Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 119

ອາເລບ

ຄວາມ​ສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ດຳເນີນ​ຊີວິດ​ຢ່າງ​ບໍ່​ມີ​ຕຳໜິ,

ຜູ້​ທີ່​ປະພຶດ​ຕາມ​ກົດບັນຍັດ​ຂອງ​ພຣະເຈົ້າ​ຢາເວ.

ຄວາມ​ສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ຮັກສາ​ກົດເກນ​ຂອງ​ພຣະອົງ

ແລະ ສະແຫວງຫາ​ພຣະອົງ​ໝົດ​ທັງ​ຫົວໃຈ​ຂອງ​ຕົນ

ພວກເຂົາ​ບໍ່​ເຮັດ​ສິ່ງ​ທີ່​ຜິດ

ແຕ່​ດຳເນີນ​ຢູ່​ໃນ​ທາງ​ຂອງ​ພຣະອົງ.

ພຣະອົງ​ໃຫ້​ຂໍ້​ບັງຄັບ

ເຊິ່ງ​ຕ້ອງ​ເຊື່ອຟັງ​ຢ່າງ​ເຕັມ​ທີ່.

ຂໍ​ໃຫ້​ວິຖີ​ທາງ​ຂອງ​ຂ້ານ້ອຍ​ນັ້ນ​ໝັ້ນຄົງ

ໃນ​ການ​ປະຕິບັດ​ຕາມ​ດຳລັດ​ຂອງ​ພຣະອົງ!

ແລ້ວ​ຂ້ານ້ອຍ​ຈະ​ບໍ່​ຕ້ອງ​ຖືກ​ອັບອາຍ

ເມື່ອ​ຂ້ານ້ອຍ​ວິເຄາະ​ສັ່ງ​ທັງໝົດ​ຂອງ​ພຣະອົງ.

ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ​ດ້ວຍ​ຫົວໃຈ​ທີ່​ທ່ຽງທຳ

ເມື່ອ​ຮຽນ​ຮູ້​ກົດບັນຍັດ​ອັນ​ຊອບທຳ​ຂອງ​ພຣະອົງ.

ຂ້ານ້ອຍ​ຈະ​ເຊື່ອຟັງ​ດຳລັດ​ຂອງ​ພຣະອົງ

ຂໍ​ຢ່າ​ປະຖິ້ມ​ຂ້ານ້ອຍ​ໄປ.

ເບດ

ຄົນ​ໜຸ່ມ​ສາວ​ຈະ​ຮັກສາ​ທາງ​ຂອງ​ຕົນ​ໃຫ້​ບໍລິສຸດ​ໄດ້​ຢ່າງໃດ?

ກໍ​ໂດຍ​ການ​ດຳເນີນຊີວິດ​ຕາມ​ພຣະຄຳ​ຂອງ​ພຣະອົງ.

ຂ້ານ້ອຍ​ສະແຫວງຫາ​ພຣະອົງ​ດ້ວຍ​ສຸດ​ໃຈ​ຂອງ​ຂ້ານ້ອຍ

ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ຕະເຫລີດ​ໜີ​ຈາກ​ຂໍ້​ຄຳສັ່ງ​ຂອງ​ພຣະອົງ.

ຂ້ານ້ອຍ​ຈົດຈຳ​ພຣະຄຳ​ຂອງ​ພຣະອົງ​ໄວ້​ໃນ​ໃຈ​ຂອງ​ຂ້ານ້ອຍ

ເພື່ອ​ວ່າ​ຂ້ານ້ອຍ​ຈະ​ໄດ້​ບໍ່​ເຮັດ​ບາບ​ຕໍ່​ພຣະອົງ.

ຂ້າແດ່​ພຣະເຈົ້າ​ຢາເວ, ສັນລະເສີນ​ພຣະອົງ,

ຂໍ​ໂຜດ​ສອນ​ດຳລັດ​ຂອງ​ພຣະອົງ​ແກ່​ຂ້ານ້ອຍ.

ດ້ວຍ​ຮິມສົບ​ຂອງ​ຂ້ານ້ອຍ

ຂ້ານ້ອຍ​ທ່ອງຈຳ​ກົດບັນຍັດ​ທັງໝົດ​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ.

ຂ້ານ້ອຍ​ຊື່ນຊົມຍິນດີ​ໃນ​ການ​ປະຕິບັດ​ຕາມ​ກົດເກນ​ຂອງ​ພຣະອົງ

ເໝືອນ​ດັ່ງ​ຜູ້​ທີ່​ຊື່ນຊົມຍິນດີ​ໃນ​ຊັບສົມບັດ​ອັນ​ຫລວງຫລາຍ.

ຂ້ານ້ອຍ​ສຳນຶກ​ເຖິງ​ຂໍ້​ຄຳສັ່ງ​ຂອງ​ພຣະອົງ

ແລະ ວິເຄາະ​ເຖິງ​ວິຖີ​ທາງ​ຂອງ​ພຣະອົງ.

ຂ້ານ້ອຍ​ປິຕິຍິນດີ​ໃນ​ດຳລັດ​ຂອງ​ພຣະອົງ;

ຂ້ານ້ອຍ​ຈະ​ບໍ່​ລະເລີຍ​ຕໍ່​ຖ້ອຍຄຳ​ຂອງ​ພຣະອົງ.

ກີເມນ

ຂໍ​ໂຜດ​ດີ​ຕໍ່​ຜູ້ຮັບໃຊ້​ຂອງ​ພຣະອົງ ແລ້ວ​ຂ້ານ້ອຍ​ຈະ​ມີ​ຊີວິດ​ຢູ່

ແລະ ຈະ​ເຊື່ອຟັງ​ພຣະຄຳ​ຂອງ​ພຣະອົງ.

ຂໍ​ໂຜດ​ເປີດ​ຕາ​ຂອງ​ຂ້ານ້ອຍ ເພື່ອ​ຂ້ານ້ອຍ​ຈະ​ເຫັນ

ສິ່ງ​ອັດສະຈັນ​ທັງຫລາຍ​ໃນ​ກົດບັນຍັດ​ຂອງ​ພຣະອົງ.

ຂ້ານ້ອຍ​ເປັນ​ຄົນ​ແປກ​ໜ້າ​ໃນ​ໂລກ​ນີ້;

ຂໍ​ຢ່າ​ເຊື່ອງ​ພຣະບັນຍັດ​ຂອງ​ພຣະອົງ​ໄວ້​ຈາກ​ຂ້ານ້ອຍ.

ຈິດ​ວິນຍານ​ຂອງ​ຂ້ານ້ອຍ​ຖືກ​ເຜົາ​ໄໝ້​ດ້ວຍ​ຄວາມ​ກະຫາຍ​ຫາ

ກົດບັນຍັດ​ຂອງ​ພຣະອົງ​ຢູ່​ຕະຫລອດ​ເວລາ.

ພຣະອົງ​ຕຳໜິ​ຄົນ​ຈອງຫອງ, ຜູ້​ທີ່​ຖືກ​ສາບແຊ່ງ,

ບັນດາ​ຜູ້​ທີ່​ຕະເຫລີດ​ໜີ​ຈາກ​ຂໍ້​ຄຳສັ່ງ​ຂອງ​ພຣະອົງ.

ຂໍ​ໂຜດ​ເອົາ​ຄຳ​ໝິ່ນປະໝາດ ແລະ ການ​ດູຖູກ​ຂອງ​ພວກເຂົາ​ອອກ​ໄປ​ຈາກ​ຂ້ານ້ອຍ.

ເພາະ​ຂ້ານ້ອຍ​ຮັກສາ​ກົດເກນ​ຂອງ​ພຣະອົງ.

ເຖິງ​ແມ່ນ​ວ່າ​ບັນດາ​ຜູ້ປົກຄອງ​ຈະ​ນັ່ງ​ລົງ​ຮ່ວມ​ກັນ ແລະ ໃສ່ຮ້າຍ​ຂ້ານ້ອຍ,

ຜູ້ຮັບໃຊ້​ຂອງ​ພຣະອົງ​ຈະ​ຍັງ​ສຳນຶກ​ເຖິງ​ດຳລັດ​ຂອງ​ພຣະອົງ.

ກົດເກນ​ຂອງ​ພຣະອົງ​ເປັນ​ຄວາມ​ປິຕິຍິນດີ​ຂອງ​ຂ້ານ້ອຍ;

ກົດເກນ​ເຫລົ່ານັ້ນ​ເປັນ​ທີ່​ປຶກສາ​ຂອງ​ຂ້ານ້ອຍ.

ດາເລດ

ຂ້ານ້ອຍ​ຕົກ​ຕ່ຳ​ລົງ​ຈົນ​ເກືອກ​ຝຸ່ນ

ຂໍ​ສະຫງວນ​ຊີວິດ​ຂອງ​ຂ້ານ້ອຍ​ຕາມ​ພຣະຄຳ​ຂອງ​ພຣະອົງ

ຂ້ານ້ອຍ​ເລົ່າ​ເຖິງ​ວິຖີທາງ​ຂອງ​ຂ້ານ້ອຍ ແລະ ພຣະອົງ​ກໍ​ໄດ້​ຕອບ​ຂ້ານ້ອຍ;

ຂໍ​ໂຜດ​ສອນ​ດຳລັດ​ຂອງ​ພຣະອົງ​ແກ່​ຂ້ານ້ອຍ.

ຂໍ​ໃຫ້​ຂ້ານ້ອຍ​ໄດ້​ເຂົ້າໃຈ​ວິຖີ​ທາງ​ແຫ່ງ​ຄຳສອນ​ຈາກ​ຂໍ້​ບັງຄັບ​ຂອງ​ພຣະອົງ,

ແລ້ວ​ຂ້ານ້ອຍ​ຈະ​ຄິດ​ຕຶກຕອງ​ເຖິງ​ພາລະກິດ​ອັນ​ອັດສະຈັນ​ຂອງ​ພຣະອົງ.

ຈິດ​ວິນຍານ​ຂອງ​ຂ້ານ້ອຍ​ອ່ອນ​ແຮງ​ເພາະ​ຄວາມ​ໂສກເສົ້າ

ຂໍ​ເຮັດ​ໃຫ້​ຂ້ານ້ອຍ​ເຂັ້ມແຂງ​ຂຶ້ນ​ຕາມ​ພຣະຄຳ​ຂອງ​ພຣະອົງ​ດ້ວຍ.

ຂໍ​ປົກປ້ອງ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ວິຖີ​ທາງ​ອັນ​ຫລອກລວງ​ທັງຫລາຍ;

ຂໍ​ໂຜດ​ເມດຕາ​ແກ່​ຂ້ານ້ອຍ ແລະ ສອນ​ກົດບັນຍັດ​ຂອງ​ພຣະອົງ​ແກ່​ຂ້ານ້ອຍ.

ຂ້ານ້ອຍ​ໄດ້​ເລືອກ​ຫົນ​ທາງ​ແຫ່ງ​ຄວາມ​ສັດຊື່;

ຂ້ານ້ອຍ​ປັກ​ໃຈ​ໃນ​ກົດບັນຍັດ​ຂອງ​ພຣະອົງ.

ຂ້າແດ່​ພຣະເຈົ້າ​ຢາເວ ຂ້ານ້ອຍ​ຢຶດໝັ້ນ​ໃນ​ກົດເກນ​ຂອງ​ພຣະອົງ

ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ຕ້ອງ​ຖືກ​ອັບອາຍ.

ຂ້ານ້ອຍ​ກະຕືລືລົ້ນ​ທີ່​ຈະ​ເຮັດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ

ເພາະ​ພຣະອົງ​ໄດ້​ເຮັດ​ໃຫ້​ຂະຫຍາຍ​ຄວາມ​ເຂົ້າໃຈ​ຂອງ​ຂ້ານ້ອຍ.

ເຮ

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ສອນ​ຂ້ານ້ອຍ​ໃຫ້​ປະຕິບັດ​ຕາມ​ດຳລັດ​ຂອງ​ພຣະອົງ,

ແລ້ວ​ຂ້ານ້ອຍ​ຈະ​ຮັກສາ​ດຳລັດ​ໄວ້​ຈົນ​ເຖິງ​ທີ່ສຸດ.

ໂຜດ​ໃຫ້​ຄວາມ​ເຂົ້າໃຈ ແລ້ວ​ຂ້ານ້ອຍ​ຈະ​ຮັກສາ​ກົດບັນຍັດ​ຂອງ​ພຣະອົງ

ແລະ ປະຕິບັດ​ຕາມ​ດ້ວຍ​ສຸດ​ໃຈ​ຂອງ​ຂ້ານ້ອຍ.

ຂໍ​ນຳ​ຂ້ານ້ອຍ​ໄປ​ຕາມ​ທາງ​ທີ່​ພຣະອົງ​ສັ່ງ,

ເພາະ​ຂ້ານ້ອຍ​ປິຕິຍິນດີ​ໃນ​ທາງ​ນັ້ນ.

ຂໍ​ໂຜດ​ຫັນ​ຫົວໃຈ​ຂອງ​ຂ້ານ້ອຍ​ສູ່​ກົດເກນ​ຂອງ​ພຣະອົງ

ແລະ ບໍ່​ໄຝ່​ຫາ​ຜົນປະໂຫຍດ​ຢ່າງ​ເຫັນ​ແກ່​ຕົວ.

ຂໍ​ໂຜດ​ຫັນ​ສາຍຕາ​ຂອງ​ຂ້ານ້ອຍ​ໄປ​ຈາກ​ສິ່ງ​ທີ່​ໄຮ້​ຄ່າ;

ຂໍ​ສະຫງວນ​ຊີວິດ​ຂອງ​ຂ້ານ້ອຍ​ຕາມ​ຖ້ອຍຄຳ​ຂອງ​ພຣະອົງ1

ຂໍ​ເຮັດ​ຕາມ​ຄຳ​ສັນຍາ​ຂອງ​ພຣະອົງ​ທີ່​ໃຫ້​ໄວ້​ກັບ​ຜູ້ຮັບໃຊ້​ຂອງ​ພຣະອົງ,

ເພື່ອ​ພຣະອົງ​ຈະ​ເປັນ​ທີ່​ຢຳເກງ.

ຂໍ​ໂຜດ​ເອົາ​ຄວາມ​ອັບອາຍ​ທີ່​ຂ້ານ້ອຍ​ຢ້ານກົວ​ນັ້ນ​ອອກ​ໄປ,

ເພາະ​ກົດບັນຍັດ​ຂອງ​ພຣະອົງ​ນັ້ນ​ດີ.

ຂ້ານ້ອຍ​ໄຝ່​ຫາ​ໃນ​ຂໍ້​ບັງຄັບ​ຂອງ​ພຣະອົງ​ຫລາຍ!

ຂໍ​ໂຜດ​ສະຫງວນ​ຊີວິດ​ຂອງ​ຂ້ານ້ອຍ​ໄວ້​ດ້ວຍ​ຄວາມ​ຊອບທຳ​ຂອງ​ພຣະອົງ.

ວາວ

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໃຫ້​ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ມາ​ເຖິງ​ຂ້ານ້ອຍ,

ຂໍ​ໃຫ້​ຄວາມ​ພົ້ນ​ຂອງ​ພຣະອົງ​ມາ​ເຖິງ​ຕາມ​ຄຳ​ສັນຍາ​ຂອງ​ພຣະອົງ;

ແລ້ວ​ຂ້ານ້ອຍ​ຈະ​ສາມາດ​ຕອບ​ທຸກ​ຄົນ​ທີ່​ເຢາະເຢີ້ຍ​ຂ້ານ້ອຍ,

ເພາະ​ຂ້ານ້ອຍ​ໄດ້​ໄວ້​ວາງໃຈ​ໃນ​ພຣະຄຳ​ຂອງ​ພຣະອົງ.

ຂໍ​ຢ່າ​ເອົາ​ຖ້ອຍຄຳ​ແຫ່ງ​ຄວາມຈິງ​ຂອງ​ພຣະອົງ​ໄປ​ຈາກ​ປາກ​ຂອງ​ຂ້ານ້ອຍ,

ເພາະ​ຂ້ານ້ອຍ​ໄດ້​ມອບ​ຄວາມ​ຫວັງ​ຂອງ​ຂ້ານ້ອຍ​ໄວ້​ກັບ​ກົດບັນຍັດ​ທັງຫລາຍ​ຂອງ​ພຣະອົງ.

ຂ້ານ້ອຍ​ຈະ​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ​ຢູ່​ສະເໝີ,

ຕະຫລອດ​ໄປ​ເປັນນິດ.

ຂ້ານ້ອຍ​ຈະ​ດຳເນີນ​ຊີວິດ​ໄປ​ຢ່າງ​ເສລີພາບ

ເພາະ​ຂ້ານ້ອຍ​ໄດ້​ສະແຫວງຫາ​ຂໍ້​ບັງຄັບ​ຂອງ​ພຣະອົງ.

ຂ້ານ້ອຍ​ຈະ​ເວົ້າ​ເຖິງ​ກົດເກນ​ຂອງ​ພຣະອົງ​ຕໍ່ໜ້າ​ບັນດາ​ກະສັດ

ແລະ ຈະ​ບໍ່​ຖືກ​ອັບອາຍ​ຂາຍ​ໜ້າ,

ເພາະ​ຂ້ານ້ອຍ​ປິຕິຍິນດີ​ໃນ​ຄຳສັ່ງ​ຂອງ​ພຣະອົງ

ເພາະວ່າ​ຂ້ານ້ອຍ​ຮັກ​ຄຳສັ່ງ​ເຫລົ່ານັ້ນ.

ຂ້ານ້ອຍ​ເທີດທູນ2​ຄຳສັ່ງ​ຂອງ​ພຣະອົງ ເຊິ່ງ​ຂ້ານ້ອຍ​ຮັກ,

ແລະ ຂ້ານ້ອຍ​ຄິດ​ຕຶກຕອງ​ເຖິງ​ດຳລັດ​ຂອງ​ພຣະອົງ.

ຊາຍິນ

ຂໍ​ລະນຶກ​ເຖິງ​ຖ້ອຍ​ທີ່​ໃຫ້​ໄວ້​ແກ່​ຜູ້ຮັບໃຊ້​ຂອງ​ພຣະອົງ,

ເພາະ​ພຣະອົງ​ໄດ້​ໃຫ້​ຄວາມ​ຫວັງ​ແກ່​ຂ້ານ້ອຍ.

ສິ່ງ​ທີ່​ປອບໃຈ​ຂ້ານ້ອຍ​ໃນ​ເວລາ​ທຸກຍາກ​ລຳບາກ​ນັ້ນ​ກໍ​ຄື:

ຄຳ​ສັນຍາ​ຂອງ​ພຣະອົງ​ຮັກສາ​ຊີວິດ​ຂ້ານ້ອຍ​ໄວ້.

ຄົນ​ຈອງຫອງ​ເຢາະເຢີ້ຍ​ຂ້ານ້ອຍ​ຢ່າງ​ບໍ່​ມີ​ຄວາມ​ເມດຕາ​ປານີ,

ແຕ່​ຂ້ານ້ອຍ​ບໍ່​ຫັນ​ໄປ​ຈາກ​ກົດບັນຍັດ​ຂອງ​ພຣະອົງ.

ຂ້າແດ່​ພຣະເຈົ້າ​ຢາເວ ຂ້ານ້ອຍ​ລະນຶກ​ເຖິງ​ກົດບັນຍັດ​ແຕ່​ເກົ່າ​ກ່ອນ​ຂອງ​ພຣະອົງ

ແລະ ຂ້ານ້ອຍ​ກໍ​ໄດ້​ຮັບ​ການ​ເລົ້າໂລມໃຈ​ຈາກ​ກົດບັນຍັດ​ເຫລົ່ານັ້ນ.

ຄວາມ​ຂຸ່ນ​ເຄືອງ​ໃຈ​ໄດ້​ຄອບງຳ​ຂ້ານ້ອຍ​ເພາະ​ຄົນ​ຊົ່ວ,

ຜູ້​ທີ່​ໄດ້​ປະຖິ້ມ​ກົດບັນຍັດ​ຂອງ​ພຣະອົງ.

ດຳລັດ​ຂອງ​ພຣະອົງ​ເປັນ​ຫົວຂໍ້​ຂອງ​ບົດເພງ​ຂອງ​ຂ້ານ້ອຍ

ໃນ​ທຸກ​ບ່ອນ​ທີ່​ຂ້ານ້ອຍ​ຈະ​ອາໄສ​ຢູ່.

ຂ້າແດ່​ພຣະເຈົ້າ​ຢາເວ ໃນ​ເວລາ​ກາງຄືນ ຂ້ານ້ອຍ​ໄດ້​ລະນຶກ​ເຖິງ​ນາມ​ຂອງ​ພຣະອົງ,

ແລະ ຂ້ານ້ອຍ​ຈະ​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ພຣະອົງ.

ທີ່​ຂ້ານ້ອຍ​ໄດ້​ປະຕິບັດ​ຕະຫລອດ​ມາ

ກໍ​ຄື​ຂ້ານ້ອຍ​ເຊື່ອຟັງ​ຂໍ້​ບັງຄັບ​ທັງຫລາຍ​ຂອງ​ພຣະອົງ.

ເຮດ

ຂ້າແດ່​ພຣະເຈົ້າ​ຢາເວ ພຣະອົງ​ເປັນ​ສ່ວນ​ມໍລະດົກ​ຂອງ​ຂ້ານ້ອຍ;

ຂ້ານ້ອຍ​ໄດ້​ສັນຍາ​ວ່າ​ຈະ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະອົງ.

ຂ້ານ້ອຍ​ສະແຫວງຫາ​ໃບໜ້າ​ຂອງ​ພຣະອົງ​ໝົດ​ທັງ​ຫົວໃຈ​ຂອງ​ຂ້ານ້ອຍ;

ຂໍ​ໂຜດ​ເມດຕາ​ຂ້ານ້ອຍ​ຕາມ​ຄຳ​ສັນຍາ​ຂອງ​ພຣະອົງ.

ຂ້ານ້ອຍ​ພິຈາລະນາ​ວິຖີທາງ​ຂອງ​ຕົນ

ແລະ ໄດ້​ຫັນ​ບາດ​ກ້າວ​ຂອງ​ຕົນ​ມາ​ສູ່​ກົດເກນ​ຂອງ​ພຣະອົງ.

ຂ້ານ້ອຍ​ຈະ​ຟ້າວ ແລະ ຈະ​ບໍ່​ຊັກຊ້າ

ທີ່​ຈະ​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະອົງ.

ເຖິງ​ແມ່ນ​ຄົນ​ຊົ່ວ​ຜູກ​ຂ້ານ້ອຍ​ໄວ້​ດ້ວຍ​ເຊືອກ​ກໍ​ຕາມ,

ຂ້ານ້ອຍ​ກໍ​ຈະ​ບໍ່​ລືມ​ກົດບັນຍັດ​ຂອງ​ພຣະອົງ.

ເວລາ​ທ່ຽງ​ຄືນ​ຂ້ານ້ອຍ​ລຸກ​ຂຶ້ນ​ມາ​ຂອບພຣະຄຸນ​ພຣະອົງ

ສຳລັບ​ກົດບັນຍັດ​ອັນ​ຊອບທຳ​ຂອງ​ພຣະອົງ.

ຂ້ານ້ອຍ​ເປັນ​ມິດ​ກັບ​ທຸກຄົນ​ທີ່​ຢຳເກງ​ພຣະອົງ,

ກັບ​ຜູ້​ທີ່​ເຮັດ​ຕາມ​ຂໍ້​ບັງຄັບ​ຂອງ​ພຣະອົງ.

ຂ້າແດ່​ພຣະເຈົ້າ​ຢາເວ ໂລກ​ນີ້​ເຕັມ​ດ້ວຍ​ຄວາມ​ຮັກ​ຂອງ​ພຣະອົງ;

ຂໍ​ໂຜດ​ສອນ​ດຳລັດ​ຂອງ​ພຣະອົງ​ໃຫ້​ແກ່​ຂ້ານ້ອຍ​ດ້ວຍ.

ເທດ

ພຣະເຈົ້າ​ຢາເວ​ຂໍ​ໂຜດ​ດີ​ຕໍ່​ຜູ້ຮັບໃຊ້​ຂອງ​ພຣະອົງ

ຕາມ​ຖ້ອຍຄຳ​ຂອງ​ພຣະອົງ.

ຂໍ​ສອນ​ຂ້ານ້ອຍ​ໃຫ້​ມີ​ຄວາມ​ຮູ້ ແລະ ມີ​ການ​ຕັດສິນ​ທີ່​ດີ,

ເພາະ​ຂ້ານ້ອຍ​ວາງໃຈ​ຄຳສັ່ງ​ຂອງ​ພຣະອົງ.

ກ່ອນ​ທີ່​ຂ້ານ້ອຍ​ຈະ​ຕົກ​ທຸກ ຂ້ານ້ອຍ​ໄດ້​ຕະເຫລີດ​ໄປ,

ແຕ່​ບັດນີ້ ຂ້ານ້ອຍ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະອົງ.

ພຣະອົງ​ແສນ​ດີ ແລະ ສິ່ງ​ທີ່​ພຣະອົງ​ເຮັດ​ນັ້ນ​ກໍ​ດີ​ເລີດ;

ຂໍ​ໂຜດ​ສອນ​ດຳລັດ​ຂອງ​ພຣະອົງ​ໃຫ້​ແກ່​ຂ້ານ້ອຍ​ດ້ວຍ.

ເຖິງ​ແມ່ນ​ວ່າ​ຄົນ​ຈອງຫອງ​ໃສ່​ຮ້າຍ​ປ້າຍ​ສີ​ຂ້ານ້ອຍ

ຂ້ານ້ອຍ​ກໍ​ຮັກສາ​ຂໍ້​ບັງຄັບ​ຂອງ​ພຣະອົງ​ດ້ວຍ​ສຸດ​ຫົວໃຈ​ຂອງ​ຂ້ານ້ອຍ.

ຈິດໃຈ​ຂອງ​ພວກເຂົາ​ດື້​ດ້ານ ແລະ ບໍ່​ຮູ້​ຈັກ​ສຳນຶກ,

ສ່ວນ​ຂ້ານ້ອຍ​ປິຕິຍິນດີ​ໃນ​ກົດບັນຍັດ​ຂອງ​ພຣະອົງ.

ດີ​ແລ້ວ​ທີ່​ຂ້ານ້ອຍ​ທຸກຍາກ

ຂ້ານ້ອຍ​ຈະ​ໄດ້​ຮຽນ​ຮູ້​ດຳລັດ​ຂອງ​ພຣະອົງ.

ກົດບັນຍັດ​ຈາກ​ປາກ​ຂອງ​ພຣະອົງ​ນັ້ນ​ລ້ຳ​ຄ່າ​ສຳລັບ​ຂ້ານ້ອຍ

ຫລາຍ​ກວ່າ​ເງິນ ແລະ ຄຳ​ຈຳນວນ​ເປັນ​ພັນ​ແທ່ງ.

ໂຍດ

ມື​ຂອງ​ພຣະອົງ​ໄດ້​ສ້າງ ແລະ ປັ້ນ​ຂ້ານ້ອຍ​ຂຶ້ນ;

ໂຜດ​ໃຫ້​ຂ້ານ້ອຍ​ມີ​ຄວາມ​ເຂົ້າໃຈ ເພື່ອ​ຈະ​ຮຽນ​ຮູ້​ຂໍ້​ຄຳສັ່ງ​ຂອງ​ພຣະອົງ.

ຂໍ​ໃຫ້​ຜູ້​ທີ່​ຢຳເກງ​ພຣະອົງ​ຊື່ນຊົມຍິນດີ​ເມື່ອ​ພວກເຂົາ​ເຫັນ​ຂ້ານ້ອຍ,

ເພາະ​ຂ້ານ້ອຍ​ມອບ​ຄວາມ​ຫວັງ​ຂອງ​ຂ້ານ້ອຍ​ໄວ້​ທີ່​ພຣະຄຳ​ຂອງ​ພຣະອົງ.

ຂ້າແດ່​ພຣະເຈົ້າ​ຢາເວ ຂ້ານ້ອຍ​ຮູ້​ວ່າ​ກົດບັນຍັດ​ຂອງ​ພຣະອົງ​ນັ້ນ​ຊອບທຳ,

ແລະ ຮູ້​ວ່າ​ທີ່​ພຣະອົງ​ໄດ້​ເຮັດ​ໃຫ້​ຂ້ານ້ອຍ​ທຸກຍາກ​ນັ້ນ​ກໍ​ເພາະ​ພຣະອົງ​ຢູ່​ໃນ​ຄວາມ​ສັດຊື່.

ຂໍ​ໃຫ້​ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ເລົ້າໂລມ​ຂ້ານ້ອຍ,

ຕາມ​ຄຳ​ສັນຍາ​ຂອງ​ພຣະອົງ​ທີ່​ໄດ້​ໃຫ້​ໄວ້​ກັບ​ຜູ້ຮັບໃຊ້​ຂອງ​ພຣະອົງ.

ຂໍ​ໃຫ້​ຄວາມ​ເມດຕາ​ສົງສານ​ຂອງ​ພຣະອົງ​ມາເຖິງ​ຂ້ານ້ອຍ ເພື່ອ​ຂ້ານ້ອຍ​ຈະ​ມີ​ຊີວິດ​ຢູ່,

ເພາະ​ກົດບັນຍັດ​ຂອງ​ພຣະອົງ​ເປັນ​ຄວາມ​ປິຕິຍິນດີ​ຂອງ​ຂ້ານ້ອຍ.

ຂໍ​ໃຫ້​ຄົນ​ຈອງຫອງ​ຖືກ​ອັບອາຍ ເພາະ​ພວກເຂົາ​ເຮັດ​ຜິດ​ຕໍ່​ຂ້ານ້ອຍ​ໂດຍ​ບໍ່​ມີ​ສາເຫດ;

ສ່ວນ​ຂ້ານ້ອຍ​ຈະ​ຄິດ​ຕຶກຕອງ​ເຖິງ​ຂໍ້​ບັງຄັບ​ຂອງ​ພຣະອົງ.

ຂໍ​ໃຫ້​ບັນດາ​ຜູ້​ທີ່​ຢຳເກງ​ພຣະອົງ

ຜູ້​ທີ່​ເຂົ້າໃຈ​ກົດເກນ​ຂອງ​ພຣະອົງ ຫັນ​ມາ​ຫາ​ຂ້ານ້ອຍ.

ຂໍ​ໃຫ້​ຂ້ານ້ອຍ​ປະຕິບັດ​ຕາມ​ດຳລັດ​ຂອງ​ພຣະອົງ​ດ້ວຍ​ສຸດໃຈ,

ເພື່ອ​ວ່າ​ຂ້ານ້ອຍ​ຈະ​ບໍ່​ຕ້ອງ​ຖືກ​ອັບອາຍ.

ຄາບ

ຈິດ​ວິນຍານ​ຂອງ​ຂ້ານ້ອຍ​ອ່ອນແຮງ​ເພາະ​ໂຫຍ​ຫາ​ຄວາມ​ພົ້ນ​ຂອງ​ພຣະອົງ,

ແຕ່​ຂ້ານ້ອຍ​ໄດ້​ມອບ​ຄວາມ​ຫວັງ​ຂອງ​ຂ້ານ້ອຍ​ໄວ້​ທີ່​ພຣະຄຳ​ຂອງ​ພຣະອົງ.

ດວງ​ຕາ​ຂອງ​ຂ້ານ້ອຍ​ອ່ອນແຮງ ເພາະ​ລໍ​ຄອຍຖ້າ​ຄຳ​ສັນຍາ​ຂອງ​ພຣະອົງ;

ຂ້ານ້ອຍ​ເວົ້າ​ວ່າ “ເມື່ອ​ໃດ​ພຣະອົງ​ຈຶ່ງ​ຈະ​ເລົ້າໂລມ​ຂ້ານ້ອຍ?”

ເຖິງ​ແມ່ນ​ວ່າ​ຂ້ານ້ອຍ​ຈະ​ເໝືອນ​ຖົງ​ໜັງ​ເຫລົ້າອະງຸ່ນ​ທີ່​ຖືກ​ຮົມ​ຄວັນ,

ຂ້ານ້ອຍ​ກໍ​ບໍ່​ລືມ​ດຳລັດ​ຂອງ​ພຣະອົງ.

ຜູ້ຮັບໃຊ້​ຂອງ​ພຣະອົງ​ຈະ​ຕ້ອງ​ລໍ​ຄອຍຖ້າ​ອີກ​ດົນ​ເທົ່າ​ໃດ?

ເມື່ອ​ໃດ​ພຣະອົງ​ຈຶ່ງ​ຈະ​ລົງໂທດ​ບັນດາ​ຜູ້​ທີ່​ຂົ່ມເຫັງ​ຂ້ານ້ອຍ?

ຄົນ​ຈອງຫອງ​ຂຸດ​ຂຸມ​ດັກ​ຂ້ານ້ອຍ,

ເຊິ່ງ​ຂັດ​ກັບ​ກົດບັນຍັດ​ຂອງ​ພຣະອົງ.

ຂໍ້​ຄຳສັ່ງ​ທັງໝົດ​ຂອງ​ພຣະອົງ​ລ້ວນ​ແຕ່​ເຊື່ອ​ຖື​ໄດ້;

ຂໍ​ໂຜດ​ຊ່ວຍ​ຂ້ານ້ອຍ ເພາະ​ຄົນ​ກົດຂີ່​ຂົ່ມເຫັງ​ຂ້ານ້ອຍ​ໂດຍ​ບໍ່​ມີ​ສາເຫດ.

ພວກເຂົາ​ເກືອບ​ຈະ​ກຳຈັດ​ຂ້ານ້ອຍ​ໄປ​ຈາກ​ແຜ່ນດິນ​ໂລກ​ນີ້​ແລ້ວ,

ແຕ່​ຂ້ານ້ອຍ​ບໍ່​ຍອມ​ປະຖິ້ມ​ຂໍ້​ບັງຄັບ​ຂອງ​ພຣະອົງ.

ຂໍ​ຮັກສາ​ຊີວິດ​ຂອງ​ຂ້ານ້ອຍ​ຕາມ​ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ,

ແລ້ວ​ຂ້ານ້ອຍ​ຈະ​ປະຕິບັດ​ຕາມ​ກົດເກນ​ຈາກ​ປາກ​ຂອງ​ພຣະອົງ.

ລາເມດ

ຂ້າແດ່​ພຣະເຈົ້າ​ຢາເວ ພຣະຄຳ​ຂອງ​ພຣະອົງ​ນັ້ນ​ຄົງ​ຢູ່​ຕະຫລອດໄປ;

ພຣະຄຳ​ໝັ້ນຄົງ​ນິລັນດອນ​ໃນ​ຟ້າ​ສະຫວັນ.

ຄວາມ​ສັດຊື່​ຂອງ​ພຣະອົງ​ດຳລົງ​ຢູ່​ທຸກ​ຊົ່ວ​ອາຍຸ;

ພຣະອົງ​ໄດ້​ສະຖາປະນາ​ໂລກ ແລະ ໂລກ​ນີ້​ກໍ​ດຳລົງ​ຢູ່.

ກົດບັນຍັດ​ຂອງ​ພຣະອົງ​ດຳລົງ​ຢູ່​ຈົນ​ເຖິງ​ທຸກ​ວັນ​ນີ້,

ເພາະ​ທຸກສິ່ງ​ຮັບໃຊ້​ພຣະອົງ.

ຖ້າ​ກົດບັນຍັດ​ຂອງ​ພຣະອົງ​ບໍ່​ໄດ້​ເປັນ​ຄວາມ​ປິຕິຍິນດີ​ຂອງ​ຂ້ານ້ອຍ,

ຂ້ານ້ອຍ​ກໍ​ຄົງ​ພິນາດ​ໃນ​ຄວາມ​ທຸກຍາກ​ໄປ​ແລ້ວ,

ຂ້ານ້ອຍ​ຈະ​ບໍ່​ລືມ​ຂໍ້​ບັງຄັບ​ຂອງ​ພຣະອົງ.

ເພາະ​ພຣະອົງ​ຮັກສາ​ຊີວິດ​ຂອງ​ຂ້ານ້ອຍ​ໄວ້​ດ້ວຍ​ຂໍ້​ບັງຄັບ​ເຫລົ່ານັ້ນ.

ຂໍ​ໂຜດ​ຊ່ວຍ​ກອບກູ້​ຂ້ານ້ອຍ ເພາະ​ຂ້ານ້ອຍ​ເປັນ​ຂອງ​ພຣະອົງ;

ຂ້ານ້ອຍ​ສະແຫວງຫາ​ຂໍ້​ບັງຄັບ​ຂອງ​ພຣະອົງ.

ຄົນ​ຊົ່ວ​ລໍຖ້າ​ທຳລາຍ​ຂ້ານ້ອຍ,

ແຕ່​ຂ້ານ້ອຍ​ຈະ​ຄິດ​ຕຶກຕອງ​ກົດເກນ​ຂອງ​ພຣະອົງ.

ຂ້ານ້ອຍ​ເຫັນ​ວ່າ​ທຸກສິ່ງ​ທີ່​ດີ​ພ້ອມ​ກໍ​ຍັງ​ມີ​ຂີດ​ຈຳກັດ,

ແຕ່​ຄຳສັ່ງ​ຂອງ​ພຣະອົງ​ນັ້ນ​ບໍ່​ມີ​ຂອບ​ເຂດ.

ເມມ

ຂ້ານ້ອຍ​ຮັກ​ກົດບັນຍັດ​ຂອງ​ພຣະອົງ​ຫລາຍ!

ຂ້ານ້ອຍ​ຄິດ​ຕຶກຕອງ​ກົດບັນຍັດ​ນັ້ນ​ຕະຫລອດ​ວັນ.

ຂໍ້​ຄຳສັ່ງ​ຂອງ​ພຣະອົງ​ຢູ່​ກັບ​ຂ້ານ້ອຍ​ສະເໝີ

ແລະ ເຮັດ​ໃຫ້​ຂ້ານ້ອຍ​ສະຫລາດ​ກວ່າ​ສັດຕູ​ທັງຫລາຍ​ຂອງ​ຂ້ານ້ອຍ.

ຂ້ານ້ອຍ​ມີ​ຄວາມ​ເຂົ້າໃຈ​ກວ່າ​ບັນດາ​ຄູ​ທັງຫລາຍ​ຂອງ​ຂ້ານ້ອຍ,

ເພາະ​ຂ້ານ້ອຍ​ສຳນຶກ​ກົດເກນ​ຂອງ​ພຣະອົງ.

ຂ້ານ້ອຍ​ເຂົ້າໃຈ​ຫລາຍກວ່າ​ຜູ້ອາວຸໂສ,

ເພາະ​ຂ້ານ້ອຍ​ເຊື່ອຟັງ​ຂໍ້​ບັງຄັບ​ຂອງ​ພຣະອົງ.

ຂ້ານ້ອຍ​ຮັກສາ​ທຸກ​ບາດ​ກ້າວ​ຂອງ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ວິຖີທາງ​ອັນ​ຊົ່ວຮ້າຍ.

ເພື່ອ​ຂ້ານ້ອຍ​ຈະ​ເຊື່ອຟັງ​ພຣະຄຳ​ຂອງ​ພຣະອົງ.

ຂ້ານ້ອຍ​ບໍ່​ໄດ້​ຫ່າງ​ຈາກ​ກົດບັນຍັດ​ຂອງ​ພຣະອົງ,

ເພາະ​ພຣະອົງ​ເອງ​ໄດ້​ສອນ​ຂ້ານ້ອຍ.

ພຣະຄຳ​ຂອງ​ພຣະອົງ​ນັ້ນ ຂ້ານ້ອຍ​ລອງ​ແລ້ວ​ຫວານ​ຫລາຍ,

ຫວານ​ຍິ່ງ​ກວ່າ​ນ້ຳເຜິ້ງ​ເມື່ອ​ເຖິງ​ປາກ​ຂອງ​ຂ້ານ້ອຍ!

ຂ້ານ້ອຍ​ໄດ້​ຄວາມ​ເຂົ້າໃຈ​ຈາກ​ຂໍ້​ບັງຄັບ​ຂອງ​ພຣະອົງ;

ເຫດສະນັ້ນ ຂ້ານ້ອຍ​ຈຶ່ງ​ກຽດຊັງ​ທຸກ​ວິຖີ​ທາງ​ທີ່​ຜິດ.

ນູນ

ພຣະຄຳ​ຂອງ​ພຣະອົງ​ເປັນ​ຕະກຽງ​ສຳລັບ​ບາດ​ກ້າວ​ຂອງ​ຂ້ານ້ອຍ,

ເປັນ​ແສງສະຫວ່າງ​ສ່ອງ​ທາງ​ຂອງ​ຂ້ານ້ອຍ.

ຂ້ານ້ອຍ​ໄດ້​ປະຕິຍານ ແລະ ຢືນຢັນ​ໄວ້

ວ່າ​ຂ້ານ້ອຍ​ຈະ​ປະຕິບັດ​ຕາມ​ກົດບັນຍັດ​ອັນ​ຊອບທຳ​ຂອງ​ພຣະອົງ.

ຂ້າແດ່​ພຣະເຈົ້າ​ຢາເວ ຂ້ານ້ອຍ​ທຸກທໍລະມານ​ຍິ່ງ​ນັກ

ຂໍ​ໂຜດ​ຮັກສາ​ຊີວິດ​ຂອງ​ຂ້ານ້ອຍ​ຕາມ​ພຣະຄຳ​ຂອງ​ພຣະອົງ.

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ຮັບ​ຄຳ​ສັນລະເສີນ​ດ້ວຍ​ໃຈ​ຈາກ​ປາກ​ຂອງ​ຂ້ານ້ອຍ,

ແລະ ສອນ​ກົດບັນຍັດ​ຂອງ​ພຣະອົງ​ໃຫ້​ແກ່​ຂ້ານ້ອຍ.

ເຖິງ​ແມ່ນ​ຂ້ານ້ອຍ​ຕ້ອງ​ເອົາ​ຊີວິດ​ເຂົ້າ​ສ່ຽງ​ໄພ​ຢູ່​ສະເໝີ,

ຂ້ານ້ອຍ​ກໍ​ຈະ​ບໍ່​ລືມ​ກົດບັນຍັດ​ຂອງ​ພຣະອົງ.

ຄົນ​ຊົ່ວ​ຮ້າຍ​ວາງ​ກັບ​ດັກ​ລໍ້​ຂ້ານ້ອຍ,

ແຕ່​ຂ້ານ້ອຍ​ບໍ່​ໄດ້​ຫລົງ​ໜີ​ຈາກ​ຂໍ້​ບັງຄັບ​ຂອງ​ພຣະອົງ.

ກົດເກນ​ຂອງ​ພຣະອົງ​ເປັນ​ມໍລະດົກ​ນິລັນດອນ​ຂອງ​ຂ້ານ້ອຍ;

ແລະ ເປັນ​ຄວາມ​ຊື່ນຊົມຍິນດີ​ໃນ​ໃຈ​ຂອງ​ຂ້ານ້ອຍ.

ຂ້ານ້ອຍ​ຕັ້ງ​ໃຈ​ວ່າ​ຈະ​ເຮັດ​ຕາມ​ດຳລັດ​ຂອງ​ພຣະອົງ

ຈົນ​ເຖິງ​ທີ່ສຸດ.3

ຊາເມກ

ຂ້ານ້ອຍ​ກຽດຊັງ​ຄົນ​ສອງ​ຈິດ​ສອງ​ໃຈ,

ແຕ່​ຂ້ານ້ອຍ​ຮັກ​ກົດບັນຍັດ​ຂອງ​ພຣະອົງ.

ພຣະອົງ​ເປັນ​ທີ່​ລີ້ໄພ ແລະ ເປັນ​ໂລ່​ຂອງ​ຂ້ານ້ອຍ

ຂ້ານ້ອຍ​ມອບ​ຄວາມ​ຫວັງ​ຂອງ​ຂ້ານ້ອຍ​ໄວ້​ທີ່​ພຣະຄຳ​ຂອງ​ພຣະອົງ.

ເຈົ້າ​ຜູ້​ເຮັດ​ການ​ຊົ່ວ​ທັງຫລາຍ ຈົ່ງ​ໄປ​ໃຫ້​ພົ້ນ​ຈາກ​ຂ້ອຍ,

ເພື່ອ​ຂ້ອຍ​ຈະ​ໄດ້​ເຮັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຂອງ​ຂ້ອຍ!

ຂໍ​ໂຜດ​ຄ້ຳຊູ​ຂ້ານ້ອຍ​ຕາມ​ຄຳ​ສັນຍາ​ຂອງ​ພຣະອົງ ແລະ ຂ້ານ້ອຍ​ຈະ​ມີ​ຊີວິດ​ຢູ່;

ຂໍ​ຢ່າ​ໃຫ້​ຄວາມ​ຫວັງ​ຂອງ​ຂ້ານ້ອຍ​ສະຫລາຍ​ໄປ.

ຂໍ​ໂຜດ​ອູ້ມ​ຊູ​ຂ້ານ້ອຍ​ໄວ້ ແລະ ຂ້ານ້ອຍ​ຈະ​ໄດ້​ຮັບ​ການ​ປົດປ່ອຍ;

ຂ້ານ້ອຍ​ຈະ​ເຄົາລົບ​ດຳລັດ​ຂອງ​ພຣະອົງ​ຢູ່​ສະເໝີ.

ພຣະອົງ​ປະຕິເສດ​ທຸກຄົນ​ທີ່​ຫລົງ​ໜີ​ຈາກ​ດຳລັດ​ຂອງ​ພຣະອົງ,

ເພາະ​ການ​ຫລອກລວງ​ຂອງ​ພວກເຂົາ​ກໍ​ສູນ​ເປົ່າ.

ພຣະອົງ​ປະຖິ້ມ​ບັນດາ​ຄົນ​ຊົ່ວ​ຂອງ​ໂລກ​ນີ້​ເໝືອນ​ກັບ​ຂີ້ແຮ່;

ເຫດສະນັ້ນ​ຂ້ານ້ອຍ​ຈຶ່ງ​ຮັກ​ກົດເກນ​ຂອງ​ພຣະອົງ.

ເນື້ອໜັງ​ຂອງ​ຂ້ານ້ອຍ​ກໍ​ສັ່ນ​ສະທ້ານ​ດ້ວຍ​ຄວາມ​ຢ້ານ​ພຣະອົງ;

ຂ້ານ້ອຍ​ຢຳເກງ​ກົດບັນຍັດ​ຂອງ​ພຣະອົງ.

ອາຍິນ

ຂ້ານ້ອຍ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ ຍຸຕິທຳ

ຂໍ​ຢ່າ​ປະຖິ້ມ​ຂ້ານ້ອຍ​ໄວ້​ກັບ​ຜູ້​ທີ່​ກົດຂີ່​ຂົ່ມເຫັງ​ຂ້ານ້ອຍ.

ຂໍ​ຄ້ຳ​ປະກັນ​ຄວາມ​ສະຫວັດດີພາບ​ໃຫ້​ແກ່​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ;

ຢ່າ​ໃຫ້​ຄົນ​ຈອງຫອງ​ຂົ່ມເຫັງ​ຂ້ານ້ອຍ​ໄດ້.

ດວງ​ຕາ​ຂອງ​ຂ້ານ້ອຍ​ອ່ອນແຮງ​ເພາະ​ລໍ​ຄອຍຖ້າ​ຄວາມ​ພົ້ນ​ຈາກ​ພຣະອົງ.

ຊອກ​ຫາ​ຄຳ​ສັນຍາ​ອັນ​ຊອບທຳ​ຂອງ​ພຣະອົງ.

ຂໍ​ປະຕິບັດ​ຕໍ່​ຜູ້ຮັບໃຊ້​ຂອງ​ພຣະອົງ​ຕາມ​ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ

ແລະ ສອນ​ດຳລັດ​ຂອງ​ພຣະອົງ​ໃຫ້​ແກ່​ຂ້ານ້ອຍ.

ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ຂໍ​ໃຫ້​ຄວາມ​ສະຫລາດ​ຫລັກແຫລມ​ແກ່​ຂ້ານ້ອຍ

ເພື່ອ​ຂ້ານ້ອຍ​ຈະ​ໄດ້​ເຂົ້າໃຈ​ກົດເກນ​ຂອງ​ພຣະອົງ.

ຂ້າແດ່​ພຣະເຈົ້າ​ຢາເວ ເຖິງ​ເວລາ​ແລ້ວ​ທີ່​ພຣະອົງ​ຈະ​ຈັດການ;

ເພາະ​ກົດບັນຍັດ​ຂອງ​ພຣະອົງ​ຖືກ​ລະເມີດ.

ເພາະວ່າ​ຂ້ານ້ອຍ​ຮັກ​ຂໍ້​ຄຳສັ່ງ​ຂອງ​ພຣະອົງ

ຫລາຍ​ກວ່າ​ຄຳ, ຫລາຍ​ກວ່າ, ຄຳ​ບໍລິສຸດ

ແລະ ເພາະ​ຂ້ານ້ອຍ​ເຫັນ​ວ່າ​ຂໍ້​ບັງຄັບ​ຂອງ​ພຣະອົງ​ລ້ວນ​ແຕ່​ຖືກຕ້ອງ,

ຂ້ານ້ອຍ​ຈຶ່ງ​ກຽດຊັງ​ທາງ​ທີ່​ຜິດ​ທຸກ​ທາງ.

ເພ

ກົດເກນ​ຂອງ​ພຣະອົງ​ນັ້ນ​ລ້ຳເລີດ;

ເຫດສະນັ້ນ ຂ້ານ້ອຍ​ຈຶ່ງ​ເຊື່ອຟັງ​ກົດເກນ​ເຫລົ່ານັ້ນ.

ການ​ເປີດເຜີຍ​ພຣະຄຳ​ຂອງ​ພຣະອົງ​ນັ້ນ​ໃຫ້​ຄວາມ​ສະຫວ່າງ

ເຮັດ​ໃຫ້​ຄົນ​ຮູ້​ໜ້ອຍ​ມີ​ຄວາມ​ເຂົ້າໃຈ.

ຂ້ານ້ອຍ​ອ້າ​ປາກ​ຂອງ​ຂ້ານ້ອຍ ແລະ ກໍ​ຫອບ,

ໂຫຍຫາ​ຂໍ້​ຄຳສັ່ງ​ຂອງ​ພຣະອົງ.

ຂໍ​ໂຜດ​ຫັນ​ມາ​ຫາ​ຂ້ານ້ອຍ ແລະ ເມດຕາ​ຂ້ານ້ອຍ,

ເໝືອນ​ດັ່ງ​ທີ່​ເຮັດ​ຕໍ່​ບັນດາ​ຜູ້​ທີ່​ຮັກ​ນາມ​ຂອງ​ພຣະອົງ​ຢູ່​ສະເໝີ.

ຂໍ​ໂຜດ​ນຳ​ບາດ​ກ້າວ​ຂອງ​ຂ້ານ້ອຍ​ໄປ​ຕາມ​ພຣະຄຳ​ຂອງ​ພຣະອົງ;

ຂໍ​ຢ່າ​ໃຫ້​ຄວາມ​ບາບ​ໄດ້​ຄອບຄອງ​ຂ້ານ້ອຍ.

ຂໍ​ໂຜດ​ໄຖ່​ຂ້ານ້ອຍ​ຈາກ​ການ​ກົດຂີ່​ຂົ່ມເຫັງ​ຂອງ​ມະນຸດ,

ເພື່ອ​ຂ້ານ້ອຍ​ຈະ​ໄດ້​ເຊື່ອຟັງ​ຂໍ້​ບັງຄັບ​ຂອງ​ພຣະອົງ.

ຂໍ​ໃຫ້​ໃບໜ້າ​ຂອງ​ພຣະອົງ​ສ່ອງ​ແສງ​ໃສ່​ຜູ້ຮັບໃຊ້​ຂອງ​ພຣະອົງ

ແລະ ສອນ​ດຳລັດ​ຂອງ​ພຣະອົງ​ໃຫ້​ແກ່​ຂ້ານ້ອຍ.

ນ້ຳ​ຕາ​ຂອງ​ຂ້ານ້ອຍ​ໄຫລ​ເປັນ​ສາຍ,

ເພາະ​ຄົນ​ທັງຫລາຍ​ບໍ່​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ.

ສາເດ

ຂ້າແດ່​ພຣະເຈົ້າ​ຢາເວ ພຣະອົງ​ນັ້ນ​ຊອບທຳ;

ແລະ ກົດບັນຍັດ​ຂອງ​ພຣະອົງ​ກໍ​ຖືກຕ້ອງ.

ກົດເກນ​ທີ່​ພຣະອົງ​ໄດ້​ວາງ​ໄວ້​ແມ່ນ​ຊອບທຳ;

ໜ້າ​ເຊື່ອ​ຖື​ໄດ້.

ຄວາມ​ຮ້ອນ​ຮົນ​ຂອງ​ຂ້ານ້ອຍ​ເຮັດ​ໃຫ້​ຂ້ານ້ອຍ​ໝົດ​ແຮງ,

ເພາະ​ສັດຕູ​ຂອງ​ຂ້ານ້ອຍ​ໄດ້​ລະເລີຍ​ຕໍ່​ພຣະຄຳ​ຂອງ​ພຣະອົງ.

ສັນຍາ​ຂອງ​ພຣະອົງ​ຜ່ານ​ການ​ພິສູດ​ມາ​ຢ່າງ​ຖີ່​ຖ້ວນ

ແລະ ຜູ້ຮັບໃຊ້​ຂອງ​ພຣະອົງ​ຮັກ​ສັນຍາ​ນັ້ນ.

ເຖິງ​ແມ່ນ​ຂ້ານ້ອຍ​ຕ່ຳ​ຕ້ອຍ ແລະ ຖືກ​ໝິ່ນປະໝາດ​ກໍ​ຕາມ

ຂ້ານ້ອຍ​ກໍ​ບໍ່​ລືມ​ຂໍ້​ບັງຄັບ​ຂອງ​ພຣະອົງ.

ຄວາມ​ຊອບທຳ​ຂອງ​ພຣະອົງ​ດຳລົງ​ນິລັນດອນ

ແລະ ກົດບັນຍັດ​ຂອງ​ພຣະອົງ​ກໍ​ເປັນ​ຄວາມ​ຈິງ.

ເຖິງ​ແມ່ນ​ຄວາມ​ເດືອດຮ້ອນ ແລະ ຄວາມ​ທຸກໃຈ​ໄດ້​ເຂົ້າ​ມາ​ຫາ​ຂ້ານ້ອຍ

ແຕ່​ຄຳສັ່ງ​ຂອງ​ພຣະອົງ​ກໍ​ເຮັດ​ໃຫ້​ຂ້ານ້ອຍ​ປິຕິຍິນດີ.

ກົດເກນ​ຂອງ​ພຣະອົງ​ຖືກຕ້ອງ​ຢູ່​ສະເໝີ;

ຂໍ​ໂຜດ​ຊ່ວຍ​ໃຫ້​ຂ້ານ້ອຍ​ເຂົ້າໃຈ​ເພື່ອ​ຂ້ານ້ອຍ​ຈະ​ມີ​ຊີວິດ​ຢູ່.

ໂຄບ

ຂ້າແດ່​ພຣະເຈົ້າ​ຢາເວ ຂ້ານ້ອຍ​ຮ້ອງ​ຫາ​ໝົດ​ທັງ​ຫົວໃຈ​ຂອງ​ຂ້ານ້ອຍ, ຂໍ​ໂຜດ​ຕອບ​ຂ້ານ້ອຍ​ດ້ວຍ

ແລະ ຂ້ານ້ອຍ​ຈະ​ເຊື່ອຟັງ​ດຳລັດ​ຂອງ​ພຣະອົງ.

ຂ້ານ້ອຍ​ຮ້ອງ​ຫາ​ພຣະອົງ ຂໍ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ

ເພື່ອ​ຂ້ານ້ອຍ​ຈະ​ປະຕິບັດ​ຕາມ​ກົດເກນ​ຂອງ​ພຣະອົງ.

ຂ້ານ້ອຍ​ຕື່ນ​ຂຶ້ນ​ກ່ອນ​ຮຸ່ງເຊົ້າ ແລະ ຮ້ອງ​ຂໍ​ຄວາມ​ຊ່ວຍເຫລືອ;

ຂ້ານ້ອຍ​ມອບ​ຄວາມ​ຫວັງ​ຂອງ​ຂ້ານ້ອຍ​ໄວ້​ທີ່​ພຣະຄຳ​ຂອງ​ພຣະອົງ.

ຕາ​ຂອງ​ຂ້ານ້ອຍ​ມືນ​ຢູ່​ຕະຫລອດ​ທັງ​ຄືນ

ເພື່ອ​ຂ້ານ້ອຍ​ຈະ​ໄດ້​ຄິດ​ຕຶກຕອງ​ເຖິງ​ສັນຍາ​ຂອງ​ພຣະອົງ.

ຂໍ​ຟັງ​ຄຳ​ຮ້ອງ​ຂໍ​ຂອງ​ຂ້ານ້ອຍ​ຕາມ​ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ;

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ຮັກສາ​ຊີວິດ​ຂອງ​ຂ້ານ້ອຍ​ຕາມ​ກົດບັນຍັດ​ຂອງ​ພຣະອົງ.

ບັນດາ​ຜູ້​ທີ່​ວາງ​ແຜນ​ຊົ່ວ​ກໍ​ໃກ້​ເຂົ້າ​ມາ​ແລ້ວ

ແຕ່​ພວກເຂົາ​ກໍ​ຫ່າງ​ໄກ​ຈາກ​ກົດບັນຍັດ​ຂອງ​ພຣະອົງ.

ຂ້າແດ່​ພຣະເຈົ້າ​ຢາເວ ແຕ່​ພຣະອົງ​ກໍ​ຢູ່​ໃກ້,

ແລະ ຂໍ້​ຄຳສັ່ງ​ທັງໝົດ​ຂອງ​ພຣະອົງ​ລ້ວນ​ເປັນ​ຄວາມ​ຈິງ.

ຂ້ານ້ອຍ​ຮຽນ​ຈາກ​ກົດເກນ​ຂອງ​ພຣະອົງ​ມາ​ດົນ

ພຣະອົງ​ໄດ້​ຕັ້ງ​ກົດເກນ​ເຫລົ່ານັ້ນ​ໄວ້​ເປັນນິດ.

ເລດ

ຂໍ​ໂຜດ​ຫລຽວ​ເບິ່ງ​ຄວາມ​ທຸກທໍລະມານ​ຂອງ​ຂ້ານ້ອຍ ແລະ ກອບກູ້​ເອົາ​ຂ້ານ້ອຍ​ດ້ວຍ,

ເພາະ​ຂ້ານ້ອຍ​ບໍ່​ໄດ້​ລືມ​ກົດບັນຍັດ​ຂອງ​ພຣະອົງ.

ຂໍ​ສູ້​ຄະດີ​ໃຫ້​ຂ້ານ້ອຍ ແລະ ໄຖ່​ຂ້ານ້ອຍ;

ຂໍ​ຮັກສາ​ຊີວິດ​ຂອງ​ຂ້ານ້ອຍ​ຕາມ​ຄຳ​ສັນຍາ​ຂອງ​ພຣະອົງ.

ຄວາມ​ພົ້ນ​ແມ່ນ​ຢູ່​ຫ່າງ​ໄກ​ຈາກ​ຄົນ​ຊົ່ວ​ຮ້າຍ,

ເພາະ​ພວກເຂົາ​ບໍ່​ສະແຫວງຫາ​ດຳລັດ​ຂອງ​ພຣະອົງ.

ຂ້າແດ່​ພຣະເຈົ້າ​ຢາເວ ຄວາມ​ເມດຕາ​ກະລຸນາ​ຂອງ​ພຣະອົງ​ນັ້ນ​ຍິ່ງໃຫຍ່​ຫລາຍ;

ຂໍ​ຮັກສາ​ຊີວິດ​ຂອງ​ຂ້ານ້ອຍ​ຕາມ​ກົດບັນຍັດ​ຂອງ​ພຣະອົງ.

ສັດຕູ​ຜູ້​ກົດຂີ່​ຂົ່ມເຫັງ​ຂ້ານ້ອຍ​ມີ​ຫລວງຫລາຍ

ແຕ່​ຂ້ານ້ອຍ​ບໍ່​ໄດ້​ຫັນ​ໄປ​ຈາກ​ກົດເກນ​ຂອງ​ພຣະອົງ.

ຂ້ານ້ອຍ​ເບິ່ງ​ຜູ້​ທໍລະຍົດ​ດ້ວຍ​ຄວາມ​ກຽດຊັງ

ເພາະ​ພວກເຂົາ​ບໍ່​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະອົງ.

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໃຫ້​ເບິ່ງ​ວ່າ ຂ້ານ້ອຍ​ຮັກ​ຂໍ້​ບັງຄັບ​ຂອງ​ພຣະອົງ​ຫລາຍ​ເທົ່າ​ໃດ;

ຂໍ​ຮັກສາ​ຊີວິດ​ຂອງ​ຂ້ານ້ອຍ​ໄວ້​ຕາມ​ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ.

ຖ້ອຍຄຳ​ທັງໝົດ​ຂອງ​ພຣະອົງ​ນັ້ນ​ເປັນ​ຄວາມຈິງ;

ກົດບັນຍັດ​ອັນ​ຊອບທຳ​ທັງໝົດ​ຂອງ​ພຣະອົງ​ດຳລົງ​ຢູ່​ນິລັນດອນ.

ສິນ ແລະ ຊິນ

ບັນດາ​ຜູ້​ຄອບຄອງ​ຂົ່ມເຫັງ​ຂ້ານ້ອຍ​ໂດຍ​ບໍ່​ມີ​ສາເຫດ,

ແຕ່​ຫົວໃຈ​ຂ້ານ້ອຍ​ກໍ​ຢຳເກງ​ພຣະຄຳ​ຂອງ​ພຣະອົງ.

ຂ້ານ້ອຍ​ຊື່ນຊົມຍິນດີ​ໃນ​ສັນຍາ​ຂອງ​ພຣະອົງ

ເໝືອນ​ຄົນ​ທີ່​ພົບ​ຂຸມ​ຊັບ​ອັນ​ມະຫາສານ.

ຂ້ານ້ອຍ​ຊັງ ແລະ ລັງກຽດ​ຄວາມ​ຕົວະ

ແຕ່​ຂ້ານ້ອຍ​ຮັກ​ກົດບັນຍັດ​ຂອງ​ພຣະອົງ.

ຂ້ານ້ອຍ​ສັນລະເສີນ​ພຣະອົງ​ວັນ​ລະ​ເຈັດ​ເທື່ອ

ເພາະ​ກົດບັນຍັດ​ອັນ​ຊອບທຳ​ຂອງ​ພຣະອົງ.

ບັນດາ​ຜູ້​ທີ່​ຮັກ​ກົດບັນຍັດ​ຂອງ​ພຣະອົງ​ກໍ​ມີ​ສັນຕິສຸກ​ຍິ່ງໃຫຍ່,

ບໍ່​ມີ​ສິ່ງໃດ​ເຮັດ​ໃຫ້​ພວກເຂົາ​ສະດຸດ​ລົ້ມ​ໄດ້.

ຂ້າແດ່​ພຣະເຈົ້າ​ຢາເວ ຂ້ານ້ອຍ​ຄອຍຖ້າ​ຄວາມ​ພົ້ນ​ຂອງ​ພຣະອົງ

ແລະ ຂ້ານ້ອຍ​ໄດ້​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ.

ຂ້ານ້ອຍ​ເຊື່ອຟັງ​ກົດເກນ​ຂອງ​ພຣະອົງ

ເພາະ​ຂ້ານ້ອຍ​ຮັກ​ກົດເກນ​ເຫລົ່ານັ້ນ​ຫລາຍ.

ຂ້ານ້ອຍ​ເຊື່ອຟັງ​ຂໍ້​ບັງຄັບ ແລະ ກົດເກນ​ຂອງ​ພຣະອົງ

ເພາະ​ວິຖີທາງ​ທັງໝົດ​ຂອງ​ຂ້ານ້ອຍ​ກໍ​ປາກົດ​ແຈ້ງ​ແກ່​ພຣະອົງ.

ເທົາ

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໃຫ້​ສຽງ​ຮ້ອງໄຫ້​ຂອງ​ຂ້ານ້ອຍ​ຂຶ້ນ​ໄປ​ເຖິງ​ຕໍ່ໜ້າ​ພຣະອົງ;

ໂຜດ​ໃຫ້​ຄວາມ​ເຂົ້າໃຈ​ແກ່​ຂ້ານ້ອຍ​ຕາມ​ພຣະຄຳ​ຂອງ​ພຣະອົງ.

ຂໍ​ໃຫ້​ຄຳ​ອ້ອນວອນ​ຂອງ​ຂ້ານ້ອຍ​ຂຶ້ນ​ໄປ​ເຖິງ​ຕໍ່ໜ້າ​ພຣະອົງ

ຂໍ​ຊ່ວຍ​ກອບກູ້​ຂ້ານ້ອຍ​ຕາມ​ສັນຍາ​ຂອງ​ພຣະອົງ.

ຂໍ​ໃຫ້​ປາກ​ຂອງ​ຂ້ານ້ອຍ​ລົ້ນ​ດ້ວຍ​ຄຳ​ສັນລະເສີນ​ພຣະອົງ

ເພາະ​ພຣະອົງ​ສອນ​ດຳລັດ​ຂອງ​ພຣະອົງ​ໃຫ້​ແກ່​ຂ້ານ້ອຍ.

ຂໍ​ໃຫ້​ລີ້ນ​ຂອງ​ຂ້ານ້ອຍ​ຮ້ອງ​ເພງ​ເຖິງ​ພຣະຄຳ​ຂອງ​ພຣະອົງ

ເພາະ​ຂໍ້​ຄຳສັ່ງ​ທັງໝົດ​ຂອງ​ພຣະອົງ​ນັ້ນ​ຊອບທຳ.

ຂໍ​ໃຫ້​ມື​ຂອງ​ພຣະອົງ​ພ້ອມ​ທີ່​ຈະ​ຊ່ວຍເຫລືອ​ຂ້ານ້ອຍ

ເພາະ​ຂ້ານ້ອຍ​ໄດ້​ເລືອກ​ຂໍ້​ບັງຄັບ​ຂອງ​ພຣະອົງ.

ຂ້າແດ່​ພຣະເຈົ້າ​ຢາເວ ຂ້ານ້ອຍ​ໂຫຍ​ຫາ​ຄວາມ​ພົ້ນ​ຂອງ​ພຣະອົງ

ແລະ ກົດບັນຍັດ​ຂອງ​ພຣະອົງ​ນັ້ນ​ກໍ​ເປັນ​ຄວາມ​ປິຕິຍິນດີ​ຂອງ​ຂ້ານ້ອຍ.

ຂໍ​ໃຫ້​ຂ້ານ້ອຍ​ມີ​ຊີວິດ​ຢູ່​ເພື່ອ​ທີ່​ຈະ​ສັນລະເສີນ​ພຣະອົງ,

ຂໍ​ໃຫ້​ກົດບັນຍັດ​ຂອງ​ພຣະອົງ​ຄ້ຳຊູ​ຂ້ານ້ອຍ​ໄວ້.

ຂ້ານ້ອຍ​ໄດ້​ຫລົງ​ໄປ​ເໝືອນ​ລູກແກະ​ທີ່​ຫລົງ​ທາງ.

ຂໍ​ໂຜດ​ຕາມ​ຫາ​ຜູ້ຮັບໃຊ້​ຂອງ​ພຣະອົງ,

ເພາະ​ຂ້ານ້ອຍ​ບໍ່​ລືມ​ຂໍ້​ຄຳສັ່ງ​ຂອງ​ພຣະອົງ.

Source notes (3)
  1. Footnote ຫລື ຂໍ​ສະຫງວນ​ຊີວິດ​ຂ້ານ້ອຍ​ໃນ​ທາງ​ຂອງ​ພຣະອົງ
  2. Footnote ຫລື ຂ້ານ້ອຍ​ຊູ​ມື​ຂຶ້ນ​ແດ່
  3. Footnote ຫລື ດຳລັດ ເພື່ອ​ລາງວັນ​ອັນ​ຍຶນຍົງ​ຂອງ​ພວກເຂົາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.