Skip to content
BibleKenya

Biblica® Open Lao Contemporary Version

ພວກຜູ້ປົກຄອງ 20

ຊາວ​ອິດສະຣາເອນ​ລົງໂທດ​ຊາວ​ເບັນຢາມິນ

ຫລັງຈາກ​ນັ້ນ ອິດສະຣາເອນ​ທັງໝົດ​ຈາກ​ເມືອງ​ດານ​ຈົນເຖິງ​ເບເອນເຊບາ ແລະ ຈາກ​ດິນແດນ​ກີເລອາດ​ກໍ​ຮ່ວມ​ເປັນ​ນໍ້າໜຶ່ງ​ໃຈ​ດຽວ ແລະ ໄດ້​ມາ​ປະຊຸມ​ກັນ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ທີ່​ມີຊະປາ. ບັນດາ​ຜູ້ນຳ​ເຜົ່າ​ຕ່າງໆ​ຂອງ​ອິດສະຣາເອນ​ກໍ​ເຂົ້າ​ປະຈຳ​ທີ່​ໃນ​ບ່ອນ​ຊຸມນຸມ​ປະຊາຊົນ​ຂອງ​ພຣະເຈົ້າ, ໂດຍ​ມີ​ທະຫານ​ສີ່​ແສນ​ຄົນ​ຖື​ດາບ​ຕຽມ​ພ້ອມ. (ຊາວ​ເບັນຢາມິນ​ໄດ້​ຍິນ​ວ່າ​ຊາວ​ອິດສະຣາເອນ​ໄດ້​ຂຶ້ນ​ໄປ​ທີ່​ມີຊະປາ.) ແລ້ວ​ຊາວ​ອິດສະຣາເອນ​ເວົ້າ​ວ່າ, “ຈົ່ງ​ບອກ​ພວກເຮົາ​ມາ​ວ່າ​ສິ່ງທີ່​ຊົ່ວຮ້າຍ​ນີ້​ເກີດ​ຂຶ້ນ​ໄດ້​ຢ່າງໃດ”.

ດັ່ງນັ້ນ ຊາວເລວີ​ຜົວ​ຂອງ​ຍິງ​ທີ່​ຖືກ​ຂ້າ​ເວົ້າ​ວ່າ, “ຂ້ອຍ​ກັບ​ເມຍນ້ອຍ​ຂອງ​ຂ້ອຍ​ໄດ້​ມາ​ພັກ​ຄ້າງ​ຄືນ​ທີ່​ເມືອງ​ກີເບອາ​ໃນ​ເຂດແດນ​ເບັນຢາມິນ. ໃນ​ຄືນ​ນັ້ນ ພວກ​ຜູ້ຊາຍ​ຊາວ​ເມືອງ​ກີເບອາ​ໄດ້​ມາ​ອ້ອມ​ເຮືອນ​ໄວ້, ໂດຍ​ທີ່​ຕັ້ງໃຈ​ຈະ​ຂ້າ​ຂ້ອຍ. ພວກເຂົາ​ໄດ້​ຂົ່ມຂືນ​ເມຍນ້ອຍ​ຂອງ​ຂ້ອຍ​ຈົນ​ຕາຍ. ຂ້ອຍ​ຈຶ່ງ​ເອົາ​ຊາກສົບ​ຂອງ​ເມຍນ້ອຍ​ຂອງ​ຂ້ອຍ​ມາ​ຕັດ​ເປັນ​ສິບ​ສອງ​ຕ່ອນ ແລະ ສົ່ງ​ແຕ່ລະ​ຕ່ອນ​ໄປ​ທົ່ວ​ດິນແດນ​ອິດສະຣາເອນ, ເພາະວ່າ​ພວກເຂົາ​ນັ້ນ​ໄດ້​ເຮັດ​ສິ່ງ​ທີ່​ໜ້າອັບອາຍ ແລະ ການ​ປະພຶດ​ຜິດ​ສິນທຳ​ໃນ​ອິດສະຣາເອນ. ບັດນີ້ ພວກເຈົ້າ​ຊາວ​ອິດສະຣາເອນ​ທັງຫລາຍ, ໂຜດ​ເວົ້າ​ອອກ​ມາ ແລະ ບອກ​ຂ້ອຍ​ມາ​ວ່າ, ພວກເຈົ້າ​ຈະ​ຕັດສິນ​ເຮັດ​ຢ່າງໃດ”.

ທຸກຄົນ​ກໍ​ລຸກ​ຂຶ້ນ​ເວົ້າ​ເປັນ​ສຽງ​ດຽວ​ກັນ​ວ່າ, “ຈະ​ບໍ່​ມີ​ຜູ້ໃດ​ໃນ​ພວກເຮົາ​ຈະ​ກັບ​ເມືອ​ເຮືອນ​ຈັກ​ຄົນ. ຈະ​ບໍ່​ມີ​ຜູ້ໃດ​ໃນ​ພວກເຮົາ​ແມ່ນແຕ່​ຄົນ​ດຽວ​ກັບ​ເມືອ​ເຮືອນ​ຂອງ​ຕົນ. ແຕ່​ບັດນີ້ ນີ້​ແມ່ນ​ສິ່ງທີ່​ພວກເຮົາ​ຈະ​ເຮັດ​ກັບ​ເມືອງ​ກີເບອາ​ດັ່ງນີ້: ພວກເຮົາ​ຈະ​ຂຶ້ນ​ໄປ​ຕໍ່ສູ້​ກັບ​ເມືອງ​ກີເບອາ​ໂດຍ​ການ​ຈັບ​ສະຫລາກ. ພວກເຮົາ​ຈະ​ເອົາ​ຊາຍ​ສິບ​ຄົນ​ຈາກ​ໜຶ່ງຮ້ອຍ​ຄົນ​ຂອງ​ທຸກ​ເຜົ່າ​ໃນ​ອິດສະຣາເອນ ແລະ ໜຶ່ງ​ຮ້ອຍ​ຄົນ​ຈາກ​ໜຶ່ງ​ພັນ​ຄົນ ແລະ ໜຶ່ງ​ພັນ​ຄົນ​ຈາກ​ໜຶ່ງ​ໝື່ນ​ຄົນ ເພື່ອ​ເປັນ​ຜູ້​ລຳລຽງ​ສະບຽງ​ອາຫານ ແລະ ເມື່ອ​ກອງທັບ​ມາ​ຮອດ​ເມືອງ​ກີເບອາ​ໃນ​ເຂດແດນ​ເບັນຢາມິນ​ແລ້ວ. ຈົ່ງ​ເຮັດ​ກັບ​ພວກເຂົາ​ຕາມ​ສິ່ງ​ທີ່​ພວກເຂົາ​ສົມຄວນ​ໄດ້​ຮັບ​ຕໍ່​ການ​ກະທຳ​ອັນ​ຊົ່ວຮ້າຍ​ທີ່​ໄດ້​ເຮັດ​ໃນ​ອິດສະຣາເອນ”. ດັ່ງນັ້ນ ຊາວ​ອິດສະຣາເອນ​ທັງໝົດ​ຈຶ່ງ​ໄດ້​ເຕົ້າໂຮມ​ກັນ ແລະ ເປັນ​ອັນ​ໜຶ່ງ​ດຽວ​ອັນ​ດຽວ​ກັນ​ເຂົ້າ​ຕໍ່ສູ້​ກັບ​ເມືອງ​ນັ້ນ.

ເຜົ່າ​ຕ່າງໆ​ຂອງ​ອິດສະຣາເອນ​ສົ່ງ​ຜູ້​ນໍາຂ່າວ​ໄປ​ທົ່ວ​ເຂດແດນ​ເບັນຢາມິນ ແລະ ເວົ້າ​ວ່າ, “ການ​ກະທໍາ​ອັນ​ຊົ່ວ​ຮ້າຍ​ເກີດ​ຂຶ້ນ​ໄດ້​ຢ່າງໃດ​ໃນ​ທ່າມກາງ​ພວກ​ເຈົ້າ? ພວກເຈົ້າ​ຈົ່ງ​ມອບ​ພວກ​ຜູ້​ກະທຳ​ຜິດ​ໃນ​ເມືອງ​ກີເບອາ​ມາ​ໃຫ້​ແກ່​ພວກເຮົາ ເພື່ອວ່າ​ພວກເຮົາ​ຈະ​ໄດ້​ປະຫານ​ຊີວິດ​ພວກເຂົາ ແລະ ລົບລ້າງ​ມົນທິນ​ອັນ​ຊົ່ວຮ້າຍ​ອອກ​ຈາກ​ອິດສະຣາເອນ”.

ແຕ່​ຊາວ​ເບັນຢາມິນ​ບໍ່​ຟັງ​ພວກ​ພີ່ນ້ອງ​ຊາວ​ອິດສະຣາເອນ​ຂອງ​ພວກເຂົາ. ພວກເຂົາ​ມາ​ຈາກ​ເມືອງ​ຕ່າງໆ​ຂອງ​ຕົນ​ມາ​ຮວມ​ໂຕ​ກັນ​ທີ່​ກີເບອາ ເພື່ອ​ຕໍ່ສູ້​ກັບ​ຊາວ​ອິດສະຣາເອນ. ໃນ​ທັນ​ໃດ​ນັ້ນ ຊາວ​ເບັນຢາມິນ​ກໍ​ລະດົມ​ທະຫານ​ຖືດາບ​ຊາວຫົກ​ພັນ​ຄົນ​ຈາກ​ເມືອງ​ຕ່າງໆ​ຂອງ​ພວກເຂົາ. ນອກຈາກນັ້ນ ມີພວກ​ຊາວໜຸ່ມ​ມາ​ເພີ່ມ​ເຕີ່ມ​ອີກ​ເຈັດ​ຮ້ອຍ​ຄົນ​ຈາກ​ພວກ​ຄົນ​ທີ່​ອາໄສ​ໃນ​ກີເບອາ. ຢູ່​ໃນ​ຈຳນວນ​ພວກ​ທະຫານ​ເຫລົ່ານີ້​ມີ​ເຈັດ​ຮ້ອຍ​ຄົນ​ທີ່​ຖືກ​ເລືອກ​ມາ ລ້ວນ​ແຕ່​ພວກ​ຄົນ​ທີ່​ແຮງ​ມື​ຊ້າຍ ແຕ່ລະ​ຄົນ​ສາມາດ​ຍິງ​ກ້ອນຫີນ​ໃສ່​ເສັ້ນ​ຜົມ​ເສັ້ນ​ດຽວ​ໄດ້​ໂດຍ​ບໍ່​ພາດ.

ສ່ວນ​ຊາວ​ອິດສະຣາເອນ​ຮວບຮວມ​ທະຫານ​ດາບ​ໄດ້​ສີ່​ຮ້ອຍ​ພັນ​ຄົນ, ພວກເຂົາ​ທັງໝົດ​ພ້ອມ​ທີ່​ຈະ​ອອກ​ສູ້ຮົບ ເຊິ່ງ​ບໍ່​ໄດ້​ນັບ​ເອົາ​ຊາວ​ເບັນຢາມິນ​ຮວມ​ເຂົ້າ​ນໍາ.

ກອງທັບ​ອິດສະຣາເອນ​ກໍ​ຂຶ້ນ​ໄປ​ທີ່​ເບັດເອນ ແລະ ຖາມ​ພຣະເຈົ້າ​ວ່າ, “ເຜົ່າ​ໃດ​ໃນ​ພວກ​ຂ້ານ້ອຍ​ຈະ​ອອກ​ໄປ​ຕໍ່ສູ້​ກັບ​ຊາວ​ເບັນຢາມິນ​ກ່ອນ?”

ພຣະເຈົ້າ​ຢາເວ​ຕອບ​ວ່າ, “ຢູດາ​ຈະ​ອອກ​ໄປ​ກ່ອນ”.

ຕອນເຊົ້າ​ມື້​ຕໍ່ມາ​ຊາວ​ອິດສະຣາເອນ​ໄດ້​ມາ​ຕັ້ງ​ຄ້າຍ​ພັກຢູ່​ໃກ້​ກັບ​ເມືອງ​ກີເບອາ. ຊາວ​ອິດສະຣາເອນ​ກໍ​ອອກ​ໄປ​ຕໍ່ສູ້​ກັບ​ຊາວ​ເບັນຢາມິນ ແລະ ໄດ້​ຕັ້ງ​ທັບ​ສູ້ຮົບ​ກັບ​ພວກເຂົາ​ທີ່​ເມືອງ​ກີເບອາ. ຊາວ​ເບັນຢາມິນ​ອອກ​ມາ​ຈາກ​ເມືອງ​ກີເບອາ ແລະ ໄດ້​ຂ້າ​ຊາວ​ອິດສະຣາເອນ​ຕາຍ​ຊາວ​ສອງ​ພັນ​ຄົນ​ຢູ່​ໃນ​ສະໜາມຮົບ​ໃນ​ມື້​ນັ້ນ ແຕ່​ຊາວ​ອິດສະຣາເອນ​ໄດ້​ໃຫ້​ກຳລັງ​ໃຈ​ກັນ ແລ້ວ​ກໍ​ອອກ​ມາ​ຕັ້ງ​ທັບ​ສູ້ຮົບ​ໄວ້​ບ່ອນ​ເກົ່າ​ໃນ​ບ່ອນ​ທີ່​ພວກເຂົາ​ຕັ້ງ​ທັບ​ໃນ​ມື້​ກ່ອນ​ນັ້ນ. ຊາວ​ອິດສະຣາເອນ​ຂຶ້ນ​ໄປ ແລ້ວ​ກໍ​ຮ້ອງ​ໄຫ້​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ຈົນຮອດ​ຕອນຄໍ່າ ແລ້ວ​ພວກເຂົາ​ໄດ້​ຖາມ​ພຣະເຈົ້າ​ຢາເວ​ວ່າ “ພວກ​ຂ້ານ້ອຍ​ຈະ​ຕ້ອງ​ອອກໄປ​ສູ້ຕໍ່​ກັບ​ຊາວ​ເບັນຢາມິນ​ອີກ​ບໍ?”

ພຣະເຈົ້າ​ຢາເວ​ໄດ້​ຕອບ​ວ່າ, “ຈົ່ງ​ໄປ​ຕໍ່ສູ້​ກັບ​ພວກເຂົາ”.

ຊາວ​ອິດສະຣາເອນ​ຈຶ່ງ​ຍົກ​ທັບ​ເຂົ້າ​ມາ​ໃກ້​ຊາວ​ເບັນຢາມິນ​ອີກ​ໃນ​ມື້​ທີ​ສອງ. ຄັ້ງ​ນີ້​ເມື່ອ​ຊາວ​ເບັນຢາມິນ​ກໍ​ອອກ​ມາ​ຈາກ​ເມືອງ​ກີເບອາ​ເພື່ອ​ຕໍ່ຕ້ານ​ພວກເຂົາ, ພວກເຂົາ​ໄດ້​ຂ້າ​ຊາວ​ອິດສະຣາເອນ​ຕາຍ​ໄປ​ສິບແປດພັນ​ຄົນ, ພວກເຂົາ​ທັງໝົດ​ລ້ວນ​ແຕ່​ເປັນ​ນັກ​ພົນ​ດາບ.

ຫລັງຈາກ​ນັ້ນ ຊາວ​ອິດສະຣາເອນ​ທັງໝົດ​ກໍ​ຂຶ້ນ​ໄປ​ທີ່​ເບັດເອນ ແລະ ພວກເຂົາ​ກໍ​ຮ້ອງໄຫ້​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ຢູ່​ທີ່​ນັ້ນ. ພວກເຂົາ​ໄດ້​ຖືສິນ​ອົດອາຫານ​ຈົນ​ຮອດ​ຄໍ່າ​ໃນ​ມື້ນັ້ນ ແລ້ວ​ກໍ​ໄດ້​ຖວາຍ​ເຄື່ອງເຜົາ​ບູຊາ ແລະ ເຄື່ອງຖວາຍ​ເພື່ອ​ຄວາມ​ສາມະຄີທໍາ​ແກ່​ພຣະເຈົ້າ​ຢາເວ. ແລະ ຊາວ​ອິດສະຣາເອນ​ໄດ້​ຖາມ​ພຣະເຈົ້າ​ຢາເວ (ໃນ​ສະໄໝ​ນັ້ນ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຢູ່​ທີ່​ເບັດເອນ, ເຊິ່ງ​ຟີເນຮາ​ລູກຊາຍ​ຂອງ​ເອເລອາຊາ ແລະ ຫລານຊາຍ​ຂອງ​ອາໂຣນ​ກໍາລັງ​ປົນ​ນິ​ບັດ​ຢູ່.) ພວກເຂົາ​ໄດ້​ຖາມ​ວ່າ, “ຈະ​ໃຫ້​ພວກ​ຂ້ານ້ອຍ​ອອກ​ໄປ​ສູ້ຕໍ່​ກັບ​ຊາວ​ເບັນຢາມິນ ເຊິ່ງ​ເປັນ​ພີ່ນ້ອງ​ຊາວອິດສະຣາເອນ​ຂອງ​ພວກ​ຂ້ານ້ອຍ​ບໍ?”

ພຣະເຈົ້າ​ຢາເວ​ຕອບ​ວ່າ, “ຈົ່ງ​ອອກໄປ​ເທີນ ມື້ອື່ນ​ເຮົາ​ຈະ​ມອບ​ພວກເຂົາ​ໄວ້​ໃນ​ມື​ຂອງ​ພວກເຈົ້າ”.

ສະນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ລີ້​ຢູ່​ຟຸ່ມ​ໄມ້​ອ້ອມ​ເມືອງ​ກີເບອາ ພວກເຂົາ​ໄດ້​ອອກ​ໄປ​ຕໍ່ສູ້​ກັບ​ຊາວ​ເບັນຢາມິນ​ອີກ​ໃນ​ມື້ທີ​ສາມ ແລະ ໄດ້​ຕັ້ງ​ທັບ​ຕໍ່ສູ້​ກັບ​ເມືອງ​ກີເບອາ​ເໝືອນດັ່ງ​ທີ່​ພວກເຂົາ​ໄດ້​ເຄີຍ​ເຮັດ​ມາ​ກ່ອນ. ພວກ​ຊາວ​ເບັນຢາມິນ​ອອກ​ມາ​ພົບ​ພວກເຂົາ ແລະ ຖືກ​ລໍ້​ໃຫ້​ອອກ​ໄປ​ໄກ​ຈາກ​ຕົວເມືອງ. ພວກເຂົາ​ເລີ່ມ​ຂ້າ​ຊາວ​ອິດສະຣາເອນ​ເໝືອນດັ່ງ​ທີ່​ເຄີຍ​ເຮັດ​ມາ​ກ່ອນ. ດັ່ງນັ້ນ ພວກເຂົາ​ໄດ້​ຂ້າ​ຄົນ​ປະມານ​ສາມ​ສິບ​ຄົນ​ຢູ່​ທີ່​ກາງ​ທົ່ງ ແລະ ຕາມ​ເສັ້ນ​ທາງ​ຈະ​ໄປ​ທີ່​ເບັດເອນ ແລະ ກີເບອາ. ໃນຂະນະທີ່ ຊາວ​ເບັນຢາມິນ​ກໍາລັງ​ເວົ້າ​ວ່າ “ພວກເຮົາ​ກຳລັງ​ຈະ​ຊະນະ​ພວກເຂົາ​ເໝືອນດັ່ງ​ແຕ່​ກ່ອນ” ຊາວ​ອິດສະຣາເອນ​ກໍາລັງ​ເວົ້າ​ວ່າ “ໃຫ້​ພວກເຮົາ​ຖອຍ​ທັບ ແລະ ລໍ້​ພວກເຂົາ​ອອກ​ຈາກ​ຕົວເມືອງ​ໄປ​ຕາມ​ຫົນທາງ”.

ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ເຄື່ອນ​ທັບ​ອອກ​ຈາກ​ບ່ອນ​ທີ​ພວກເຂົາ​ຕັ້ງ​ຄ້າຍພັກ ແລະ ຕັ້ງ​ທັບ​ສູ້ຮົບ​ທີ່​ບາອານ​ຕາມາ, ແລ້ວ​ກອງ​ກຳລັງ​ຂອງ​ຊາວອິດສະຣາເອນ​ທີ່​ລີ້ຢູ່​ໃນ​ພຸ່ມໄມ້​ຢູ່​ທາງ​ທິດ​ຕາເວັນ​ຕົກ1 ຂອງ​ກີເບອາ2 ກໍ​ອອກ​ມາ​ຈາກ​ບ່ອນນັ້ນ. ຫລັງຈາກ​ນັ້ນ​ນັກຮົບ​ເກັ້ງກ້າ​ຂອງ​ຊາວອິດສະຣາເອນ​ໜຶ່ງ​ໝື່ນ​ຄົນ​ກໍ​ອອກ​ມາ​ບຸກ​ໂຈມຕີ​ດ້ານ​ໜ້າ​ຂອງ​ເມືອງ​ກີເບອາ. ການ​ສູ້ຮົບ​ເປັນ​ໄປ​ຢ່າງ​ດຸເດືອດ​ທີ່​ສຸດ ຈົນ​ຊາວ​ເບັນຢາມິນ​ບໍ່​ຮູ້ວ່າ​ໄພພິບັດ​ເຂົ້າ​ມາ​ໃກ້​ຫລາຍສໍ່າ​ໃດ​ແລ້ວ. ພຣະເຈົ້າ​ຢາເວ​ໄດ້​ເຮັດ​ໃຫ້​ຊາວ​ເບັນຢາມິນ​ພ່າຍແພ້​ຕໍ່​ຊາວ​ອິດສະຣາເອນ ແລະ ໃນ​ມື້​ນັ້ນ​ຊາວ​ອິດສະຣາເອນ​ໄດ້​ຂ້າ​ນັກ​ພົນດາບ​ຂອງ​ຊາວ​ເບັນຢາມິນ​ທັງໝົດ​ເປັນ​ຈຳນວນ​ຊາວ​ຫ້າ​ພັນ​ໜຶ່ງ​ຮ້ອຍ​ຄົນ. ຊາວ​ເບັນຢາມິນ​ຈຶ່ງ​ເຫັນ​ວ່າ ພວກຕົນ​ໄດ້​ພ່າຍແພ້​ແລ້ວ.

ກອງທັບ​ຂອງ​ພວກ​ອິດສະຣາເອນ​ໄດ້​ຖອຍຫລັງ​ໄປ​ຈາກ​ພວກ​ເບັນຢາມິນ ເພາະຍ້ອນ​ພວກເຂົາ​ໄດ້​ວາງ​ທະຫານ​ລີ້​ໂຈມຕີ​ຢູ່​ໃກ້ໆ​ເມືອງ​ກີເບອາ. ພວກ​ຄົນ​ທີ່​ລີ້​ຢູ່​ກໍ​ບຸກ​ໂຈມຕີ​ເຂົ້າ​ໄປ​ໃນ​ເມືອງ​ກີເບອາ, ແລ້ວ​ກໍ​ກະຈາຍ​ກຳລັງ​ອອກ​ໄປ ແລະ ຂ້າ​ຊາວ​ເມືອງ​ທັງໝົດ. ຊາວ​ອິດສະຣາເອນ​ກໍ​ໄດ້​ສົ່ງ​ສັນຍານ​ໃຫ້​ກັບ​ພວກ​ຄົນ​ທີ່​ລີ້​ຢູ່​ໂດຍ​ທີ່​ພວກເຂົາ​ເຮັດ​ຄວັນ​ຂຶ້ນ​ໃຫ້​ອອກ​ມາ​ຈາກ​ໃນ​ເມືອງ​ນັ້ນ. ເມື່ອ​ໃດ​ທີ່​ຊາວ​ອິດສະຣາເອນ​ເຫັນ​ຄວັນ​ກໍ​ໃຫ້​ພາກັນ​ສູ້ຕໍ່​ກັບ.

ຊາວ​ເບັນຢາມິນ​ເລີ່ມ​ຂ້າ​ຊາວ​ອິດສະຣາເອນ (ປະມານ​ສາມ​ສິບ​ຄົນ) ແລະ ພວກເຂົາ​ກໍ​ເວົ້າ​ວ່າ, “ພວກເຮົາ​ກຳລັງ​ຈະ​ເອົາ​ຊະນະ​ພວກເຂົາ​ເໝືອນກັນ​ກັບ​ການ​ສູ້ຮົບ​ຄັ້ງ​ທຳອິດ”. ແຕ່​ເມື່ອ​ຄວັນໄຟ​ພຸ່ງ​ຂຶ້ນ​ອອກ​ມາ​ຈາກ​ໃນ​ເມືອງ, ຊາວ​ເບັນຢາມິນ​ຫລຽວ​ກັບ​ຄືນ​ມາ​ເບິ່ງ ແລ້ວ​ກໍ​ເຫັນ​ຄວັນໄຟ​ພຸ່ງ​ຂຶ້ນ​ຟ້າ​ທົ່ວ​ທັງເມືອງ. ຫລັງຈາກ​ນັ້ນ​ຊາວ​ອິດສະຣາເອນ​ກໍ​ໄດ້​ຫັນ​ກັບ​ຄືນມາ​ຕໍ່ສູ້ ແລ້ວ​ຊາວ​ເບັນຢາມິນ​ກໍ​ເກີດ​ຄວາມຢ້ານ​ກົວ​ຫລາຍ, ເພາະວ່າ​ພວກເຂົາ​ຮູ້​ວ່າ​ໄພພິບັດ​ໄດ້​ມາ​ເຖິງ​ພວກຕົນ​ແລ້ວ. ດັ່ງນັ້ນ ພວກເຂົາ​ກໍ​ໄດ້​ປົບໜີ​ໄປ​ຕໍ່ໜ້າ​ຊາວ​ອິດສະຣາເອນ​ມຸ່ງໜ້າ​ໄປ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ, ແຕ່​ພວກເຂົາ​ບໍ່​ສາມາດ​ໜີ​ໄປ​ພົ້ນ​ການ​ສູ້ຮົບ​ໄດ້. ແລ້ວ ຊາວ​ອິດສະຣາເອນ​ອອກ​ມາ​ຈາກ​ເມືອງ​ກໍ​ຂ້າ​ພວກເຂົາ​ຢູ່ທີ່ນັ້ນ. ພວກເຂົາ​ໄດ້​ລ້ອມ​ຊາວ​ເບັນຢາມິນ​ໄວ້, ໄລ່​ຕາມ​ທັນ​ພວກເຂົາ ແລ້ວ​ກໍ​ຂ້າ​ພວກເຂົາ​ໄດ້​ຢ່າງ​ງ່າຍ​ດາຍ​ຢູ່​ບ່ອນ​ໃກ້​ກັບ​ກີເບອາ​ທາງ​ຕາເວັນ​ອອກ. ຊາວ​ເບັນຢາມິນ​ຖືກ​ຂ້າ​ໃນ​ສະໜາມ​ຮົບ​ສິບ​ແປດ​ພັນ​ຄົນ, ເຊິ່ງ​ພວກເຂົາ​ທັງໝົດ​ເປັນ​ນັກຮົບ​ທີ່​ເກັ່ງ​ກ້າ. ສ່ວນ​ພວກທີ່​ໜີ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ໄປ​ຈົນຮອດ​ໂງ່ນຫີນ​ຣິມໂມນ, ແຕ່​ຊາວອິດສະຣາເອນ​ໄດ້​ຂ້າ​ພວກເຂົາ​ລະຫວ່າງ​ທາງ​ຫ້າ​ພັນ​ຄົນ. ພວກເຂົາ​ສືບຕໍ່​ໄລ່​ລ້າ​ຂ້າ​ຊາວ​ເບັນຢາມິນ​ໄປ​ຈົນຮອດ​ກີໂດມ ແລະ ຂ້າ​ໄດ້​ອີກ​ສອງ​ພັນ​ຄົນ.

ໃນ​ມື້​ນັ້ນ​ນັກ​ພົນ​ດາບ​ຂອງ​ຊາວ​ເບັນຢາມິນ​ໄດ້​ຖືກ​ຂ້າ​ຊາວ​ຫ້າ​ພັນ​ຄົນ ເຊິ່ງ​ພວກເຂົາ​ທັງໝົດ​ເປັນ​ນັກຮົບ​ທີ່​ເກັ່ງກ້າ. ແຕ່​ມີ​ຄົນ​ເຫລືອ​ອີກ​ຫົກ​ຮ້ອຍ​ຄົນ​ໄດ້​ໜີ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ສູ່​ໂງ່ນຫີນ​ຣິມໂມນ ແລະ ພວກເຂົາ​ໄດ້​ອາໄສ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ສີ່​ເດືອນ. ສ່ວນ​ຊາວ​ອິດສະຣາເອນ​ກໍ​ກັບ​ຄືນ​ໄປ​ຂ້າ​ຊາວ​ເບັນຢາມິນ ແລະ ຂ້າ​ພວກເຂົາ​ທຸກຄົນ​ທີ່​ຢູ່​ໃນ​ເມືອງ ລວມທັງ​ຝູງ​ສັດ ແລະ ໄດ້​ຈູດ​ທຸກສິ່ງ​ທີ່​ພວກເຂົາ​ພົບ​ເຫັນ. ພວກເຂົາ​ໄດ້​ຈູດ​ທຸກເມືອງ​ຈົນ​ໝົດສິ້ນ.

Source notes (2)
  1. Footnote ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ
  2. Footnote ພາສາ​ເຮັບເຣີ​ວ່າ ເກ​ບາ ເປັນ​ອີກ​ຮູບ​ໜຶ່ງ​ຂອງ ກີເບອາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.