Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 125

(ບົດເພງ​ໃຊ້​ແຫ່​ຂຶ້ນ​ໄປ​ຍັງ​ເຢຣູຊາເລັມ)

ບັນດາ​ຜູ້​ທີ່​ໄວ້​ວາງໃຈ​ໃນ​ພຣະເຈົ້າ​ຢາເວ ກໍ​ເໝືອນ​ດັ່ງ​ພູເຂົາ​ຊີໂອນ,

ເຊິ່ງ​ບໍ່​ຫວັ່ນໄຫວ ແຕ່​ຕັ້ງໝັ້ນ​ຕະຫລອດ​ໄປ.

ເໝືອນດັ່ງ​ພູເຂົາ​ທັງຫລາຍ​ທີ່​ຢູ່​ອ້ອມ​ເຢຣູຊາເລັມ,

ດັ່ງ​ນັ້ນ​ພຣະເຈົ້າ​ຢາເວ ຈຶ່ງ​ອ້ອມ​ຮອບ​ປະຊາຊົນ​ຂອງ​ພຣະອົງ​ໄວ້

ທັງ​ບັດນີ້ ແລະ ຕະຫລອດ​ໄປ​ເປັນນິດ.

ໄມ້​ຄາທາ​ຂອງ​ຄົນ​ຊົ່ວຮ້າຍ​ຈະ​ບໍ່​ຍັງ​ຢູ່

ເໜືອ​ແຜ່ນດິນ​ທີ່​ເປັນ​ສ່ວນ​ຂອງ​ຄົນ​ຊອບທຳ,

ບໍ່​ດັ່ງນັ້ນ​ຄົນ​ຊອບທຳ​ອາດ​ຈະ​ໃຊ້

ມື​ຂອງ​ຕົນ​ເຮັດ​ຊົ່ວ.

ຂ້າແດ່​ພຣະເຈົ້າ​ຢາເວ, ຂໍ​ໂຜດ​ເຮັດ​ດີ​ຕໍ່​ບັນດາ​ຜູ້​ທີ່​ເຮັດ​ດີ,

ຕໍ່​ບັນດາ​ຜູ້​ທີ່​ມີ​ຈິດໃຈ​ທ່ຽງທຳ.

ແຕ່​ຜູ້​ທີ່​ຫັນ​ໄປ​ສູ່​ທາງ​ຄົດ​ລ້ຽວ

ພຣະເຈົ້າ​ຢາເວ​ຈະ​ໄລ່​ພວກເຂົາ​ໄປ​ພ້ອມ​ກັບ​ຄົນ​ເຮັດ​ຊົ່ວ.

ສັນຕິສຸກ​ຈົ່ງ​ມີ​ແກ່​ອິດສະຣາເອນ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.