Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 142

(ມັດຄິນ​ຂອງ​ດາວິດ, ຂະນະ​ທີ່​ເພິ່ນ​ຢູ່​ໃນ​ຖ້ຳ, ຄຳ​ອະທິຖານ)

ຂ້ານ້ອຍ​ຮ້ອງ​ຫາ​ພຣະເຈົ້າ​ຢາເວ​ດ້ວຍ​ສຽງ​ດັງ;

ຂ້ານ້ອຍ​ຍົກ​ສຽງ​ຂອງ​ຂ້ານ້ອຍ​ຂຶ້ນ​ອ້ອນວອນ​ຂໍ​ຄວາມ​ເມດຕາ​ຈາກ​ພຣະເຈົ້າ​ຢາເວ.

ຂ້ານ້ອຍ​ລະບາຍ​ຄຳ​ຈົ່ມ​ຂອງ​ຂ້ານ້ອຍ​ຕໍ່ໜ້າ​ພຣະອົງ;

ຕໍ່ໜ້າ​ພຣະອົງ ຂ້ານ້ອຍ​ໄດ້​ບອກ​ເຖິງ​ຄວາມ​ເດືອດຮ້ອນ​ຂອງ​ຂ້ານ້ອຍ.

ເມື່ອ​ຈິດ​ວິນຍານ​ຂອງ​ຂ້ານ້ອຍ​ອ່ອນ​ແຮງ​ຢູ່​ພາຍໃນ​ຂ້ານ້ອຍ,

ພຣະອົງ​ເປັນ​ຜູ້​ທີ່​ເຝົ້າ​ເບິ່ງແຍງ​ທາງ​ຂອງ​ຂ້ານ້ອຍ.

ເທິງ​ເສັ້ນ​ທາງ​ທີ່​ຂ້ານ້ອຍ​ເດີນ​ໄປ

ຄົນ​ທັງຫລາຍ​ໄດ້​ເຊື່ອງ​ບ້ວງ​ແຮ້ວ​ດັກ​ຂ້ານ້ອຍ.

ເບິ່ງ​ແມ ຢູ່​ທາງ​ຂວາ​ມື​ຂອງ​ຂ້ານ້ອຍ​ບໍ່​ມີ​ຜູ້ໃດ​ເລີຍ;

ບໍ່​ມີ​ຜູ້​ໃດ​ເປັນ​ຫວ່ງ​ຂ້ານ້ອຍ.

ຂ້ານ້ອຍ​ບໍ່​ມີ​ທີ່​ລີ້ໄພ;

ບໍ່​ມີ​ຜູ້ໃດ​ສົນໃຈ​ຊີວິດ​ຂອງ​ຂ້ານ້ອຍ.

ຂ້າແດ່​ພຣະເຈົ້າ​ຢາເວ ຂ້ານ້ອຍ​ໄດ້​ຮ້ອງ​ຫາ​ພຣະອົງ;

ຂ້ານ້ອຍ​ເວົ້າ​ວ່າ: “ພຣະອົງ​ເປັນ​ທີ່​ລີ້ໄພ​ຂອງ​ຂ້ານ້ອຍ,

ເປັນ​ສ່ວນ​ມໍລະດົກ​ຂອງ​ຂ້ານ້ອຍ​ໃນ​ດິນແດນ​ຂອງ​ຄົນ​ເປັນ”.

ຂໍ​ໂຜດ​ຮັບ​ຟັງ​ສຽງ​ຮ້ອງໄຫ້​ຂອງ​ຂ້ານ້ອຍ,

ເພາະ​ຂ້ານ້ອຍ​ຂັດສົນ​ເຫລືອ​ເກີນ;

ຂໍ​ຊ່ວຍ​ກອບກູ້​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຜູ້​ທີ່​ໄລ່​ຕາມ​ຂ້ານ້ອຍ,

ເພາະ​ພວກເຂົາ​ແຂງແຮງ​ເກີນ​ກຳລັງ​ຂອງ​ຂ້ານ້ອຍ.

ຂໍ​ປົດປ່ອຍ​ຂ້ານ້ອຍ​ອອກ​ຈາກ​ການ​ຈຳຈອງ​ຂອງ​ຂ້ານ້ອຍ,

ເພື່ອ​ຂ້ານ້ອຍ​ຈະ​ສັນລະເສີນ​ນາມ​ຂອງ​ພຣະອົງ.

ແລ້ວ​ຄົນ​ຊອບທຳ​ຈະ​ເຕົ້າໂຮມ​ກັນ​ຢູ່​ອ້ອມ​ຂ້ານ້ອຍ

ເພາະ​ຄວາມ​ດີ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ຂ້ານ້ອຍ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.