Biblica® Open Lao Contemporary Version
ພວກຜູ້ປົກຄອງ 21
ການຫາເມຍໃຫ້ຊາວເບັນຢາມິນ
ຊາວອິດສະຣາເອນໄດ້ສາບານທີ່ເມືອງມີຊະປາວ່າ “ບໍ່ມີຜູ້ໃດຈັກຄົນໃນພວກເຮົາທີ່ຈະໃຫ້ລູກສາວຂອງຕົນແຕ່ງງານກັບຊາວເບັນຢາມິນ”.
ປະຊາຊົນອິດສະຣາເອນໄດ້ຂຶ້ນໄປທີ່ເບັດເອນ, ເຊິ່ງພວກເຂົານັ່ງປະຊຸມຕໍ່ໜ້າພຣະເຈົ້າຈົນຮອດຄໍ່າ, ພວກເຂົາຮ້ອງໄຫ້ຢ່າງຂົມຂື່ນ. ແລ້ວພວກເຂົາຖາມວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ,” “ເປັນຫຍັງສິ່ງນີ້ຈຶ່ງເກີດຂຶ້ນກັບອິດສະຣາເອນ? ເປັນຫຍັງຈະຕ້ອງມີເຜົ່າໜຶ່ງຂາດຫາຍໄປຈາກອິດສະຣາເອນໃນວັນນີ້?”
ຕອນເຊົ້າມື້ຕໍ່ມາ ປະຊາຊົນກໍ່ສ້າງແທ່ນບູຊາຂຶ້ນ ແລະ ກໍໄດ້ຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງບູຊາເພື່ອຄວາມສາມັກຄີທຳ.
ແລ້ວ ຊາວອິດສະຣາເອນກໍຖາມກັນວ່າ, “ຍັງມີເຜົ່າໃດໃນຊາດອິດສະຣາເອນທີ່ບໍ່ໄດ້ໄປປະຊຸມຢູ່ຊ້ອງໜ້າພຣະເຈົ້າຢາເວ” ເພາະພວກເຂົາໄດ້ສາບານວ່າຜູ້ໃດບໍ່ມາປະຊຸມຕໍ່ໜ້າພຣະເຈົ້າຢາເວທີ່ມີຊະປາຈະຕ້ອງຖືກຂ້າ.
ຊາວອິດສະຣາເອນຮ້ອງໄຫ້ຄ່ຳຄວນໃຫ້ແກ່ພີ່ນ້ອງເຜົ່າເບັນຢາມິນຂອງພວກເຂົາ. ພວກເຂົາເວົ້າວ່າ, “ວັນນີ້ເຜົ່າໜຶ່ງຕ້ອງຖືກຕັດອອກຈາກອິດສະຣາເອນເສຍແລ້ວ. ພວກເຮົາຈະຫາເມຍໃຫ້ພວກຄົນທີ່ຍັງເຫລືອຢູ່ໄດ້ຢ່າງໃດ, ເນື່ອງຈາກວ່າ ພວກເຮົາໄດ້ສາບານໄວ້ໂດຍອອກນາມຂອງພຣະເຈົ້າຢາເວວ່າ, ຈະບໍ່ຍອມເອົາລູກສາວຂອງພວກເຮົາໃຫ້ແຕ່ງງານກັບພວກເຂົາ?” ແລ້ວພວກເຂົາກໍຖາມກັນວ່າ, “ມີເຜົ່າໃດໃນອິດສະຣາເອນທີ່ບໍ່ໄດ້ມາຮ່ວມປະຊຸມຕໍ່ໜ້າພຣະເຈົ້າຢາເວທີ່ມີຊະປາ?” ພວກເຂົາຈຶ່ງພົບວ່າບໍ່ມີຜູ້ໃດຈາກຢາເບັດກີເລອາດມາຕັ້ງຄ້າຍພັກ ເພື່ອຮ່ວມປະຊຸມນໍາຈັກຄົນເລີຍ. ເພາະເມື່ອນັບຈໍານວນປະຊາຊົນ ແລ້ວ ບໍ່ມີຈັກຄົນມາຈາກຢາເບັດກີເລອາດຢູ່ທີ່ນັ້ນ.
ສະນັ້ນ ກອງປະຊຸມຈຶ່ງໄດ້ສົ່ງພວກທະຫານສິບສອງພັນຄົນອອກໄປພ້ອມທັງແນະນໍາໃຫ້ໄປທີ່ເມືອງຢາເບັດກີເລອາດ ແລະ ຂ້າພວກທີ່ອາໄສຢູ່ທີ່ນັ້ນ, ລວມທັງແມ່ຍິງ ແລະ ເດັກນ້ອຍ. ພວກເຂົາເວົ້າວ່າ, “ນີ້ຄືສິ່ງທີ່ພວກເຈົ້າຕ້ອງເຮັດຄື ຈົ່ງຂ້າຜູ້ຊາຍ ແລະ ແມ່ຍິງທຸກຄົນທີ່ບໍ່ແມ່ນຍິງສາວພົມມະຈາລີ”. ພວກເຂົາພົບວ່າຢູ່ທ່າມກາງຊາວຢາເບັດກີເລອາດມີຍິງສາວສີ່ຮ້ອຍຄົນທີ່ບໍ່ເຄີຍນອນກັບຜູ້ຊາຍມາກ່ອນ, ແລ້ວພວກເຂົາຈຶ່ງນຳເອົາພວກຍິງສາວເຫລົ່ານັ້ນມາທີ່ຄ້າຍພັກທີ່ຊີໂລໃນການາອານ.
ຫລັງຈາກນັ້ນ ຄົນທີ່ມາປະຊຸມທັງໝົດກໍສະເໜີໃຫ້ສ້າງສັນຕິໄປຫາຊາວເບັນຢາມິນທີ່ຢູ່ໂງ່ນຫີນຣິມໂມນ. ດັ່ງນັ້ນ ຊາວເບັນຢາມິນຈຶ່ງໄດ້ກັບຄືນມາໃນເວລານັ້ນ ແລະ ໄດ້ຮັບເອົາຍິງສາວຊາວຢາເບັດກີເລອາດທີ່ໄດ້ລອດຊີວິດນັ້ນ. ແຕ່ຍິງສາວກໍຍັງບໍ່ພຽງພໍສຳລັບພວກເຂົາທຸກຄົນ.
ປະຊາຊົນກໍໂສກເສົ້າເສຍໃຈໃຫ້ກັບຊາວເບັນຢາມິນ, ເພາະພຣະເຈົ້າຢາເວໄດ້ເຮັດໃຫ້ເຜົ່າຕ່າງໆຂອງອິດສະຣາເອນເກີດຄວາມແຕກແຍກກັນ. ແລ້ວບັນດາຜູ້ປົກຄອງໄດ້ປະຊຸມຫາລືກັນວ່າ, “ພວກເຮົາຈະເຮັດແນວໃດດີຈຶ່ງຈະຫາເມຍໃຫ້ກັບພວກຜູ້ຊາຍທີ່ຍັງເຫລືອຢູ່, ເນື່ອງຈາກວ່າ ແມ່ຍິງຊາວເບັນຢາມິນຕາຍໄປໝົດແລ້ວ? ພວກເຂົາເວົ້າວ່າ, ບັນດາຊາວເບັນຢາມິນທີ່ລອດຊີວິດຈະຕ້ອງມີຜູ້ສືບຕະກຸນ ເພື່ອເຜົ່າໜຶ່ງຂອງຊາດອິດສະຣາເອນຈະບໍ່ສູນຫາຍໄປ. ພວກເຮົາເອົາລູກສາວຂອງພວກເຮົາເອງໃຫ້ກໍບໍ່ໄດ້ ເພາະພວກເຮົາໄດ້ສາບານໄວ້ແລ້ວວ່າ, ‘ຖ້າຜູ້ໃດກໍຕາມເອົາລູກສາວໃຫ້ເປັນເມຍຂອງຊາວເບັນຢາມິນຄົນນັ້ນຈະຖືກສາບແຊ່ງ’. ແຕ່ເບິ່ງແມມີເທດສະການທີ່ຈັດຂຶ້ນປະຈຳປີສຳລັບພຣະເຈົ້າຢາເວທີ່ເມືອງຊີໂລ, ເມືອງນັ້ນຢູ່ທາງທິດເໜືອຂອງເມືອງເບັດເອນ, ຢູ່ທາງໃຕ້ຂອງເລໂບນາ, ແລະ ທາງທິດຕາເວັນອອກຂອງຖະໜົນຫົນທາງລະຫວ່າງເບັດເອນໄປຫາຊີເຄມ”.
ດັ່ງນັ້ນ ພວກເຂົາຈຶ່ງແນະນໍາຊາວເບັນຢາມິນວ່າ, “ຈົ່ງໄປລີ້ຢູ່ໃນສວນອະງຸ່ນ ແລະ ລໍຖ້າເບິ່ງ. ເມື່ອຍິງສາວຊາວເມືອງຊີໂລອອກມາຟ້ອນລໍາ, ຈົ່ງຮີບອອກມາຈາກສວນອະງຸ່ນ ແລະ ໃຫ້ພວກເຈົ້າແຕ່ລະຄົນຈົ່ງຈັບເອົານາງໄປເປັນເມຍຂອງພວກເຈົ້າ. ແລ້ວນຳເອົາກັບຄືນເມືອທີ່ດິນແດນຂອງພວກເຈົ້າ. ເມື່ອພໍ່ຫລືອ້າຍນ້ອງຂອງພວກເຂົາມາຟ້ອງພວກເຮົາ, ພວກເຮົາກໍຈະບອກພວກເຂົາວ່າ, ‘ໃຫ້ພວກເຮົາຈົ່ງໃຫ້ຄວາມຊ່ວຍເຫລືອແກ່ພວກເຂົາ, ເພາະພວກເຮົາບໍ່ໄດ້ຫາເມຍໃຫ້ພວກເຂົາໃນເວລາທີ່ມີສົງຄາມ. ພວກເຈົ້າເອງກໍບໍ່ໄດ້ເຮັດຜິດຕໍ່ຄໍາສາບານຂອງພວກເຈົ້າ ເພາະພວກເຈົ້າກໍບໍ່ໄດ້ເອົາລູກສາວໃຫ້ພວກເຂົາ’ ”.
ສະນັ້ນ ພວກຊາວເບັນຢາມິນຈຶ່ງໄດ້ເຮັດຄໍາແນະນຳນີ້. ໃນຂະນະທີ່ ພວກຍິງສາວກໍາລັງຟ້ອນລຳຢູ່, ພວກເຂົາແຕ່ລະຄົນກໍຈັບພວກຍິງສາວ ແລະ ເອົາໄປເປັນເມຍຂອງຕົນ. ແລ້ວພວກເຂົາກັບຄືນໄປທີ່ດິນແດນຂອງພວກຕົນ. ແລ້ວສ້າງເມືອງຂຶ້ນໃໝ່ ແລະ ໄດ້ຕັ້ງຖິ່ນຖານຢູ່ທີ່ນັ້ນ.
ໃນເວລານັ້ນ ຊາວອິດສະຣາເອນກໍອອກຈາກບ່ອນນັ້ນ ແລ້ວກໍກັບຄືນເມືອຫາເຜົ່າ ແລະ ຕະກຸນຂອງພວກຕົນຄື ແຕ່ລະຄົນກັບຄືນສູ່ດິນແດນຂອງຜູ້ໃດລາວ.
ໃນສະໄໝນັ້ນ ອິດສະຣາເອນບໍ່ມີກະສັດປົກຄອງ; ທຸກຄົນຈຶ່ງເຮັດຕາມໃຈຂອງຕົນເອງ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.