Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 137

ທີ່​ຮິມ​ຝັ່ງ​ແມ່ນ້ຳ​ຂອງ​ບາບີໂລນ ພວກຂ້ານ້ອຍ​ໄດ້​ນັ່ງ​ລົງ ແລະ ຮ້ອງໄຫ້

ເມື່ອ​ພວກເຮົາ​ລະນຶກ​ເຖິງ​ຊີໂອນ.

ພວກຂ້ານ້ອຍ​ໄດ້​ແຂວນ​ພິນ​ຂອງ​ຕົນ​ໄວ້

ທີ່​ຕົ້ນປໍປາ,

ເພາະ​ທີ່​ນັ້ນ ຜູ້​ທີ່​ຄຸມ​ພວກຂ້ານ້ອຍ​ໄດ້​ຂໍ​ໃຫ້​ພວກຂ້ານ້ອຍ​ຮ້ອງເພງ,

ຜູ້​ທີ່​ທໍລະມານ​ພວກຂ້ານ້ອຍ​ໄດ້​ສັ່ງ​ໃຫ້​ພວກຂ້ານ້ອຍ​ຮ້ອງເພງ​ແຫ່ງ​ຄວາມ​ຍິນດີ;

ພວກເຂົາ​ເວົ້າ​ວ່າ: “ຈົ່ງ​ຮ້ອງເພງ​ແຫ່ງ​ຊີໂອນ​ໃຫ້​ພວກເຮົາ​ຟັງ​ຈັກ​ບົດ​ແດ່!”

ພວກຂ້ານ້ອຍ​ຈະ​ຮ້ອງ​ບົດເພງ​ຂອງ​ພຣະເຈົ້າ​ຢາເວ

ໃນ​ດິນແດນ​ຕ່າງ​ດ້າວ​ໄດ້​ຢ່າງໃດ?

ເຢຣູຊາເລັມ, ຖ້າ​ຂ້ອຍ​ລືມ​ເຈົ້າ

ກໍ​ຂໍ​ໃຫ້​ມື​ຂວາ​ຂອງ​ຂ້ອຍ​ລືມ​ຄວາມ​ຊຳນານ.

ຂໍ​ໃຫ້​ລີ້ນ​ຂອງ​ຂ້ອຍ​ເກາະ​ຕິດ​ເພດານ​ປາກ

ຖ້າ​ຂ້ອຍ​ລືມ​ເຈົ້າ,

ຖ້າ​ຂ້ອຍ​ບໍ່​ໄດ້​ຖື​ວ່າ​ເຢຣູຊາເລັມ

ເປັນ​ທີ່​ສຸດ​ຍອດ​ແຫ່ງ​ຄວາມ​ຊື່ນຊົມຍິນດີ.

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ຈົດຈຳ​ສິ່ງ​ທີ່​ຊາວ​ເອໂດມ​ໄດ້​ເຮັດ

ໃນ​ວັນ​ທີ່​ເຢຣູຊາເລັມ​ຫລົ້ມຈົມ.

ພວກເຂົາ​ໄດ້​ໂຫ່​ຮ້ອງ​ວ່າ: “ພັງ​ມັນ​ລົງ​ເລີຍ”,

“ພັງ​ມັນ​ລົງ​ໃຫ້​ເຖິງ​ຮາກຖານ​ຂອງ​ມັນ​ເລີຍ!”

ລູກສາວ​ແຫ່ງ​ບາບີໂລນ,1 ຜູ້​ເຖິງ​ວາລະ​ຈະ​ພິນາດ,

ຄວາມ​ສຸກ​ມີ​ແກ່​ຜູ້​ທີ່​ຄືນ​ຕອບແທນ​ເຈົ້າ

ຕາມ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ກັບ​ພວກເຮົາ.

ຄວາມ​ສຸກ​ມີ​ແກ່​ຜູ້​ທີ່​ຈັບ​ລູກນ້ອຍ​ທັງຫລາຍ​ຂອງ​ເຈົ້າ

ແລ້ວ​ຟາດ​ພວກເຂົາ​ລົງ​ທີ່​ກ້ອນຫີນ.

Source notes (1)
  1. Footnote ຄື ຊາວ​ບາບີໂລນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.