Skip to content
BibleKenya

Biblica® Open Lao Contemporary Version

ສຸພາສິດ 23

ຄໍາສອນ​ທີ 7

ເມື່ອ​ເຈົ້າ​ນັ່ງ​ກິນ​ເຂົ້າ​ກັບ​ຜູ້ປົກຄອງ,

ຈົ່ງ​ສັງເກດ​ເບິ່ງ​ສິ່ງ1 ທີ່​ຢູ່​ຕໍ່ໜ້າ​ເຈົ້າ​ໃຫ້​ດີ,

ຖ້າ​ເຈົ້າ​ເປັນ​ຄົນ​ມັກ​ກິນ​ຫລາຍ,

ກໍ​ຈົ່ງ​ເອົາ​ມີດ​ຈີ້​ຄໍ​ຕົນເອງ​ໄວ້.

ຢ່າ​ໂລບມາກ​ໃນ​ອາຫານ​ທີ່​ດີ​ຂອງ​ລາວ,

ເພາະ​ອາຫານ​ນັ້ນ​ເປັນ​ສິ່ງ​ທີ່​ຫລອກລວງ.

ຄໍາສອນ​ທີ 8

ຢ່າ​ອິດເມື່ອຍ​ອ່ອນ​ແຮງ​ເພື່ອ​ຢາກ​ຮັ່ງມີ;

ຢ່າ​ໄວ້​ວາງໃຈ​ໃນ​ຄວາມ​ເຂົ້າໃຈ​ຂອງ​ເຈົ້າ​ເອງ.

ຄວາມ​ຮັ່ງມີ​ກໍ​ຫາຍ​ໄປ​ໄດ້​ພຽງ​ແຕ່​ພັບຕາ​ດຽວ,

ເພາະ​ປີກ​ມັນ​ຈະ​ງອກ​ອອກ​ມາ

ແລະ ບິນ​ຂຶ້ນ​ສູ່​ທ້ອງຟ້າ​ເໝືອນ​ດັ່ງ​ນົກອິນຊີ.

ຄໍາສອນ​ທີ 9

ຢ່າ​ກິນ​ອາຫານ​ຂອງ​ຄົນ​ທີ່​ຂີ້ຖີ່,

ຢ່າ​ໂລບມາກ​ໃນ​ອາຫານ​ດີ​ຂອງ​ລາວ​ທີ່​ເອົາ​ມາ​ໃຫ້;

ເພາະ​ລາວ​ເປັນ​ຄົນ​ປະເພດ

ທີ່​ຄິດ​ເລື່ອງ​ລາຄາ​ຢູ່​ໃນ​ໃຈ​ສະເໝີ.2

ລາວ​ເວົ້າ​ກັບ​ເຈົ້າ​ວ່າ, “ເຊີນ​ກິນ ແລະ ເຊີນ​ດື່ມ”

ແຕ່​ໃຈ​ຂອງ​ລາວ​ບໍ່​ໄດ້​ຄິດ​ແບບ​ນັ້ນ.

ເຈົ້າ​ຈະ​ຮາກ​ອາຫານ​ທີ່​ເຈົ້າ​ໄດ້​ກິນ​ເຂົ້າ​ໄປ​ອອກ​ມາ

ແລະ ຄໍາ​ຍ້ອງຍໍ​ຂອງ​ເຈົ້າ​ຈະ​ສູນເສຍ​ໄປ.

ຄໍາສອນ​ທີ 10

ຢ່າ​ເວົ້າ​ກັບ​ຄົນ​ໂງ່ຈ້າ,

ເພາະ​ພວກເຂົາ​ຈະ​ດູໝິ່ນ​ຄຳ​ແນະນຳ​ທີ່​ສະຫລາດ​ຂອງ​ເຈົ້າ.

ຄໍາສອນ​ທີ 11

ຢ່າ​ຍ້າຍ​ຫລັກ​ເຂດແດນ​ເກົ່າ

ຫລື ບຸກ​ຢຶດ​ທີ່ດິນ​ຂອງ​ລູກ​ກຳພ້າ,

ເພາະ​ຜູ້ປົກປ້ອງ​ຂອງ​ພວກເຂົາ​ກໍ​ເຂັ້ມແຂງ;

ພຣະອົງ​ຈະ​ສູ້​ຄະດີ​ກັບ​ເຈົ້າ​ແທນ​ພວກເຂົາ.

ຄໍາສອນ​ທີ 12

ຈົ່ງ​ເອົາໃຈໃສ່​ຕໍ່​ຄຳສັ່ງສອນ

ແລະ ງ່ຽງ​ຫູ​ຟັງ​ຖ້ອຍຄຳ​ແຫ່ງ​ຄວາມ​ຮູ້.

ຄໍາສອນ​ທີ 13

ຢ່າ​ລັງເລ​ໃນ​ການ​ຕີສອນ​ລູກ;

ຖ້າ​ເຈົ້າ​ລົງໂທດ​ພວກເຂົາ​ດ້ວຍ​ໄມ້ແສ້, ພວກເຂົາ​ຈະ​ບໍ່​ຕາຍ.

ຈົ່ງ​ລົງໂທດ​ພວກເຂົາ​ດ້ວຍ​ໄມ້ແສ້

ແລະ ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ.

ຄໍາສອນ​ທີ 14

ລູກ​ເອີຍ, ຖ້າ​ໃຈ​ຂອງ​ເຈົ້າ​ມີ​ປັນຍາ,

ຫົວໃຈ​ຂອງ​ພໍ່​ກໍ​ຈະ​ມີ​ຄວາມ​ຍິນດີ​ຫລາຍ;

ເມື່ອ​ປາກ​ຂອງ​ເຈົ້າ​ເວົ້າ​ສິ່ງ​ທີ່​ຖືກຕ້ອງ

ຈິດວິນຍານ​ຂອງ​ພໍ່​ກໍ​ຈະ​ຊື່ນຊົມຍິນດີ.

ຄໍາສອນ​ທີ 15

ຢ່າ​ໃຫ້​ໃຈ​ຂອງ​ເຈົ້າ​ອິດສາ​ພວກ​ຄົນບາບ,

ແຕ່​ຈົ່ງ​ກະຕືລືລົ້ນ​ໃນ​ການ​ຢຳເກງ​ພຣະເຈົ້າຢາເວ​ຢູ່​ສະເໝີ.

ເພາະ​ມີ​ຄວາມ​ຫວັງ​ໃນ​ອະນາຄົດ​ສໍາລັບ​ເຈົ້າ​ຢ່າງ​ແນ່ນອນ,

ແລະ ຄວາມ​ຫວັງ​ຂອງ​ເຈົ້າ​ຈະ​ບໍ່​ສູນເສຍ​ໄປ.

ຄໍາສອນ​ທີ 16

ລູກ​ເອີຍ, ຈົ່ງ​ຟັງ ແລະ ມີ​ປັນຍາ,

ຈົ່ງ​ຮັກສາ​ໃຈ​ຂອງ​ເຈົ້າ​ໃຫ້​ຢູ່​ໃນ​ທາງ​ທີ່​ຖືກຕ້ອງ​ດັ່ງ​ນີ້:

ຢ່າ​ຮ່ວມ​ວົງ​ກັບ​ຜູ້​ທີ່​ດື່ມ​ເຫລົ້າ​ໜັກ

ຫລື ຜູ້​ທີ່​ເຫັນ​ແກ່​ກິນ,

ເພາະ​ຄົນ​ຂີ້ເມົາ ແລະ ຄົນ​ໂລບມາກ​ຈະ​ກາຍເປັນ​ຄົນ​ທຸກຍາກ,

ແລະ ຖ້າ​ມີ​ແຕ່​ນອນ​ຈະ​ເຮັດ​ໃຫ້​ພວກເຂົາ​ນຸ່ງ​ເຄື່ອງ​ຂາດ.

ຄໍາສອນ​ທີ 17

ຈົ່ງ​ຟັງ​ຄວາມ​ພໍ່​ຂອງ​ເຈົ້າ, ຜູ້​ທີ່​ໃຫ້​ຊີວິດ​ແກ່​ເຈົ້າ,

ແລະ ຢ່າ​ດູໜິ່ນ​ແມ່​ຂອງ​ເຈົ້າ​ເມື່ອ​ເພິ່ນ​ເຖົ້າແກ່.

ຈົ່ງ​ຊື້​ຄວາມ​ຈິງ ແລະ ຢ່າ​ຂາຍ​ສິ່ງ​ເຫລົ່ານີ້​ຄື:

ປັນຍາ, ຄຳສັ່ງສອນ3 ແລະ ຄວາມ​ເຂົ້າໃຈ.

ພໍ່​ທີ່​ມີ​ລູກ​ເປັນ​ຄົນ​ຊອບທຳ​ກໍ​ມີ​ຄວາມ​ສຸກ​ຫລາຍ;

ພໍ່​ທີ່​ມີ​ລູກ​ມີ​ປັນຍາ​ກໍ​ພູມ​ໃຈ​ໃນ​ຕົວ​ລາວ.

ຈົ່ງ​ເຮັດ​ໃຫ້​ພໍ່​ແມ່​ຂອງ​ເຈົ້າ​ມີ​ຄວາມ​ຊື່ນຊົມ​ຍິນດີ;

ຈົ່ງ​ເຮັດ​ໃຫ້​ແມ່​ຜູ້​ທີ່​ເກີດ​ເຈົ້າ​ມີ​ຄວາມ​ສຸກ!

ຄໍາສອນ​ທີ 18

ລູກ​ເອີຍ, ຂໍ​ໃຈ​ຂອງ​ເຈົ້າ​ໃຫ້​ເຮົາ

ແລະ ຈົ່ງ​ໃຫ້​ຕາ​ຂອງ​ເຈົ້າ​ຍິນດີ​ໃນ​ທາງ​ຂອງ​ເຮົາ,

ເພາະ​ຍິງ​ຫລິ້ນຊູ້​ເປັນ​ດັ່ງ​ຂຸມ​ເລິກ,

ແລະ ເມຍ​ທີ່​ເອົາ​ແຕ່​ໃຈ​ເປັນ​ນໍ້າສ້າງ​ແຄບໆ.

ນາງ​ນອນ​ໝອບ​ລໍຖ້າ​ຢູ່​ຄື​ໂຈນ

ແລະ ເຮັດ​ໃຫ້​ຊາຍ​ຫລາຍ​ຄົນ​ບໍ່​ສັດຊື່​ຕໍ່​ເມຍ​ຂອງ​ຕົນ.

ຄໍາສອນ​ທີ 19

ຜູ້​ໃດ​ທີ່​ທຸກ​ທໍລະມານ? ຜູ້ໃດ​ທີ່​ໂສກ​ເສົ້າ?

ຜູ້​ໃດ​ທີ່​ຜິດຖຽງ​ກັນ? ຜູ້​ໃດ​ທີ່​ຈົ່ມທຸກ?

ຜູ້​ໃດ​ມີ​ຮອຍ​ຊໍ້າ​ດໍາ​ຂຽວ​ໂດຍ​ບໍ່​ຈຳເປັນ? ຜູ້​ໃດ​ທີ່​ມີ​ຕາ​ແດງ​ກ່ຳ?

ກໍ​ຄື​ຄົນ​ທີ່​ມົວເມົາ​ຢູ່​ກັບ​ເຫລົ້າ,

ຄົນ​ທີ່​ລອງ​ຊີມ​ເຫລົ້າ​ປະສົມ​ກັນ​ຫລາຍ​ຊະນິດ​ຢູ່​ໃນ​ຖ້ວຍ.

ຢ່າ​ຈ້ອງ​ເບິ່ງ​ເຫລົ້າ​ອະງຸ່ນ​ທີ່​ມີ​ສີ​ແດງ,

ເມື່ອ​ມັນ​ເປັ່ງປະກາຍ​ຢູ່​ໃນ​ຈອກ,

ເມື່ອ​ດື່ມ​ມັນ​ລົງ​ໄປ​ກໍ​ລື່ນ​ຄໍ​ດີ!

ໃນ​ບັ້ນ​ປາຍ​ແລ້ວ ມັນ​ຕອດ​ຄື​ງູ

ແລະ ມີ​ພິດຮ້າຍ​ເໝືອນ​ງູ​ພິດ.

ຕາ​ຂອງ​ເຈົ້າ​ຈະ​ເຫັນ​ພາບ​ແປກໆ,

ແລະ ຄວາມ​ຄິດ​ຂອງ​ເຈົ້າ​ຈະ​ຄິດ​ສິ່ງ​ທີ່​ສັບສົນ.

ເຈົ້າ​ຈະ​ເປັນ​ດັ່ງ​ຄົນ​ທີ່​ກໍາລັງ​ນອນ​ຢູ່​ກາງ​ທະເລ,

ແລະ ເປັນ​ດັ່ງ​ຄົນ​ທີ່​ກໍາລັງ​ນອນ​ຢູ່​ເທິງ​ຍອດ​ເສົາ​ຂອງ​ເຮືອໃບ.

ເຈົ້າ​ຈະ​ເວົ້າ​ວ່າ, “ພວກເຂົາ​ຕ່ອຍ​ຂ້ອຍ,

ແຕ່​ຂ້ອຍ​ບໍ່​ເຈັບ! ພວກເຂົາ​ຟາດ​ຂ້ອຍ,

ແຕ່​ຂ້ອຍ​ບໍ່​ຮູ້ສຶກ!

ເມື່ອໃດ​ຂ້ອຍ​ຈະ​ຕື່ນ​ຂຶ້ນ​ມາ ຂ້ອຍ​ຈະ​ໄປ​ດື່ມ​ອີກ”

Source notes (3)
  1. Footnote ຫລື ຜູ້
  2. Footnote ຫລື ເພາະ​ເມື່ອ​ເຂົາ​ຄິດ​ຢູ່​ໃນ​ໃຈ ດັ່ງນັ້ນ​ເຂົາ​ຈຶ່ງ​ກຳລັງ​ຄິດ​ລາ​ຄາ ຫລື ເພາະ​ເມື່ອ​ເຂົາ​ຈັດ​ງານ​ລ້ຽງ ດັ່ງນັ້ນ​ເຂົາ​ກຳລັງ​ຄິດ​ເລື່ອງ​ລາ​ຄາ
  3. Footnote ຫລື ວິ​ໄນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.