Biblica® Open Lao Contemporary Version
ພວກຜູ້ປົກຄອງ 18
ຄົນເຜົ່າດານຕັ້ງຖິ່ນຖານໃນລາອິດ
ໃນສະໄໝນັ້ນອິດສະຣາເອນບໍ່ມີກະສັດປົກຄອງ.
ແລະ ໃນເວລານັ້ນຄົນໃນເຜົ່າດານກໍາລັງຊອກຫາບ່ອນຕັ້ງຖິ່ນຖານຂອງພວກເຂົາ ຍ້ອນວ່າພວກເຂົາຍັງບໍ່ມີດິນແດນກຳມະສິດຂອງຕົນທ່າມກາງເຜົ່າຕ່າງໆຂອງອິດສະຣາເອນ. ສະນັ້ນ ຊາວດານຈຶ່ງສົ່ງຜູ້ນໍາຫ້າຄົນຈາກເມືອງໂຊຣາ ແລະ ເອຊະຕາໂອນເພື່ອໄປສອດແນມ ແລະ ສຳຫລວດດິນແດນ. ຄົນເຫລົ່ານັ້ນເປັນຕົວແທນຂອງຊາວດານທັງໝົດ. ຊາວດານບອກກັບພວກເຂົາວ່າ “ຈົ່ງໄປສຳຫລວດເບິ່ງແຜ່ນດິນນັ້ນ”.
ເມື່ອພວກເຂົາມາເຖິງເນີນພູເອຟຣາອິມ ແລະ ກໍພາກັນມາຮອດເຮືອນຂອງມີກາ, ພວກເຂົາພັກຄ້າງຄືນຢູ່ທີ່ນັ້ນ. ເມື່ອພວກເຂົາເຂົ້າມາໃກ້ເຮືອນຂອງມີກາ ພວກເຂົາຈື່ສຽງຂອງຊາຍໜຸ່ມຊາວເລວີຜູ້ນັ້ນໄດ້, ດັ່ງນັ້ນ ພວກເຂົາຈຶ່ງເຂົ້າໄປຖາມລາວວ່າ, “ແມ່ນຜູ້ໃດພາເຈົ້າມາຢູ່ທີ່ນີ້? ເຈົ້າມາເຮັດຫຍັງຢູ່ບ່ອນນີ້? ແລະ ເປັນຫຍັງເຈົ້າຈຶ່ງຢູ່ນີ້?”
ລາວກໍໄດ້ເລົ່າໃຫ້ພວກເຂົາຟັງເຖິງສິ່ງທີ່ມີກາເຮັດຕໍ່ລາວ ແລະ ເວົ້າວ່າ, “ລາວໄດ້ຈ້າງຂ້ອຍໃຫ້ເປັນປະໂລຫິດຂອງລາວ”.
ແລ້ວພວກເຂົາຈຶ່ງເວົ້າກັບລາວວ່າ “ໂຜດຖາມພຣະເຈົ້າໃຫ້ແນ່ວ່າການເດີນທາງຂອງພວກເຮົາຄັ້ງນີ້ຈະພົບຄວາມສຳເລັດບໍ”.
ປະໂລຫິດຕອບພວກເຂົາວ່າ, “ຈົ່ງໄປຢ່າງສັນຕິ. ການເດີນທາງຂອງພວກເຈົ້າ ພຣະເຈົ້າຢາເວເຫັນຊອບນໍາແລ້ວ”.
ສະນັ້ນ ຊາຍທັງຫ້າຄົນຈຶ່ງເດີນທາງຕໍ່ໄປຈົນເຖິງເມືອງລາອິດ, ພວກເຂົາໄດ້ເຫັນວ່າປະຊາຊົນກໍາລັງດໍາລົງຊີວິດຢູ່ຢ່າງປອດໄພ, ເໝືອນດັ່ງຊາວຊີໂດນຢູ່ຢ່າງສະຫງົບສຸກ ແລະ ປອດໄພດີ. ເນື່ອງຈາກ ດິນແດນຂອງພວກເຂົາອຸດົມສົມບູນ ແລະ ບໍ່ຂາດເຂີນສິ່ງໃດ, ພວກເຂົາຈຶ່ງຈະເລີນຮຸ່ງເຮືອງຂຶ້ນ. ພວກເຂົາກໍຍັງອາໄສຢູ່ຫ່າງໄກຈາກຊີໂດນ ແລະ ບໍ່ມີການພົວພັນກັບຄົນອື່ນເລີຍ.
ເມື່ອພວກເຂົາກັບຄືນມາທີ່ເມືອງໂຊຣາ ແລະ ເມືອງເອຊະຕາໂອນ, ພີ່ນ້ອງຊາວດານກໍຖາມພວກເຂົາວ່າ, “ພວກເຈົ້າໄດ້ພົບຫຍັງແດ່?”
ພວກເຂົາຕອບວ່າ, “ໃຫ້ພວກເຮົາພາກັນໄປໂຈມຕີພວກເຂົາ! ພວກເຮົາໄດ້ເຫັນແລ້ວວ່າດິນແດນນັ້ນດີຫລາຍ. ພວກເຈົ້າຈະບໍ່ເຮັດຫຍັງເລີຍບໍ? ຢ່າລັງເລໃຈເລີຍທີ່ຈະໄປຢຶດເອົາດິນແດນນັ້ນ. ເມື່ອພວກເຈົ້າໄປຮອດທີ່ນັ້ນແລ້ວ ພວກເຈົ້າຈະພົບວ່າປະຊາຊົນທີ່ບໍ່ໄດ້ສົງໄສສິ່ງໃດເລີຍ ແລະ ດິນແດນກໍກວ້າງຂວາງ ແລະ ບໍ່ຂາດເຂີນສິ່ງໃດເລີຍ. ພຣະເຈົ້າມອບໄວ້ໃນມືຂອງພວກເຈົ້າແລ້ວ”.
ດັ່ງນັ້ນ ຊາຍຫົກຮ້ອຍຄົນຂອງຊາວດານຖືອາວຸດຕໍ່ສູ້ເດີນທາງອອກຈາກເມືອງໂຊຣາ ແລະ ເອຊະຕາໂອນ. ໃນລະຫວ່າງທາງນັ້ນ ພວກເຂົາໄດ້ຕັ້ງຄ້າຍພັກໃກ້ໆກີຣີອາດເຢອາຣີມໃນແຂວງຢູດາຍ. ດ້ວຍເຫດນີ້ບ່ອນທີ່ຢູ່ທາງດ້ານຕາເວັນຕົກຂອງກີຣີອາດເຢອາຣີມຈຶ່ງຖືກເອີ້ນວ່າ ມາຫະເນດານ1 ຈົນເຖິງທຸກວັນນີ້. ຈາກນັ້ນ ພວກເຂົາເດີນທາງຂຶ້ນໄປທີ່ເນີນພູເອຟຣາອິມ ແລ້ວກໍມາຮອດເຮືອນຂອງມີກາ.
ແລ້ວຊາຍທັງຫ້າທີ່ໄດ້ໄປສອດແນມເມືອງລາອິດເວົ້າກັບພີ່ນ້ອງຊາວດານຂອງພວກເຂົາວ່າ, “ພວກເຈົ້າຮູ້ບໍວ່າໃນບັນດາເຮືອນເຫລົ່ານີ້ ມີເຮືອນຫລັງໜຶ່ງມີເສື້ອຄຸມເອໂຟດ, ບາງເຮືອນມີຮູບເຄົາລົບປະຈຳເຮືອນ ແລະ ຮູບເຄົາລົບທີ່ເຄືອບດ້ວຍເງິນ? ບັດນີ້ ພວກເຈົ້າຮູ້ແລ້ວວ່າຈະຕ້ອງເຮັດແນວໃດ”. ດັ່ງນັ້ນ ພວກເຂົາຈຶ່ງກັບຄືນໄປທີ່ນັ້ນ ແລະ ໄປທີ່ເຮືອນຂອງມີກາ ບ່ອນທີ່ຊາຍໜຸ່ມຊາວເລວີອາໄສຢູ່ທີ່ນັ້ນ ແລະ ໄດ້ທັກທາຍລາວ. ຊາວດານຫົກຮ້ອຍຄົນຖືອາວຸດຢືນຢູ່ບ່ອນທາງເຂົ້າປະຕູ. ແລ້ວຊາຍຫ້າຄົນທີ່ໄດ້ໄປສອດແນມດິນແດນກໍເຂົ້າໄປໃນເຮືອນ ແລະ ນໍາເອົາຮູບເຄົາລົບ, ເສື້ອຄຸມເອໂຟດ, ຮູບເຄົາລົບປະຈຳເຮືອນ ແລະ ຮູບເຄົາລົບທີ່ເຄືອບດ້ວຍເງິນໄປ. ໃນຂະນະທີ່ປະໂລຫິດ ແລະ ພວກຜູ້ຊາຍຫົກຮ້ອຍຄົນຖືອາວຸດຢືນຢູ່ທີ່ທາງເຂົ້າປະຕູ.
ເມື່ອຊາຍຫ້າຄົນເຂົ້າໄປໃນເຮືອນຂອງມີກາ ແລ້ວກໍເອົາຮູບເຄົາຮົບ, ເສື້ອຄຸມເອໂຟດ, ຮູບເຄົາລົບປະຈຳເຮືອນ ແລະ ຮູບເຄົາລົບທີ່ເຄືອບດ້ວຍເງິນໄປ. ປະໂລຫິດຈຶ່ງເວົ້າຕໍ່ພວກເຂົາວ່າ, “ພວກເຈົ້າກຳລັງເຮັດຫຍັງ?”
ພວກເຂົາຕອບເພິ່ນວ່າ, “ຢ່າປາກ! ບໍ່ຕ້ອງເວົ້າຫຍັງ. ຈົ່ງມາກັບພວກເຮົາສາ, ແລະ ມາເປັນພໍ່ ແລະ ເປັນປະໂລຫິດຂອງພວກເຮົາ. ທ່ານເປັນປະໂລຫິດຮັບໃຊ້ເຜົ່າໜຶ່ງ ແລະ ຕະກຸນໜຶ່ງໃນອິດສະຣາເອນກໍດີກວ່າທີ່ທ່ານຈະເປັນປະໂລຫິດຂອງຊາຍພຽງຄົນດຽວບໍ?” ປະໂລຫິດມີຍິນດີຫລາຍທີ່ຈະໄປກັບພວກເຂົາ ແລະ ນຳເອົາເສື້ອຄຸມເອໂຟດ, ຮູບເຄົາລົບປະຈຳເຮືອນ ແລະ ຮູບເຄົາລົບໄປນໍາ. ພວກເຂົາໄດ້ເລີ່ມອອກເດີນທາງໂດຍໃຫ້ພວກເດັກນ້ອຍ, ຝູງສັດ ແລະ ຊັບສິ່ງຂອງຂອງພວກເຂົານຳໜ້າໄປກ່ອນ.
ເມື່ອພວກເຂົາເດີນທາງອອກຈາກເຮືອນມີກາໄປໄກພໍຄວນສົມ, ມີກາກໍເອີ້ນຊາວບ້ານທີ່ຢູ່ໃກ້ຄຽງໃຫ້ມາຮ່ວມກັນ ແລະ ໄລ່ຕິດຕາມຊາວດານໄປ. ແລະ ພວກເຂົາຮ້ອງໃສ່ພວກເຂົາ, ຊາວດານຈຶ່ງຫັນມາ ແລະ ເວົ້າກັບມີກາວ່າ, “ພວກເຈົ້າມີເລື່ອງຫຍັງ ຈຶ່ງເອີ້ນເອົາຄົນຂອງເຈົ້າມາຕໍ່ສູ້ພວກເຮົາ?”
ມີກາໄດ້ຕອບວ່າ, ພວກທ່ານເອົາຮູບເຄົາລົບທີ່ຂ້ອຍໄດ້ສ້າງຂຶ້ນນັ້ນ ແລະ ປະໂລຫິດຂອງຂ້ອຍໜີໄປໝົດ. ມີຫຍັງເຫລືອໄວ້ໃຫ້ຂ້ອຍແດ່? ພວກທ່ານຖາມໄດ້ແນວໃດວ່າ, “ພວກເຈົ້າມີເລື່ອງຫຍັງ?”
ຊາວດານຕອບວ່າ, “ຢ່າມາຖຽງກັນກັບພວກເຮົາ, ຖ້າມີບາງຄົນເກີດໃຈຮ້າຍຂຶ້ນມາ ແລະ ຈະຕໍ່ສູ້ເຈົ້າໄດ້, ເຈົ້າ ແລະ ຄອບຄົວຂອງເຈົ້າກໍຈະຖືກຂ້າທັງໝົດ”. ດັ່ງນັ້ນ ຊາວດານກໍເດີນທາງຕໍ່ໄປ ແລະ ມີກາເຫັນວ່າ, ພວກເຂົານັ້ນມີກຳລັງຫລາຍກວ່າຕົນ, ລາວຈຶ່ງກັບຄືນເມືອ.
ຊາວດານໄດ້ເອົາສິ່ງຂອງທີ່ມີກາໄດ້ສ້າງນັ້ນ ພ້ອມທັງປະໂລຫິດຂອງລາວໄປ ແລ້ວກໍມາຮອດເມືອງລາອິດ, ເຊິ່ງເປັນເມືອງທີ່ມີປະຊາຊົນຢູ່ຢ່າງສະຫງົບສຸກ ແລະ ປອດໄພ. ພວກເຂົາຈຶ່ງບຸກໂຈມຕີ ແລະ ຂ້າຊາວເມືອງ ແລ້ວຈູດເມືອງຂອງພວກເຂົາຖີ້ມເສຍ. ບໍ່ມີຜູ້ໃດມາຊ່ວຍຫລືອເພາະພວກເຂົາອາໄສຢູ່ໄກຈາກເມືອງຊີໂດນ ແລະ ບໍ່ໄດ້ມີຄວາມສໍາພັນກັບຜູ້ໃດ. ເມືອງນີ້ຢູ່ໃນຮ່ອມພູໃກ້ເມືອງເບັດເຣໂຮບ.
ຊາວດານໄດ້ສ້າງເມືອງນີ້ຂຶ້ນໃໝ່ ແລະ ໄດ້ຕັ້ງຖິ່ນຖານຢູ່ທີ່ນັ້ນ. ແລ້ວພວກເຂົາກໍຕັ້ງຊື່ເມືອງວ່າດານຕາມຊື່ບັນພະບຸລຸດທີ່ຊື່ວ່າ ດານ ຜູ້ທີ່ເປັນລູກຊາຍຂອງອິດສະຣາເອນ ເຖິງແມ່ນວ່າ ຊື່ຂອງເມືອງນີ້ເຄີຍຖືກເອີ້ນວ່າ ເມືອງລາອິດ. ຢູ່ທີ່ນັ້ນ ຊາວດານໄດ້ຕັ້ງຮູບເຄົາລົບສໍາລັບພວກຕົນຂຶ້ນ ແລະ ແຕ່ງຕັ້ງໂຢນາທານລູກຊາຍຂອງເກໂຊມ ແລະ ຫລານຊາຍຂອງໂມເຊ ແລະ ລູກຊາຍຂອງລາວໃຫ້ເປັນປະໂລຫິດສຳລັບເຜົ່າດານຈົນກວ່າປະຊາຊົນໃນດິນແດນໄດ້ຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ. ພວກເຂົາໄດ້ສືບຕໍ່ນໍາໃຊ້ຮູບເຄົາລົບທີ່ມີກາສ້າງຂຶ້ນ, ວິຫານຂອງພຣະເຈົ້າຍັງຢູ່ໃນເມືອງຊີໂລຕະຫລອດມາ.
Source notes (1)
- Footnote ແປວ່າ ຄ້າຍຂອງດານ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.