Skip to content
BibleKenya

Biblica® Open Lao Contemporary Version

ສຸພາສິດ 20

ເຫລົ້າ​ເຮັດ​ໃຫ້​ຄົນ​ເວົ້າ​ບໍ່​ມ່ວນ ແລະ ເບຍ​ເຮັດ​ໃຫ້​ຄົນ​ຜິດຖຽງ​ກັນ;

ຜູ້​ທີ່​ປ່ອຍ​ໃຫ້​ຕົນ​ເມົາ​ກໍ​ບໍ່​ມີ​ປັນຍາ.

ຄວາມ​ໂກດຮ້າຍ​ຂອງ​ກະສັດ​ເຮັດ​ໃຫ້​ເກີດ​ຄວາມ​ຢ້ານ​ດັ່ງ​ໂຕສິງ​ຮ້ອງ​ແຜດສຽງ;

ຜູ້​ທີ່​ເຮັດ​ໃຫ້​ເພິ່ນ​ໃຈຮ້າຍ​ຈະ​ເສຍ​ຊີວິດ​ຂອງ​ຕົນ.

ຫລີກລ້ຽງ​ຈາກ​ການ​ຜິດຖຽງ​ກັນ​ກໍ​ເປັນ​ກຽດ​ຢ່າງ​ໜຶ່ງ,

ແຕ່​ມີ​ແຕ່​ຄົນ​ໂງ່ຈ້າ​ເທົ່ານັ້ນ​ທີ່​ມັກ​ຜິດຖຽງ​ກັນ.

ຄົນ​ຂີ້ຄ້ານ​ບໍ່​ຄາດ​ໄຖ​ດິນ​ຕາມ​ລະດູການ;

ດັ່ງນັ້ນ ເມື່ອ​ເຖິງ​ເວລາ​ເກັບ​ກ່ຽວ​ພວກເຂົາ​ຊອກຫາ​ຜົນລະປູກ​ແຕ່​ກໍ​ບໍ່​ມີ​ຫຍັງ.

ຄວາມ​ປະສົງ​ໃນ​ໃຈ​ຄົນ​ເປັນ​ເໝືອນ​ນ້ຳ​ເລິກ,

ແຕ່​ຄົນ​ທີ່​ມີ​ຄວາມ​ເຂົ້າໃຈ​ກໍ​ຕັກ​ມັນ​ອອກ​ມາ​ໄດ້.

ມີ​ຫລາຍ​ຄົນ​ອ້າງ​ວ່າ​ຕົນ​ມີ​ຄວາມ​ຮັກ​ໝັ້ນຄົງ,

ແຕ່​ຜູ້ໃດ​ສາມາດ​ຊອກ​ເຫັນ​ຄົນ​ສັດຊື່​ໄດ້?

ຄົນ​ຊອບທຳ​ດຳເນີນ​ຊີວິດ​ຢ່າງ​ບໍ່​ມີ​ຕຳໜິ;

ລູກ​ຫລານ​ຂອງ​ພວກເຂົາ​ໄດ້​ຮັບ​ພຣະພອນ.

ເມື່ອ​ກະສັດ​ນັ່ງ​ເທິງ​ບັນລັງ​ເພື່ອ​ພິພາກສາ

ເພິ່ນ​ຝັດ​ຮ່ອນ​ຄວາມ​ຊົ່ວ​ທັງໝົດ​ອອກ​ໄປ​ດ້ວຍ​ຕາ​ຂອງ​ເພິ່ນ.

ຜູ້ໃດ​ສາມາດ​ເວົ້າ​ໄດ້​ວ່າ “ຂ້າພະເຈົ້າ​ໄດ້​ຮັກສາ​ໃຈ​ຂອງ​ຕົນ​ໃຫ້​ບໍລິສຸດ;

ຂ້າພະເຈົ້າ​ສະອາດ ແລະ ປາສະຈາກ​ບາບ”?

ສອງ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ກຽດຊັງ​ຄື

ເຄື່ອງ​ຊັ່ງ​ກັບ​ເຄື່ອງແທກ​ທີ່​ບໍ່​ທ່ຽງທໍາ.

ແມ່ນແຕ່​ເດັກນ້ອຍ​ກໍ​ຮູ້​ຈັກ​ໄດ້​ຈາກ​ການ​ກະທຳ​ຂອງ​ພວກເຂົາ,

ດັ່ງນັ້ນ ການ​ກະທໍາ​ຂອງ​ພວກເຂົາ​ບໍລິສຸດ ແລະ ຖືກຕ້ອງ​ແທ້​ບໍ?

ພຣະເຈົ້າ​ຢາເວ​ໄດ້​ສ້າງ​ສອງ​ຢ່າງ​ຄື

ຫູ​ທີ່​ໄດ້​ຍິນ ແລະ ຕາ​ທີ່​ເບິ່ງເຫັນ.

ຢ່າ​ຮັກ​ການ​ນອນ ເພາະ​ເຈົ້າ​ຈະ​ທຸກຍາກ;

ຈົ່ງ​ຕື່ນ​ແລ້ວ​ເຈົ້າ​ຈະ​ມີ​ອາຫານ​ເຫລືອ​ເກັບ​ໄວ້.

ຄົນ​ຊື້​ເວົ້າ​ວ່າ, “ສິນຄ້າ​ບໍ່​ດີ! ສິນຄ້າ​ບໍ່​ດີ!”

ແຕ່​ພໍ​ອອກ​ໄປ ແລະ ກໍ​ໄປ​ເວົ້າ​ໂອ້ອວດ​ກ່ຽວກັບ​ສິນຄ້າ​ທີ່​ຕົນ​ໄດ້​ຊື້​ມາ.

ມີ​ຄໍາ, ແລະ ເພັດພອຍ​ຢ່າງ​ຫລວງຫລາຍ,

ແຕ່​ຮິມສົບ​ທີ່​ເວົ້າ​ດ້ວຍ​ຄວາມ​ຮູ້​ເປັນ​ເພັດ​ທີ່​ຫາ​ຍາກ.

ຈົ່ງ​ຢຶດ​ເຄື່ອງນຸ່ງ​ຂອງ​ຜູ້​ທີ່​ຄ້ຳປະກັນ​ໃຫ້​ແກ່​ຄົນແປກໜ້າ;

ຈົ່ງ​ຢຶດ​ໄວ້​ເປັນ​ເຄື່ອງ​ມັດຈໍາ​ຖ້າ​ເຮັດ​ການ​ຄ້ຳປະກັນ​ໃຫ້​ຄົນ​ພາຍນອກ.

ອາຫານ​ທີ່​ໄດ້​ມາ​ໂດຍ​ການ​ສໍ້ໂກງ​ກໍ​ມີ​ລົດ​ຫວານ​ດີ,

ແຕ່​ໃນທີ່ສຸດ​ມັນ​ກໍ​ກາຍ​ເປັນ​ຫີນແຮ່​ເຕັມ​ປາກ.

ແຜນການ​ຈະ​ສຳເລັດ​ໄດ້​ກໍ​ໂດຍ​ການ​ຂໍ​ຄຳປຶກສາ;

ດັ່ງນັ້ນ ຖ້າ​ເຈົ້າ​ເຮັດ​ສົງຄາມ​ກໍ​ຕ້ອງ​ຂໍ​ຄໍາແນະນໍາ.

ຄຳ​ນິນທາ​ກໍ​ທໍລະຍົດ​ຄວາມ​ໄວ້ວາງໃຈ;

ສະນັ້ນ ຈົ່ງ​ຫລີກໜີ​ຈາກ​ຄົນ​ທີ່​ເວົ້າ​ຫລາຍ​ເກີນໄປ.

ຄົນ​ທີ່​ສາບ​ແຊ່ງ​ພໍ່ ຫລື ແມ່​ຂອງ​ຕົນ,

ຊີວິດ​ຂອງ​ພວກເຂົາ​ກໍ​ຈະ​ດັບ​ລົງ​ໃນ​ຂຸມ​ແຫ່ງ​ຄວາມ​ມືດ.

ຊັບສົມບັດ​ທີ່​ຫາ​ມາ​ໄດ້​ຢ່າງ​ວ່ອງໄວ

ຈະ​ບໍ່​ເປັນ​ພຣະພອນ​ໃນ​ບັ້ນ​ປາຍ.

ຢ່າ​ເວົ້າ​ວ່າ “ຂ້ອຍ​ຈະ​ແກ້ແຄ້ນ​ເຈົ້າ​ສຳລັບ​ຄວາມ​ຜິດ​ຄັ້ງ​ນີ້!”

ຈົ່ງ​ຄອຍຖ້າ​ພຣະເຈົ້າ​ຢາເວ, ແລະ ພຣະອົງ​ຈະ​ແກ້ແຄ້ນ​ແທນ​ເຈົ້າ.

ພຣະເຈົ້າ​ຢາເວ​ກຽດຊັງ​ເຄື່ອງ​ຊັ່ງ​ບໍ່​ທ່ຽງທໍາ,

ແລະ ພຣະອົງ​ບໍ່​ພໍໃຈ​ນໍາ​ຕາຊິງ​ທີ່​ບໍ່ສັດຊື່.

ພຣະເຈົ້າ​ຢາເວ​ເປັນ​ຜູ້​ກຳນົດ​ບາດ​ກ້າວ​ຂອງ​ມະນຸດ

ແລ້ວ​ຈະ​ມີ​ຜູ້ໃດ​ແດ່​ເຂົ້າໃຈ​ທາງ​ຂອງ​ຕົນ​ໄດ້?

ການ​ອຸທິດ​ຖວາຍ​ບາງສິ່ງ​ບາງຢ່າງ​ໂດຍ​ບໍ່​ຄິດ​ກໍ​ເປັນ​ບ້ວງແຮ້ວ​ໃສ່​ຕົນ

ແລະ ຕໍ່​ມາ​ຈຶ່ງ​ຄິດ​ໄດ້​ເມື່ອ​ສາບານ​ໄປ​ແລ້ວ.

ກະສັດ​ທີ່​ມີ​ປັນຍາ​ຝັດ​ຮ່ອນ​ຄົນ​ຊົ່ວຮ້າຍ​ໃຫ້​ອອກ​ມາ;

ແລະ ເພິ່ນ​ຂັດສັນ​ພວກເຂົາ​ດ້ວຍ​ລໍ້​ນວດເຂົ້າ.

ຈິດ​ວິນຍານ1 ຂອງ​ມະນຸດ​ເປັນ​ຕະກຽງ​ຂອງ​ພຣະເຈົ້າ​ຢາເວ

ທີ່​ສ່ອງ​ແຈ້ງ​ໃຫ້​ເຫັນ​ເຖິງ​ສ່ວນ​ພາຍໃນ​ທີ່​ເລິກ​ທີ່ສຸດ​ຂອງ​ຄົນ.

ຄວາມ​ຮັກ ແລະ ຄວາມ​ສັດຊື່​ຮັກສາ​ກະສັດ​ໄວ້​ຢ່າງ​ປອດໄພ;

ແລະ ບັນລັງ​ຂອງ​ເພິ່ນ​ຕັ້ງ​ຢູ່​ຢ່າງ​ໝັ້ນຄົງ​ໂດຍ​ຄວາມ​ຮັກ.

ກຽດ​ສັກສີ​ຂອງ​ຄົນໜຸ່ມ​ແມ່ນ​ກໍາລັງ​ຂອງ​ລາວ,

ແຕ່​ຄວາມ​ສະຫງ່າງາມ​ຂອງ​ຜູ້ເຖົ້າ​ແມ່ນ​ຜົມຫງອກ.

ບາດແຜ ແລະ ການ​ຂ້ຽນຕີ​ກຳຈັດ​ຄວາມ​ຊົ່ວ​ອອກ​ໄປ,

ແລະ ການ​ຂ້ຽນຕີ​ກໍ​ຊໍາລະ​ສ່ວນ​ທີ່​ເລິກ​ທີ່​ສຸດ.

Source notes (1)
  1. Footnote ຫລື ຖ້ອຍ​ຄຳ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.