Biblica® Open Lao Contemporary Version
ເພງສັນລະເສີນ 132
(2ຂຄ 6:41-42)
(ບົດເພງໃຊ້ແຫ່ຂຶ້ນໄປຍັງເຢຣູຊາເລັມ)
ຂ້າແດ່ພຣະເຈົ້າຢາເວ ຂໍລະນຶກເຖິງດາວິດ
ແລະ ຄວາມທຸກຍາກທັງໝົດທີ່ເພິ່ນໄດ້ປະເຊີນ.
ດາວິດປະຕິຍານຕໍ່ພຣະເຈົ້າຢາເວ
ແລະ ໄດ້ສາບານຕໍ່ອົງຜູ້ມີລິດອຳນາດຍິ່ງໃຫຍ່ຂອງຢາໂຄບໄວ້ວ່າ:
“ຂ້ານ້ອຍຈະບໍ່ເຂົ້າໄປໃນເຮືອນຂອງຂ້ານ້ອຍ
ຫລື ເຂົ້າໄປໃນບ່ອນນອນຂອງຂ້ານ້ອຍ,
ຂ້ານ້ອຍຈະບໍ່ຍອມໃຫ້ຕາຂອງຂ້ານ້ອຍນອນຫລັບ
ຫລື ປ່ອຍໃຫ້ໜັງຕາເຊືອບຫລັບໄປ,
ຈົນກວ່າຂ້ານ້ອຍຈະພົບສະຖານທີ່ສຳລັບພຣະເຈົ້າຢາເວ
ເປັນທີ່ຢູ່ຂອງອົງຜູ້ມີລິດອຳນາດຍິ່ງໃຫຍ່ຂອງຢາໂຄບ”.
ພວກເຮົາໄດ້ຍິນເລື່ອງນີ້ໃນເອຟຣາທາ
ພວກເຮົາໄດ້ພົບສິ່ງນີ້ຢູ່ໃນທົ່ງນາແຫ່ງຢາອາວ່າ:1
“ໃຫ້ພວກເຮົາໄປຍັງທີ່ຢູ່ຂອງພຣະອົງ,
ໃຫ້ພວກເຮົານະມັດສະການຢູ່ທີ່ແທ່ນຮອງຕີນຂອງພຣະອົງ ໂດຍກ່າວວ່າ:
‘ຂ້າແດ່ພຣະເຈົ້າຢາເວ ຂໍໂຜດລຸກຂຶ້ນ ແລະ ມາຍັງບ່ອນຢູ່ຂອງພຣະອົງ,
ທັງພຣະອົງ ແລະ ຫີບຄຳໝັ້ນສັນຍາແຫ່ງລິດອຳນາດຂອງພຣະອົງ.
ຂໍໃຫ້ບັນດາປະໂລຫິດຂອງພຣະອົງສວມຄວາມຊອບທຳຂອງພຣະອົງ;
ຂໍໃຫ້ປະຊາຊົນທີ່ສັດຊື່ຂອງພຣະອົງຮ້ອງເພງດ້ວຍຄວາມຍິນດີ’ ”.
ເພື່ອເຫັນແກ່ດາວິດຜູ້ຮັບໃຊ້ຂອງພຣະອົງ,
ຂໍຢ່າໄດ້ປະຕິເສດຜູ້ທີ່ພຣະອົງໄດ້ເຈີມໄວ້.
ເພາະພຣະເຈົ້າຢາເວໄດ້ປະຕິຍານໄວ້ກັບດາວິດ,
ເປັນຄຳປະຕິຍານທີ່ແນ່ນອນ ເຊິ່ງພຣະອົງຈະບໍ່ຄືນຄຳ
ວ່າ “ເຮົາຈະໃຫ້ລູກຫລານຂອງເຈົ້າຄົນໜຶ່ງ
ຂຶ້ນຄອງບັນລັງຂອງເຈົ້າ.
ຖ້າບັນດາລູກຊາຍຂອງເຈົ້າຮັກສາຄຳໝັ້ນສັນຍາຂອງເຮົາ
ແລະ ຮັກສາກົດເກນທີ່ເຮົາໄດ້ສັ່ງສອນພວກເຂົາ,
ແລ້ວບັນດາລູກຊາຍຂອງພວກເຂົາກໍຈະນັ່ງ
ເທິງບັນລັງຂອງເຈົ້າຕະຫລອດໄປ”.
ເພາະພຣະເຈົ້າຢາເວໄດ້ເລືອກຊີໂອນ,
ພຣະອົງປະສົງໃຫ້ເປັນບ່ອນຢູ່ຂອງພຣະອົງ ໂດຍກ່າວວ່າ:
“ນີ້ຄືບ່ອນພັກຂອງເຮົາຕະຫລອດໄປ;
ເຮົາຈະນັ່ງເທິງບັນລັງຢູ່ທີ່ນີ້ ເພາະເຮົາປະສົງເຊັ່ນນັ້ນ.
ເຮົາຈະອວຍພອນໃຫ້ນະຄອນນີ້ອຸດົມສົມບູນ;
ແລະ ໃຫ້ຄົນທຸກຍາກໃນເມືອງນີ້ໄດ້ອິ່ມເຕັມດ້ວຍອາຫານ.
ເຮົາຈະໃຫ້ປະໂລຫິດຂອງເມືອງນີ້ສວມຄວາມພົ້ນເປັນເຄື່ອງນຸ່ງ,
ປະຊາຊົນຂອງເມືອງນີ້ຈະຮ້ອງເພງດ້ວຍຄວາມຍິນດີຢູ່ສະເໝີ.
“ເຮົາຈະໃຫ້ມີເຂົາສັດ2ໜຶ່ງເຂົາງອກຂຶ້ນມາເພື່ອດາວິດ
ແລະ ຕັ້ງຕະກຽງໜຶ່ງອັນໄວ້ສຳລັບຜູ້ທີ່ເຮົາເຈີມໄດ້ໄວ້.
ເຮົາຈະເຮັດໃຫ້ສັດຕູທັງຫລາຍຂອງລາວສວມຄວາມອັບອາຍເປັນເຄື່ອງນຸ່ງ,
ແຕ່ຫົວຂອງລາວຈະຖືກປະດັບດ້ວຍມົງກຸດອັນຮຸ່ງເຮືອງ”.
Source notes (2)
- Footnote ຫລື ໄດ້ຍິນເລື່ອງນີ້ໃນເອຟຣາທາ ພວກເຮົາພົບເລື່ອງນີ້ຢູ່ໃນທົ່ງນາແຫ່ງເຢອາຣິມ (ຂໍ້ 7-9 ບໍ່ຢູ່ໃນເຄື່ອງໝາຍຄຳເວົ້າ)
- Footnote ໃນທີ່ນີ້ ເຂົາສັດ ເປັນສັນຍາລັກຂອງຜູ້ທີ່ເຂັ້ມແຂງ ນັ້ນກໍຄືກະສັດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.