Biblica® Open Lao Contemporary Version
ນາງຣຸດ 2
ນາງຣຸດໄດ້ພົບໂບອາດຢູໃນທົ່ງນາ
ບັດນີ້ ນາງນາໂອມີນັ້ນມີຍາດພີ່ນ້ອງຝ່າຍຜົວຄົນໜຶ່ງ, ເຊິ່ງມີຖານະດີຢູ່ໃນຕະກຸນດຽວກັນກັບເອລີເມເຫລັກ, ລາວຊື່ໂບອາດ.
ຝ່າຍນາງຣຸດ ທີ່ເປັນຍິງສາວຊາວໂມອາບໄດ້ເວົ້າກັບນາງນາໂອມີວ່າ, “ໃຫ້ລູກເຂົ້າໄປທົ່ງນາ ແລະ ລໍຖ້າເກັບເອົາຮວງເຂົ້າທີ່ຕົກຕາມຫລັງຜູ້ທີ່ມີໃຈເມດຕາຕໍ່ລູກ”.
ນາງນາໂອມີໄດ້ຕອບວ່າ, “ຈົ່ງໄປເລີຍລູກ”. ດັ່ງນັ້ນ ນາງຣຸດຈຶ່ງອອກໄປ, ເຂົ້າໄປໃນນາ ແລະ ເລີ່ມເກັບເອົາຮວງເຂົ້າທີ່ຕົກເຮ່ຍຕາມຫລັງຄົນກ່ຽວເຂົ້າ. ປາກົດວ່າ, ທົ່ງນາທີ່ນາງຣຸດເຂົ້າໄປນັ້ນເປັນຂອງໂບອາດ, ເຊິ່ງເປັນຄົນຕະກຸນດຽວກັນກັບເອລີເມເຫລັກ.
ຂະນະນັ້ນໂບອາດຫາກໍກັບມາຈາກເບັດເລເຮັມ ແລະ ໄດ້ກ່າວທັກທາຍຄົນກ່ຽວເຂົ້າວ່າ, “ຂໍພຣະເຈົ້າຢາເວສະຖິດຢູ່ກັບພວກເຈົ້າ!”
ພວກເຂົາໄດ້ຕອບວ່າ, “ຂໍພຣະເຈົ້າຢາເວອວຍພອນທ່ານ!”
ໂບອາດຖາມຫົວໜ້າຄົນງານກ່ຽວເຂົ້າວ່າ, “ຍິງສາວຄົນນັ້ນເປັນຄົນຂອງຜູ້ໃດ?”
ຫົວໜ້າຄົນງານໄດ້ຕອບວ່າ, “ນາງແມ່ນຍິງຊາວໂມອາບທີ່ກັບມາຈາກໂມອາບພ້ອມກັບນາງນາໂອມີ. ນາງໄດ້ເວົ້າວ່າ ‘ຂໍອະນຸຍາດໃຫ້ຂ້ອຍເກັບຮວງເຂົ້າທີ່ຕົກເຮ່ຍຕາມຫລັງຄົນກ່ຽວເຂົ້າດ້ວຍ’. ນາງໄດ້ເຂົ້າມາທີ່ທົ່ງນາ ແລະ ຢູ່ທີ່ນີ້ຕັ້ງແຕ່ເຊົ້າຈົນຮອດດຽວນີ້, ມີແຕ່ຢຸດພັກຢູ່ກ້ອງຮົ່ມໄມ້ໜ້ອຍໜຶ່ງ”.
ໂບອາດຈຶ່ງໄດ້ເວົ້າກັບນາງຣຸດວ່າ, “ລູກເອີຍ, ຈົ່ງຟັງຂ້ອຍ. ບໍ່ຕ້ອງໄປ ແລະ ເກັບເຂົ້າໃນນາອື່ນ ແລະ ບໍ່ຕ້ອງໄປຈາກທີ່ນີ້. ຈົ່ງຢູ່ທີ່ນີ້ກັບຄົນງານຜູ້ຍິງທີ່ເຮັດວຽກໃຫ້ຂ້ອຍ. ເບິ່ງທີ່ທົ່ງນາບ່ອນທີ່ຄົນກຳລັງກ່ຽວເຂົ້າຢູ່ນັ້ນ ແລະ ຕິດຕາມພວກແມ່ຍິງ. ຂ້ອຍໄດ້ສັ່ງພວກຜູ້ຊາຍໄວ້ແລ້ວບໍ່ໃຫ້ມາວຸ້ນວາຍກັບເຈົ້າ ແລະ ເມື່ອໃດທີ່ເຈົ້າຫິວນ້ຳ, ກໍຈົ່ງໄປດື່ມຈາກໄຫນ້ຳທີ່ພວກຜູ້ຊາຍໄດ້ຕັກໄວ້”.
ນາງຣຸດຈຶ່ງກົ້ມໜ້າຂອງຕົນລົງທີ່ພື້ນ. ນາງໄດ້ຖາມວ່າ, “ດ້ວຍເຫດໃດຂ້ານ້ອຍຈຶ່ງເປັນທີ່ພໍໃຈໃນສາຍຕາຂອງທ່ານຢ່າງນີ້ ທັງທີ່ຂ້ານ້ອຍກໍເປັນພຽງຄົນຕ່າງຊາດ?”
ໂບອາດໄດ້ຕອບວ່າ, “ຂ້ອຍໄດ້ຍິນທຸກຢ່າງກ່ຽວກັບເຈົ້າ ທີ່ເຈົ້າໄດ້ເຮັດຕໍ່ແມ່ຍ່າຂອງເຈົ້າ ຕັ້ງແຕ່ຜົວຂອງເຈົ້າຕາຍໄປ ທັງຮູ້ເຖິງການທີ່ເຈົ້າຈາກພໍ່ແມ່ ແລະ ບ້ານເກີດເມືອງນອນຂອງເຈົ້າ ແລະ ມາອາໄສຢູ່ກັບຄົນທີ່ເຈົ້າບໍ່ເຄີຍຮູ້ຈັກມາກ່ອນ. ຂໍພຣະເຈົ້າຢາເວຕອບແທນທຸກສິ່ງທີ່ເຈົ້າໄດ້ເຮັດນັ້ນ. ຂໍໃຫ້ເຈົ້າໄດ້ຮັບລາງວັນອັນອຸດົມຈາກພຣະເຈົ້າຢາເວ, ຄືພຣະເຈົ້າແຫ່ງອິດສະຣາເອນ, ຜູ້ທີ່ເຈົ້າເຂົ້າມາລີ້ໄພຢູ່ໃຕ້ປີກຂອງພຣະອົງ1”.
ນາງຣຸດຈຶ່ງເວົ້າວ່າ, “ເຈົ້ານາຍຂອງຂ້ານ້ອຍ, ຂໍໃຫ້ຂ້ານ້ອຍເປັນທີ່ພໍໃຈຂອງທ່ານຕໍ່ໄປ ທ່ານໄດ້ປອບໃຈຂ້ານ້ອຍ ແລະ ເວົ້າກັບຂ້ານ້ອຍທີ່ເປັນຜູ້ຮັບໃຊ້ຂອງທ່ານຢ່າງກະລຸນາ ທັງທີ່ຂ້ານ້ອຍກໍບໍ່ໄດ້ເປັນຄົນງານຂອງທ່ານ”.
ເມື່ອເຖິງເວລາກິນເຂົ້າ ໂບອາດກໍໄດ້ເວົ້າກັບນາງວ່າ, “ຈົ່ງມາທາງນີ້. ມາກິນເຂົ້າຈີ່ ແລະ ເອົາເຂົ້າຈີ່ຈ້ຳເຫລົ້າອະງຸ່ນ”.
ຂະນະທີ່ນາງນັ່ງຮ່ວມວົງກັບບັນດາຄົນກ່ຽວເຂົ້າ, ໂບອາດໄດ້ຍື່ນເຂົ້າຂົ້ວຈຳນວນໜຶ່ງໃຫ້ນາງ. ນາງໄດ້ກິນຕາມຄວາມຕ້ອງການຂອງນາງຈົນອິ່ມ ແລະ ຍັງເຫລືອຢູ່ຈໍານວນໜຶ່ງ. ເມື່ອນາງລຸກຂຶ້ນໄປເກັບເຂົ້າອີກ, ໂບອາດກໍໄດ້ສັ່ງຄົນງານຂອງຕົນວ່າ, “ປ່ອຍໃຫ້ນາງເກັບເອົາເຂົ້າຈາກຟ່ອນເຂົ້າ ແລະ ຢ່າຕຳໜິນາງ. ຈົ່ງດຶງຮວງເຂົ້າອອກຈາກມັດຖິ້ມລົງໃຫ້ນາງດ້ວຍ ແລະ ປະຮວງເຂົ້າໄວ້ໃຫ້ນາງເກັບເອົາ ແລະ ຢ່າຮ້າຍນາງ”.
ດັ່ງນັ້ນ ນາງຣຸດຈຶ່ງໄດ້ເກັບເອົາເຂົ້າທີ່ຢູ່ໃນນາຈົນຮອດຄໍ່າ. ຫລັງຈາກນັ້ນ ນາງກໍໄດ້ຟາດເຂົ້າທີ່ເກັບມາ ແລະ ໄດ້ເຂົ້າປະມານ 1 ເອຟາ.2 ນາງນຳເອົາເຂົ້ານັ້ນກັບໄປໃນເມືອງ ແລະ ແມ່ຍ່າກໍຂອງລາວເຫັນວ່າລາວເກັບເຂົ້າໄດ້ຫລາຍ. ນາງຣຸດຍັງໄດ້ນຳເອົາອາຫານທີ່ເຫລືອຫລັງຈາກທີ່ນາງກິນຈົນພໍແລ້ວນັ້ນອອກມາ ແລະ ໃຫ້ແມ່ຍ່າດ້ວຍ.
ແມ່ຍ່າຂອງນາງໄດ້ຖາມນາງວ່າ, “ມື້ນີ້ລູກໄປເກັບເຂົ້າຢູ່ໃສ? ລູກໄປເຮັດວຽກຢູ່ໃສ? ຂໍພຣະເຈົ້າອວຍພອນຄົນນັ້ນທີ່ໃຈດີຕໍ່ລູກ!”
ນາງຣຸດຈຶ່ງໄດ້ເລົ່າໃຫ້ແມ່ຍ່າຂອງຕົນຟັງກ່ຽວກັບບ່ອນທີ່ຕົນໄດ້ໄປເຮັດວຽກນັ້ນ. ນາງເວົ້າວ່າ, “ເຈົ້າຂອງນາທີ່ລູກໄປເຮັດວຽກມື້ນີ້ມີຊື່ວ່າໂບອາດ”.
ນາງນາໂອມີຈຶ່ງເວົ້າກັບລູກໃພ້ຂອງຕົນວ່າ, “ຂໍພຣະເຈົ້າຢາເວອວຍພອນເພິ່ນດ້ວຍ! ພຣະອົງບໍ່ໄດ້ຢຸດໃນການສະແດງຄວາມເມດຕາປານີຕໍ່ຄົນທີ່ຍັງມີຊີວິດຢູ່ ແລະ ຄົນທີ່ຕາຍໄປແລ້ວ. ນາງນາໂອມີຍັງເວົ້າຕື່ມອີກວ່າ, ຊາຍຄົນນີ້ເປັນຍາດພີ່ນ້ອງໃກ້ຊິດຄົນໜຶ່ງຂອງພວກເຮົາ, ເພິ່ນເປັນຜູ້ໜຶ່ງທີ່ຈະຊ່ວຍໄຖ່ພວກເຮົາຄືນໄດ້”.
ດັ່ງນັ້ນ ນາງຣຸດຍິງສາວຊາວໂມອາບຈຶ່ງໄດ້ເວົ້າວ່າ, “ເພິ່ນຍັງໄດ້ເວົ້າກັບລູກວ່າ, ‘ຈົ່ງຢູ່ກັບຄົນງານຂອງຂ້ອຍຈົນກວ່າພວກເຂົາຈະເກັບກ່ຽວເຂົ້າທັງໝົດຂອງຂ້ອຍແລ້ວ’ ”.
ນາງນາໂອມີໄດ້ເວົ້າກັບນາງຣຸດລູກໃພ້ຂອງຕົນວ່າ, “ລູກແມ່, ມັນເປັນການດີຕໍ່ເຈົ້າ, ໃນການໄປກັບຄົນງານແມ່ຍິງທີ່ເຮັດວຽກໃຫ້ລາວ, ເພາະຖ້າໄປຢູ່ໃນນາຂອງຄົນອື່ນ ລູກອາດໄດ້ຮັບອັນຕະລາຍ”.
ດັ່ງນັ້ນ ນາງຣຸດຈຶ່ງໄດ້ເກັບເຂົ້າຢູ່ກັບຄົນງານແມ່ຍິງຂອງໂບອາດຈົນເກັບກ່ຽວເຂົ້າບາເລ ແລະ ເຂົ້າຫວີດແລ້ວ. ແລ້ວນາງກໍໄດ້ອາໄສຢູ່ກັບແມ່ຍ່າຂອງຕົນ.
Source notes (2)
- Footnote ຫລື ໃຕ້ຮົ່ມປີກ
- Footnote ປະມານ 22 ລິດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.