Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 140

(ເຖິງ​ຫົວໜ້າ​ນັກຮ້ອງ, ບົດ​ເພງສັນລະເສີນ​ຂອງ​ດາວິດ)

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ຊ່ວຍ​ຂ້ານ້ອຍ​ຈາກ​ຄົນ​ຊົ່ວ​ຮ້າຍ

ຂໍ​ປົກປ້ອງ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຄົນ​ທາລຸນ,

ຜູ້​ທີ່​ວາງ​ແຜນ​ຊົ່ວ​ຢູ່​ໃນ​ໃຈ

ແລະ ຍຸແຍ່​ໃຫ້​ເກີດ​ສົງຄາມ​ຢູ່​ທຸກ​ວັນ.

ພວກເຂົາ​ລັບ​ລີ້ນ​ຂອງ​ຕົນ

ໃຫ້​ຄົມ​ເໝືອນ​ກັບ​ລີ້ນ​ງູ

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ປົກປ້ອງ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ມື​ຂອງ​ຄົນ​ຊົ່ວ;

ຂໍ​ໂຜດ​ປົກປ້ອງ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຄົນ​ທາລຸນ,

ຜູ້​ວາງ​ແຜນ​ໃຫ້​ຕີນ​ຂ້ານ້ອຍ​ສະດຸດ​ລົ້ມ.

ຄົນ​ຈອງຫອງ​ໄດ້​ເຊື່ອງ​ບ້ວງ​ແຮ້ວ​ດັກ​ຂ້ານ້ອຍ;

ພວກເຂົາ​ກາງ​ຕາໜ່າງ​ຂອງ​ຕົນ​ລໍຖ້າ​ຢູ່

ແລະ ວາງ​ກັບ​ດັກ​ຕາມ​ເສັ້ນ​ທາງ​ຂອງ​ຂ້ານ້ອຍ.

ຂ້າແດ່​ພຣະເຈົ້າ​ຢາເວ ຂ້ານ້ອຍ​ໄດ້​ເວົ້າ​ກັບ​ພຣະອົງ​ວ່າ: “ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ”.

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ຟັງ​ຄຳ​ຮ້ອງ​ຂໍ​ຄວາມ​ເມດຕາ​ຂອງ​ຂ້ານ້ອຍ​ດ້ວຍ.

ຂ້າແດ່​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ, ຜູ້​ຊ່ວຍ​ກອບກູ້​ທີ່​ເຂັ້ມແຂງ​ຂອງ​ຂ້ານ້ອຍ,

ຜູ້​ເປັນ​ໂລ່​ປົກປ້ອງ​ຫົວ​ຂອງ​ຂ້ານ້ອຍ​ໃນ​ຍາມ​ສູ້ຮົບ.

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ຢ່າ​ໃຫ້​ຄົນ​ຊົ່ວ​ສົມ​ຄວາມ​ປາຖະໜາ​ຂອງ​ພວກເຂົາ;

ຂໍ​ຢ່າ​ໃຫ້​ແຜນ​ຊົ່ວ​ຂອງ​ພວກເຂົາ​ສຳເລັດ.

ບັນດາ​ຄົນ​ທີ່​ອ້ອມ​ຮອບ​ຂ້ານ້ອຍ​ກໍ​ເງີຍ​ໜ້າ​ຂອງ​ຕົນ​ຂຶ້ນ​ຢ່າງ​ພາກພູມໃຈ

ຂໍ​ໃຫ້​ຄວາມ​ຊົ່ວຮ້າຍ​ແຫ່ງ​ຮີບສົບ​ຂອງ​ພວກເຂົາ​ນັ້ນ​ກືນ​ກິນ​ພວກເຂົາ.

ຂໍ​ໃຫ້​ຖ່ານ​ທີ່​ລຸກ​ໄໝ້​ຢູ່​ນັ້ນ​ຕົກ​ໃສ່​ຫົວ​ຂອງ​ພວກເຂົາ;

ຂໍ​ໃຫ້​ພວກເຂົາ​ຖືກ​ຖິ້ມ​ເຂົ້າ​ໄປ​ໃນ​ໄຟ,

ເຂົ້າ​ໄປ​ໃນ​ເຫວ​ເລິກ ເຊິ່ງ​ພວກເຂົາ​ບໍ່​ມີ​ວັນ​ຈະ​ຂຶ້ນ​ມາ​ໄດ້.

ຂໍ​ຢ່າ​ໃຫ້​ຄົນ​ທີ່​ໃສ່​ຮ້າຍ​ປ້າຍ​ສີ​ໄດ້​ຕັ້ງ​ໝັ້ນ​ໃນ​ແຜ່ນດິນ;

ຂໍ​ໃຫ້​ຄວາມ​ວິບັດ​ຕາມ​ລ່າ​ຄົນ​ທາລຸນ.

ຂ້ານ້ອຍ​ຮູ້​ຢູ່​ວ່າ​ພຣະເຈົ້າ​ຢາເວ​ຮັກສາ​ຄວາມ​ຍຸຕິທຳ​ໄວ້​ສຳລັບ​ຄົນ​ທຸກຍາກ

ແລະ ປົກປ້ອງ​ສິດທິ​ຂອງ​ຄົນ​ຂັດສົນ.

ແນ່​ນອນ ຄົນ​ຊອບທຳ​ຈະ​ສັນລະເສີນ​ນາມ​ຂອງ​ພຣະອົງ

ແລະ ຄົນ​ທ່ຽງທຳ​ຈະ​ມີ​ຊີວິດ​ຢູ່​ຕໍ່ໜ້າ​ພຣະອົງ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.