Skip to content
BibleKenya

Biblica® Open Lao Contemporary Version

ນາງຣຸດ 1

ນາງ​ນາໂອມີ ແລະ ນາງຣຸດ

ໃນ​ສະໄໝ​ທີ່​ບັນດາ​ຜູ້ປົກຄອງ​ໄດ້​ປົກຄອງ, ມີ​ການ​ອຶດຢາກ​ອາຫານ​ເກີດ​ຂຶ້ນ​ໃນ​ແຜ່ນດິນ​ນັ້ນ. ດັ່ງນັ້ນ ຈຶ່ງ​ມີ​ຊາຍ​ຄົນ​ໜຶ່ງ​ຈາກ​ເບັດເລເຮັມ​ໃນ​ເຂດ​ຢູດາຍ, ພ້ອມ​ດ້ວຍ​ເມຍ​ຂອງ​ລາວ ແລະ ລູກຊາຍ​ສອງ​ຄົນ ໄດ້​ໄປ​ອາໄສ​ຢູ່​ໃນ​ດິນແດນ​ໂມອາບ​ຊົ່ວ​ໄລຍະ​ໜຶ່ງ. ຊາຍ​ຄົນ​ນັ້ນ​ມີ​ຊື່​ວ່າ​ເອລີເມເຫລັກ, ເມຍ​ຂອງ​ລາວ​ຊື່​ວ່າ​ນາໂອມີ ແລະ ລູກຊາຍ​ຂອງ​ລາວ​ສອງ​ຄົນ​ຊື່​ມາໂລນ ແລະ ກີລີໂອນ. ພວກເຂົາ​ເປັນ​ຄົນ​ເອຟຣັດ ເຊິ່ງ​ມາ​ຈາກ​ເບັດເລເຮັມ, ໃນ​ແຂວງ​ຢູດາຍ. ແລ້ວ​ພວກເຂົາ​ກໍ​ໄດ້​ໄປ​ທີ່​ໂມອາບ ແລະ ໄດ້​ອາໄສ​ຢູ່​ທີ່​ນັ້ນ.

ຕໍ່ມາ ເອລີເມເຫລັກ, ເຊິ່ງ​ເປັນ​ຜົວ​ຂອງ​ນາໂອມີ, ກໍ​ໄດ້​ຕາຍ​ໄປ ແລະ ນາງ​ຈຶ່ງ​ຢູ່​ຕາມ​ລໍາພັງ​ກັບ​ລູກຊາຍ​ທັງ​ສອງ​ຂອງ​ນາງ. ພວກເຂົາ​ໄດ້​ແຕ່ງງານ​ກັບ​ຍິງ​ຊາວ​ໂມອາບ, ຄົນ​ໜຶ່ງ​ຊື່​ວ່າ​ໂອປາ ແລະ ອີກ​ຄົນ​ໜຶ່ງ​ຊື່​ວ່າ​ຣຸດ. ຫລັງ​ຈາກ​ທີ່​ພວກເຂົາ​ໄດ້​ອາໄສ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ສິບ​ປີ, ທັງ​ມາໂລນ ແລະ ກີລີໂອນ​ກໍ​ໄດ້​ຕາຍ​ໄປ​ເໝືອນ​ກັນ ແລະ ນາງ​ນາໂອມີ​ຈຶ່ງ​ຢູ່​ຜູ້​ດຽວ​ໂດຍ​ບໍ່​ມີ​ລູກ​ທັງ​ສອງ ແລະ ຜົວ​ຂອງ​ນາງ.

ນາງ​ນາໂອມີ ແລະ ນາງ​ຣຸດ​ກັບ​ຄືນ​ໄປ​ທີ່​ເບັດເລເຮັມ

ເມື່ອ​ຢູ່​ໃນ​ໂມອາບ ນາງ​ນາໂອມີ​ກໍ​ໄດ້​ຍິນ​ວ່າ​ພຣະເຈົ້າ​ຢາເວ​ໄດ້​ມາ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ ໂດຍ​ຈັດ​ຕຽມ​ອາຫານ​ສໍາລັບ​ພວກເຂົາ, ນາງ​ນາໂອມີ ແລະ ລູກ​ໃພ້​ທັງ​ສອງ​ຂອງ​ນາງ​ກໍ​ຕຽມ​ຕົວ​ເດີນທາງ​ອອກ​ຈາກ​ທີ່​ນັ້ນ​ເພື່ອ​ກັບ​ຄືນ​ບ້ານ. ນາງ​ນາໂອມີ ແລະ ລູກໃພ້​ສອງ​ຄົນ​ກໍ​ໄດ້​ອອກ​ຈາກ​ບ່ອນ​ທີ່​ນາງ​ເຄີຍ​ອາໄສ​ຢູ່ ແລະ ອອກ​ເດີນທາງ​ໄປ​ຕາມ​ຖະໜົນ​ທີ່​ຈະ​ພາ​ພວກເຂົາ​ກັບ​ໄປ​ທີ່​ດິນແດນ​ຢູດາຍ.

ແລ້ວ​ນາງ​ນາໂອມີ​ກໍ​ໄດ້​ເວົ້າ​ກັບ​ລູກ​ໃພ້​ທັງ​ສອງ​ຂອງ​ຕົນ​ວ່າ, “ໃຫ້​ພວກເຈົ້າ​ແຕ່ລະຄົນ​ກັບ​ໄປ, ໄປ​ຍັງ​ບ້ານ​ແມ່​ຂອງ​ພວກເຈົ້າ. ຂໍ​ພຣະເຈົ້າ​ຢາເວ​ສະແດງ​ຄວາມ​ເມດຕາ​ແກ່​ພວກເຈົ້າ, ເໝືອນ​ດັ່ງ​ທີ່​ພວກເຈົ້າ​ໄດ້​ສະແດງ​ຄວາມ​ເມດຕາ​ຕໍ່​ຜົວ​ຂອງ​ພວກເຈົ້າ​ຜູ້​ທີ່​ໄດ້​ຕາຍ​ໄປ​ແລ້ວ ແລະ ຕໍ່​ເຮົາ. ຂໍ​ພຣະເຈົ້າ​ຢາເວ​ອວຍພອນ​ໃຫ້​ພວກເຈົ້າ​ແຕ່​ລະ​ຄົນ​ໄດ້​ແຕ່ງງານ​ມີ​ຜົວ​ອີກ”.

ແລ້ວ​ນາງ​ກໍ​ໄດ້​ຈູບ​ລາ​ພວກເຂົາ ແລະ ພວກເຂົາ​ກໍ​ຮ້ອງໄຫ້​ສຽງດັງ. ແລະ ເວົ້າ​ກັບ​ນາງ​ວ່າ, “ພວກເຮົາ​ຈະ​ກັບ​ໄປ​ກັບ​ແມ່ ໄປ​ຫາ​ຍາດ​ພີ່ນ້ອງ​ຂອງ​ແມ່”.

ແຕ່​ນາງ​ນາໂອມີ​ໄດ້​ຕອບ​ວ່າ, “ລູກ, ຈົ່ງ​ກັບ​ເມືອ​ເຮືອນ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຈະ​ໄປ​ກັບ​ແມ່? ແມ່​ຈະ​ມີ​ລູກຊາຍ​ທີ່​ຈະ​ໃຫ້​ເປັນ​ຜົວ​ຂອງ​ພວກເຈົ້າ​ໄດ້​ອີກ​ບໍ? ລູກ, ຈົ່ງ​ກັບ​ໄປ​ຍັງ​ເຮືອນ; ແມ່​ເອງ​ກໍ​ເຖົ້າແກ່​ເກີນ​ກວ່າ​ຈະ​ມີ​ຜົວ​ອີກ. ເຖິງ​ແມ່ນ​ແມ່​ຄິດ​ວ່າ​ຍັງ​ມີ​ຄວາມ​ຫວັງ​ສໍາລັບ​ແມ່​ຢູ່ ເຖິງ​ແມ່ນ​ວ່າ​ແມ່​ຈະ​ໄດ້​ຜົວ​ໃນ​ຄືນ​ນີ້ ແລະ ມີ​ລູກຊາຍ​ຫລາຍ​ຄົນ. ພວກເຈົ້າ​ຈະ​ລໍຖ້າ​ໃຫ້​ພວກເຂົາ​ໃຫຍ່​ຂຶ້ນ​ມາ​ບໍ? ພວກເຈົ້າ​ຍັງ​ຄົງ​ເປັນ​ໂສດ​ສໍາລັບ​ພວກເຂົາ​ຢູ່​ບໍ? ລູກ, ຢ່າ​ເລີຍ. ມັນ​ຈະ​ມີ​ຄວາມ​ຂົມຂື່ນ​ສໍາລັບ​ແມ່​ຫລາຍ​ກວ່າ​ສໍາລັບ​ພວກເຈົ້າ, ເພາະ​ມື​ຂອງ​ພຣະເຈົ້າ​ຢາເວ​ໄດ້​ຫັນ​ມາ​ຕໍ່ສູ້​ແມ່!”

ແລ້ວ​ພວກເຂົາ​ກໍ​ຮ້ອງໄຫ້​ສຽງ​ດັງ​ອີກ. ຫລັງ​ຈາກ​ນັ້ນ ນາງ​ໂອປາ​ຈຶ່ງ​ໄດ້​ຈູບ​ລາ​ແມ່​ຍ່າ​ຂອງ​ຕົນ, ແຕ່​ນາງ​ຣຸດ​ໄດ້​ຈ່ອງ​ລາວ​ໄວ້.

ນາງ​ນາໂອມີ​ໄດ້​ເວົ້າ​ກັບ​ນາງ​ຣຸດ​ວ່າ, “ເບິ່ງ​ແມ, ເອື້ອຍ​ໃພ້​ຂອງ​ເຈົ້າ​ກໍ​ກຳລັງ​ກັບ​ໄປ​ຫາ​ຍາດ​ພີ່ນ້ອງ​ຂອງ​ລາວ ແລະ ພະ​ທັງຫລາຍ​ຂອງ​ລາວ. ຈົ່ງ​ກັບ​ໄປ​ກັບ​ນາງ”.

ແຕ່​ນາງ​ຣຸດ​ໄດ້​ຕອບ​ວ່າ, “ຂໍ​ຢ່າ​ຮຽກຮ້ອງ​ໃຫ້​ລູກ​ໄປ​ຈາກ​ແມ່ ຫລື ຫັນ​ໜີ​ໄປ​ຈາກ​ແມ່​ເລີຍ. ແມ່​ໄປ​ໃສ​ລູກ​ກໍ​ຈະ​ໄປ​ນໍາ ແລະ ແມ່​ຢູ່​ໃສ​ລູກ​ກໍ​ຈະ​ຢູ່​ນໍາ. ຍາດ​ພີ່ນ້ອງ​ຂອງ​ແມ່​ກໍ​ຈະ​ເປັນ​ຍາດ​ພີ່ນ້ອງ​ຂອງ​ລູກ ແລະ ພຣະເຈົ້າ​ຂອງ​ແມ່​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ລູກ. ແມ່​ຕາຍ​ຢູ່​ໃສ​ລູກ​ກໍ​ຈະ​ຕາຍ​ທີ່​ນັ້ນ​ດ້ວຍ ແລະ ຂໍ​ໃຫ້​ຖືກ​ຝັງ​ຢູ່​ໃນ​ທີ່​ນັ້ນ. ຖ້າ​ລູກ​ຍອມ​ໃຫ້​ມີ​ສິ່ງ​ໃດ​ມາ​ແຍກ​ແມ່ ແລະ ລູກ​ອອກ​ຈາກ​ກັນ, ນອກ​ຈາກ​ຄວາມ​ຕາຍ​ແລ້ວ ກໍ​ຂໍ​ພຣະເຈົ້າ​ຢາເວ​ຈັດການ​ກັບ​ລູກ​ຢ່າງ​ໜັກ”. ເມື່ອ​ນາງ​ນາໂອມີ​ເຫັນ​ວ່າ​ນາງ​ຣຸດ​ຕັ້ງໃຈ​ໄປ​ກັບ​ຕົນ​ແທ້, ນາງ​ຈຶ່ງ​ຢຸດ​ຂໍ​ຮ້ອງ​ນາງ​ຣຸດ.

ດັ່ງນັ້ນ ຍິງ​ທັງ​ສອງ​ຈຶ່ງ​ເດີນທາງ​ໄປ​ຈົນ​ພວກເຂົາ​ໄດ້​ມາ​ເຖິງ​ເບັດເລເຮັມ. ເມື່ອ​ພວກເຂົາ​ໄດ້​ມາ​ຮອດ​ເບັດເລເຮັມ​ແລ້ວ, ທົ່ວ​ທັງ​ເມືອງ​ພາ​ກັນ​ຕື່ນເຕັ້ນ​ເພາະ​ພວກເຂົາ, ພວກ​ແມ່ຍິງ​ຖາມ​ກັນ​ວ່າ, “ນີ້​ແມ່ນ​ນາງ​ນາໂອມີ​ແທ້ໆ​ບໍ?”

ນາງ​ນາໂອມີ​ໄດ້​ຕອບ​ວ່າ, “ຂໍ​ຢ່າ​ເອີ້ນ​ຂ້ອຍ​ວ່າ​ນາໂອມີ.1 ຂໍ​ໃຫ້​ເອີ້ນ​ຂ້ອຍ​ວ່າ​ມາຣາ,2 ເພາະ​ວ່າ​ອົງ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ໄດ້​ເຮັດ​ໃຫ້​ຊີວິດ​ຂອງ​ຂ້ອຍ​ຂົມຂື່ນ​ຫລາຍ. ຂ້ອຍ​ມີ​ທຸກ​ຢ່າງ​ຄົບ​ບໍລິບູນ​ເມື່ອ​ຈາກ​ເມືອງ​ນີ້​ໄປ, ແຕ່​ພຣະເຈົ້າ​ຢາເວ​ໄດ້​ນຳ​ຂ້ອຍ​ກັບ​ມາ​ມື​ເປົ່າ. ເປັນ​ຫຍັງ​ຈຶ່ງ​ເອີ້ນ​ຂ້ອຍ​ວ່າ​ນາໂອມີ? ໃນ​ເມື່ອ​ພຣະເຈົ້າ​ຢາເວ​ໄດ້​ເຮັດ​ໃຫ້​ຂ້ອຍ​ເຈັບປວດ ແລະ ອົງ​ຍິ່ງໃຫຍ່​ໄດ້​ນໍາ​ເອົາ​ເຄາະຮ້າຍ​ມາ​ສູ່​ຂ້ອຍ”.

ດັ່ງນັ້ນ ເວລາ​ທີ່​ນາງ​ນາໂອມີ​ກັບ​ມາ​ຈາກ​ໂມອາບ ໂດຍ​ມີ​ນາງ​ຣຸດ​ລູກໃພ້​ຊາວ​ໂມອາບ​ມາ​ນໍາ, ພວກເຂົາ​ມາ​ຮອດ​ເບັດເລເຮັມ​ກົງ​ກັບ​ຕົ້ນ​ລະດູ​ເກັບກ່ຽວ​ເຂົ້າບາເລ.

Source notes (2)
  1. Footnote ແປ​ວ່າ ລະທົມ​ຂົມຂື່ນ ເຊັ່ນ​ດຽວ​ກັບ​ຂໍ້ 21
  2. Footnote ແປ​ວ່າ ຂົມ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.