Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 120

(ບົດເພງ​ໃຊ້​ແຫ່​ຂຶ້ນ​ໄປ​ຍັງ​ເຢຣູຊາເລັມ)

ເມື່ອ​ຍາມ​ທຸກໃຈ ຂ້ານ້ອຍ​ໄດ້​ຮ້ອງ​ຫາ​ພຣະເຈົ້າ​ຢາເວ

ແລະ ພຣະອົງ​ກໍ​ຕອບ​ຂ້ານ້ອຍ.

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ

ຈາກ​ຮີມສົບ​ທີ່​ຕົວະ

ແລະ ຈາກ​ລີ້ນ​ທີ່​ຫລອກລວງ.

ລີ້ນ​ຫລອກລວງ,

ພຣະອົງ​ຈະ​ຈັດການ​ກັບ​ເຈົ້າ​ຢ່າງ​ໃດ,

ແລະ ພຣະອົງ​ຈະ​ເຮັດ​ຫຍັງ​ຫລາຍ​ກວ່າ​ນັ້ນ​ອີກ?

ພຣະອົງ​ຈະ​ລົງໂທດ​ເຈົ້າ​ດ້ວຍ​ລູກສອນ​ທີ່​ຄົມ​ຂອງ​ນັກຮົບ,

ດ້ວຍ​ຖ່ານ​ໄມ້​ທີ່​ກຳລັງ​ໄໝ້​ຢູ່.

ວິບັດ​ແກ່​ຂ້ານ້ອຍ​ທີ່​ມາ​ອາໄສ​ຢູ່​ໃນ​ເມເຊັກ

ມາ​ໃຊ້​ຊີວິດ​ຢູ່​ທ່າມກາງ​ເຕັນ​ຂອງ​ເກດາ!

ຂ້ານ້ອຍ​ໄດ້​ອາໄສ​ຢູ່​ທ່າມກາງ

ຄົນ​ເຫລົ່ານັ້ນ​ທີ່​ກຽດຊັງ​ສັນຕິພາບ​ດົນ​ເກີນ​ໄປ​ແລ້ວ.

ຂ້ານ້ອຍ​ເປັນ​ຄົນ​ສະແຫວງຫາ​ສັນຕິ

ແຕ່​ພໍ​ຂ້ານ້ອຍ​ເວົ້າ, ພວກເຂົາ​ກໍ​ໝາຍ​ເຮັດ​ສົງຄາມ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.