Biblica® Open Lao Contemporary Version
ເພງສັນລະເສີນ 123
(ບົດເພງໃຊ້ແຫ່ຂຶ້ນໄປຍັງເຢຣູຊາເລັມ)
ຂ້ານ້ອຍເງີຍໜ້າຂຶ້ນເບິ່ງພຣະອົງ,
ພຣະອົງຜູ້ນັ່ງຢູ່ເທິງບັນລັງໃນຟ້າສະຫວັນ.
ເໝືອນດັ່ງດວງຕາຂອງຂ້າທາດທີ່ເບິ່ງມືນາຍຂອງຕົນ,
ເໝືອນດັ່ງດວງຕາຂອງຂ້າທາດຍິງທີ່ເຝົ້າເບິ່ງມືນາຍຍິງຂອງຕົນ,
ດວງຕາຂອງພວກຂ້ານ້ອຍກໍເບິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ,
ຈົນພຣະອົງສະແດງຄວາມເມດຕາຂອງພຣະອົງແກ່ພວກຂ້ານ້ອຍ.
ຂ້າແດ່ພຣະເຈົ້າຢາເວ ຂໍເມດຕາພວກຂ້ານ້ອຍດ້ວຍ ຂໍເມດຕາພວກຂ້ານ້ອຍດ້ວຍ,
ເພາະພວກຂ້ານ້ອຍໄດ້ທົນຕໍ່ການດູຖູກມາຫລາຍ
ພວກຂ້ານ້ອຍໄດ້ທົນ
ຕໍ່ການເຢາະເຢີ້ຍຈາກຄົນຈອງຫອງ,
ທົນຕໍ່ການໝິ່ນປະໝາດຈາກຄົນອວດດີບໍ່ມີທີ່ສິ້ນສຸດ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.