Skip to content
BibleKenya

Biblica® Open Lao Contemporary Version

ສຸພາສິດ 22

ຊື່ສຽງ​ດີ​ກໍ​ເປັນ​ທີ່​ຕ້ອງການ​ຫລາຍ​ກວ່າ​ຄວາມ​ຮັ່ງມີ;

ໄດ້​ຮັບ​ການ​ຍ້ອງຍໍ​ກໍ​ດີ​ກວ່າ​ໄດ້​ເງິນ ຫລື ຄໍາ.

ຄົນ​ຮັ່ງມີ ແລະ ຄົນ​ທຸກຍາກ​ມີ​ສິ່ງ​ໜຶ່ງ​ທີ່​ຄື​ກັນ​ຄື:

ພຣະເຈົ້າ​ຢາເວ​ເປັນ​ຜູ້​ສ້າງ​ຂອງ​ພວກເຂົາ​ທັງໝົດ.

ຄົນ​ສະຫລາດ​ເຫັນ​ໄພ​ອັນຕະລາຍ ແລະ ເຂົ້າ​ໄປ​ລີ້ໄພ,

ແຕ່​ຜູ້​ທີ່​ບໍ່​ຮູ້ຈັກ​ຄິດ​ກໍ​ຍ່າງ​ຕໍ່ໄປ ແລະ ໄດ້​ຮັບ​ໂທດ.

ຄວາມ​ຖ່ອມຕົວ​ຄື​ການ​ຢຳເກງ​ພຣະເຈົ້າ​ຢາເວ;

ຄ່າຈ້າງ​ຂອງ​ຄວາມ​ຖ່ອມຕົວ​ຄື ຄວາມ​ຮັ່ງມີ, ກຽດຕິຍົດ ແລະ ຊີວິດ.

ທາງ​ຂອງ​ຄົນ​ຊົ່ວຮ້າຍ​ເປັນ​ບ້ວງແຮ້ວ ແລະ ເປັນ​ກັບດັກ,

ແຕ່​ຄົນ​ທີ່​ຮັກສາ​ຊີວິດ​ຂອງ​ຕົນ​ຈະ​ຫລີກ​ໜີ​ຈາກ​ສິ່ງ​ເຫລົ່າ​ນັ້ນ.

ຈົ່ງ​ເລີ່ມ​ອົບຮົມ​ເດັກນ້ອຍ​ໃນ​ທາງ​ທີ່​ພວກເຂົາ​ຄວນ​ຈະ​ໄປ,1

ແລະ ເມື່ອ​ພວກເຂົາ​ໃຫຍ່​ຂຶ້ນ ພວກເຂົາ​ຈະ​ບໍ່​ຫັນ​ໜີ​ຈາກ​ທາງ​ນັ້ນ.

ຄົນ​ຮັ່ງມີ​ປົກຄອງ​ຄົນ​ທຸກຈົນ,

ແລະ ຄົນ​ທີ່​ເປັນ​ໜີ້​ກໍ​ເປັນ​ຂ້າທາດ​ຂອງ​ເຈົ້າ​ໜີ້.

ຜູ້​ທີ່​ຫວ່ານ​ຄວາມ​ບໍ່​ຍຸຕິທໍາ​ກໍ​ເກັບກ່ຽວ​ໄພພິບັດ,

ແລະ ໄມ້ແສ້​ຄື​ອຳນາດ​ທີ່​ພວກເຂົາ​ໃຊ້​ກົດຂີ່​ຄົນ​ອື່ນ​ຈະ​ຖືກ​ທຳລາຍ.

ຄວາມສຸກ​ເປັນ​ຂອງ​ຄົນ​ໃຈ​ກວ້າງ,

ເພາະ​ພວກເຂົາ​ແບ່ງປັນ​ອາຫານ​ຂອງ​ຕົນ​ໃຫ້​ຄົນ​ທຸກຍາກ.

ຈົ່ງ​ໄລ່​ຄົນ​ມັກ​ເຢາະເຢີ້ຍ​ອອກ​ໄປ, ແລະ ການ​ຜິດຖຽງ​ກັນ​ກໍ​ຈະ​ບໍ່ມີ;

ການ​ສຽດສີ ແລະ ການ​ໝິ່ນປະໝາດ​ຈະ​ຈົບ​ລົງ.

ຜູ້​ທີ່​ຮັກ​ຈິດໃຈ​ທີ່​ບໍລິສຸດ ແລະ ເວົ້າ​ຈາ​ອ່ອນຫວານ

ຈະ​ມີ​ໝູ່​ເປັນ​ກະສັດ.

ຕາ​ຂອງ​ພຣະເຈົ້າ​ຢາເວ​ເຝົ້າ​ຮັກສາ​ຄວາມ​ຮູ້​ໄວ້,

ແຕ່​ພຣະອົງ​ທໍາລາຍ​ຄຳເວົ້າ​ຂອງ​ຄົນ​ບໍ່​ສັດຊື່.

ຄົນ​ຂີ້ຄ້ານ​ເວົ້າ​ວ່າ “ມີ​ໂຕສິງ​ຢູ່​ຂ້າງ​ນອກ!”

“ຂ້ອຍ​ຈະ​ຖືກ​ມັນ​ຂ້າ​ຢູ່​ກາງ​ທາງ​ກໍ​ໄດ້!”

ປາກ​ຂອງ​ຍິງ​ຫລິ້ນຊູ້​ເປັນ​ດັ່ງ​ຂຸມ​ເລິກ;

ຄົນ​ທີ່​ຖືກ​ພຣະເຈົ້າ​ຢາເວ​ໂກດຮ້າຍ​ຈະ​ຕົກ​ລົງ​ໄປ​ໃນ​ຂຸມ​ນັ້ນ.

ຄວາມ​ໂງ່ຈ້າ​ຝັງ​ໄວ້​ຢູ່​ໃນ​ໃຈ​ຂອງ​ເດັກນ້ອຍ,

ແຕ່​ໄມ້ແສ້​ທີ່​ຕີສອນ​ຈະ​ຊ່ວຍ​ໄລ່​ມັນ​ອອກ​ໄປ.

ຜູ້​ທີ່​ກົດຂີ່​ຂົ່ມເຫັງ​ຄົນ​ທຸກຍາກ​ເພື່ອ​ໃຫ້​ຕົນເອງ​ຮັ່ງມີ​ຂຶ້ນ.

ແລະ ຜູ້​ທີ່​ເອົາ​ຂອງຂັວນ​ໃຫ້​ຄົນ​ຮັ່ງມີ ຈະ​ເຮັດ​ໃຫ້​ທັງ​ສອງ​ຄົນ​ທຸກ​ຈົນ​ລົງ.

ຄຳສອນ 30 ຕອນ​ຂອງ​ຄົນ​ມີ​ປັນຍາ

ຄໍາສອນ​ທີ 1

ຈົ່ງ​ຕັ້ງໃຈ ແລະ ຟັງ​ຄຳເວົ້າ​ຂອງ​ຄົນ​ມີ​ປັນຍາ

ແລະ ຈົ່ງ​ເອົາໃຈໃສ່​ໃນ​ສິ່ງ​ທີ່​ປັນຍາ​ສັ່ງສອນ,

ເພາະ​ມັນ​ຈະ​ເຮັດ​ໃຫ້​ເຈົ້າ​ສຸກ​ໃຈ ເມື່ອ​ເຈົ້າ​ຮັກສາ​ຄຳ​ສັ່ງສອນ​ນັ້ນ​ໄວ້​ໃນ​ໃຈ​ຂອງ​ເຈົ້າ.

ແລະ ມີ​ຄຳ​ສັ່ງສອນ​ທັງໝົດ​ຢູ່​ໃນ​ປາກ​ຂອງ​ເຈົ້າ.

ເພື່ອ​ໃຫ້​ຄວາມ​ໄວ້ວາງໃຈ​ຂອງ​ເຈົ້າ​ຢູ່​ໃນ​ພຣະເຈົ້າ​ຢາເວ,

ເຮົາ​ສອນ​ເຈົ້າ​ໃນ​ມື້ນີ້, ແມ່ນແຕ່​ເຈົ້າ​ເອງ​ກໍ​ຄື​ກັນ.

ເຮົາ​ໄດ້​ຂຽນ​ຄຳສັ່ງສອນ​ສາມສິບ​ຕອນ​ໄວ້​ໃຫ້​ເຈົ້າ​ບໍ່ແມ່ນ​ບໍ,

ເປັນ​ຄຳ​ແນະນຳ ແລະ ຄວາມ​ຮູ້.

ສັ່ງສອນ​ເຈົ້າ​ໃຫ້​ເປັນ​ຄົນ​ສັດຊື່ ແລະ ເວົ້າ​ຄວາມຈິງ,

ເພື່ອ​ເຈົ້າ​ຈະ​ນໍາ​ຄວາມ​ຈິງ​ກັບ​ມາ​ລາຍງານ

ຜູ້​ທີ່​ໃຊ້​ເຈົ້າ​ໄປ?

ຄໍາສອນ​ທີ 2

ຢ່າ​ເອົາ​ປຽບ​ຄົນ​ທຸກຈົນ ເພາະ​ພວກເຂົາ​ກໍ​ທຸກຈົນ​ຢູ່​ແລ້ວ

ແລະ ຢ່າ​ຢຽບຢໍ່າ​ຄົນ​ຂັດສົນ​ຢູ່​ໃນ​ສານ,

ເພາະ​ພຣະເຈົ້າ​ຢາເວ​ຈະ​ແກ້​ຄະດີ​ໃຫ້​ພວກເຂົາ

ແລະ ຈະ​ເອົາ​ຊີວິດ​ຂອງ​ຜູ້​ທີ່​ຈະ​ເອົາ​ຊີວິດ​ຂອງ​ພວກເຂົາ.

ຄໍາສອນ​ທີ 3

ຢ່າ​ເປັນ​ໝູ່​ກັບ​ຄົນ​ໃຈ​ຮ້ອນ,

ຢ່າ​ຄົບ​ກັບ​ຄົນ​ທີ່​ໃຈຮ້າຍ​ງ່າຍ,

ເພາະ​ເຈົ້າ​ອາດ​ຈະ​ຮຽນ​ແບບ​ວິຖີທາງ​ຂອງ​ພວກເຂົາ

ແລະ ເຮັດ​ໃຫ້​ຕົນ​ເອງ​ຕົກ​ຢູ່​ໃນ​ບ້ວງແຮ້ວ.

ຄໍາສອນ​ທີ 4

ຢ່າ​ເປັນ​ຜູ້​ທີ່​ຈັບ​ມື​ໃຫ້​ຄໍາສັນຍາ

ຫລື ຄ້ຳປະກັນ​ໃນ​ການ​ໃຊ້​ໜີ້​ຄົນ​ອື່ນ;

ຖ້າ​ເຈົ້າ​ບໍ່​ມີ​ເງິນ​ຈ່າຍ,

ແມ່ນແຕ່​ບ່ອນນອນ​ກໍ​ຈະ​ຖືກ​ດຶງ​ອອກ​ໄປ​ຈາກ​ຫລັງ​ຂອງ​ເຈົ້າ.

ຄໍາສອນ​ທີ 5

ຢ່າ​ຍ້າຍ​ຫລັກ​ເຂດແດນ​ເກົ່າ

ທີ່​ບັນພະບຸລຸດ​ຂອງ​ເຈົ້າ​ໄດ້​ຕັ້ງ​ໄວ້.

ຄໍາສອນ​ທີ 6

ເຈົ້າ​ເຫັນ​ຄົນ​ທີ່​ມີ​ຄວາມ​ຊຳນານ​ໃນ​ວຽກງານ​ຂອງ​ພວກເຂົາ​ບໍ?

ພວກເຂົາ​ຈະ​ໄດ້​ຮັບໃຊ້​ກະສັດ;

ພວກເຂົາ​ຈະ​ບໍ່​ຮັບ​ໃຊ້​ຂ້າລາຊະການ​ຊັ້ນຕໍ່າ.

Source notes (1)
  1. Footnote ຫລື ຈົ່ງ​ໃຫ້​ເດັກ​ເລີ່ມ​ຕົ້ນ​ໄປ​ໃນ​ທາງ​ທີ່​ຄວນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.