Biblica® Open Lao Contemporary Version
ເພງສັນລະເສີນ 136
ຈົ່ງຂອບພຣະຄຸນພຣະເຈົ້າຢາເວ ເພາະພຣະອົງນັ້ນແສນດີ.
ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.
ຈົ່ງຂອບພຣະຄຸນພຣະເຈົ້າຜູ້ຢູ່ເໜືອພະທັງປວງ.
ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.
ຈົ່ງຂອບພຣະຄຸນອົງພຣະຜູ້ເປັນເຈົ້າຈອມເຈົ້ານາຍ.
ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.
ຈົ່ງຂອບພຣະຄຸນພຣະອົງຜູ້ເຮັດການອັດສະຈັນອັນຍິ່ງໃຫຍ່ແຕ່ຜູ້ດຽວ,
ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.
ຜູ້ສ້າງຟ້າສະຫວັນໂດຍຄວາມເຂົ້າໃຈຂອງພຣະອົງ,
ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.
ຜູ້ໄດ້ຄື່ຜືນແຜ່ນດິນອອກເໜືອນ້ຳທັງຫລາຍ,
ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.
ຜູ້ໄດ້ສ້າງດວງສະຫວ່າງອັນໃຫຍ່ມາ
ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.
ໄດ້ໃຫ້ດວງຕາເວັນຄອບຄອງກາງເວັນ
ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.
ໄດ້ໃຫ້ດວງເດືອນ ແລະ ດວງດາວຄອບຄອງກາງຄືນ;
ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.
ຈົ່ງຂອບພຣະຄຸນພຣະອົງຜູ້ໄດ້ທຳລາຍລູກຫົວປີຂອງເອຢິບ
ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.
ແລະ ໄດ້ນຳອິດສະຣາເອນອອກມາຈາກທ່າມກາງພວກເຂົາ
ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.
ດ້ວຍມືອັນມີລິດອຳນາດ ແລະ ແຂນທີ່ຢຽດອອກ;
ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.
ຈົ່ງຂອບພຣະຄຸນພຣະອົງຜູ້ໄດ້ແຍກທະເລແດງ1ອອກເປັນທາງ
ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.
ແລະ ໄດ້ນຳອິດສະຣາເອນຂ້າມທະເລໄປ,
ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.
ແຕ່ໄດ້ໃຫ້ຟາໂຣ ແລະ ກອງທັບຂອງເພິ່ນຈົມລົງໃນທະເລແດງ;
ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.
ຈົ່ງຂອບພຣະຄຸນພຣະອົງຜູ້ໄດ້ນຳພາປະຊາຊົນຂອງພຣະອົງຜ່ານຖິ່ນແຫ້ງແລ້ງກັນດານ;
ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.
ຜູ້ໄດ້ທຳລາຍກະສັດຜູ້ຍິ່ງໃຫຍ່ທັງຫລາຍ,
ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.
ແລະ ໄດ້ຂ້າບັນດາກະສັດຜູ້ຍິ່ງໃຫຍ່
ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.
ຄືກະສັດສີໂຫນຂອງຊາວອາໂມ
ຄວາມຮັກໝັ້ນຄົງຂອງພຣະອົງດຳລົງນິລັນດອນ
ແລະ ກະສັດໂອກແຫ່ງບາຊານ
ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.
ແລະ ໄດ້ໃຫ້ດິນແດນຂອງພວກເຂົາເປັນກຳມະສິດ.
ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.
ເປັນກຳມະສິດຂອງອິດສະຣາເອນຜູ້ຮັບໃຊ້ຂອງພຣະອົງ
ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.
ຈົ່ງຂອບພຣະຄຸນພຣະອົງຜູ້ລະນຶກເຖິງພວກເຮົາທີ່ຢູ່ໃນຖານະອັນຕ່ຳຕ້ອຍ
ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.
ແລະ ໄດ້ຊ່ວຍເຮົາໃຫ້ພົ້ນຈາກບັນດາສັດຕູຂອງພວກເຮົາ.
ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.
ພຣະອົງໄດ້ໃຫ້ອາຫານແກ່ທຸກຊີວິດ.
ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.
ຈົ່ງຂອບພຣະຄຸນພຣະເຈົ້າແຫ່ງຟ້າສະຫວັນ.
ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປ.
Source notes (1)
- Footnote ຄື ທະເລຕົ້ນອໍ້ ເຊັ່ນດຽວກັບຂໍ້ 15
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.