Biblica® Open Lao Contemporary Version
ເພງສັນລະເສີນ 121
(ບົດເພງໃຊ້ແຫ່ຂຶ້ນໄປຍັງເຢຣູຊາເລັມ)
ຂ້ານ້ອຍເງີຍໜ້າເບິ່ງທີ່ພູເຂົາທັງຫລາຍ
ຄວາມຊ່ວຍເຫລືອຂອງຂ້ານ້ອຍມາຈາກໃສ?
ຄວາມຊ່ວຍເຫລືອຂອງຂ້ານ້ອຍມາຈາກພຣະເຈົ້າຢາເວ
ຜູ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ.
ພຣະອົງຈະບໍ່ປ່ອຍໃຫ້ຕີນຂອງເຈົ້າພະລາດໄປ
ພຣະອົງຜູ້ປົກປັກຮັກສາເຈົ້າຈະບໍ່ເຊືອບຫລັບ;
ແທ້ຈິງແລ້ວ, ພຣະອົງຜູ້ປົກປັກຮັກສາອິດສະຣາເອນ
ຈະບໍ່ເຊືອບຫລັບ ຫລື ນອນຢູ່.
ພຣະເຈົ້າຢາເວປົກປັກຮັກສາເຈົ້າ
ພຣະເຈົ້າຢາເວເປັນຮົ່ມເງົາຂອງເຈົ້າຢູ່ທີ່ເບື້ອງຂວາຂອງເຈົ້າ;
ດວງຕາເວັນຈະບໍ່ເຮັດຮ້າຍແກ່ເຈົ້າໃນເວລາກາງເວັນ,
ແລະ ດວງເດືອນຈະບໍ່ເຮັດຮ້າຍແກ່ເຈົ້າໃນເວລາກາງຄືນ.
ພຣະເຈົ້າຢາເວຈະປົກປັກຮັກສາເຈົ້າໃຫ້ພົ້ນຈາກໄພອັນຕະລາຍທັງຫລາຍ
ພຣະອົງຈະປົກປັກຮັກສາຊີວິດຂອງເຈົ້າ
ພຣະເຈົ້າຢາເວຈະປົກປັກຮັກສາການໄປ ແລະ ການມາຂອງເຈົ້າ
ທັງບັດນີ້ ແລະ ຕະຫລອດໄປເປັນນິດ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.