ຂ້ານ້ອຍ​ຈະ​ໝົດ​ແຮງ​ແລ້ວ.

ຂໍ​ຢ່າ​ໄດ້​ເຊື່ອງ​ໜ້າ​ຂອງ​ພຣະອົງ​ຈາກ​ຂ້ານ້ອຍ

ບໍ່​ດັ່ງນັ້ນ ຂ້ານ້ອຍ​ຈະ​ເປັນ​ເໝືອນ​ຄົນ​ເຫລົ່ານັ້ນ​ທີ່​ລົງ​ໄປ​ຍັງ​ຂຸມ.

ຂໍ​ໃຫ້​ຂ້ານ້ອຍ​ເຫັນ​ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ໃນ​ເວລາ, ເຊົ້າ

ເພາະ​ຂ້ານ້ອຍ​ໄດ້​ໄວ້​ວາງໃຈ​ໃນ​ພຣະອົງ.

ຂໍ​ສະແດງ​ທາງ​ທີ່​ຂ້ານ້ອຍ​ຄວນ​ຈະ​ໄປ​ໃຫ້​ແກ່​ຂ້ານ້ອຍ,

ເພາະ​ຂ້ານ້ອຍ​ໄດ​ມອບ​ຊີວິດ​ຂອງ​ຂ້ານ້ອຍ​ໃຫ້​ກັບ​ພຣະອົງ.

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ຊ່ວຍ​ກອບກູ້​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ບັນດາ​ສັດຕູ​ທັງຫລາຍ​ຂອງ​ຂ້ານ້ອຍ,

ເພາະ​ຂ້ານ້ອຍ​ລີ້​ຢູ່​ໃນ​ພຣະອົງ.

ຂໍ​ສອນ​ຂ້ານ້ອຍ​ໃຫ້​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ,

ເພາະ​ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ;

ຂໍ​ພຣະວິນຍານ​ປະເສີດ​ຂອງ​ພຣະອົງ

ນຳ​ຂ້ານ້ອຍ​ໄປ​ຕາມ​ວິຖີທາງ​ອັນ​ຮາບ​ພຽງ.

ຂ້າແດ່​ພຣະເຈົ້າ​ຢາເວ ເພາະ​ເຫັນ​ແກ່​ນາມ​ຂອງ​ພຣະອົງ ຂໍ​ຮັກສາ​ຊີວິດ​ຂອງ​ຂ້ານ້ອຍ​ໄວ້;

ດ້ວຍ​ຄວາມ​ຊອບທຳ​ຂອງ​ພຣະອົງ ຂໍ​ນຳ​ຂ້ານ້ອຍ​ອອກ​ຈາກ​ຄວາມ​ເດືອດຮ້ອນ​ດ້ວຍ.

ດ້ວຍ​ຄວາມ​ຮັກ​ໝັ້ນຄົງ​ທີ່​ມີ​ຕໍ່​ຂ້ານ້ອຍ ຂໍ​ໂຜດ​ເຮັດ​ໃຫ້​ສັດຕູ​ທັງຫລາຍ​ຂອງ​ຂ້ານ້ອຍ​ມິດງຽບ;

ຂໍ​ໂຜດ​ທຳລາຍ​ສັດຕູ​ທັງໝົດ​ຂອງ​ຂ້ານ້ອຍ,

ເພາະ​ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.