Biblica® Open Lao Contemporary Version
ເພງສັນລະເສີນ 134
(ບົດເພງໃຊ້ແຫ່ຂຶ້ນໄປຍັງເຢຣູຊາເລັມ)
ຈົ່ງສັນລະເສີນພຣະເຈົ້າຢາເວ ບັນດາຜູ້ຮັບໃຊ້ຂອງພຣະເຈົ້າຢາເວ
ຜູ້ທີ່ຮັບໃຊ້ໃນເວລາກາງຄືນຢູ່ວິຫານຂອງພຣະເຈົ້າຢາເວ.
ຈົ່ງຊູມືຂອງພວກເຈົ້າໃນບ່ອນນະມັດສະການ
ແລະ ສັນລະເສີນພຣະເຈົ້າຢາເວ.
ຂໍພຣະເຈົ້າຢາເວ ຜູ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ
ໄດ້ອວຍພອນພວກເຈົ້າຈາກຊີໂອນ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.