Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 135

(ພສສ 115:4-11)

ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ.1

ຈົ່ງ​ສັນລະເສີນ​ນາມ​ຂອງ​ພຣະເຈົ້າ​ຢາເວ;

ຈົ່ງ​ສັນລະເສີນ​ພຣະອົງ, ພວກເຈົ້າ​ທັງຫລາຍ​ຜູ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຢາເວ,

ພວກເຈົ້າ​ທັງຫລາຍ​ຜູ້​ເປັນ​ຜູ້ຮັບໃຊ້​ໃນ​ວິຫານຂອງ​ພຣະເຈົ້າ​ຢາເວ,

ໃນ​ເດີ່ນ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.

ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ ເພາະ​ພຣະເຈົ້າ​ຢາເວ​ນັ້ນ​ແສນ​ດີ

ຈົ່ງ​ຮ້ອງເພງ​ສັນລະເສີນ​ນາມ​ຂອງ​ພຣະອົງ, ເພາະ​ເປັນ​ເລື່ອງ​ທີ່​ໜ້າ​ຍິນດີ.

ເພາະ​ພຣະເຈົ້າ​ຢາເວ​ໄດ້​ເລືອກ​ຢາໂຄບ​ໃຫ້​ເປັນ​ຂອງ​ພຣະອົງ​ເອງ,

ໄດ້​ເລືອກ​ອິດສະຣາເອນ​ໄວ້​ເປັນ​ກຳມະສິດ​ອັນ​ລ້ຳຄ່າ​ຂອງ​ພຣະອົງ.

ຂ້ານ້ອຍ​ຮູ້​ວ່າ​ພຣະເຈົ້າ​ຢາເວ​ນັ້ນ​ຍິ່ງໃຫຍ່,

ຮູ້​ວ່າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ນັ້ນ​ຍິ່ງໃຫຍ່​ກວ່າ​ພະ​ອື່ນ​ໃດ​ທັງໝົດ.

ພຣະເຈົ້າ​ຢາເວ​ໄດ້​ເຮັດ​ທຸກ​ສິ່ງ​ຕາມ​ທີ່​ພຣະອົງ​ພໍໃຈ,

ໃນ​ຟ້າ​ສະຫວັນ ແລະ ເທິງ​ແຜ່ນດິນ​ໂລກ,

ໃນ​ທະເລ ແລະ ທີ່​ເລິກ​ທັງຫລາຍ.

ພຣະອົງ​ໄດ້​ເຮັດ​ໃຫ້​ເມກ​ລອຍ​ຂຶ້ນ​ມາ​ຈາກ​ສຸດ​ຂອງ​ແຜ່ນດິນ​ໂລກ;

ພຣະອົງ​ໄດ້​ສົ່ງ​ຟ້າ​ແມບ​ມາ​ກັບ​ຝົນ

ແລະ ໄດ້​ນຳ​ເອົາ​ສາຍ​ລົມ​ອອກ​ມາ​ຈາກ​ຄັງ​ຂອງ​ພຣະອົງ.

ພຣະອົງ​ໄດ້​ທຳລາຍ​ລູກກົກ​ຂອງ​ເອຢິບ,

ລູກ​ຫົວ​ປີ​ຂອງ​ຄົນ ແລະ ຂອງ​ສັດ.

ເອຢິບ, ພຣະອົງ​ໄດ້​ສົ່ງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຕ່າງໆ​ມາ​ທ່າມກາງ​ພວກເຈົ້າ.

ມາ​ຕໍ່ສູ້​ຟາໂຣ ແລະ ບັນດາ​ຜູ້ຮັບໃຊ້​ທັງໝົດ​ຂອງ​ເພິ່ນ.

ພຣະອົງ​ໄດ້​ທຳລາຍ​ຫລາຍ​ຊົນຊາດ

ແລະ ໄດ້​ຂ້າ​ກະສັດ​ຜູ້​ຍິ່ງໃຫຍ່

ຄື​ກະສັດ​ສີໂຫນ​ຂອງ​ຊາວ​ອາໂມ,

ກະສັດ​ໂອກ​ແຫ່ງ​ບາຊານ,

ແລະ ກະສັດ​ທັງໝົດ​ໃນ​ການາອານ

ແລະ ພຣະອົງ​ໄດ້​ຍົກ​ດິນແດນ​ຂອງ​ພວກເຂົາ​ໃຫ້​ເປັນ​ກຳມະສິດ,

ໃຫ້​ເປັນ​ກຳມະສິດ​ຂອງ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ.

ຂ້າແດ່​ພຣະເຈົ້າ​ຢາເວ ນາມ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດ​ໄປ,

ຂ້າແດ່​ພຣະເຈົ້າ​ຢາເວ ຊື່​ສຽງ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດ​ທຸກ​ຊົ່ວ​ອາຍຸ.

ເພາະ​ພຣະເຈົ້າ​ຢາເວ​ຈະ​ໃຫ້​ຄວາມ​ເປັນ​ທຳ​ແກ່​ປະຊາຊົນ​ຂອງ​ພຣະອົງ

ແລະ ເມດຕາ​ສົງສານ​ຜູ້ຮັບໃຊ້​ຂອງ​ພຣະອົງ.

ຮູບເຄົາລົບ​ຂອງ​ຊົນຊາດ​ຕ່າງໆ ແມ່ນ​ເຮັດ​ດ້ວຍ​ເງິນ ແລະ ຄຳ,

ເຮັດ​ດ້ວຍ​ມື​ມະນຸດ.

ຮູບເຄົາລົບ​ເຫລົ່ານັ້ນ​ມີ​ປາກ ແຕ່​ເວົ້າ​ບໍ່​ໄດ້,

ມີ​ຕາ ແຕ່​ເບິ່ງ​ບໍ່​ເຫັນ.

ຮູບເຄົາລົບ​ເຫລົ່ານັ້ນ​ມີ​ຫູ ແຕ່​ບໍ່​ໄດ້​ຍິນ,

ຢູ່​ໃນ​ປາກ​ຂອງ​ຮູບເຄົາລົບ​ເຫລົ່ານັ້ນ​ບໍ່​ມີ​ແມ່ນ​ແຕ່​ລົມຫາຍໃຈ.

ບັນດາ​ຜູ້​ທີ່​ສ້າງ​ຮູບເຄົາລົບ​ເຫລົ່ານັ້ນ​ກໍ​ຈະ​ເປັນ​ເໝືອນ​ຮູບເຄົາລົບ​ເຫລົ່ານັ້ນ,

ແລະ ຜູ້​ທີ່​ໄວ້ວາງໃຈ​ໃນ​ຮູບເຄົາລົບ​ເຫລົ່ານັ້ນ​ກໍ​ຈະ​ເປັນ​ເໝືອນ​ກັນ.

ເຊື້ອສາຍ​ຂອງ​ອິດສະຣາເອນ, ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ;

ເຊື້ອສາຍ​ຂອງ​ອາໂຣນ, ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ;

ເຊື້ອສາຍ​ຂອງ​ເລວີ, ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ;

ພວກເຈົ້າ​ທັງຫລາຍ​ຜູ້​ຢຳເກງ​ພຣະອົງ ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ;

ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ​ຈາກ​ຊີໂອນ,

ຈົ່ງ​ສັນລະເສີນ​ພຣະອົງ​ຜູ້​ອາໄສ​ຢູ່​ໃນ​ເຢຣູຊາເລັມ.

ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ.

Source notes (1)
  1. Footnote ພາສາ​ເຮັບເຣີ​ວ່າ ຮາເລລູຢາ ເຊັ່ນ​ດຽວ​ກັບ​ຂໍ້ 3 ແລະ 3 ແລະ 21

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.