Biblica® Open Lao Contemporary Version
ເພງສັນລະເສີນ 131
(ບົດເພງໃຊ້ແຫ່ຂຶ້ນໄປຍັງເຢຣູຊາເລັມ, ບົດປະພັນຂອງດາວິດ)
ຂ້າແດ່ພຣະເຈົ້າຢາເວ ຈິດໃຈຂອງຂ້ານ້ອຍບໍ່ໄດ້ອວດອົ່ງ,
ຕາຂອງຂ້ານ້ອຍກໍບໍ່ໄດ້ຈອງຫອງ;
ຂ້ານ້ອຍເອງບໍ່ໄດ້ຄິດການໃຫຍ່
ຫລື ເຮັດຫຍັງເກີນໂຕ.
ແຕ່ຂ້ານ້ອຍໄດ້ສະຫງົບ ແລະ ມິດງຽບຢູ່,
ເໝືອນເດັກນ້ອຍທີ່ເຊົາກິນນົມແລ້ວຢູ່ໃນເອິກແມ່;
ຂ້ານ້ອຍສະຫງົບຢູ່ພາຍໃນ ເໝືອນດັ່ງເດັກນ້ອຍທີ່ເຊົາກິນນົມແລ້ວ.
ອິດສະຣາເອນ, ຈົ່ງຝາກຄວາມຫວັງໄວ້ທີ່ພຣະເຈົ້າຢາເວ
ທັງບັດນີ້ ແລະ ຕະຫລອດໄປເປັນນິດ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.