Biblica® Open Lao Contemporary Version
ເພງສັນລະເສີນ 126
(ບົດເພງໃຊ້ແຫ່ຂຶ້ນໄປຍັງເຢຣູຊາເລັມ)
ເມື່ອພຣະເຈົ້າຢາເວນຳບັນດາຊະເລີຍກັບສູ່ຊີໂອນ1
ພວກເຮົາກໍເໝືອນກັບບັນດາຄົນທີ່ຝັນໄປ.2
ປາກຂອງພວກເຮົາກໍເຕັມດ້ວຍສຽງຫົວຂັວນ,
ລີ້ນຂອງພວກເຮົາກໍຮ້ອງບົດເພງແຫ່ງຄວາມຍິນດີ.
ແລ້ວປະຊາຊາດທັງຫລາຍກໍເວົ້າກັນວ່າ:
“ພຣະເຈົ້າຢາເວໄດ້ເຮັດສິ່ງທີ່ຍິ່ງໃຫຍ່ເພື່ອພວກເຂົາ”.
ພຣະເຈົ້າຢາເວໄດ້ເຮັດສິ່ງທີ່ຍິ່ງໃຫຍ່ເພື່ອພວກເຮົາ,
ພວກເຮົາຈຶ່ງເຕັມລົ້ນດ້ວຍຄວາມຍິນດີ.
ຂ້າແດ່ພຣະເຈົ້າຢາເວ ຂໍໃຫ້ພວກຂ້ານ້ອຍໄດ້ກັບສູ່ສະພາບດີ,3
ເໝືອນກັນກັບສາຍນ້ຳໃນເນເກັບ.
ບັນດາຜູ້ທີ່ຫວ່ານດ້ວຍນ້ຳຕາ
ຈະເກັບກ່ຽວດ້ວຍບົດເພງແຫ່ງຄວາມຍິນດີ.
ບັນດາຜູ້ທີ່ອອກໄປຫວ່ານເມັດພືດ
ດ້ວຍນ້ຳຕາ,
ຈະແບກຝ່ອນເຂົ້າກັບມານຳຕົນ
ດ້ວຍບົດເພງແຫ່ງຄວາມຍິນດີ.
Source notes (3)
- Footnote ຫລື ເມື່ອພຣະເຈົ້າຢາເວໃຫ້ຊີໂອນກັບສູ່ສະພາບດີ
- Footnote ຫລື ເໝືອນຄົນທີ່ສຸຂະພາບດີເໝືອນເດີມ
- Footnote ຫລື ຂໍໂຜດນຳບັນດາຊະເລີຍຂອງພວກເຮົາກັບມາ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.