Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 130

(ບົດເພງ​ໃຊ້​ແຫ່​ຂຶ້ນ​ໄປ​ຍັງ​ເຢຣູຊາເລັມ)

ຂ້າແດ່​ພຣະເຈົ້າ​ຢາເວ ຂ້ານ້ອຍ​ຮ້ອງ​ຫາ​ພຣະອົງ​ຈາກ​ບ່ອນ​ເລິກ;

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ຟັງ​ສຽງ​ຂອງ​ຂ້ານ້ອຍ​ດ້ວຍ.

ຂໍ​ໃຫ້​ຫູ​ຂອງ​ພຣະອົງ​ຕັ້ງ​ໃຈ​ຟັງ

ຄຳ​ຮ້ອງ​ຂໍ​ຄວາມ​ເມດຕາ​ຂອງ​ຂ້ານ້ອຍ​ດ້ວຍ.

ຂ້າແດ່​ພຣະເຈົ້າ​ຢາເວ ຖ້າ​ພຣະອົງ​ໄດ້​ບັນທຶກ​ຄວາມ​ບາບ​ທັງຫລາຍ​ໄວ້,

ຂ້າແດ່​ອົງພຣະຜູ້​ເປັນເຈົ້າ ຜູ້ໃດ​ຈະ​ສາມາດ​ຢືນ​ຢູ່​ໄດ້?

ແຕ່​ເພາະ​ພຣະອົງ​ອະໄພ​ໂທດ

ເພື່ອ​ວ່າ​ພວກຂ້ານ້ອຍ​ຈະ​ຢຳເກງ, ຮັບໃຊ້​ພຣະອົງ.

ຂ້ານ້ອຍ​ລໍ​ຄອຍຖ້າ​ພຣະເຈົ້າ​ຢາເວ, ຈິດ​ວິນຍານ​ຂອງ​ຂ້ານ້ອຍ​ຄອຍຖ້າ​ຢູ່,

ແລະ ຝາກ​ຄວາມ​ຫວັງ​ໄວ້​ທີ່​ພຣະຄຳ​ຂອງ​ພຣະອົງ.

ຂ້ານ້ອຍ​ລໍ​ຄອຍຖ້າ​ອົງພຣະຜູ້ເປັນເຈົ້າ

ຍິ່ງ​ກວ່າ​ຄົນ​ຍາມ​ຄອຍຖ້າ​ເວລາ​ຮຸ່ງ​ເຊົ້າ,

ຍິ່ງ​ກວ່າ​ຄົນ​ຍາມ​ຄອຍຖ້າ​ເວລາ​ຮຸ່ງ​ເຊົ້າ,

ອິດສະຣາເອນ, ຈົ່ງ​ຝາກ​ຄວາມ​ຫວັງ​ຂອງ​ເຈົ້າ​ໄວ້​ທີ່​ພຣະເຈົ້າ​ຢາເວ,

ເພາະ​ຄວາມ​ຮັກ​ໝັ້ນຄົງ​ນັ້ນ​ຢູ່​ທີ່​ພຣະເຈົ້າ​ຢາເວ

ແລະ ການ​ໄຖ່​ອັນ​ສົມບູນ​ກໍ​ຢູ່​ທີ່​ພຣະອົງ.

ພຣະອົງ​ເອງ​ຈະ​ໄຖ່​ອິດສະຣາເອນ

ໃຫ້​ພົ້ນ​ຈາກ​ຄວາມ​ບາບ​ທັງໝົດ​ຂອງ​ພວກເຂົາ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.