Skip to content
BibleKenya

Biblica® Open Lao Contemporary Version

ສຸພາສິດ 21

ຈິດໃຈ​ຂອງ​ກະສັດ​ຢູ່​ໃນ​ມື​ຂອງ​ພຣະເຈົ້າ​ຢາເວ​ເປັນ​ດັ່ງ​ສາຍ​ນ້ຳ​ໄຫລ

ທີ່​ພຣະອົງ​ນຳ​ໄປ​ຫາ​ທຸກຄົນ​ທີ່​ພຣະອົງ​ພໍໃຈ.

ມະນຸດ​ອາດ​ຈະ​ຄິດ​ວ່າ​ທາງ​ທັງໝົດ​ຂອງ​ຕົນ​ນັ້ນ​ຖືກຕ້ອງ,

ແຕ່​ພຣະເຈົ້າ​ຢາເວ​ຢັ່ງ​ເບິ່ງ​ຈິດໃຈ.

ການ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ ຍຸຕິທຳ​ນັ້ນ

ກໍ​ໄດ້​ຮັບ​ການ​ຍອມຮັບ​ຈາກ​ພຣະເຈົ້າ​ຢາເວ​ຫລາຍ​ກວ່າ​ການ​ຖວາຍ​ເຄື່ອງບູຊາ.

ຕາ​ທີ່​ຍິ່ງ​ຈອງຫອງ ແລະ ໃຈ​ໂອ້ອວດ

ເປັນ​ເໝືອນ​ທົ່ງນາ​ຂອງ​ຄົນ​ຊົ່ວຮ້າຍ​ທີ່​ບໍ່​ໄດ້​ໄຖ ທັງ​ສອງ​ສິ່ງ​ນີ້​ແມ່ນ​ຄວາມ​ບາບ.

ແຜນການ​ຂອງ​ຄົນ​ດຸໝັ່ນ​ນຳ​ຜົນ​ກຳໄລ​ມາ​ໃຫ້​ສັນໃດ

ແຜນການ​ທີ່​ຟ້າວຟັ່ງ​ນຳ​ຄວາມ​ທຸກຍາກ​ມາ​ໃຫ້​ສັນນັ້ນ.

ຊັບສົມບັດ​ທີ່​ໄດ້​ມາ​ຈາກ​ການ​ຕົວະ

ເປັນ​ດັ່ງ​ອາຍນ້ຳ​ທີ່​ຫາຍ​ໄປ​ຢ່າງ​ວ່ອງໄວ ແລະ ເປັນ​ດັ່ງ​ບ້ວງແຮ້ວ​ແຫ່ງ​ຄວາມ​ຕາຍ.1

ຄວາມ​ຮຸນແຮງ​ຂອງ​ຄົນ​ຊົ່ວຮ້າຍ​ຈະ​ລາກ​ພວກເຂົາ​ໄປ,

ເພາະ​ພວກເຂົາ​ບໍ່​ຍອມ​ເຮັດ​ສິ່ງ​ທີ່​ຖືກຕ້ອງ.

ທາງ​ຂອງ​ຄົນ​ທີ່​ເຮັດ​ຜິດ​ນັ້ນ​ກໍ​ຄົດລ້ຽວ,

ແຕ່​ການ​ປະພຶດ​ຂອງ​ຄົນ​ບໍລິສຸດ​ນັ້ນ​ກໍ​ທ່ຽງທຳ.

ອາໄສ​ຢູ່​ເທິງ​ຫລັງຄາ​ເຮືອນ

ກໍ​ດີ​ກວ່າ​ຢູ່​ໃນ​ເຮືອນ​ຮ່ວມ​ກັບ​ເມຍ​ທີ່​ມັກ​ຜິດຖຽງ​ກັນ.

ຄົນ​ຊົ່ວຮ້າຍ​ປາຖະໜາ​ຄວາມ​ຊົ່ວ;

ເພື່ອນບ້ານ​ບໍ່​ໄດ້​ຮັບ​ຄວາມ​ເມດຕາ​ຈາກ​ພວກເຂົາ.

ເມື່ອ​ຄົນ​ມັກ​ເຢາະເຢີ້ຍ​ຖືກ​ລົງໂທດ, ຜູ້​ທີ່​ບໍ່ຮູ້ຈັກຄິດ​ກໍ​ຈະ​ມີ​ປັນຍາ​ເພີ່ມ​ຂຶ້ນ;

ການ​ໃຫ້​ຄວາມ​ສົນໃຈ​ນຳ​ຄົນ​ມີ​ປັນຍາ​ພວກເຂົາ​ກໍ​ໄດ້​ຄວາມ​ຮູ້.

ພຣະເຈົ້າ​ອົງ​ຊອບທຳ2 ເຝົ້າ​ເບິ່ງ​ເຮືອນ​ຂອງ​ຄົນ​ຊົ່ວຮ້າຍ

ແລະ ນຳ​ຄວາມ​ຈິບຫາຍ​ມາ​ສູ່​ພວກເຂົາ.

ຜູ້​ທີ່​ປິດ​ຫູ​ບໍ່​ຟັງ​ສຽງ​ຮ້ອງໄຫ້​ຂອງ​ຄົນ​ທຸກຍາກ

ກໍ​ຈະ​ຮ້ອງໄຫ້ ແລະ ບໍ່​ໄດ້​ຮັບ​ຄຳ​ຕອບ​ເໝືອນ​ກັນ.

ຂອງຂັວນ​ທີ່​ໃຫ້​ຢ່າງ​ລັບໆ​ເຮັດ​ໃຫ້​ຄວາມ​ໃຈຮ້າຍ​ຫລຸດລົງ,

ສິນບົນ​ທີ່​ເຊື່ອງ​ໄວ້​ຢູ່​ໃນ​ກະເປົ໋າ​ກໍ​ຈະ​ຫລຸດ​ຜ່ອນ​ຄວາມ​ໂມໂຫ​ຮ້າຍ​ລົງ.

ເມື່ອ​ໄດ້​ຮັບ​ຄວາມ​ຍຸຕິທຳ, ມັນ​ກໍ​ຈະ​ນໍາ​ຄວາມ​ຊື່ນຊົມຍິນດີ​ມາ​ໃຫ້​ຄົນ​ຊອບທຳ

ແຕ່​ຄວາມ​ຢ້ານ​ເປັນ​ຂອງ​ຜູ້​ທີ່​ເຮັດ​ຊົ່ວ.

ຜູ້​ທີ່​ຫັນ​ໜີ​ໄປ​ຈາກ​ທາງ​ແຫ່ງ​ຄວາມ​ເຂົ້າໃຈ

ຈະ​ໄປ​ພັກຜ່ອນ​ໃນ​ໝູ່​ຄົນຕາຍ.

ຜູ້​ທີ່​ຮັກ​ຄວາມ​ສະໜຸກ​ຈະ​ທຸກຍາກ

ຜູ້​ທີ່​ຮັກ​ເຫລົ້າ​ອະງຸ່ນ ແລະ ນ້ຳ​ມັນ​ໝາກກອກ​ຈະ​ບໍ່​ຮັ່ງມີ​ຈັກ​ເທື່ອ.

ຄົນ​ຊົ່ວຮ້າຍ​ກາຍ​ເປັນ​ຄ່າ​ໄຖ່​ໃຫ້​ຄົນ​ຊອບທຳ,

ຄົນ​ບໍ່​ສັດຊື່​ເປັນ​ຄ່າ​ໄຖ່​ໃຫ້​ຄົນ​ທ່ຽງ​ທຳ.

ອາໄສ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ

ກໍ​ດີ​ກວ່າ​ຢູ່​ກັບ​ເມຍ​ທີ່​ມັກ​ທະເລາະ​ວິວາດ ແລະ ມັກ​ຈົ່ມ.

ຄົນ​ມີ​ປັນຍາ​ສະສົມ​ອາຫານ​ຊັ້ນ​ດີ3​ແລະ ນ້ຳມັນ​ໝາກກອກ​ໄວ້.

ແຕ່​ຄົນ​ໂງ່ຈ້າ​ກິນ​ສິ່ງ​ທີ່​ມີ​ຈົນ​ໝົດກ້ຽງ.

ຜູ້​ທີ່​ຕິດຕາມ​ຄວາມ​ຊອບທຳ ແລະ ຄວາມ​ຮັກ

ກໍ​ພົບ​ຊີວິດ, ຄວາມ​ຈະເລີນ​ຮຸ່ງເຮືອງ4 ແລະ ກຽດຕິຍົດ.

ຄົນ​ມີ​ປັນຍາ​ສາມາດ​ໂຈມຕີ​ເມືອງ​ທີ່​ເຂັ້ມແຂງ

ແລະ ພັງ​ທະລາຍ​ຖານ​ທີ່​ໝັ້ນ​ທີ່​ພວກເຂົາ​ໄວ້ວາງໃຈ.

ຜູ້​ທີ່​ລະວັງ​ປາກ ແລະ ລີ້ນ​ຂອງ​ຕົນ

ກໍ​ປ້ອງກັນ​ຕົນ​ຈາກ​ຄວາມ​ຈິບຫາຍ.

ຄົນ​ຈອງ​ຫອງ ແລະ ຄົນ​ໂອ້ອວດ​ມີ​ຊື່​ວ່າ “ຄົນ​ມັກ​ເຢາະເຢີ້ຍ”

ການ​ປະພຶດ​ຂອງ​ລາວ​ລ້ວນ​ແຕ່​ອວດດີ.

ຄວາມ​ຢາກ​ຂອງ​ຄົນ​ຂີ້ຄ້ານ​ຈະ​ຂ້າ​ລາວ​ໃຫ້​ຕາຍ,

ເພາະ​ລາວ​ບໍ່​ຍອມ​ລົງ​ມື​ເຮັດວຽກ.

ລາວ​ປາຖະໜາ​ຢາກ​ໄດ້​ຫລາຍ​ຂຶ້ນ​ຢູ່​ທຸກ​ມື້,

ແຕ່​ຄົນ​ຊອບທຳ​ເອົາ​ໃຫ້​ໂດຍ​ບໍ່​ຂາດ​ເຂີນ.

ເຄື່ອງບູຊາ​ຂອງ​ຄົນ​ຊົ່ວຮ້າຍ​ນັ້ນ​ເປັນ​ໜ້າລັງກຽດ

ໂດຍ​ສະເພາະ​ເມື່ອ​ລາວ​ນຳ​ມາ​ດ້ວຍ​ເຈດຕະນາ​ຊົ່ວ!

ພະຍານ​ທີ່​ບໍ່​ຈິງ​ຈະ​ຈິບຫາຍ​ໄປ,

ແຕ່​ຄົນ​ທີ່​ຟັງ​ຢ່າງ​ລະມັດລະວັງ​ຈະ​ເປັນ​ພະຍານ​ທີ່​ໜ້າເຊື່ອຖື​ໄດ້.

ຄົນ​ຊົ່ວຮ້າຍ​ຢືນຢັນ​ຢ່າງ​ກ້າຫານ,

ແຕ່​ຄົນ​ສະຫລາດ​ຄິດ​ເຖິງ​ວິຖີທາງ​ຂອງ​ຕົນ.

ບໍ່​ມີ​ປັນຍາ, ຄວາມ​ເຂົ້າໃຈ, ແຜນການ​ອັນໃດ

ທີ່​ສາມາດ​ຕໍ່ສູ້​ພຣະເຈົ້າ​ຢາເວ​ໄດ້​ສຳເລັດ.

ມ້າ​ຕຽມ​ພ້ອມ​ໄວ້​ສຳລັບ​ມື້​ສູ້ຮົບ,

ແຕ່​ໄຊຊະນະ​ກໍ​ຢູ່​ນໍາ​ພຣະເຈົ້າ​ຢາເວ.

Source notes (4)
  1. Footnote ສຳ​ເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ສ່ວນ​ໃຫຍ່​ວ່າ ໝອກ​ຄວັນ ສຳລັບ​ຄົນທີ່​ເສາະ​ສະແຫວງຫາ​ຄວາມ​ຕາຍ
  2. Footnote ຫລື ຄົນ ຊອບ ທຳ
  3. Footnote ຫລື ອາຫານ ແລະ ນ້ຳ​ມັນ​ມະ​ກອກ
  4. Footnote ຫລື ຄວາມ ຊອບ ທຳ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.