Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 122

(ບົດເພງ​ໃຊ້​ແຫ່​ຂຶ້ນ​ໄປ​ຍັງ​ເຢຣູຊາເລັມ, ບົດ​ປະພັນ​ຂອງ​ດາວິດ)

ຂ້ານ້ອຍ​ຊື່ນຊົມຍິນດີ ເມື່ອ​ມີ​ຜູ້​ກ່າວ​ແກ່​ຂ້ານ້ອຍ​ວ່າ:

“ໃຫ້​ພວກເຮົາ​ໄປ​ຍັງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ”.

ເຢຣູຊາເລັມ, ຕີນ​ຂອງ​ພວກເຮົາ​ກໍ​ຢືນ​ຢູ່

ພາຍໃນ​ປະຕູ​ຂອງ​ເຈົ້າ.

ເຢຣູຊາເລັມ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ເປັນ​ນະຄອນ

ເຊິ່ງ​ປະສານ​ເຂົ້າ​ໄວ້​ດ້ວຍ​ກັນ​ຢ່າງ​ໜາແໜ້ນ.

ເປັນ​ບ່ອນ​ທີ່​ຊົນເຜົ່າ​ຕ່າງໆ​ຂຶ້ນ​ມາ

ຄື​ຄົນ​ເຜົ່າ​ຕ່າງໆ​ຂອງ​ພຣະເຈົ້າ​ຢາເວ

ເພື່ອ​ສັນລະເສີນ​ນາມ​ຂອງ​ພຣະເຈົ້າ​ຢາເວ

ຕາມ​ກົດເກນ​ທີ່​ໄດ້​ວາງ​ໄວ້​ໃຫ້​ອິດສະຣາເອນ.

ບັນລັງ​ເພື່ອ​ການ​ພິພາກສາ​ໄດ້​ຕັ້ງ​ຢູ່​ທີ່​ນັ້ນ,

ເປັນ​ບັນລັງ​ແຫ່ງ​ເຊື້ອສາຍ​ຂອງ​ດາວິດ.

ຈົ່ງ​ອະທິຖານ​ຂໍ​ສັນຕິພາບ​ສຳລັບ​ເຢຣູຊາເລັມ​ວ່າ:

“ຂໍ​ໃຫ້​ບັນດາ​ຜູ້​ທີ່​ຮັກ​ເຈົ້າ​ນັ້ນ​ປອດໄພ.

ຂໍ​ໃຫ້​ມີ​ສັນຕິພາບ​ພາຍໃນ​ກຳແພງ​ຂອງ​ເຈົ້າ

ແລະ ມີ​ຄວາມ​ປອດໄພ​ໃນ​ວັງ​ຂອງ​ເຈົ້າ”.

ເພື່ອ​ເຫັນ​ແກ່​ຄອບຄົວ ແລະ ມິດສະຫາຍ​ຂອງ​ຂ້ານ້ອຍ,

ຂ້ານ້ອຍ​ຈະ​ກ່າວ​ວ່າ “ສັນຕິພາບ​ຈົ່ງ​ມີ​ຢູ່​ໃນ​ເຈົ້າ”.

ເພື່ອ​ເຫັນ​ແກ່​ວິຫານ​ຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຮົາ,

ຂ້ານ້ອຍ​ຈະ​ຊອກຫາ​ຄວາມ​ຈະເລີນ​ຮຸ່ງເຮືອງ​ໃຫ້​ແກ່​ເຈົ້າ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.