Skip to content
BibleKenya

Biblica® Open Lao Contemporary Version

ພວກຜູ້ປົກຄອງ 16

ແຊມຊັນ​ກັບ​ເດ​ລິ​ລາ

ມື້ໜຶ່ງ​ແຊມຊັນ​ໄປ​ທີ່​ກາຊາ, ເຊິ່ງ​ລາວ​ໄດ້​ພົບ​ຍິງ​ໂສເພນີ​ຄົນ​ໜຶ່ງ​ຢູ່ທີ່ນັ້ນ. ລາວ​ຈຶ່ງ​ໄປ​ນອນ​ກັບ​ນາງ. ເມື່ອ​ຊາວ​ເມືອງ​ກາຊາ​ໄດ້​ຍິນ​ວ່າ, “ແຊມຊັນ​ຢູ່ທີ່ນີ້!” ດັ່ງນັ້ນ ພວກເຂົາ​ຈຶ່ງ​ລ້ອມ​ບ່ອນ​ນັ້ນ​ໄວ້ ແລະ ລໍຖ້າ​ລາວ​ຢູ່​ທີ່​ປະຕູ​ເມືອງ​ຕະຫລອດ​ຄືນ. ພວກເຂົາ​ບໍ່​ໄດ້​ໄປ​ໃສ​ໃນ​ຊວ່ງ​ຕອນກາງ​ຄືນ ແລະ ເວົ້າ​ວ່າ, “ໃນ​ຕອນ​ເຊົ້າ​ໆ ພວກເຮົາ​ຈະ​ຂ້າ​ລາວ​ຖິ້ມ”.

ແຕ່​ແຊມຊັນ​ນອນ​ຢູ່​ທີ່​ນັ້ນ​ຈົນ​ຮອດ​ທ່ຽງຄືນ​ເທົ່ານັ້ນ. ແລ້ວ​ລາວ​ລຸກ​ຂຶ້ນ​ໄປ​ດຶງ​ເອົາ​ປະຕູ​ເມືອງ​ພ້ອມທັງ​ບານ​ປະຕູ​ທັງ​ສອງ​ຂ້າງ, ທີ່​ມີ​ທັງ​ບານ ແລະ ຂອບ​ປະຕູ​ກໍ​ລຸດ​ອອກ​ທັງໝົດ. ລາວ​ແບກ​ປະຕູ​ໃສ່​ບາ​ຂຶ້ນ​ໄປ​ເທິງ​ຍອດພູ​ທີ່​ປິ່ນ​ໜ້າ​ມາ​ທາງ​ເຮັບໂຣນ.

ບໍ່​ດົນ​ຕໍ່​ມາ​ແຊມຊັນ​ຮັກ​ຍິງ​ຄົນ​ໜຶ່ງ​ຊື່​ເດລີລາ, ເຊິ່ງ​ອາໄສ​ຢູ່​ໃນ​ຮ່ອມພູ​ໂສເຣັກ. ພວກ​ຜູ້ປົກຄອງ​ຂອງ​ຊາວ​ຟີລິດສະຕິນ​ໄປ​ພົບ​ຍິງ​ນັ້ນ ແລະ ບອກ​ນາງ​ວ່າ, “ເຈົ້າ​ຈົ່ງ​ລໍ້​ຖາມ​ຄວາມ​ລັບ​ຂອງ​ແຊມຊັນ​ວ່າ ກຳລັງ​ອັນ​ມະຫາ​ສານ​ຂອງ​ລາວ​ມາ​ຈາກ​ໃສ ແລະ ພວກເຮົາ​ຈະ​ເຮັດ​ຢ່າງໃດ​ຈຶ່ງ​ຈະ​ສາມາດ​ມັດ​ລາວ​ໄວ້​ໄດ້ ແລະ ຈັບ​ກຸມ​ລາວ​ໄວ້​ໄດ້. ແລ້ວ​ພວກເຮົາ​ແຕ່ລະ​ຄົນ​ຈະ​ເອົາ​ເງິນ​ໃຫ້​ເຈົ້າ​ໜຶ່ງ​ພັນ​ໜຶ່ງ​ຮ້ອຍ​ຫລຽນ​ເຊເຄວ”.

ດັ່ງນັ້ນ ເດລີລາ​ຈຶ່ງ​ກ່າວ​ກັບ​ແຊມຊັນ​ວ່າ, “ໂຜດ​ບອກ​ຂ້ອຍ​ໃຫ້​ຮູ້​ຄວາມລັບ​ທີ່​ເຮັດໃຫ້​ເຈົ້າ​ມີ​ກຳລັງ​ອັນ​ມະຫາ​ສານ​ແດ່ ແລະ ເຮັດ​ຢ່າງໃດ​ຈຶ່ງ​ຈະ​ມັດ​ເຈົ້າ​ໄວ້​ໄດ້ ແລະ ຈັບ​ໂຕ​ເຈົ້າ​ໄວ້​ໄດ້​ແນວໃດ”.

ແຊມຊັນ​ຕອບ​ນາງ​ວ່າ “ຖ້າ​ຜູ້ໃດ​ມັດ​ຂ້ອຍ​ດ້ວຍ​ເຊືອກ​ສາຍ​ທະນູ​ໃໝ່ໆ​ເຈັດ​ເສັ້ນ​ທີ່​ຍັງ​ບໍ່​ແຫ້ງ, ຂ້ອຍ​ກໍ​ຈະ​ກາຍ​ເປັນ​ຄົນ​ບໍ່​ມີ​ແຮງ​ເໝືອນດັ່ງ​ຜູ້ຊາຍ​ຄົນ​ອື່ນໆ”.

ສະນັ້ນ ພວກ​ຜູ້ປົກຄອງ​ຂອງ​ຊາວ​ຟີລິດສະຕິນ​ຈຶ່ງ​ເອົາ​ເຊືອກສາຍ​ທະນູ​ໃໝ່ໆ​ເຈັດ​ເສັ້ນ​ທີ່​ຍັງ​ບໍ່​ແຫ້ງ​ມາ​ໃຫ້​ນາງ ແລະ ນາງ​ກໍ​ເອົາ​ເຊືອກສາຍ​ທະນູ​ມັດ​ແຊມຊັນ​ໄວ້. ພ້ອມທັງ​ໃຫ້​ພວກ​ຜູ້ຊາຍ​ລີ້​ຢູ່​ໃນ​ຫ້ອງ​ຂອງ​ນາງ ແລ້ວ​ນາງ​ກໍ​ຮ້ອງໃສ່​ລາວ​ວ່າ “ແຊມຊັນ ພວກ​ຟີລິດສະຕິນ​ມາ​ຈັບ​ເຈົ້າ​ແລ້ວ!” ແຕ່​ແຊມຊັນ​ກໍ​ຟຶດ​ເຊືອກ​ສາຍ​ທະນູ​ຂາດ​ໄດ້​ຢ່າງ​ງ່າຍ​ດາຍ​ເໝືອນ​ເຊືອກ​ທີ່​ຖືກ​ໄຟ​ລົນ. ດັ່ງນັ້ນ ຄວາມ​ລັບ​ກ່ຽວກັບ​ກຳລັງ​ຂອງ​ລາວ​ຈຶ່ງ​ຍັງ​ບໍ່ໄດ້​ຖືກ​ເປີດ​ເຜີຍ.

ແລ້ວ​ເດລີລາ​ກ່າວ​ກັບ​ແຊມຊັນ​ວ່າ, “ເຈົ້າ​ຫລອກລວງ​ຂ້ອຍ; ເຈົ້າ​ໄດ້​ຕົວະ​ຂ້ອຍ. ໂຜດ​ບອກ​ຂ້ອຍ​ມາ​ດຽວ​ນີ້​ວ່າ ຂ້ອຍ​ຈະ​ມັດ​ເຈົ້າ​ໄວ້​ໄດ້​ແນວໃດ”.

ແຊມຊັນ​ກ່າວ​ວ່າ, “ຖ້າ​ຜູ້ໃດ​ໃຊ້​ເຊືອກ​ໃໝ່​ທີ່​ບໍ່​ເຄີຍ​ໃຊ້​ກ່ອນ​ມາ​ມັດ​ຂ້ອຍ​ຢ່າງ​ແໜ້ນ​ໜາ ຂ້ອຍ​ກໍ​ຈະ​ກາຍ​ເປັນ​ຄົນ​ບໍ່​ມີ​ແຮງ​ເໝືອນດັ່ງ​ຜູ້ຊາຍ​ຄົນ​ອື່ນໆ”.

ດັ່ງນັ້ນ ເດລີລາ​ຈຶ່ງ​ເອົາ​ເຊືອກ​ໃໝ່​ມາ ແລະ ມັດ​ລາວ​ໄວ້ ແລ້ວ​ພວກ​ຜູ້ຊາຍ​ລີ້​ຢູ່​ໃນ​ຫ້ອງ, ເດລີລາ​ຮ້ອງ​ໃສ່​ລາວ​ວ່າ, “ແຊມຊັນ ພວກ​ຟີລິດສະຕິນ​ມາ​ຈັບ​ເຈົ້າ​ແລ້ວ!” ແຕ່​ລາວ​ກໍ​ຟຶດ​ເຊືອກ​ຂາດ​ອອກ​ຈາກ​ແຂນ​ເໝືອນດັ່ງ​ເສັ້ນ​ດ້າຍ.

ແລ້ວ​ເດລີລາ​ເວົ້າ​ຕໍ່​ແຊມຊັນ​ວ່າ, “ຈົນ​ເຖິງ​ດຽວ​ນີ້​ເຈົ້າ​ຍັງ​ຫລອກລວງ​ຂ້ອຍ ແລະ ໄດ້​ຕົວະ​ຂ້ອຍ. ໂຜດ​ບອກ​ຂ້ອຍ​ແດ່​ວ່າ ຈະ​ມັດ​ເຈົ້າ​ໄວ້​ໄດ້​ແນວໃດ”.

ແຊມຊັນ​ຕອບ​ວ່າ, “ຖ້າ​ເຈົ້າ​ເປຍ​ເສັ້ນ​ຜົມ​ຂອງ​ຂ້ອຍ​ເປັນ​ເຈັດ​ປອຍ​ເຂົ້າ​ໄປ​ຕໍ່າ​ໃສ່​ຫູກ ແລ້ວ​ປັກ​ດ້ວຍ​ເຄືອ​ຫູກ, ຂ້ອຍ​ກໍ​ຈະ​ກາຍ​ເປັນ​ຄົນ​ບໍ່​ມີ​ແຮງ​ເໝືອນດັ່ງ​ຜູ້ຊາຍ​ຄົນ​ອື່ນໆ”. ສະນັ້ນ ໃນຂະນະທີ່​ແຊມຊັນ​ກໍາລັງ​ນອນ​ຫລັບ​ຢູ່​ນັ້ນ, ເດລີລາ​ກໍ​ເປຍຜົມ​ຂອງ​ລາວ​ເປັນ​ເຈັດ​ຝອຍ, ເອົາ​ໄປ​ຕໍ່າ​ໃສ່​ຫູກ ແລ້ວ​ປັກ​ດ້ວຍ​ເຄືອ​ຫູກ.

ນາງ​ຮ້ອງ​ບອກ​ລາວ​ອີກ​ວ່າ, “ແຊມຊັນ ພວກ​ຟີລິດສະຕິນ​ມາ​ຈັບ​ເຈົ້າ​ແລ້ວ!” ແຊມຊັນ​ກໍ​ລຸກ​ຂຶ້ນ ແລ້ວ​ດຶງ​ເຂັມ​ມຸດ​ອອກ ແລະ ດຶງ​ເຄື່ອງ​ຕ່ຳ​ຫູກ​ຈົນ​ຫັກພັງ.

ແລ້ວ​ເດລີລາ​ເວົ້າ​ຕໍ່​ລາວ​ວ່າ, “ເຈົ້າ​ເວົ້າ​ໄດ້​ແນວໃດ​ວ່າ ‘ເຈົ້າ​ຮັກ​ຂ້ອຍ’ ໃນ​ເມື່ອ​ເຈົ້າ​ບໍ່​ໄວ້​ວາງໃຈ​ຂ້ອຍ​ເລີຍ? ຄັ້ງນີ້​ເປັນ​ເທື່ອ​ທີ​ສາມ​ແລ້ວ ເຈົ້າ​ທີ່​ໄດ້​ຫລອກລວງ​ຂ້ອຍ ແລະ ເຈົ້າ​ກໍ​ຍັງ​ບໍ່​ເຖິງ​ຄວາມ​ລັບ​ກ່ຽວກັບ​ກໍາລັງ​ອັນມະສານ​ຂອງ​ເຈົ້າ”. ນາງ​ຖາມ​ສໍ້​ກັບ​ລາວ​ທຸກ​ມື້​ຈົນ​ເຮັດ​ໃຫ້​ລາວ​ເກີດ​ຄວາມ​ເບື່ອ​ເກີນ​ທີ່​ຈະ​ອົດທົນ​ໄດ້.

ສະນັ້ນ ລາວ​ຈຶ່ງ​ບອກ​ນາງ​ທຸກ​ຢ່າງ​ວ່າ, “ຂ້ອຍ​ບໍ່​ເຄີຍ​ຕັດຜົມ​ຈັກ​ເທື່ອ ເພາະ​ຂ້ອຍ​ເປັນ​ຄົນ​ນາຊີຣີ​ທີ່​ໄດ້​ອຸທິດ​ຕົນ​ແກ່​ພຣະເຈົ້າ​ມາ​ຕັ້ງ​ແຕ່​ເກີດ. ຖ້າ​ຂ້ອຍ​ຕັດຜົມ​ຖິ້ມ​ເມື່ອ​ໃດ, ກຳລັງ​ຂອງ​ຂ້ອຍ​ກໍ​ຈະ​ໝົດ​ໄປ ແລ້ວ​ຂ້ອຍ​ບໍ່​ມີ​ແຮງ​ເໝືອນດັ່ງ​ຜູ້ຊາຍ​ຄົນ​ອື່ນໆ”.

ເມື່ອ​ເດລີລາ​ເຫັນ​ວ່າ ລາວ​ໄດ້​ບອກ​ນາງ​ທຸກສິ່ງ​ແກ່​ນາງ​ແລ້ວ, ຈຶ່ງ​ສົ່ງ​ຂ່າວ​ໄປ​ຫາ​ເຖິງ​ພວກ​ຜູ້ປົກຄອງ​ຂອງ​ຊາວ​ຟີລິດສະຕິນ​ວ່າ, “ຂໍ​ໂຜດ​ກັບ​ມາ​ອີກ​ເທື່ອ​ໜຶ່ງ; ເພາະ​ລາວ​ໄດ້​ບອກ​ທຸກສິ່ງ​ທຸກ​ຢ່າງ​ແກ່​ຂ້ອຍ​ແລ້ວ”. ດັ່ງນັ້ນ ພວກ​ຜູ້ປົກຄອງ​ຂອງ​ຊາວ​ຟີລິດສະຕິນ​ຈຶ່ງ​ກັບ​ມາ ພ້ອມ​ທັງ​ຖື​ເງິນ​ມາ​ນຳ. ເດລີລາ​ໃຫ້​ແຊມຊັນ​ນອນ​ໝູນ​ຕັກ​ນາງ ແລ້ວ​ນາງ​ໄດ້​ເອີ້ນ​ໃຫ້​ຄົນ​ມາ​ຕັດ​ຜົມ​ເຈັດ​ປອຍ​ຂອງ​ລາວ​ອອກ ແລະ ກໍາລັງ​ຂອງ​ລາວ​ກໍ​ລົດ​ລົງ. ແລ້ວ​ກຳລັງ​ຂອງ​ລາວ​ກໍ​ໝົດ​ໄປ.

ແລ້ວ​ນາງ​ຮ້ອງ​ຂຶ້ນ​ວ່າ, “ແຊມຊັນ ພວກ​ຟີລິດສະຕິນ​ມາ​ຈັບ​ໂຕ​ເຈົ້າ​ແລ້ວ!”

ລາວ​ກໍ​ຕື່ນ​ຂຶ້ນ ແລະ ຄິດວ່າ, “ເຮົາ​ຈະ​ໄປ​ໄດ້​ເໝືອນດັ່ງ​ແຕ່​ກ່ອນ” ແຕ່​ລາວ​ບໍ່​ຮູ້​ວ່າ​ພຣະເຈົ້າ​ຢາເວ​ໄດ້​ປະຖິ້ມ​ລາວ​ໄປ​ເສຍ​ແລ້ວ.

ຈາກ​ນັ້ນ​ຊາວ​ຟີລິດສະຕິນ​ກໍ​ໄດ້​ຈັບ​ລາວ ເຈາະ​ແກ່ນຕາ​ຂອງ​ລາວ​ອອກ ແລະ ນຳ​ເອົາ​ລາວ​ໄປ​ທີ່​ກາຊາ. ເຊິ່ງ​ມັດ​ລາວ​ໄວ້​ດ້ວຍ​ໂຊ້​ທີ່​ເປັນ​ທອງ​ສຳລິດ, ພວກເຂົາ​ໃຫ້​ລາວ​ໂມ້ແປ້ງ​ຢູ່​ໃນ​ຄຸກ. ແຕ່​ບໍ່​ດົນ​ຜົມ​ຂອງ​ລາວ​ທີ່​ຖືກ​ແຖ​ກໍ​ເລີ່ມ​ປົ່ງ​ຂຶ້ນ​ມາ​ອີກ.

ການ​ຕາຍ​ຂອງ​ແຊມຊັນ

ພວກ​ຜູ້ປົກຄອງ​ຊາວ​ຟີລິດສະຕິນ​ໄດ້​ມາ​ຊຸມນຸມ​ກັນ​ເພື່ອ​ຖວາຍ​ເຄື່ອງບູຊາ​ຄັ້ງ​ຍິ່ງໃຫຍ່​ແກ່​ພະ​ດາໂກນ​ຂອງ​ພວກເຂົາ ແລະ ໄດ້​ສະເຫລີມ​ສະຫລອງ​ໂດຍ​ຮ້ອງ​ວ່າ, “ພະ​ຂອງ​ພວກເຮົາ​ໄດ້​ມອບ​ແຊມຊັນ​ສັດຕູ​ຂອງ​ພວກເຮົາ​ໄວ້​ໃນ​ມື​ຂອງ​ພວກເຮົາ​ແລ້ວ”.

ເມື່ອ​ປະຊາຊົນ​ເຫັນ​ແຊມຊັນ ພວກເຂົາ​ກໍ​ຮ້ອງ​ສັນລະເສີນ​ພະ​ຂອງ​ຕົນ​ວ່າ,

“ພະ​ຂອງ​ພວກເຮົາ​ໄດ້​ມອບ​ສັດຕູ​ຂອງ​ພວກເຮົາ,

ໄວ້​ໃນ​ມື​ຂອງ​ພວກເຮົາ​ແລ້ວ,

ຜູ້ທີ່​ໄດ້​ທໍາລາຍ​ດິນແດນ​ຂອງ​ພວກເຮົາ

ແລະ ຂ້າ​ພວກເຮົາ​ຕາຍ​ຢ່າງ​ຫລວງຫລາຍ”.

ໃນຂະນະ​ທີ່​ພວກເຂົາ​ກຳລັງ​ມ່ວນຊື່ນ​ຢູ່​ນັ້ນ, ພວກເຂົາ​ກໍ​ຮ້ອງ​ຂຶ້ນ​ວ່າ, “ເອົາ​ແຊມຊັນ​ອອກ​ມາ​ເຮັດ​ຕະຫລົກ​ໃຫ້​ພວກເຮົາ​ເບິ່ງ​ແດ່” ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອີ້ນ​ໃຫ້​ນໍາ​ເອົາ​ແຊມຊັນ​ອອກ​ມາ​ຈາກ​ຄຸກ, ແລ້ວ​ກໍ​ໃຫ້​ລາວ​ສະແດງ​ໃຫ້​ພວກເຂົາ​ເບິ່ງ.

ເມື່ອ​ພວກເຂົາ​ເອົາ​ລາວ​ອອກ​ມາ​ຢືນ​ຢູ່​ທ່າມກາງ​ເສົາ​ຫລາຍ​ຕົ້ນ, ແຊມຊັນ​ບອກ​ຄົນ​ຮັບໃຊ້​ທີ່​ຈູງ​ແຂນ​ຕົນ​ມາ​ວ່າ “ພາ​ຂ້ອຍ​ໄປ​ບ່ອນ​ທີ່​ມີ​ເສົາ​ຄໍ້າ​ວິຫານ ເພື່ອວ່າ​ຂ້ອຍ​ຈະ​ໄດ້​ອີງ​ເສົາ​ເຫລົ່ານັ້ນ” ໃນຂະນະ​ນັ້ນ​ຢູ່​ໃນ​ວິຫານ​ເຕັມ​ໄປ​ດ້ວຍ​ຝູງ​ຊົນ​ທັງ​ພວກ​ຜູ້ຊາຍ ແລະ ພວກ​ຜູ້ຍິງ, ພວກ​ຜູ້ປົກຄອງ​ຂອງ​ຊາວ​ຟີລິດສະຕິນ​ທັງໝົດ​ກໍ​ຢູ່​ທີ່​ນັ້ນ ແລະ ຢູ່​ເທິງ​ດາດ​ຟ້າ​ກໍ​ມີ​ຜູ້ຊາຍ ແລະ ຜູ້ຍິງ​ປະມານ​ສາມ​ພັນ​ຄົນ​ກໍາລັງ​ເບິ່ງ​ແຊມຊັນ​ສະແດງ​ຢູ່. ແລ້ວ​ແຊມຊັນ​ກໍ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ຢາເວ​ວ່າ “ຂ້າແດ່​ພຣະເຈົ້າ​ຢາເວ, ອົງ​ອະທິ​ປະໄຕ, ຂໍ​ໂຜດ​ລະນຶກ​ເຖິງ​ຂ້ານ້ອຍ​ດ້ວຍ. ຂ້າ​ແດ່​ພຣະເຈົ້າ​ໂຜດ​ປະທານ​ກຳລັງ​ແກ່​ຂ້ານ້ອຍ​ອີກ​ຄັ້ງ​ໜຶ່ງ ແລະ ໃຫ້​ຂ້ານ້ອຍ​ໄດ້​ແກ້ແຄ້ນ​ຊາວ​ຟີລິດສະຕິນ​ທີ່​ໄດ້​ເຈາະ​ແກ່ນຕາ​ທັງ​ສອງເບື້ອງ​ຂອງ​ຂ້ານ້ອຍ​ອອກ”. ແລ້ວ​ແຊມຊັນ​ກໍ​ຍັບ​ເຂົ້າ​ໄປ​ໃກ້​ເສົາ​ກາງ​ສອງ​ຕົ້ນ​ກາງ​ວິຫານ. ເຊິ່ງ​ເປັນ​ເສົາ​ໃຊ້​ຄໍ້າ​ວິຫານ, ມື​ຂວາ​ຊຸກ​ເສົາ​ຂ້າງ​ໜຶ່ງ ມື​ຊ້າຍ​ຊຸກ​ເສົາ​ອີກ​ຂ້າງ​ໜຶ່ງ, ແລ້ວ​ຮວບຮວມ​ກຳລັງ​ດັນ​ເສົາ, ແຊມຊັນ​ເວົ້າ​ວ່າ, “ຂ້ານ້ອຍ​ຂໍ​ຕາຍ​ພ້ອມ​ກັບ​ພວກ​ຟີລິດສະຕິນ!” ແລ້ວ​ລາວ​ກໍ​ດັນ​ເສົາ​ສຸດ​ກໍາລັງ​ຂອງ​ລາວ, ວິຫານ​ກໍ​ພັງ​ລົງ​ມາ​ທັບ​ພວກ​ຜູ້ປົກຄອງ​ຂອງ​ຊາວ​ຟີລິດສະຕິນ ແລະ ປະຊາຊົນ​ທັງໝົດ​ທີ່​ຢູ່​ໃນ​ນັ້ນ. ເຫດສະນັ້ນ ເມື່ອ​ລາວ​ໄດ້​ຕາຍ​ໄປ, ລາວ​ໄດ້​ຂ້າ​ພວກເຂົາ​ເປັນ​ຈໍານວນ​ຫລາຍ​ກວ່າ​ໃນຂະນະທີ່​ລາວ​ຍັງ​ມີ​ຊີວິດ​ຢູ່.

ແລ້ວ​ຍາດຕິ​ພີ່ນ້ອງ ແລະ ຄອບຄົວ​ຂອງ​ພໍ່​ລາວ​ກໍ​ລົງ​ໄປ​ເອົາ​ສົບ​ຂອງ​ລາວ. ພວກເຂົາ​ເອົາ​ສົບ​ຂອງ​ລາວ​ກັບ​ໄປ ແລະ ເອົາ​ໄປ​ຝັງ​ໄວ້​ຢູ່​ໃນ​ບ່ອນ​ຝັງສົບ​ຂອງ​ມາໂນອາ​ພໍ່​ຂອງ​ລາວ​ທີ່​ຢູ່​ລະຫວ່າງ​ເມືອງ​ໂຊຣາ ແລະ ເມືອງ​ເອຊະຕາໂອນ. ແຊມຊັນ​ໄດ້​ປົກຄອງ1 ອິດສະຣາເອນ​ເປັນ​ເວລາ​ຊາວ​ປີ.

Source notes (1)
  1. Footnote ຫລື ພວກຜູ້ປົກຄອງ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.