Biblica® Open Lao Contemporary Version
ສຸພາສິດ 24
ຄໍາສອນທີ 20
ຢ່າອິດສາຄົນຊົ່ວຮ້າຍ,
ຢ່າປາຖະໜາເປັນໝູ່ກັບພວກເຂົາ;
ເພາະໃຈຂອງພວກເຂົາວາງແຜນການອັນໂຫດຮ້າຍ,
ແລະ ປາກຂອງພວກເຂົາເວົ້າແຕ່ເລື່ອງທີ່ເຮັດໃຫ້ເກີດຄວາມເດືອດຮ້ອນ.
ຄໍາສອນທີ 21
ເຮືອນຖືກສ້າງຂຶ້ນໂດຍຄົນມີປັນຍາ,
ແລະ ຕັ້ງຂຶ້ນດ້ວຍຄວາມເຂົ້າໃຈ;
ດ້ວຍຄວາມຮູ້ ຫ້ອງຕ່າງໆໃນເຮືອນກໍເຕັມໄປດ້ວຍ
ຊັບສົມບັດທີ່ຫາຍາກ ແລະ ງົດງາມ,
ຄໍາສອນທີ 22
ຄົນມີປັນຍາເອົາຊະນະດ້ວຍອຳນາດອັນຍິ່ງໃຫຍ່,
ແລະ ຄົນທີ່ມີຄວາມຮູ້ກໍຮວບຮວມກຳລັງຂອງຕົນໄວ້.
ແນ່ນອນວ່າເຈົ້າຕ້ອງການຄໍາແນະນໍາເມື່ອເຮັດສົງຄາມ,
ແລະ ຈະໄດ້ຮັບໄຊຊະນະກໍໂດຍການມີທີ່ປຶກສາຫລາຍຄົນ.
ຄໍາສອນທີ 23
ປັນຍາຢູ່ສູງເກີນໄປສຳລັບຄົນໂງ່ຈ້າ;
ພວກເຂົາບໍ່ຄວນເປີດປາກເວົ້າໃນບ່ອນຊຸມນຸມທີ່ປະຕູເມືອງ.
ຄໍາສອນທີ 24
ຜູ້ທີ່ວາງແຜນການຊົ່ວຮ້າຍ
ຈະຖືກເອີ້ນວ່າ ເປັນຜູ້ສ້າງຄວາມເດືອດຮ້ອນ.
ແຜນການແຫ່ງຄວາມໂງ່ຄືບາບ,
ແລະ ປະຊາຊົນກຽດຊັງຄົນມັກເຢາະເຢີ້ຍ.
ຄໍາສອນທີ 25
ຖ້າເຈົ້າທໍ້ໃຈໃນເວລາມີບັນຫາ,
ກຳລັງຂອງເຈົ້າກໍໜ້ອຍຫລາຍ!
ຈົ່ງຊ່ວຍເຫລືອຜູ້ທີ່ຖືກນຳໄປສູ່ຄວາມຕາຍ;
ແລະ ຢ່າຊັກຊ້າທີ່ຈະຊ່ວຍຄົນກຳລັງຈະຖືກຂ້າ.
ຖ້າເຈົ້າເວົ້າວ່າ, “ແຕ່ພວກເຮົາບໍ່ຮູ້ຫຍັງກ່ຽວກັບເລື່ອງນີ້”,
ພຣະອົງຜູ້ທີ່ຊັ່ງເບິ່ງຈິດໃຈຂອງເຈົ້າຈະບໍ່ເຫັນບໍ?
ພຣະອົງຜູ້ທີ່ເຝົ້າຮັກສາຊີວິດຂອງເຈົ້າຈະບໍ່ຮູ້ບໍ?
ພຣະອົງຈະບໍ່ຕອບແທນທຸກຄົນຕາມສິ່ງທີ່ພວກເຂົາໄດ້ເຮັດບໍ?
ຄໍາສອນທີ 26
ລູກເອີຍ, ຈົ່ງກິນນ້ຳເຜິ້ງເພາະມັນເປັນສິ່ງທີ່ດີ;
ນ້ຳເຜິ້ງທີ່ມາຈາກຮັງນັ້ນກໍມີລົດຫວານດີ.
ຈົ່ງຮູ້ຈັກວ່າ ປັນຍາກໍຫວານເໝືອນດັ່ງນ້ຳເຜິ້ງສຳລັບຊີວິດຂອງເຈົ້າ:
ຖ້າເຈົ້າພົບປັນຍາ, ກໍມີຄວາມຫວັງໃນອະນາຄົດສໍາລັບເຈົ້າ,
ແລະ ຄວາມຫວັງຂອງເຈົ້າຈະບໍ່ສູນເສຍໄປ.
ຄໍາສອນທີ 27
ຢ່າດັກຊຸ້ມເໝືອນໂຈນທີ່ຢູ່ໃກ້ເຮືອນຂອງຄົນຊອບທຳ,
ຢ່າປຸ້ນທີ່ຢູ່ອາໄສຂອງພວກເຂົາ;
ເພາະເຖິງແມ່ນວ່າຄົນຊອບທຳລົ້ມລົງເຈັດຄັ້ງ, ພວກເຂົາກໍລຸກຂຶ້ນມາໄດ້ອີກ.
ແຕ່ຄົນຊົ່ວຮ້າຍນັ້ນກໍລົ້ມລົງເມື່ອຄວາມຈິບຫາຍມາໂຈມຕີ.
ຄໍາສອນທີ 28
ຢ່າດີໃຈເມື່ອສັດຕູຂອງເຈົ້າລົ້ມລົງ;
ຢ່າຊື່ນຊົມຍິນດີເມື່ອພວກເຂົາສະດຸດລົ້ມ,
ຢ້ານວ່າພຣະເຈົ້າຢາເວຈະເຫັນ ແລະ ບໍ່ພໍໃຈ
ແລະ ຫັນຄວາມໂກດຮ້າຍຂອງພຣະອົງໄປຈາກພວກເຂົາ.
ຄໍາສອນທີ 28
ຢ່າກັງວົນໃຈເພາະຄົນຊົ່ວ
ຫລື ຢ່າອິດສາຄົນຊົ່ວຮ້າຍ,
ເພາະຄົນຊົ່ວບໍ່ມີຄວາມຫວັງໃນອະນາຄົດ
ຕະກຽງຂອງຄົນຊົ່ວຈະດັບໄປ.
ຄໍາສອນທີ 30
ລູກເອີຍ, ຈົ່ງຢຳເກງພຣະເຈົ້າຢາເວ ແລະ ກະສັດ
ຢ່າຮ່ວມກັບເຈົ້າໜ້າທີ່ຜູ້ກະບົດ,
ເພາະທັງສອງຈະພົບຄວາມຈິບຫາຍມາເຖິງພວກເຂົາຢ່າງກະທັນຫັນ.
ແລະ ຜູ້ໃດຈະຮູ້ເຖິງໄພພິບັດທີ່ທັງສອງຈະນໍາມາ?
ຄຳສອນເພີ່ມເຕີມຂອງຄົນມີປັນຍາ
ສິ່ງເຫລົ່ານີ້ຄືຄໍາສອນຂອງຄົນມີປັນຍາ:
ການຕັດສິນເຂົ້າຂ້າງເປັນສິ່ງທີ່ບໍ່ດີຄື:
ຜູ້ທີ່ເວົ້າກັບຄົນເຮັດຜິດວ່າ, “ເຈົ້າເປັນຄົນບໍລິສຸດ,”
ຈະຖືກຄົນສາບແຊ່ງ ແລະ ບັນດາປະຊາຊາດຈະປະນາມລາວ.
ສ່ວນຜູ້ຕັດສິນລົງໂທດຄົນເຮັດຜິດຈະໄດ້ດີ,
ພຣະພອນອັນອຸດົມຈະມາເຖິງພວກເຂົາ.
ຄຳຕອບທີ່ຊື່ສັດ
ເປັນເຄື່ອງໝາຍແຫ່ງມິດແທ້.
ຈົ່ງເຮັດວຽກໄຖນາໃຫ້ສຳເລັດ
ແລະ ຕຽມທົ່ງນາຂອງເຈົ້າໃຫ້ພ້ອມ;
ຫລັງຈາກນັ້ນ, ຈຶ່ງສ້າງເຮືອນຂອງເຈົ້າ.
ຢ່າເປັນພະຍານຕໍ່ສູ້ເພື່ອນບ້ານຂອງເຈົ້າໂດຍບໍ່ມີສາເຫດຄື
ເຈົ້າຈະໃຊ້ປາກຂອງເຈົ້າເວົ້າຫລອກລວງບໍ?
ຢ່າເວົ້າວ່າ, “ຂ້ອຍຈະເຮັດຕໍ່ພວກເຂົາເໝືອນດັ່ງທີ່ພວກເຂົາໄດ້ເຮັດຕໍ່ຂ້ອຍ;
ຂ້ອຍຈະແກ້ແຄ້ນສໍາລັບສິ່ງທີ່ພວກເຂົາໄດ້ເຮັດໄປນັ້ນ”.
ຂ້ອຍໄດ້ຍ່າງຜ່ານໄປທີ່ທົ່ງນາຂອງຄົນຂີ້ຄ້ານ,
ແລະ ສວນອະງຸ່ນຂອງຄົນບໍ່ຮູ້ຈັກຄິດ;
ສວນນັ້ນມີຟຸ່ມໜາມຂຶ້ນເຕັມໄປໝົດ, ຫຍ້າ
ກໍປົ່ງຂຶ້ນປົກຄຸມພື້ນດິນ ແລະ
ກຳແພງຫີນກໍຫັກພັງລົງ.
ຂ້ອຍຄິດຢູ່ໃນໃຈເຖິງສິ່ງທີ່ຂ້ອຍສັງເກດເຫັນ
ແລະ ໄດ້ບົດຮຽນຈາກສິ່ງທີ່ຂ້ອຍເຫັນກໍຄື:
ຂໍນອນອີກໜ້ອຍໜຶ່ງ, ເຊືອບນອນອີກຈັກໜ້ອຍ,
ເອົາມືກອດເອິກຫລັບບຶດໜຶ່ງ.
ແລ້ວຄວາມທຸກຍາກຈະມາຫາເຈົ້າດັ່ງຄົນຂີ້ລັກ
ແລະ ຄວາມຂັດສົນຈະໂຈມຕີເຈົ້າດັ່ງມີຄົນໜຶ່ງຖືອາວຸດມາ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.