Biblica® Open Lao Contemporary Version
ເພງສັນລະເສີນ 128
(ບົດເພງໃຊ້ແຫ່ຂຶ້ນໄປຍັງເຢຣູຊາເລັມ)
ຄວາມສຸກມີແກ່ທຸກຄົນທີ່ຢຳເກງພຣະເຈົ້າຢາເວ,
ທຸກຄົນທີ່ດຳເນີນຊີວິດດ້ວຍການເຊື່ອຟັງພຣະອົງ.
ທ່ານຈະກິນຜົນຈາກເຫື່ອແຮງຂອງເຈົ້າ;
ພຣະພອນ ແລະ ຄວາມຈະເລີນຮຸ່ງເຮືອງຈະເປັນຂອງເຈົ້າ
ເມຍຂອງເຈົ້າຈະເປັນດັ່ງເຄືອອະງຸ່ນ
ຢູ່ໃນເຮືອນຂອງເຈົ້າ;
ລູກທັງຫລາຍຂອງເຈົ້າຈະເປັນດັ່ງໜໍ່ໝາກກອກ
ຢູ່ອ້ອມໂຕະຂອງເຈົ້າ.
ແມ່ນແລ້ວ, ນີ້ຈະເປັນພອນ
ສຳລັບຜູ້ທີ່ຢຳເກງພຣະເຈົ້າຢາເວ.
ຂໍພຣະເຈົ້າຢາເວອວຍພອນເຈົ້າຈາກຊີໂອນ;
ຂໍໃຫ້ເຈົ້າເຫັນຄວາມຈະເລີນຮຸ່ງເຮືອງຂອງເຢຣູຊາເລັມ
ຕະຫລອດຊີວິດຂອງເຈົ້າ.
ຂໍໃຫ້ເຈົ້າອາຍຸຍືນ ເພື່ອເຫັນລູກຫລານຂອງເຈົ້າ
ສັນຕິສຸກຈົ່ງມີແກ່ອິດສະຣາເອນ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.