Biblica® Open Lao Contemporary Version
ເພງສັນລະເສີນ 127
(ບົດເພງໃຊ້ແຫ່ຂຶ້ນໄປຍັງເຢຣູຊາເລັມ, ບົດປະພັນຂອງໂຊໂລໂມນ)
ຖ້າພຣະເຈົ້າຢາເວບໍ່ໄດ້ສ້າງເຮືອນ,
ຜູ້ສ້າງລົງແຮງໄປກໍເມື່ອຍລ້າໆ.
ຖ້າພຣະເຈົ້າຢາເວບໍ່ໄດ້ປົກປັກຮັກສາເມືອງ,
ຄົນຍາມຢືນເຝົ້າຢູ່ກໍເມື່ອຍລ້າໆ.
ເປັນການເມື່ອຍລ້າໆທີ່ເຈົ້າລຸກຂຶ້ນແຕ່ເຊົ້າມືດ
ແລະ ເຮັດວຽກຈົນເດິກ,
ພະຍາຍາມຫາອາຫານມາກິນ
ເພາະພຣະເຈົ້າໄດ້ໃຫ້ບັນດາຜູ້ທີ່ພຣະອົງຮັກນອນຫລັບສະບາຍ.1
ລູກທັງຫລາຍເປັນມໍລະດົກຈາກພຣະເຈົ້າຢາເວ
ລູກຫລານເປັນບຳເໜັດຈາກພຣະອົງ.
ລູກທີ່ເກີດແກ່ຄົນໜຸ່ມສາວ
ກໍເປັນເໝືອນລູກສອນໃນມືຂອງນັກຮົບ.
ພຣະພອນເປັນຂອງ
ຄົນທີ່ມີລູກທະນູຢູ່ເຕັມກະບອກ.
ພວກເຂົາຈະບໍ່ຕ້ອງຖືກອັບອາຍ
ເມື່ອພວກເຂົາໂຕ້ຖຽງກັບຄູ່ຕໍ່ສູ້ຂອງພວກເຂົາທີ່ສານ.
Source notes (1)
- Footnote ຫລື ເພາະຂະນະທີ່ພວກເຂົາຫລັບຢູ່ ພຣະອົງໄດ້ຈັດຕຽມໃຫ້
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.