Biblica® Open Lao Contemporary Version
ພວກຜູ້ປົກຄອງ 19
ຄົນເລວີກັບເມຍນ້ອຍຂອງຕົນ
ສະໄໝນັ້ນອິດສະຣາເອນບໍ່ມີກະສັດປົກຄອງ.
ມີຊາວເລວີຄົນໜຶ່ງໄດ້ອາໄສຢູ່ໃນພື້ນທີ່ຫ່າງໄກໃນເນີນພູເອຟຣາອິມ ລາວໄດ້ເອົາເມຍນ້ອຍຈາກເມືອງເບັດເລເຮັມໃນແຂວງຢູດາຍ. ແຕ່ນາງບໍ່ສັດຊື່ຕໍ່ລາວ. ນາງໄດ້ຖິ້ມລາວກັບໄປຢູ່ເຮືອນທີ່ພໍ່ແມ່ຂອງຕົນທີ່ເບັດເລເຮັມໃນແຂວງຢູດາຍ. ຫລັງຈາກ ນາງໄດ້ຢູ່ທີ່ນັ້ນເປັນເວລາສີ່ເດືອນ. ແລ້ວຜົວຂອງນາງກໍໄປຫາເພື່ອຊັກຊວນນາງໃຫ້ກັບຄືນເມືອ. ລາວເອົາຄົນຮັບໃຊ້ຂອງລາວ ແລະ ລໍສອງໂຕໄປນໍາ. ນາງພາລາວເຂົ້າໄປໃນເຮືອນຂອງພໍ່ແມ່ຂອງຕົນ, ແລະ ເມື່ອພໍ່ຂອງນາງເຫັນລາວ, ເພິ່ນກໍຕ້ອນຮັບດ້ວຍຄວາມຍິນດີ. ພໍ່ເຖົ້າຈຶ່ງຊັກຊວນລູກເຂີຍໃຫ້ພັກຢູ່ນໍາ; ດັ່ງນັ້ນ ລາວກໍກິນດື່ມ ແລະ ພັກຢູ່ທີ່ນັ້ນກັບເພິ່ນເປັນເວລາສາມວັນ.
ໃນມື້ທີສີ່ພວກເຂົາກໍຕື່ນແຕ່ເຊົ້າເພື່ອຕຽມຕົວອອກເດີນທາງ, ແຕ່ພໍ່ເຖົ້າຂອງຍິງນັ້ນໄດ້ເວົ້າກັບລູກເຂີຍວ່າ, “ຊອກຫາຫຍັງກິນໃຫ້ມີແຮງກ່ອນບໍ ແລ້ວຈຶ່ງໄປ”. ດັ່ງນັ້ນ ລາວກັບພໍ່ເຖົ້າຈຶ່ງນັ່ງລົງກິນ ແລະ ດື່ມນໍາກັນ. ຕໍ່ມາພໍ່ເຖົ້າກໍເວົ້າວ່າ, “ຂໍໃຫ້ພັກຜ່ອນໃຫ້ສະບາຍໃຈອີກຈັກຄືນກ່ອນ”. ແລ້ວຊາຍນັ້ນກໍລຸກຂຶ້ນຈະອອກໄປ ພໍ່ເຖົ້າຂອງລາວກໍເວົ້າຊັກຊວນລາວຢູ່ອີກ, ດັ່ງນັ້ນ ລາວຈຶ່ງພັກຄ້າງຄືນຢູ່ທີ່ນັ້ນ. ໃນຕອນເຊົ້າຂອງມື້ທີຫ້າ, ເມື່ອລາວລຸກຂຶ້ນຈະອອກໄປ, ພໍ່ເຖົ້າເວົ້າວ່າ, “ຜ່ອນພັກຜ່ອນໃຫ້ສົດຊື່ນ ຖ້າໃຫ້ມັນສວຍກ່ອນແລ້ວຈຶ່ງຄ່ອຍໄປ!” ດັ່ງນັ້ນ ລາວກັບພໍ່ເຖົ້າກໍນັ່ງລົງກິນເຂົ້ານໍາກັນອີກ.
ເມື່ອຊາຍຜູ້ນັ້ນກັບເມຍນ້ອຍຂອງຕົນ ແລະ ຄົນຮັບໃຊ້ກຳລັງຈະອອກໄປ, ພໍ່ເຖົ້າກໍເວົ້າວ່າ, “ເບິ່ງແມ ດຽວນີ້ມັນໃກ້ຈະຄໍ່າແລ້ວ. ພັກຢູ່ທີ່ນີ້ອີກຈັກຄືນໜຶ່ງ; ມັນໃກ້ຈະມືດແລ້ວ. ຈົ່ງພັກຢູ່ທີ່ນີ້ ແລະ ເຮັດໃຫ້ຕົນເອງສະບາຍໃຈ. ແລ້ວມື້ອື່ນລູກຈຶ່ງຕື່ນແຕ່ເຊົ້າໆຕຽມຕົວອອກເດີນທາງກັບເມືອ”. ແຕ່ຊາຍຜູ້ນັ້ນບໍ່ເຕັມໃຈທີ່ຈະພັກຄ້າງຄືນອີກ, ລາວຈຶ່ງອອກເດີນທາງມຸ່ງໜ້າໄປທີ່ເມືອງເຢບຸດ (ນັ້ນແມ່ນເຢຣູຊາເລັມ) ພ້ອມກັບເມຍຂອງຕົນ ແລະ ລໍສອງໂຕທີ່ມີອານນັ່ງ.
ເມື່ອພວກເຂົາເດີນທາງໃກ້ຈະຮອດເມືອງເຢບຸດກໍເກືອບຈະຄ່ຳແລ້ວ, ຄົນຮັບໃຊ້ນັ້ນເວົ້າກັບນາຍຂອງຕົນວ່າ, “ໃຫ້ພວກເຮົາຢຸດພັກໃນເມືອງນີ້ຂອງຊາວເຢບຸດ ແລະ ພັກຄ້າງຄືນຢູ່ບ່ອນນີ້ສາກ່ອນ”.
ນາຍຂອງລາວຕອບວ່າ, “ບໍ່ໄດ້ ພວກເຮົາຈະບໍ່ພັກຢູ່ໃນເມືອງໃດ ເຊິ່ງບໍ່ແມ່ນເມືອງຂອງຊາວອິດສະຣາເອນ. ພວກເຮົາຈະໄປຕໍ່ຈົນຮອດກີເບອາ”. ລາວເວົ້າອີກວ່າ “ໃຫ້ພວກເຮົາພະຍາຍາມໄປໃຫ້ຮອດກີເບອາ ຫລື ຣາມາແລ້ວຈຶ່ງພັກຄ້າງຄືນຢູ່ບ່ອນໃດບ່ອນໜຶ່ງ”. ດັ່ງນັ້ນ ພວກເຂົາຈຶ່ງເດີນທາງຕໍ່ໄປ ໃນຂະນະທີ່ພວກເຂົາໃກ້ຈະຮອດກີເບອາໃນເຂດແດນເບັນຢາມິນ ຕາເວັນກໍຕົກດິນແລ້ວ. ພວກເຂົາກໍຢຸດພັກຄ້າງຄືນຢູ່ທີ່ນັ້ນ. ພວກເຂົາຈຶ່ງໄປນັ່ງຢູ່ທີ່ນອກເມືອງ, ແຕ່ບໍ່ມີຜູ້ໃດເອົາພວກເຂົາໄປພັກນໍາ.
ໃນຕອນຄໍ່າມື້ນັ້ນ ມີຊາຍແກ່ຜູ້ໜຶ່ງທີ່ມາຈາກເນີນພູເອຟຣາອິມ, ລາວກັບຈາກເຮັດວຽກໃນທົ່ງນາ (ຊາວເມືອງນັ້ນເປັນຊາວເບັນຢາມິນ), ເຊິ່ງລາວອາໄສຢູ່ໃນກີເບອາ. ເມື່ອເພິ່ນເຫັນນັກເດີນທາງນັ່ງຢູ່ທີ່ສີ່ແຍກກາງເມືອງ ຊາຍແກ່ຜູ້ນັ້ນຈຶ່ງຖາມວ່າ, “ພວກເຈົ້າມາແຕ່ໃສ? ແລະ ກຳລັງຈະໄປໃສ?”
ລາວຕອບວ່າ, “ພວກຂ້ອຍມາຈາກເມືອງເບັດເລເຮັມໃນແຂວງຢູດາຍ ພວກຂ້ອຍອາໄສຢູ່ເປັນພື້ນທີ່ຫ່າງໄກໃນເນີນພູເອຟຣາອິມ. ຂ້ອຍໄດ້ໄປເມືອງເບັດເລເຮັມໃນແຂວງຢູດາຍ ແລະ ໃນຂະນະນີ້ ຂ້ອຍກຳລັງຈະໄປທີ່ວິຫານຂອງພຣະເຈົ້າຢາເວ. ແຕ່ບໍ່ມີຜູ້ໃດເອົາພວກຂ້ອຍເຂົ້າໄປພັກໃນເຮືອນນໍາ. ພວກຂ້ອຍມີເຟືອງ ແລະ ຫຍ້າສຳລັບລໍ ແລະ ເຂົ້າຈີ່ກັບເຫລົ້າອະງຸ່ນສຳລັບພວກຂ້ອຍ ແລະ ຜູ້ຮັບໃຊ້ຂອງທ່ານຄືຂ້ອຍເອງ ພ້ອມກັບຄົນຮັບໃຊ້ຊາຍຍິງຂອງພວກຂ້ອຍ. ພວກເຮົາບໍ່ຕ້ອງການສິ່ງໃດ”.
ຊາຍແກ່ຜູ້ນັ້ນຈຶ່ງເວົ້າວ່າ, “ຂ້ອຍຍິນດີເຊີນພວກເຈົ້າເຂົ້າມາພັກໃນເຮືອນຂອງຂ້ອຍ. ຈົ່ງໃຫ້ຂ້ອຍຈັດຫາສິ່ງທີ່ພວກເຈົ້າຕ້ອງການ. ຂໍພຽງແຕ່ພວກເຈົ້າບໍ່ຕ້ອງຄ້າງຄືນຢູ່ທີ່ສີ່ແຍກກາງເມືອງນີ້ເລີຍ”. ເພິ່ນຈຶ່ງພາພວກເຂົາໄປທີ່ເຮືອນຂອງຕົນ ແລະ ເອົາເຟືອງໃຫ້ລໍກິນ ຫລັງຈາກທີ່ພວກເຂົາລ້າງຕີນແລ້ວ, ພວກເຂົາກໍກິນ ແລະ ດື່ມນໍາກັນ.
ໃນຂະນະທີ່ພວກເຂົາກໍາລັງມ່ວນຊື່ນຢູ່ນັ້ນ, ກໍມີກຸ່ມພວກຄົນຊົ່ວຂອງເມືອງນັ້ນມາລ້ອມເຮືອນຊາຍແກ່ຜູ້ນັ້ນໄວ້ ແລະ ກໍທຸບປະຕູເຮືອນ. ພວກເຂົາໄດ້ຮ້ອງໃສ່ຊາຍແກ່ຜູ້ນັ້ນທີ່ເປັນເຈົ້າຂອງເຮືອນວ່າ, “ຈົ່ງນຳພວກຜູ້ຊາຍນັ້ນທີ່ມາພັກຢູ່ໃນເຮືອນຂອງເຈົ້າອອກມາ ເພື່ອພວກເຮົາຈະໄດ້ຮ່ວມເພດກັບລາວ”.
ເຈົ້າຂອງເຮືອນຈຶ່ງອອກໄປຂ້າງນອກ ແລະ ເວົ້າກັບພວກເຂົາວ່າ, “ບໍ່ໄດ້ດອກສະຫາຍ, ຢ່າເຮັດສິ່ງຊົ່ວຮ້າຍເຊັ່ນນັ້ນເລີຍ. ເພາະວ່າຜູ້ຊາຍເຫລົ່ານີ້ເປັນແຂກຂອງຂ້ອຍ, ຢ່າເຮັດສິ່ງໜ້າລະອາຍນີ້ເລີຍ. ເບິ່ງແມ ລູກສາວພົມມະຈາລີຂອງຂ້ອຍ ແລະ ເມຍນ້ອຍຂອງຂ້ອຍ. ຂ້ອຍຈະນໍາເອົາພວກເຂົາອອກມາໃຫ້ພວກເຈົ້າ. ແລ້ວພວກເຈົ້າເຮັດຫຍັງກໍໄດ້ກັບພວກເຂົາກໍຕາມໃຈຊອບ. ແຕ່ຢ່າເຮັດສິ່ງທີ່ໜ້າອັບອາຍນີ້ເລີຍ”.
ແຕ່ພວກເຂົາບໍ່ຍອມຟັງລາວ. ດັ່ງນັ້ນ ຊາຍຕະກຸນເລວີຈຶ່ງຊຸກເມຍນ້ອຍຂອງຕົນອອກໄປໃຫ້ພວກເຂົາ ແລ້ວຄົນເຫລົ່ານັ້ນກໍລຸມຂົ່ມຂືນ ແລະ ທຳຮ້າຍນາງຕະຫລອດຄືນ, ແລ້ວເມື່ອຮຸ່ງເຊົ້າມາຈຶ່ງປ່ອຍນາງໄປ. ພໍຮຸ່ງເຊົ້າມາ ນາງຈຶ່ງກັບມາທີ່ເຮືອນບ່ອນທີ່ນາຍຂອງຕົນພັກຢູ່, ແລ້ວກໍລົ້ມລົງທີ່ໜ້າປະຕູເຮືອນ ນອນຢູ່ທີ່ນັ້ນຈົນເຊົ້າ.
ເມື່ອນາຍຂອງນາງຕື່ນຂຶ້ນມາໃນຕອນເຊົ້າ ແລະ ເປີດປະຕູເຮືອນອອກມາເພື່ອເດີນທາງຕໍ່ໄປ, ກໍພົບເມຍນ້ອຍຂອງຕົນລົ້ມລົງທີ່ໜ້າປະຕູເຮືອນນອນຢູ່ທີ່ນັ້ນ ມືສອງຂ້າງນາງພາດປະຕູໄວ້ຢູ່. ລາວຈຶ່ງເວົ້າກັບນາງວ່າ, “ລຸກຂຶ້ນ; ໄປດ້ວຍກັນ”. ແຕ່ບໍ່ມີສຽງຕອບໃດໆໝົດ. ແລ້ວລາວຈຶ່ງອຸ້ມນາງພາດໃສ່ເທິງຫລັງລໍ ແລ້ວກໍເດີນທາງກັບເມືອເຮືອນ.
ເມື່ອມາເຖິງເຮືອນ, ລາວກໍເອົາມີດຕັດຮ່າງກາຍຂອງເມຍນ້ອຍເປັນຕ່ອນໆ ແລ້ວກໍສົ່ງແຕ່ລະຕ່ອນໆໄປທີ່ເຜົ່າສິບສອງຂອງອິດສະຣາເອນ. ທຸກຄົນທີ່ເຫັນເຫດການນີ້ກໍພາກັນເວົ້າວ່າ, “ບໍ່ເຄີຍມີເຫດການຢ່າງນີ້ ຫລື ການກະທໍາແບບນີ້ມາກ່ອນ ຕັ້ງແຕ່ຊາວອິດສະຣາເອນອອກມາຈາກເອຢິບ. ລອງຄິດເບິ່ງ! ພວກເຮົາຈະຕ້ອງເຮັດຫຍັງບາງຢ່າງ! ຈົ່ງເວົ້າມາວ່າຈະເຮັດຫຍັງ!”
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.