Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 138

(ບົດ​ປະພັນ​ຂອງ​ດາວິດ)

ຂ້າແດ່​ພຣະເຈົ້າ​ຢາເວ ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ​ໝົດ​ທັງ​ຫົວ​ໃຈ​ຂອງ​ຂ້ານ້ອຍ;

ຂ້ານ້ອຍ​ຈະ​ຮ້ອງເພງ​ສັນລະເສີນ​ພຣະອົງ​ຕໍ່ໜ້າ “ພະ​ທັງຫລາຍ”.

ຂ້ານ້ອຍ​ຈະ​ກາບ​ລົງ​ຕໍ່ໜ້າ​ວິຫານ​ສັກສິດ​ຂອງ​ພຣະອົງ

ແລະ ສັນລະເສີນ​ນາມ​ຂອງ​ພຣະອົງ

ເພາະ​ຄວາມ​ຮັກ​ໝັ້ນຄົງ ແລະ ຄວາມ​ສັດຊື່​ຂອງ​ພຣະອົງ,

ເພາະ​ພຣະອົງ​ໄດ້​ຍົກຍ້ອງ​ດຳລັດ​ອັນ​ສັກສິດ​ຂອງ​ພຣະອົງ

ຈົນ​ເກີນ​ກວ່າ​ຊື່ສຽງ​ຂອງ​ພຣະອົງ.

ເມື່ອ​ຂ້ານ້ອຍ​ໄດ້​ຮ້ອງ​ຫາ, ພຣະອົງ​ໄດ້​ຕອບ​ຂ້ານ້ອຍ;

ພຣະອົງ​ເຮັດ​ໃຫ້​ຂ້ານ້ອຍ​ກ້າຫານ​ຫລາຍ.

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໃຫ້​ກະສັດ​ທົ່ວ​ໂລກ​ສັນລະເສີນ​ພຣະອົງ,

ເມື່ອ​ພວກເຂົາ​ໄດ້​ຍິນ​ສິ່ງ​ທີ່​ພຣະອົງ​ໄດ້​ມີ​ດຳລັດ​ໄວ້.

ຂໍ​ໃຫ້​ພວກເຂົາ​ຮ້ອງ​ເຖິງ​ວິຖີທາງ​ຂອງ​ພຣະເຈົ້າ​ຢາເວ,

ເພາະ​ກຽດຕິຍົດ​ຂອງ​ພຣະເຈົ້າ​ຢາເວ​ນັ້ນ​ຍິ່ງໃຫຍ່.

ເຖິງ​ແມ່ນ​ວ່າ​ພຣະເຈົ້າ​ຢາເວ​ນັ້ນ​ສູງ​ສົ່ງ​ຫລາຍ, ແຕ່​ພຣະອົງ​ກໍ​ຫລຽວ​ເບິ່ງ​ຄົນ​ຕ່ຳຕ້ອຍ;

ແຕ່​ພຣະອົງ​ສັງເກດ​ເຫັນ​ຄົນ​ຈອງຫອງ​ແຕ່​ໄກ.

ເຖິງ​ແມ່ນ​ວ່າ​ຂ້ານ້ອຍ​ຍ່າງ​ຢູ່​ທ່າມກາງ​ຄວາມ​ເດືອດຮ້ອນ,

ພຣະອົງ​ກໍ​ຍັງ​ຮັກສາ​ຊີວິດ​ຂອງ​ຂ້ານ້ອຍ​ໄວ້.

ພຣະອົງ​ຢຽດ​ມື​ຂອງ​ພຣະອົງ​ອອກ​ຕໍ່ສູ້​ຄວາມ​ໃຈຮ້າຍ​ຂອງ​ສັດຕູ​ຂອງ​ຂ້ານ້ອຍ;

ພຣະອົງ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ດ້ວຍ​ມື​ຂວາ​ຂອງ​ພຣະອົງ.

ພຣະເຈົ້າ​ຢາເວ​ຈະ​ເຮັດ​ໃຫ້​ສຳເລັດ​ຕາມ​ຄວາມ​ມຸ່ງໝາຍ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ຂ້ານ້ອຍ.

ຂ້າແດ່​ພຣະເຈົ້າ​ຢາເວ ຄວາມ​ຮັກ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດ​ໄປ

ຂໍ​ຢ່າ​ປະຖິ້ມ​ມື​ທັງຫລາຍ​ຂອງ​ພຣະອົງ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.