Biblica® Open Lao Contemporary Version
ເພງສັນລະເສີນ 141
(ບົດເພງສັນລະເສີນຂອງດາວິດ)
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍໄດ້ຮ້ອງຫາພຣະອົງ, ຂໍໂຜດມາຫາຂ້ານ້ອຍໂດຍໄວ;
ຂໍໂຜດຮັບຟັງເມື່ອຂ້ານ້ອຍຮ້ອງຫາພຣະອົງ.
ຂໍໃຫ້ຄຳອະທິຖານຂອງຂ້ານ້ອຍເປັນເໝືອນເຄື່ອງຫອມຢູ່ຕໍ່ໜ້າພຣະອົງ;
ຂໍໃຫ້ການຊູມືຂຶ້ນອ້ອນວອນຂອງຂ້ານ້ອຍເປັນເໝືອນເຄື່ອງບູຊາເວລາຄ່ຳ.
ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຕັ້ງຍາມເບິ່ງແຍງປາກຂອງຂ້ານ້ອຍ;
ເຝົ້າເບິ່ງປະຕູຮີມສົບຂອງຂ້ານ້ອຍ.
ຂໍຢ່າໃຫ້ຈິດໃຈຂອງຂ້ານ້ອຍຖືກໂນ້ມນ້າວໄປຫາສິ່ງທີ່ຊົ່ວ
ໄປມີສ່ວນກັບການກະທຳທີ່ຊົ່ວຮ້າຍ
ໄປຮ່ວມກັບບັນດາຄົນທີ່ເຮັດຊົ່ວ;
ຂໍຢ່າໃຫ້ຂ້ານ້ອຍກິນຂອງແຊບຂອງພວກເຂົາ.
ຂໍໃຫ້ຄົນຊອບທຳ1ຕີຂ້ານ້ອຍ ນັ້ນເປັນຄວາມກະລຸນາ;
ຂໍໃຫ້ລາວຕັກເຕືອນຂ້ານ້ອຍ ນັ້ນເປັນນ້ຳມັນເທິງຫົວຂອງຂ້ານ້ອຍ.
ຫົວຂອງຂ້ານ້ອຍຈະບໍ່ປະຕິເສດ,
ແຕ່ຂ້ານ້ອຍຈະຍັງຄົງຂໍອະທິຖານຕໍ່ຕ້ານການກະທຳຂອງຄົນຊົ່ວ.
ບັນດາຫົວໜ້າຂອງພວກເຂົາຈະຖືກໂຍນລົງຈາກໜ້າຜາ,
ແລະ ຄົນຊົ່ວຮ້າຍຈະຮຽນຮູ້ວ່າຄຳເວົ້າທີ່ຂ້ານ້ອຍໄດ້ກ່າວໄວ້ນັ້ນຖືກຕ້ອງ.
ພວກເຂົາຈະເວົ້າວ່າ “ກະດູກຂອງພວກເຮົາກໍກະຈັດກະຈາຍຢູ່ທີ່ປາກຂຸມຝັງສົບ,
ຄືກັນກັບດິນທີ່ແຕກແຫງເພາະຖືກໄຖ”.
ຂ້າແດ່ພຣະເຈົ້າຢາເວ ອົງເຈົ້ານາຍ, ແຕ່ດວງຕາຂອງຂ້ານ້ອຍແມ່ນຈ້ອງທີ່ພຣະອົງ,
ຂ້ານ້ອຍລີ້ໄພຢູ່ໃນພຣະອົງ ຂໍຢ່າຍອມໃຫ້ຂ້ານ້ອຍຕາຍໄປ.
ຂໍປົກປ້ອງຂ້ານ້ອຍໃຫ້ພົ້ນຈາກບ້ວງແຮ້ວທີ່ພວກເຂົາວາງໄວ້,
ຈາກກັບດັກທີ່ບັນດາຄົນເຮັດຊົ່ວວາງໄວ້ສຳລັບຂ້ານ້ອຍ.
ຂໍໃຫ້ຄົນຊົ່ວຮ້າຍຕົກລົງໄປໃນຕາໜ່າງຂອງພວກເຂົາເອງ,
ໃນຂະນະທີ່ຂ້ານ້ອຍຜ່ານພົ້ນໄປໄດ້ຢ່າງປອດໄພ.
Source notes (1)
- Footnote ຫລື ຂໍໃຫ້ອົງຜູ້ຊອບທຳ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.