Biblica® Open Lao Contemporary Version
ເພງສັນລະເສີນ 129
(ບົດເພງໃຊ້ແຫ່ຂຶ້ນໄປຍັງເຢຣູຊາເລັມ)
ພວກເຂົາໄດ້ຂົ່ມເຫັງຂ້ານ້ອຍຢ່າງໜັກຕັ້ງແຕ່ຂ້ານ້ອຍຍັງເປັນໜຸ່ມ,
ໃຫ້ອິດສະຣາເອນກ່າວວ່າ,
ພວກເຂົາໄດ້ຂົ່ມເຫັງຂ້ານ້ອຍຢ່າງໜັກຕັ້ງແຕ່ຂ້ານ້ອຍຍັງເປັນໜຸ່ມ,
ເຖິງປານນັ້ນພວກເຂົາກໍຍັງບໍ່ຊະນະຂ້ານ້ອຍ.
ພວກເຂົາໄດ້ເຮັດນາເທິງຫລັງຂອງຂ້ານ້ອຍ
ແລະ ໄດ້ເຮັດຮອຍໄຖໄວ້ຢ່າງຍາວ.
ແຕ່ພຣະເຈົ້າຢາເວນັ້ນຊອບທຳ
ພຣະອົງໄດ້ຕັດເຊືອກມັດຂອງຄົນຊົ່ວອອກ ປົດປ່ອຍຂ້ານ້ອຍໃຫ້ເປັນອິດສະຫລະ.
ຂໍໃຫ້ຜູ້ທີ່ກຽດຊັງຊີໂອນ
ກັບຄືນໄປດ້ວຍຄວາມອັບອາຍ.
ຂໍໃຫ້ພວກເຂົາເປັນເໝືອນຫຍ້າທີ່ຢູ່ເທິງຫລັງຄາ,
ທີ່ຫ່ຽວແຫ້ງໄປເມື່ອຍັງບໍ່ທັນໃຫຍ່;
ເຊິ່ງຄົນເກັບກ່ຽວກໍເອົາມັນມາເຕັມມືບໍ່ໄດ້,
ແລະ ຄົນມັດກໍຍັງເອົາມັນມາເຕັມແຂນຂອງຕົນບໍ່ໄດ້.
ຂໍໃຫ້ບັນດາຄົນທີ່ຜ່ານໄປມາຢ່າໄດ້ກ່າວກັບພວກເຂົາວ່າ,
“ຂໍພຣະພອນຂອງພຣະເຈົ້າຢາເວຈົ່ງມີແກ່ເຈົ້າ;
ພວກເຮົາຂໍອວຍພອນເຈົ້າໃນນາມຂອງພຣະເຈົ້າຢາເວ”.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.