Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 118

ຈົ່ງ​ຂອບພຣະຄຸນ​ພຣະເຈົ້າ​ຢາເວ​ເພາະ​ພຣະອົງ​ແສນ​ດີ;

ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດ​ໄປ.

ໃຫ້​ອິດສະຣາເອນ​ກ່າວ​ວ່າ:

“ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດ​ໄປ”.

ໃຫ້​ພົງພັນ​ຂອງ​ອາໂຣນ​ກ່າວ​ວ່າ:

“ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດ​ໄປ”.

ໃຫ້​ບັນດາ​ຜູ້​ທີ່​ຢຳເກງ​ພຣະເຈົ້າ​ຢາເວ​ກ່າວ​ວ່າ:

“ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດ​ໄປ”.

ໃນ​ຍາມ​ທຸກຍາກ​ຂ້ານ້ອຍ​ໄດ້​ຮ້ອງ​ຫາ​ພຣະເຈົ້າ​ຢາເວ

ແລະ ພຣະອົງ​ໄດ້​ນຳ​ຂ້ານ້ອຍ​ເຂົ້າ​ໄປ​ໃນ​ທີ່​ກວ້າງ.

ພຣະເຈົ້າ​ຢາເວ​ຢູ່​ກັບ​ຂ້ານ້ອຍ ຂ້ານ້ອຍ​ຈະ​ບໍ່​ຢ້ານກົວ.

ມະນຸດ​ຈະ​ເຮັດ​ຫຍັງ​ຂ້ານ້ອຍ​ໄດ້?

ພຣະເຈົ້າ​ຢາເວ​ຢູ່​ກັບ​ຂ້ານ້ອຍ ພຣະອົງ​ເປັນ​ຜູ້​ຊ່ວຍເຫລືອ​ຂອງ​ຂ້ານ້ອຍ.

ຂ້ານ້ອຍ​ຈະ​ເບິ່ງ​ສັດຕູ​ຢ່າງ​ຜູ້​ຊະນະ.

ການ​ລີ້ໄພ​ໃນ​ພຣະເຈົ້າ​ຢາເວ

ກໍ​ດີ​ກວ່າ​ການ​ໄວ້​ວາງໃຈ​ໃນ​ມະນຸດ.

ການ​ລີ້ໄພ​ໃນ​ພຣະເຈົ້າ​ຢາເວ

ກໍ​ດີ​ກວ່າ​ການ​ໄວ້​ວາງໃຈ​ໃນ​ເຈົ້ານາຍ​ທັງຫລາຍ.

ປະຊາຊາດ​ທັງໝົດ​ໄດ້​ຫຸ້ມ​ອ້ອມ​ຂ້ານ້ອຍ,

ແຕ່​ໃນ​ນາມ​ຂອງ​ພຣະເຈົ້າ​ຢາເວ ຂ້ານ້ອຍ​ຈະ​ທຳລາຍ​ພວກເຂົາ​ໃຫ້​ໝົດ.

ພວກເຂົາ​ໄດ້​ລ້ອມ​ຂ້ານ້ອຍ​ໄວ້​ທຸກ​ດ້ານ,

ແຕ່​ໃນ​ນາມ​ຂອງ​ພຣະເຈົ້າ​ຢາເວ ຂ້ານ້ອຍ​ຈະ​ທຳລາຍ​ພວກເຂົາ​ໃຫ້​ໝົດ.

ພວກເຂົາ​ໄດ້​ມາ​ອ້ອມ​ຕົວ​ຂອງ​ຂ້ານ້ອຍ​ຄື​ກັບ​ເຜິ້ງ,

ແຕ່​ພວກເຂົາ​ມອດ​ລົງ​ຢ່າງ​ວ່ອງໄວ​ເໝືອນ​ກັບ​ໄຟ​ໄໝ້​ໜາມ;

ໃນ​ນາມ​ຂອງ​ພຣະເຈົ້າ​ຢາເວ ຂ້ານ້ອຍ​ຈະ​ທຳລາຍ​ພວກເຂົາ​ໃຫ້​ໝົດ.

ຂ້ານ້ອຍ​ຖືກ​ລຸມ​ກະໜ່ຳ ແລະ ເກືອບ​ລົ້ມ​ລົງ,

ແຕ່​ພຣະເຈົ້າ​ຢາເວ​ໄດ້​ຊ່ວຍ​ຂ້ານ້ອຍ​ໄວ້.

ພຣະເຈົ້າ​ຢາເວ​ເປັນ​ກຳລັງ ແລະ ເປັນ​ປ້ອມ​ປ້ອງກັນ1​ຂອງ​ຂ້ານ້ອຍ

ພຣະອົງ​ເປັນ​ຄວາມ​ພົ້ນ​ຂອງ​ຂ້ານ້ອຍ.

ສຽງ​ໂຫ່​ຮ້ອງ​ຊື່ນຊົມຍິນດີ ແລະ ສຽງ​ໄຊໂຍ

ດັ່ງ​ກ້ອງ​ໃນ​ເຕັນ​ຂອງ​ຄົນ​ຊອບທຳ​ວ່າ:

“ມື​ຂວາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ເຮັດ​ສິ່ງ​ທີ່​ຍິ່ງໃຫຍ່!

ມື​ຂວາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ຊູ​ຂຶ້ນ​ສູງ;

ມື​ຂວາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ເຮັດ​ສິ່ງ​ທີ່​ຍິ່ງໃຫຍ່!”

ຂ້ານ້ອຍ​ຈະ​ບໍ່​ຕາຍ ແຕ່​ມີ​ຊີວິດ​ຢູ່,

ແລະ ຈະ​ປະກາດ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ໄດ້​ກະທຳ.

ພຣະເຈົ້າ​ຢາເວ​ໄດ້​ຕີ​ສອນ​ຂ້ານ້ອຍ​ຢ່າງ​ໜັກ,

ແຕ່​ບໍ່​ໄດ້​ມອບ​ຂ້ານ້ອຍ​ໃຫ້​ແກ່​ຄວາມ​ຕາຍ.

ຈົ່ງ​ເປີດ​ປະຕູ​ແຫ່ງ​ຄວາມ​ຊອບທຳ​ໃຫ້​ຂ້ານ້ອຍ;

ຂ້ານ້ອຍ​ຈະ​ເຂົ້າ​ໄປ ແລະ ຖວາຍ​ຄຳ​ຂອບພຣະຄຸນ​ພຣະເຈົ້າ​ຢາເວ.

ນີ້​ຄື​ປະຕູ​ຂອງ​ພຣະເຈົ້າ​ຢາເວ

ຜູ້​ຊອບທຳ​ຈະ​ເຂົ້າໄປ​ທາງ​ປະຕູ​ນີ້.

ຂ້ານ້ອຍ​ຂອບພຣະຄຸນ​ພຣະອົງ​ເພາະ​ພຣະອົງ​ໄດ້​ຕອບ​ຂ້ານ້ອຍ;

ພຣະອົງ​ມາ​ເປັນ​ຄວາມ​ພົ້ນ​ຂອງ​ຂ້ານ້ອຍ.

ສີລາ​ທີ່​ນາຍ​ຊ່າງ​ກໍ່​ໄດ້​ຖິ້ມ​ແລ້ວ

ບັດນີ້​ກັບ​ກາຍເປັນ​ຫີນເສົາເອກ;

ພຣະເຈົ້າ​ຢາເວ​ໄດ້​ກະທຳ​ການ​ນີ້,

ແລະ ເປັນ​ສິ່ງ​ມະຫັດສະຈັນ​ໃນ​ສາຍ​ຕາ​ຂອງ​ພວກເຮົາ.

ນີ້​ຄື​ວັນ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສ້າງ

ໃຫ້​ພວກເຮົາ​ຊື່ນຊົມຍິນດີ ແລະ ຍິນດີ​ໃນ​ວັນ​ນີ້.

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ຊ່ວຍ​ພວກຂ້ານ້ອຍ​ໃຫ້​ພົ້ນ​ດ້ວຍ!

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໃຫ້​ຄວາມ​ສຳເລັດ​ແກ່​ພວກຂ້ານ້ອຍ​ດ້ວຍ!

ສັນລະເສີນ​ພຣະອົງ​ຜູ້​ມາ​ໃນ​ນາມ​ຂອງ​ພຣະເຈົ້າ​ຢາເວ.

ພວກຂ້ານ້ອຍ​ຂໍ​ສັນລະເສີນ​ພຣະອົງ2​ຈາກ​ວິຫານ​ຂອງ​ພຣະເຈົ້າ​ຢາເວ.

ພຣະເຈົ້າ​ຢາເວ​ເປັນ​ພຣະເຈົ້າ,

ແລະ ພຣະອົງ​ໄດ້​ໃຫ້​ຄວາມ​ສະຫວ່າງ​ຂອງ​ພຣະອົງ​ສ່ອງ​ໃສ່​ພວກເຮົາ.

ໃຫ້​ພວກເຮົາ​ຖື​ກິ່ງ​ໄມ້​ແລ້ວ​ເຂົ້າ​ຮ່ວມ​ຂະບວນ​ສະເຫລີມ​ສະຫລອງ

ໄປ​ເຖິງ3​ເຊີງງອນ​ຂອງ​ແທ່ນບູຊາ.

ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ແລະ ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ;

ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ແລະ ຂ້ານ້ອຍ​ຈະ​ຍົກຍ້ອງ​ພຣະອົງ.

ຈົ່ງ​ຂອບພຣະຄຸນ​ພຣະເຈົ້າ​ຢາເວ ເພາະ​ພຣະອົງ​ແສນ​ດີ

ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດ​ໄປ.

Source notes (3)
  1. Footnote ຫລື ເປັນ​ບົດເພງ
  2. Footnote ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ເປັນ​ພະຫູພົດ
  3. Footnote ຫລື ມັດ​ເຄື່ອງບູຊາ​ສະເຫລີມ​ສະຫລອງ​ດ້ວຍ​ເຊືອກ ແລະ ນຳ​ໄປ​ເຖິງ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.