Biblica® Open Lao Contemporary Version
ເພງສັນລະເສີນ 124
(ບົດເພງໃຊ້ແຫ່ຂຶ້ນໄປຍັງເຢຣູຊາເລັມຂອງດາວິດ)
ຖ້າພຣະເຈົ້າຢາເວບໍ່ໄດ້ຢູ່ຝ່າຍພວກເຮົາ
ກໍໃຫ້ອິດສະຣາເອນກ່າວວ່າ,
ຖ້າພຣະເຈົ້າຢາເວ ບໍ່ໄດ້ຢູ່ຝ່າຍພວກເຮົາ
ເມື່ອຄົນມາໂຈມຕີພວກເຮົາ
ພວກເຂົາກໍຄົງຈະກືນພວກເຮົາທັງເປັນ
ເມື່ອຄວາມໃຈຮ້າຍຂອງພວກເຂົາພຸ່ງຂຶ້ນຕໍ່ພວກເຮົາ,
ນ້ຳກໍຄົງຖ້ວມພວກເຮົາແລ້ວ,
ກະແສນ້ຳແຮງກໍຄົງຊັດຖ້ວມພວກເຮົາ.
ນ້ຳທີ່ໄຫລແຮງ
ກໍຄົງຈະພັດກວາດພວກເຮົາໄປແລ້ວ.
ຂໍຖວາຍສັນລະເສີນແດ່ພຣະເຈົ້າຢາເວ
ຜູ້ບໍ່ຍອມໃຫ້ແຂ້ວຂອງພວກເຂົາກັດຈີກພວກເຮົາ.
ພວກເຮົາໜີພົ້ນມາໄດ້ເໝືອນນົກ
ພົ້ນຈາກແຮ້ວຂອງນາຍພານ
ແຮ້ວນັ້ນຖືກຫັກຖິ້ມ,
ແລະ ພວກເຮົາກໍໜີພົ້ນມາໄດ້.
ຄວາມຊ່ວຍເຫລືອຂອງພວກເຮົາຢູ່ໃນນາມຂອງພຣະເຈົ້າຢາເວ,
ຜູ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.