Biblica® Open Lao Contemporary Version
ເພງສັນລະເສີນ 133
(ບົດເພງໃຊ້ແຫ່ຂຶ້ນໄປຍັງເຢຣູຊາເລັມ, ບົດປະພັນຂອງດາວິດ)
ເປັນການດີ ແລະ ໜ້າຊື່ນໃຈຫລາຍ
ເມື່ອຄົນຂອງພຣະເຈົ້າອາໄສຢູ່ນຳກັນເປັນນ້ຳໜຶ່ງໃຈດຽວກັນ!
ເໝືອນນ້ຳມັນອັນລ້ຳຄ່າທີ່ຖອກລົງເທິງຫົວ,
ໄຫລລົງມາເທິງໜວດ,
ໄຫລລົງມາເທິງໜວດຂອງອາໂຣນ,
ໄຫລລົງມາເທິງຄໍເສື້ອຂອງອາໂຣນ.
ດັ່ງນ້ຳຄ້າງແຫ່ງພູເຂົາເຮີໂມນ
ຕົກລົງເທິງພູເຂົາຊີໂອນ.
ເພາະພຣະເຈົ້າຢາເວໄດ້ໃຫ້ພອນຢູ່ທີ່ນັ້ນ,
ໃຫ້ແມ່ນແຕ່ຊີວິດອັນຕະຫລອດໄປເປັນນິດ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.