Biblica® Open Lao Contemporary Version
ເພງສັນລະເສີນ 139
(ເຖິງຫົວໜ້ານັກຮ້ອງ, ບົດເພງສັນລະເສີນຂອງດາວິດ)
ຂ້າແດ່ພຣະເຈົ້າຢາເວ, ພຣະອົງໄດ້ກວດເບິ່ງຂ້ານ້ອຍ,
ແລະ ພຣະອົງຮູ້ຈັກຂ້ານ້ອຍ.
ພຣະອົງຮູ້ເມື່ອຂ້ານ້ອຍນັ່ງລົງ ແລະ ລຸກຂຶ້ນ;
ພຣະອົງຮັບຮູ້ຄວາມຄິດຂອງຂ້ານ້ອຍຕັ້ງແຕ່ໄກ.
ພຣະອົງຢັ່ງຮູ້ວິຖີທາງຂອງຂ້ານ້ອຍ ແລະ ການຢຸດພັກຂອງຂ້ານ້ອຍ;
ພຣະອົງຄຸ້ນເຄີຍກັບທາງທັງໝົດຂອງຂ້ານ້ອຍ.
ຂ້າແດ່ພຣະເຈົ້າຢາເວ ກ່ອນທີ່ລິ້ນຂອງຂ້ານ້ອຍຈະເວົ້າຄຳໃດ
ພຣະອົງກໍຮູ້ສິ່ງນັ້ນທັງໝົດແລ້ວ.
ພຣະອົງໂອບອ້ອມຂ້ານ້ອຍທັງຂ້າງໜ້າ ແລະ ຂ້າງຫລັງ
ແລະ ພຣະອົງກໍວາງມືເທິງຂ້ານ້ອຍ.
ຄວາມຮູ້ເຊັ່ນນີ້ແມ່ນອັດສະຈັນຫລາຍສຳລັບຂ້ານ້ອຍ,
ສູງເກີນກວ່າຂ້ານ້ອຍຈະເຂົ້າໃຈ.
ຂ້ານ້ອຍຈະໄປບ່ອນໃດເພື່ອໃຫ້ພົ້ນຈາກພຣະວິນຍານຂອງພຣະອົງໄດ້?
ຂ້ານ້ອຍຈະໜີໄປຢູ່ໃສເພື່ອໃຫ້ພົ້ນຈາກສາຍຕາຂອງພຣະອົງໄດ້?
ຖ້າຂ້ານ້ອຍຂຶ້ນໄປທີ່ຟ້າສະຫວັນ, ພຣະອົງກໍຢູ່ທີ່ນັ້ນ;
ຖ້າຂ້ານ້ອຍນອນລົງໃນແດນມໍລະນາ, ພຣະອົງກໍຢູ່ທີ່ນັ້ນ.
ຖ້າຂ້ານ້ອຍບິນໄປດ້ວຍປີກແຫ່ງແສງອາລຸນ,
ຖ້າຂ້ານ້ອຍໄປຕັ້ງຖິ່ນຖານຢູ່ຝັ່ງທະເລໄກ,
ແມ່ນແຕ່ຢູ່ທີ່ນັ້ນ ມືຂອງພຣະອົງກໍຈະນຳພາຂ້ານ້ອຍ,
ມືຂວາຂອງພຣະອົງກໍຈະຈັບຂ້ານ້ອຍໄວ້ໃຫ້ແໜ້ນ.
ຖ້າຂ້ານ້ອຍເວົ້າວ່າ “ແນ່ນອນ ຄວາມມືດຈະບັງຂ້ານ້ອຍໄວ້
ແລະ ຄວາມສະຫວ່າງຈະກາຍເປັນກາງຄືນຢູ່ອ້ອມຕົວຂ້ານ້ອຍ,”
ແມ່ນແຕ່ຄວາມມືດກໍຈະບໍ່ມືດສຳລັບພຣະອົງ;
ກາງຄືນກໍຈະສ່ອງສະຫວ່າງເໝືອນດັ່ງກາງເວັນ,
ເພາະຄວາມມືດກໍເປັນເໝືອນດັ່ງຄວາມສະຫວ່າງສຳລັບພຣະອົງ.
ເພາະພຣະອົງໄດ້ສ້າງສ່ວນທີ່ຢູ່ເລິກພາຍໃນຂ້ານ້ອຍ;
ພຣະອົງຖັກຂ້ານ້ອຍຂຶ້ນໃນທ້ອງຂອງແມ່ຂອງຂ້ານ້ອຍ.
ຂ້ານ້ອຍສັນລະເສີນພຣະອົງ ເພາະພຣະອົງໄດ້ສ້າງຂ້ານ້ອຍຢ່າງໜ້າຢຳເກງ ແລະ ໜ້າອັດສະຈັນ;
ສີມືຂອງພຣະອົງນັ້ນອັດສະຈັນ
ຂ້ານ້ອຍຮູ້ດີ.
ໂຄງກະດູກຂອງຂ້ານ້ອຍບໍ່ໄດ້ເຊື່ອງໄວ້ຈາກພຣະອົງ
ເມື່ອຂ້ານ້ອຍຖືກສ້າງຂຶ້ນໃນທີ່ລັບລີ້,
ເມື່ອຂ້ານ້ອຍຖືກຖັກເຂົ້າກັນໃນບ່ອນເລິກແຫ່ງແຜ່ນດິນໂລກ.
ຕາຂອງພຣະອົງເຫັນຮ່າງກາຍອັນບໍ່ມີໂຄງກະດູກຂອງຂ້ານ້ອຍ;
ທຸກເວັນທີ່ກຳນົດໄວ້ສຳລັບຂ້ານ້ອຍກໍບັນທຶກໄວ້ໃນປື້ມຂອງພຣະອົງ
ກ່ອນທີ່ວັນເຫລົ່ານັ້ນຈະມາເຖິງ.
ຂ້າແດ່ພຣະເຈົ້າ! ບັນດາຄວາມຄິດ1ຂອງພຣະອົງນັ້ນລ້ຳເລີດຫລາຍສຳລັບຂ້ານ້ອຍ!
ລວມກັນແລ້ວກໍຍິ່ງໃຫຍ່ພຽງໃດ!
ຖ້າຂ້ານ້ອຍຈະນັບ,
ກໍມີຈຳນວນຫລາຍກວ່າເມັດຊາຍ
ເມື່ອຂ້ານ້ອຍຕື່ນຂຶ້ນ, ຂ້ານ້ອຍກໍຍັງຄົງຢູ່ກັບພຣະອົງ.
ຂ້າແດ່ພຣະເຈົ້າ! ຂໍພຣະອົງປະຫານຄົນຊົ່ວຮ້າຍ!
ເຈົ້າຄົນກະຫາຍເລືອດ ຈົ່ງໄປໃຫ້ພົ້ນຈາກຂ້ອຍ!
ພວກເຂົາກ່າວເຖິງພຣະອົງດ້ວຍເຈດຕະນາຊົ່ວຮ້າຍ;
ສັດຕູຂອງພຣະອົງໃຊ້ນາມຂອງພຣະອົງໄປໃນທາງທີ່ຜິດ.
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍບໍ່ໄດ້ກຽດຊັງຜູ້ທີ່ກຽດຊັງພຣະອົງບໍ?
ແລະ ຂ້ານ້ອຍບໍ່ໄດ້ກຽດຊັງຜູ້ທີ່ກະບົດພຣະອົງບໍ?
ສຳລັບພວກເຂົາແລ້ວ ຂ້ານ້ອຍມີແຕ່ຄວາມກຽດຊັງ;
ຂ້ານ້ອຍນັບວ່າພວກເຂົາເປັນສັດຕູຂອງຂ້ານ້ອຍ.
ຂ້າແດ່ພຣະເຈົ້າ ຂໍໂຜດກວດເບິ່ງຂ້ານ້ອຍ ແລະ ຮູ້ຈິດໃຈຂອງຂ້ານ້ອຍ;
ຂໍໂຜດກວດສອບຂ້ານ້ອຍ ແລະ ຮູ້ຈັກຄວາມຄິດກະວົນກະວາຍຂອງຂ້ານ້ອຍ.
ຂໍໃຫ້ເບິ່ງວ່າມີສິ່ງໃດແດ່ທີ່ຢູ່ໃນໂຕຂອງຂ້ານ້ອຍທີ່ບໍ່ເປັນທີ່ພໍໃຈ
ແລະ ຂໍໂຜດນຳຂ້ານ້ອຍໄປຕາມທາງນິລັນດອນດ້ວຍ.
Source notes (1)
- Footnote ຫລື ຄວາມຄິດຂອງພຣະອົງກ່ຽວກັບຂ້ານ້ອຍນັ້ນລ້ຳເລີດ!
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.