Biblica® Open Lao Contemporary Version
ພວກຜູ້ປົກຄອງ 17
ຮູບເຄົາລົບຂອງມີກາ
ມີຊາຍຄົນໜຶ່ງຊື່ວ່າມີກາມາຈາກເນີນພູແຫ່ງເອຟຣາອິມ ລາວເວົ້າກັບແມ່ຂອງລາວວ່າ, “ເງິນໜັກ ໜຶ່ງພັນໜຶ່ງຮ້ອຍຫລຽນເຊເຄວ1 ທີ່ຖືກລັກເອົາໄປຈາກແມ່ນັ້ນ ແລະ ລູກໄດ້ຍິນວ່າ ແມ່ສາບແຊ່ງຄົນທີ່ມາລັກໄປນັ້ນຄື ເງິນຈໍານວນນັ້ນຢູ່ນໍາລູກ; ລູກໄດ້ເອົາມັນໄປເອງ”.
ແລ້ວແມ່ຂອງລາວເວົ້າວ່າ “ລູກ ຂໍພຣະເຈົ້າຢາເວອວຍພອນເຈົ້າ!”
ເມື່ອລາວຄືນເງິນໜຶ່ງພັນໜຶ່ງຮ້ອຍຫລຽນໃຫ້ແກ່ແມ່ຂອງຕົນ, ນາງເວົ້າວ່າ, “ແມ່ຈະເອົາເງິນນີ້ໄປຖວາຍແກ່ພຣະເຈົ້າຢາເວສຳລັບລູກ ແມ່ຈະເອົາເງິນໄປເຮັດຮູບເຄົາລົບທີ່ເຄືອບດ້ວຍເງິນ. ແລ້ວແມ່ຈະເອົາເງິນນີ້ມາສົ່ງຄືນໃຫ້ເຈົ້າ”.
ສະນັ້ນ ລາວຈຶ່ງຄືນເງິນໃຫ້ແກ່ແມ່ຂອງຕົນ ແລະ ນາງນຳເອົາເງິນສອງຮ້ອຍຫລຽນເຊເຄວໄປໃຫ້ຊ່າງຕີເງິນເຮັດຮູບເຄົາລົບຂຶ້ນ. ແລ້ວກໍມາຕັ້ງໄວ້ທີ່ເຮືອນຂອງມີກາ.
ມີກາຈຶ່ງມີສະຖານບູຊາ ແລະ ລາວໄດ້ເຮັດເສື້ອຄຸມເອໂຟດຜືນໜຶ່ງ ແລະ ຮູບເຄົາລົບອີກຈໍານວນໜຶ່ງໄວ້ ແລ້ວກໍໄດ້ແຕ່ງຕັ້ງລູກຊາຍຄົນໜຶ່ງຂອງຕົນໃຫ້ເປັນປະໂລຫິດ. ໃນສະໄໝນັ້ນອິດສະຣາເອນບໍ່ມີກະສັດປົກຄອງ; ທຸກຄົນຈຶ່ງເຮັດຕາມໃຈຂອງຕົນເອງ.
ມີຊາຍໜຸ່ມຊາວເລວີຄົນໜຶ່ງມາຈາກເບັດເລເຮັມໃນແຂວງຢູດາຍ, ເຊິ່ງລາວເຄີຍອາໄສຢູ່ຕະກູນຂອງຢູດາ, ລາວໄດ້ຈາກທີ່ນັ້ນມາເພື່ອມາຊອກບ່ອນອາໄສຢູ່ບ່ອນອື່ນ. ໃນຂະນະທີ່ ລາວໄດ້ເດີນທາງໄປນັ້ນ ລາວກໍມາຮອດເຮືອນຂອງມີກາຢູ່ໃນແຖບເນີນພູແຫ່ງເນີນພູເອຟຣາອິມ.
ມີກາໄດ້ຖາມລາວວ່າ, “ເຈົ້າມາແຕ່ໃສ?”
ລາວຕອບວ່າ, “ຂ້ອຍເປັນຄົນເລວີມາຈາກເບັດເລເຮັມໃນແຂວງຢູດາຍ ແລະ ຂ້ອຍກຳລັງຊອກຫາບ່ອນອາໄສຢູ່”.
ແລ້ວມີກາຈຶ່ງເວົ້າກັບລາວວ່າ, “ມາຢູ່ກັບຂ້ອຍແມ້ ມາເປັນພໍ່ຂອງຂ້ອຍ ແລະ ເປັນປະໂລຫິດຂອງຂ້ອຍ ແລ້ວ ຂ້ອຍຈະໃຫ້ເງິນເຈົ້າປີລະສິບຫລຽນເຊເຄວພ້ອມທັງເຄື່ອງນຸ່ງ ແລະ ອາຫານ”. ດັ່ງນັ້ນຊາຍໜຸ່ມຊາວເລວີກໍຕົກລົງຢູ່ກັບລາວ ແລະ ລາວກໍເປັນດັ່ງລູກຊາຍຄົນໜຶ່ງຂອງມີກາ. ຈາກນັ້ນ ມີກາກໍແຕ່ງຕັ້ງຊາວເລວີນັ້ນໃຫ້ເປັນປະໂລຫິດຂອງລາວ ແລະ ໃຫ້ລາວອາໄສຢູ່ໃນເຮືອນຂອງຕົນ. ແລະ ມີກາເວົ້າວ່າ, “ບັດນີ້ ຂ້ອຍຮູ້ວ່າພຣະເຈົ້າຢາເວດີຕໍ່ຂ້ອຍ, ເພາະວ່າຊາວເລວີຄົນນີ້ໄດ້ມາເປັນປະໂລຫິດຂອງຂ້ອຍ”.
Source notes (1)
- Footnote 1 ຫລຽນ ຄືເງິນໜັກປະມານ 11,5 ກຣາມ ມີຄ່າເທົ່າກັບຄ່າແຮງສອງເດືອນ ເຊັ່ນດຽວກັບຂໍ້ 3, 4 ແລະ 10
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.